ວັນທີ 05 ຕຸລາ, ທ່ານ ເລຫວຽດຢວຽນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເວເນຊູເອລາ ແລະ ບາກບາໂດສ ໄດ້ຍື່ນສານຕາຕັ້ງຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຕໍ່ທ່ານ Sandra Mason ຜູ້ມີສິດອຳນາດເຕັມແຫ່ງ ບາກດາໂດສ ແບບທາງໄກ.
ລັດຖະບານ ອົດສະຕາລີ ໄດ້ຊ່ວຍເຫຼືອວັກຊິນກັນພະຍາດໂຄວິດ - 19 AstraZeneca ຈຳນວນ 300.000 ໂດສ ພ້ອມດ້ວຍເຄື່ອງອຸປະກອນການແພດ ໃຫ້ແກ່ ຫວຽດນາມ.
ຍສໝ - ຫວຽດນາມ ກ່າວປະນາມບັນດາການກະທຳໃຊ້ຄວາມຮຸນແຮງ, ລັກພາຕົວຂອງບັນດາກຸ່ມອາດຊະຍາກຳ ກໍ່ຄວາມຂາດສະຖຽນລະພາບດ້ານການເມືອງ, ສັງຄົມຢູ່ ໄຮຕີ ແລະ ສະເໜີເພີ່ມທະວີບັນດາມາດຕະການປະຕິບັດກົດໝາຍ, ປົກປ້ອງສາມັນຊົນ, ພິເສດແມ່ນແມ່ຍິງ ແລະ ເດັກນ້ອຍ.
ຍສໝ - ນີ້ແມ່ນງານວາງລະແດງຄັ້ງທີ 4 ຂອງນັກຈິດຕະກອນ ທີຫງວຽນເຈືອງມິງ. ລາວມີຄວາມປາດຖະໜາວ່າ ພາຍຫຼັງຄວບຄຸມໄດ້ໂລກລະບາດໂຄວິດ - 19, ລາວຈະສືບຕໍ່ປະຕິບັດຫຼາຍໂຄງການຢູ່ ຫວຽດນາມ ກໍ່ຄືຖ່າຍທອດເຕັກນິກໃນການແຕ້ມພາບດ້ວຍ ວິທີຄະນິດ ໃຫ້ແກ່ບັນດານັກສຶກສາຢູ່ ຫວຽດນາມ.
ຍສໝ - ມີບັນດາເພື່ອນມິດ, ຄູ່ຮ່ວມມືສາກົນທີ່ສະໜັບສະໜູນ, ມີຄວາມປາດຖະໜາຢາກຮ່ວມມື ແລະ ຊ່ວຍເຫຼືອ ຫວຽດນາມ ໃນການສຳຜັດກັບວັກຊິນຫຼາຍທີ່ສຸດ...
ຍສໝ - ເວັບໄຊສື່ເອເລັກໂຕນິກ httpswww.cubadebate.cu ໄດ້ລົງຂ່າວ, ທ່ານນາງ Marta Rojas - ນັກປະພັນ, ນັກຂ່າວທີ່ມີຊື່ສຽງຂອງ ກູບາ ເພື່ອນມິດສະໜິດສະໜົມຂອງປະຊາຊົນກູບາ ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 3 ຕຸລາ (ຕາມເວລາ ກູບາ) ຍ້ອນພະຍາດຫົວໃຈ.
ຍສໝ - ສະຖານທູດ ຫວຽດນາມ ປະຈຳ ຝລັ່ງ ຫາກໍ່ຈັດຕັ້ງການພົບປະປະຈຳປີ ກັບບັນດາສະມາຊິກທີ່ຕັ້ງໜ້າຂອງ ຄະນະກຳມະການໜູນຊ່ວຍ ທ່ານນາງ ເຈິ່ນໂຕງາ ໃນເຫດຮ້ອງຟ້ອງ ບັນດາບໍລິສັດ ເຄມີ ອາເມລິກາ ທີ່ໄດ້ຜະລິດ, ສະໜອງຢາຂ້າພຶດ ທີ່ມີທາດພິດສີສົ້ມ/ດີໂອຊິນ ໃຫ້ແກ່ ກອງທັບ ອາເມລິກາ ເພື່ອນຳໃຊ້ໃນສົງຄາມຢູ່ຫວຽດນາມ.
ຍສໝ - ສະຫະພັນບານເຕະຈີນມີຄຳຕັດສິນທີ່ເຮັດໃຫ້ສື່ມວນຊົນຫວຽດນາມທີ່ພວມປະຕິບັດວຽກງານສື່ມວນຊົນຢູ່ UAE ຕົກສະເງີ້.
ຍສໝ - ວັນທີ 4 ຕຸລາ, ອົງການສປຊກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍແລະມອບສິດໃຫ້ແກ່ແມ່ຍິງ (UN Women) ສົມທົບກັບສູນຄົ້ນຄ້ວາການພັດທະນາແບບຍືນຍົງ (CSDS) ແລະ CEDLink ໄດ້ໄຂການແຂ່ງຂັນ Cyber S- ລຸ້ນ S: ຄວາມປອດໄພແລະຄວາມສະເໝີພາບທາງອິນເຕີເນັດ.
ຍສໝ - ບັນດາສະມາຊິກຂອງ Collectif Vietnam Dioxine ດ້ວຍຈິດໃຈ “ກ້າຫານ, ອົດທົນແລະຄວາມຫວັງ” ຈະຍັງຄົງສືບຕໍ່ການຕໍ່ສູ້ຍາດເອົາຄວາມຍຸຕິທຳແລະການສະໜັບສະໜູນຊ່ວຍເຫຼືອບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ.
