ນັກ​ຮົບ​ເກົ​່າ ຫວຽດ​ນາມ ອາ​ໄສ​ຢູ່ ຢູ​ແກຼນ ມອບ​ເງິນ​ ຈຳ​ນວນ 2000 USD ເພື່ອ​ສະ​ໜັບ​ສະ​ໜູນ​ເພື່ອນ​ຮ່ວມ​ກົມ​ກອງ​ຢູ່​ບ້ານ​ເກີດ​ເມືອງນອນ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19

09:07 | 14/10/2021

ຍ​ສ​ໝ - ຕອນ​ບ່າຍ​ວັນ​ທີ 11 ຕຸ​ລາ, ສະ​ມາ​ຄົມ​ນັກ​ຮົບ​ເກົ່າ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ພິ​ທີ​ມອບ​ຮັບ​ການ​ສະ​ໜັບ​ສະ​ໜູນ​ຂອງ ສະ​ມາ​ຄົມ​ນັກ​ຮົບ​ເກົ່າ ຫວຽດ​ນາມ ປະ​ຈຳ ຢູ​ແກຼນ, ສະ​ມາ​ຊິກ ແລະ ຄອບ​ຄົວ​ຂອງສະ​ມາ​ຊິກໃນ​ປະ​ເທດ​ທີ່​ຖືກ​ຜົນ​ສະ​ທ້ອນ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19.

ສະ​ມາ​ຄົມ​ນັກ​ຮົບ​ເກົ່າຫວຽດ​ນາມອາ​ໄສ​ຢູ່ຢູ​ແກຼນສ້າງ​ການ​ພົວ​ພັນ​ທີ່​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ສະ​ຫາຍ, ອ້າຍ​ນ້ອງກັບ​ສະ​ມາ​ຄົມ​ນັກ​ຮົບ​ເກົ່າ​ປະ​ເທດປະຈໍາຖິ່ນ ສະ​ມາ​ຄົມ​ນັກ​ຮົບ​ເກົ່າຫວຽດ​ນາມອາ​ໄສ​ຢູ່ຢູ​ແກຼນສ້າງ​ການ​ພົວ​ພັນ​ທີ່​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ສະ​ຫາຍ, ອ້າຍ​ນ້ອງກັບ​ສະ​ມາ​ຄົມ​ນັກ​ຮົບ​ເກົ່າ​ປະ​ເທດປະຈໍາຖິ່ນ
ຊາ Dr Thanh ເພີ່ມ​ກຳ​ລັງ​ແຮງ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ, ນັກ​ຮົບ​ ຢູ່ ທະ​ຫານ​ເຂດ 5 ແລະ ເຂດ7 ຊາ Dr Thanh ເພີ່ມ​ກຳ​ລັງ​ແຮງ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ, ນັກ​ຮົບ​ ຢູ່ ທະ​ຫານ​ເຂດ 5 ແລະ ເຂດ7
ນັກ​ຮົບ​ເກົ​່າ ຫວຽດ​ນາມ ອາ​ໄສ​ຢູ່ ຢູ​ແກຼນ ມອບ​ເງິນ​ ຈຳ​ນວນ 2000 USD ເພື່ອ​ສະ​ໜັບ​ສະ​ໜູນ​ເພື່ອນ​ຮ່ວມ​ກົມ​ກອງ​ຢູ່​ບ້ານ​ເກີດ​ເມືອງນອນ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19
ນັກ​ຮົບ​ເກົ​່າ ຫວຽດ​ນາມ ອາ​ໄສ​ຢູ່ ຢູ​ແກຼນ ມອບ​ເງິນ​ ຈຳ​ນວນ 2000 USD ເພື່ອ​ສະ​ໜັບ​ສະ​ໜູນ​ເພື່ອນ​ຮ່ວມ​ກົມ​ກອງ​ຢູ່​ບ້ານ​ເກີດ​ເມືອງນອນ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19

​ໂດຍ​ໄດ້​ຮັບ​ການມອບ​ສິດ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ນັກ​ຮົບ​ເກົ່າ ຫວຽດ​ນາມ ອາ​ໄສ​ຢູ່ ຢູ​ແກຼນ, ທ່ານ ອານ​ຫວູ​ບິ່ງ, ອະ​ດີດ​ເລ​ຂາ​ຜູ້​ທີ​ໜຶ່ງ, ຜູ​້​ປະ​ຈຳ​ການ​ຄະ​ນະ​ປະ​ຕິ​ບັດ​ວຽກ​ງານ​ປະ​ຊາ​ຄົມ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ຢູ​ແກຼນ ແລະ ທ່ານ ​ຟ້າມງອກ​ລອງ ໄດ້​ມອບ​ເງິນ​ເປັນ​ຈຳ​ນວນ 2000 USD ໃຫ້​ແກ່​ສະ​ມາ​ຄົມ​ນັກ​ຮົບ​ເກົ່າ ຫວຽດ​ນາມ.

