ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ພົບປະກັບນັກທຸລະກິດ

22:32 | 13/10/2021

ຍສໝ - ກ່າວຄຳຫັນທີ່ການພົບປະກັບນັກທຸລະກິດດີເດັ່ນ ເນື່ອງໃນໂອກາດວັນນັກທຸລະກິດ ຫວຽດນາມ ຄືວັນທີ 13 ຕຸລາ, ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 12 ຕຸລາ ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ປາດຖະໜາໃຫ້ບັນດານັກທຸລະກິດ ສືບຕໍ່ຮ່ວມເດີນທາງ ພ້ອມກັບປະເທດຊາດ, ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ຍູ້ພະຍາດໂຄວິດ - 19 ໃຫ້ຖອຍໄປ, ຟື້ນຟູ, ພັດທະນາເສດຖະກິດສັງຄົມ ໃຫ້ປະສົບຜົນສຳເລັດ...

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສົ່ງຈົດໝາຍອວຍພອນ ທ່ານ Motegi Toshimitsu ເຊິ່ງໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສົ່ງຈົດໝາຍອວຍພອນ ທ່ານ Motegi Toshimitsu ເຊິ່ງໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີຍ້ອງຍໍບັນດາໝູ່ຄະນະ, ສ່ວນບຸກຄົນທີ່ມີມາດຕະການປະດິດຄິດສ້າງ, ຜົນງານດີເດັ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງທັນການ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີຍ້ອງຍໍບັນດາໝູ່ຄະນະ, ສ່ວນບຸກຄົນທີ່ມີມາດຕະການປະດິດຄິດສ້າງ, ຜົນງານດີເດັ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງທັນການ
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ພົບປະກັບນັກທຸລະກິດ
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ພົບປະກັບນັກທຸລະກິດ. ພາບ: TTXVN

ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ຖັນແຖວນັກທຸລະກິດໄດ້ເສີມຂະຫຍາຍຈິດໃຈແຫ່ງຊາດ, ມີຄວາມຮັບຜິດຊອບຕໍ່ສັງຄົມ, ນັກທຸລະກິດຫຼາຍຄົນໄດ້ ແລະ ພວມຕັ້ງໜ້າເຂົ້າຮ່ວມບັນດາໂຄງການລຶບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ການຕອບແທນບຸນຄຸນ, ໂຄງການເພື່ອຊຸມຊົນ, ປະກອບສ່ວນເພີ່ມທະວີມະຫາສາມັກຄີທົ່ວປົງຊົນທັງຊາດ. ພັກ ແລະ ລັດ ຍາມໃດກໍ່ເອົາໃຈໃສ່ແລະ ຕີລາຄາສູງບົດບາດຂອງຖັນແຖວນັກທຸລະກິດ ແລະ ປະຊາຄົມວິສາຫະກິດຫວຽດນາມ. ໃນໄລຍະກາງ ແລະ ໄລຍະຍາວ, ລັດຖະບານ ຈະສືບຕໍ່ສ້າງບັນດາປັດໄຈພື້ນຖານເພື່ອໃຫ້ປະຊາຄົມວິສາຫະກິດພັດທະນາຢ່າງມີປະສິດທິຜົນ ແລະ ຍືນຍົງ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ຍົກອອກຢ່າງຈະແຈ້ງວ່າ: ພວກຂ້າພະເຈົ້າ ຮຽກຮ້ອງໃຫ້ມີຄວາມຮ່ວມແຮງຮ່ວມໃຈ, ຕັດສິນໃຈເສີມຂະຫຍາຍຄຸນຄ່າຊັບສົມບັດອັນລ້ຳຄ່າຂອງຊາດ ນັ້ນແມ່ນ ຈິດໃຈມະຫາສະມັກຄີທົ່ວປວງຊົນ, ຈິດໃຈຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ເພື່ອໃຫ້ພວກເຮົາຖືເອົາສິ່ງນັ້ນ ເປັນກຳລັງແຮງເພື່ອສູ້ຊົນບືນຕົວຂຶ້ນ, ເຮັດໃຫ້ຕົນເອງມີຄວາມແຂງແຮງກ່ວາ, ນັບມື້ນັບສົມບູນກ່ວາ, ເພື່ອໃຫ້ພວກເຮົາປະກອບສ່ວນປະຕິບັດບັນດາເປົ້າໝາຍສ້າງສາປະເທດຊາດໃຫ້ເຂັ້ມແຂງແຮງກ້າ ແລະ ວັດທະນາຖາວອນ, ນຳເອົາຄວາມຜາສຸກ, ຄວາມອີ່ມໜຳສຳລານມາໃຫ້ປະຊາຊົນ.

ຂ້າພະເຈົ້າຂໍຂອບອົກຂອບໃຈ ແລະ ສະແດງຄວາມຮູ້ບຸນຄຸນຢ່າງຈິງໃຈມາຍັງສະຫະສະມາຄົມ ວິສາຫະກິດ, ນັກທຸລະກິດ ທີ່ຍາມໃດກໍ່ໄດ້ຮ່ວມເດີນທາງ, ຕອບສະໜອງພ້ອມກັບພັກ, ລັດ ໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດ ຫວຽດນາມ ສັງຄົມນິຍົມ ຂອງພວກເຮົາ ແລະ ພ້ອມກັນປະຕິບັດຄວາມຄາດຫວັງໃນການສ້າງສາປະເທດຊາດໃຫ້ເຂັ້ມແຂງແຮງກ້າ ແລະ ວັດທະນາຖາວອນ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.