ຍສໝ - ເມື່ອບໍ່ດົນມານີ້, ທ່ານພົນຕີ ເລືອງຕາມກວາງ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງຕຳຫຼວດ ໄດ້ໃຫ້ການຕ້ອນຮັບ ທ່ານເອກອັກຄະລັດຖະທູດ ຈີນ ປະຈຳຫວຽດນາມ ສູງບົວ.
ຍສໝ - ກຳລັງແຮງໄຟຟ້າແສງຕາເວັນ ແລະ ໄຟຟ້າແຮງລົມຂອງ ຫວຽດນາມ ໄດ້ເພີ່ມຂຶ້ນແຕ່ 4,7 TWh ໃນປີ 2019 ເຖິງ 9,5 TWh ໃນປີ 2020, ເພີ່ມຂຶ້ນປະມານ 1,98% ໃນກຳລັງແຮງໄຟຟ້າທັງໝົດ…
ຍສໝ - ຫວ່າງແລ້ວນີ້, ທ່ານ ຫງວຽນງອກບິ່ງ ປະທານສະຫະພັນ ບັນດາອົງການຈັດຕັ້ງມິດຕະພາບ ນະຄອນດ່ານັ້ງ (DAFO) ໄດ້ມີການເຮັດວຽກທາງໄກກັບ ທ່ານນາງ Indira Lopez Arguelles ສະຖານກົງສູນໃຫຍ່ ກູບາ ປະຈຳນະຄອນ ໂຮ່ຈີມິນ.
ຍສໝ - ອົດສະຕາລີ ແລະ ຫວຽດນາມ ແມ່ນບັນດາຄູ່ຮ່ວມມືແບບທຳມະຊາດ ເພື່ອແບ່ງປັນຄວາມຮູ້ດ້ານວິຊາການ ແລະ ຊຸກຍູ້ບັນດາກາລະໂອກາດຮ່ວມມືໃນຂົງເຂດກະສິກຳທີ່ນຳໃຊ້ເຕັກໂນໂລຢີສູງ…
ຍສໝ - ເປັນຄັ້ງທຳອິດຈັດຕັ້ງຢູ່ຫວຽດນາມ, Internet Expo 2021 - ງານວາງສະແດງທາງໄກໃຫຍ່ທີ່ສຸດອາຊີ - ປາຊີຟິກ ອີງໃສ່ເຕັກໂນໂລຢີ VR ແມ່ນຂົວເຊື່ອມຕໍ່ທີ່ມີປະສິດທິດຜົນໃຫ້ແກ່ບັນດາວິສາຫະກິດຫວຽດນາມ ແລະ ສະຫະພັນ ລັດເຊຍ ເຊື່ອມຕໍ່, ນຳເຄື່ອງໝາຍການຄ້າຂອງຕົນອອກສູ່ຕະຫຼາດທົ່ວໂລກ.
ໃນວັນທີ 30 ກັນຍາ, ຄະນະກຳມະການກ່ຽວກັບບັນຫາວັດທະນະທຳ, ສັງຄົມ ແລະ ມະນຸດສະທຳ ຂຶ້ນກັບສະມັດຊາໃຫຍ່ ສປຊ ໄດ້ເລີ່ມຈັດວາລະປະຊຸມໃນຂອບເຂດສະມັດຊາໃຫຍ່ ສປຊ ຊຸດທີ 76.
ຫວ່າງແລ້ວນີ້, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ພະອາຈານ ທິກມິງກວາງ, ຫົວໜ້າຄະນະປະສານງານພຸດທະສາສະໜາ ຫວຽດນາມ ໄດ້ມອບເຄື່ອງໃຊ້ທີ່ຈຳເປັນ ລວມມູນຄ່າ 25 ລ້ານກີບ ໃຫ້ແນວລາວສ້າງຊາດ ເພື່ອແບ່ງປັນຄວາມຫຍຸ້ງຍາກກັບປະຊາຊົນລາວບັນດາເຜົ່າ ທີ່ພວມໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ - 19.
ຍສໝ - ດ້ວຍຈິດໃຈ “ພວກເຮົາມີຄວາມເອົາໃຈໃສ່, ພວກເຮົາກະກຽມ, ພວກເຮົາວັດທະນາຖາວອນ”, ຫວຽດນາມ ເຊື່ອໝັ້ນວ່າ ອາຊຽນ ຈະສືບຕໍ່ກ້າວຂຶ້ນຢ່າງໝັ້ນແກ່ນ ເພື່ອຜ່ານຜ່າໂລກລະບາດໂຄວິດ - 19 ໃນອະນາຄົດໄວໆນີ້.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດແຫ່ງ ສາທາລະນະລັດ ປະຊາຊົນ ຈີນ ຄົບຮອບ 72 ປີ (01/10/1949 – 01/10/2021), ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ສົ່ງສານອວຍພອນມາຍັງ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ປະທານປະເທດຈີນ ສີຈີ້ນຜິງ, ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ, ທ່ານປະທານສະພາຜູ້ແທນປະຊາຊົນທົ່ວປະເທດ ຈີນ ຫຼີຈາງຊູ.
ຍສໝ - ສະພາທຸລະກິດອາເມລິກາ - ອາຊຽນມີຄວາມຫວັງຢາກຮ່ວມມືພ້ອມກັບຫວຽດນາມເພື່ອຮັກສາການຜະລິດ, ສ້າງວຽກເຮັດງານທຳແລະຊຸກຍູ້ການພັດທະນາເສດຖະກິດ.ປະຊາຄົມວິສາຫະກິດອາເມລິກາໃຫ້ຄຳໝັ້ນສັນຍາຈະສະໜັບສະໜູນເປົ້າໝາຍຄວບຄູ່ຂອງຫວຽດນາມ…