ທ່ານ ຫງວຽນ​ວັນ​ລ​ວານ ປະ​ທານ​ສະ​ມາ​ຄົມ​ນັກ​ຮົບ​ເກົ່າ ຫວຽດ​ນາມ ປະ​ຈຳ ຢູ​ແກຼນ ໃຫ້​ຮູ້​ວ່າ ພາຍຫຼັງ​ໄດ້​ຮັບ​ຈົດ​ໝາຍ​ຮຽກ​ຮ້ອງ​ການ​ສະ​ໜັບ​ສະ​ໜູນບັນ​ດາ​ສະ​ມາ​ຊິກ ແລະ ຄອບ​ຄົວນັກ​ຮົບ​ເກົ່າພາຍ​ໃນ​ປະ​ເທດ ທີ່​ຖືກ​ຜົນ​ສະ​ທ້ອນ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19, ສະ​ມາ​ຄົມ​ນັກ​ຮົບ​ເກົ່າ ຫວຽດ​ນາມ ປະ​ຈຳ ຢູ​ແກຼນ ກໍ່ໄດ້​ປຸກ​ລະ​ດົມ​ຂະ​ບວນ​ການ​ອຸ​ປະ​ຖຳ​ສະ​ໜັບ​ສະ​ໜູນ​ໄປ​ຍັງ​ບັນ​ດາ​ສະ​ມາ​ຊິກສະ​ມາ​ຄົມ​ນັກ​ຮົບ​ເກົ່າ​ແຂວງ, ນະ​ຄອນ ແລະ ອ້າ​ຍ​ເອື້ອຍ​ນ້ອງ​ນັກ​ຮົບ​ເກົ່າ​ໝົດ​ທຸກ​ຄົນຢູ່ ຢູ​ແກຼນ. ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ຢູ​ແກຼນ ເວົ້າ​ລວມ ແລະ ບັນ​ດາ​ນັກ​ຮົບ​ເກົ່າ​ເວົ້າ​ສະ​ເພາະ ກໍ່ພວມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ​ຍ້ອນ​ວິ​ກິດ​ການ​ດ້າ​ນ​ເສດ​ຖະ​ກິດ ແລະ ໂລກ​ລະ​ບາດ​ໂຄວິດ - 19. ແຕ່​ດ້ວຍ​ຈິດ​ໃຈ​ຮັກ​ແພງ​ເຊິ່ງ​ກັນ​ແລະ​ກັນ, ເສີມ​ຂະ​ຫຍາຍ​ຄຸນທາດ “ທະ​ຫານ​ລຸງ​ໂຮ່”, ສະ​ມາ​ຄົມ​ນັກ​ຮົບ​ເກົ່າ ຫວຽດ​ນາມ ປະ​ຈຳ ຢູ​ແກຼນ ໄດ້​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ອຸ​ປະ​ຖຳ​ສະ​ໜັບ​ສະ​ໜູນ. ໝາກຜົນ ອຸ​ປະ​ຖຳ​ໄດ້ 2000 USD, ນີ້​ແມ່ນ​ໝາກ​ຜົນ​ສູງ​ທີ່​ສຸດ, ລື່ນ​ການ​ຄາດ​ຄະ​ເນ​ເບື້ອງ​ຕົ້ນ​ຂອງຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ນັກ​ຮົບ​ເກົ່າ​ຫວຽດ​ນາມ ຢູ່ ຢູ​ແກຼນ.

ທ່ານ​ຮອງ​ປະ​ທານ​ສະ​ມາ​ຄົມ​ນັກ​ຮົບ​ເກົ່າ ຫວຽດ​ນາມ, ທ່ານ​ ພົນ​ໂທ ຫງວຽນຊອງ​ຟີ​ ຕາງ​ໜ້າ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ສະ​ມາ​ຄົມນັກ​ຮົບ​ເກົ່າ ແລະ ນັກ​ຮົບ​ເກົ່າ ຫວຽດ​ນາມ ໄດ້​ສົ່ງ​ຄຳ​ຂອບ​ອົກ​ຂອບ​ໃຈຕໍ່ນ້ຳ​ໃຈ​ຂອງເພື່ອນ​ຮ່ວມ​ກົມ​ກອງ ທີ່ຍາມ​ໃດ​ກໍ່​ອ່າວຍ​ໜ້າ​ເມື່ອ​ຫາ​ບ້ານ​ເກີດ​ເມືອງນອນ​ຂອງ​ບັນ​ດາ​ນັກ​ຮົບ​ເກົ່າ ຫວຽດ​ນາມ ປະ​ຈຳ ຢູ​ແກຼນ. ທ່ານ​ຫວັງ​ວ່າ ສະ​ມາ​ຄົມ​ບັນ​ດາ​ນັກ​ຮົບ​ເກົ່າ ແລະ ນັກ​ຮົບ​ເກົ່າ ຫວຽດ​ນາມ ອາ​ໄສ​ຢູ່ ຢູ​ແກຼນ ຈະ​ແມ່​ນ​ຂົວ​ຕໍ່​ເພີ່ມ​ທະ​ວີ​ນ້ຳ​ໃຈ​ສາ​ມັກ​ຄີ​ມິດ​ຕະ​ພາບຂອງນັກ​ຮົບ​ເກົ່າ ຫວຽດ​ນາມ ແລະ ນັກ​ຮົບ​ເກົ່າ ຢູ​ແກຼນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.