ປະ​ການການ​ວາງ​ແຜນ​ຜັງ​ສັງ​ລວມ ພັດ​ທະ​ນາ​ລະ​ບົບ​ທ່າກ່ຳ​ປັ່ນ​ທະ​ເລ ຫວຽດ​ນາມ ໄລ​ຍະ 2021 – 2030, ວິ​ໄສ​ທັດ​ຮອດ​ປີ 2050.

19:38 | 11/10/2021

ຍ​ສ​ໝ - ຫວ່າງແລ້ວນີ້, ກະຊວງຄົມມະນາຄົມ ແລະ ຂົນສົ່ງ ຫວຽດນາມ ຫາກໍ່ປະກາດ ການວາງແຜນຜັງສັງລວມ ກ່ຽວກັບການພັດທະນາລະບົບທ່າກ່ຳປັ່ນທະເລ ຫວຽດນາມ ໄລຍະ 2021 – 2030 ແລະ ວິໄສທັດຮອດປີ 2050.

ກ່ຳ​ປັ່ນ​ຕູ້​ຄອນ​ເທນ​ເນີທົດ​ລອງທີ 2 ຂອງ​ບໍ​ລິ​ສັດ​ກ່ຳ​ປັ່ນ​ທະ​ເລ​ໃຫຍ່​ທີ່​ສຸດ​ໃນ​ໂລກ​ເຂົ້າ​ທຽບ​ທ່າ​ກ໊າຍ​ເລິນ ກ່ຳ​ປັ່ນ​ຕູ້​ຄອນ​ເທນ​ເນີທົດ​ລອງທີ 2 ຂອງ​ບໍ​ລິ​ສັດ​ກ່ຳ​ປັ່ນ​ທະ​ເລ​ໃຫຍ່​ທີ່​ສຸດ​ໃນ​ໂລກ​ເຂົ້າ​ທຽບ​ທ່າ​ກ໊າຍ​ເລິນ
ມີຫຼາຍ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ເປີດເສັ້ນ​ທາງ​ ​ໂຮ່​ຈີ​ມິນ​ໃນ​ທະ​ເລ ມີຫຼາຍ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ເປີດເສັ້ນ​ທາງ​ ​ໂຮ່​ຈີ​ມິນ​ໃນ​ທະ​ເລ
ປະ​ການການ​ວາງ​ແຜນ​ຜັງ​ສັງ​ລວມ ພັດ​ທະ​ນາ​ລະ​ບົບ​ທ່າກ່ຳ​ປັ່ນ​ທະ​ເລ ຫວຽດ​ນາມ ໄລ​ຍະ 2021 – 2030, ວິ​ໄສ​ທັດ​ຮອດ​ປີ 2050.
ພາບ​ປະ​ກອບ: baonghean.vn

ການ​ວາງ​ແຜນ​ຜັງ​ໂດຍທ່ານນ​າ​ຍົກ​ລັດ​ຖ​ະ​ມົນ​ຕີ ໄດ້​ໃຫ້​ສັດ​ຕະ​ຍາ​ບັນ ຢູ່​ຂໍ້​ຕົກ​ລົງ​ເລ​ກ​ທີ 1579/ QĐ-TTg ລົງ​ວັນ​ທີ 22 ກັນ​ຍາ 2021. ແຜນ​ຜັງ​ຕັ້ງ​ເປົ້າ​ໝາຍ​ຮອດ​ປີ 2030, ລະ​ບົບ​ທ່າ​ກ່ຳ​ປັ່ນ ຫວຽດ​ນາມ ຕ​ອບ​ສະ​ໜອງ​ການຜ່ານ​ສິນ​ຄ້າ​ທີ່​ມີ​ນ້ຳ​ໜັກ​ແຕ່ 1,1 – 1,4 ຕື້​ໂຕນ. ໃນ​ນັ້ນ​ສິນ​ຄ້າ​ຄອນ​ເທ​ນ​ເນີ ຈາກ 38 – 47 ລ້ານ TEU, ຜູ້​ໂດຍ​ສານ ແຕ່ 10,1 – 10,3 ລ້າ​ນ​ເທື່ອຄົນ.

ຮອດ​ປີ 2050, ​ພັດ​ທະ​ນາ​ລະ​ບົບ​ທ່າ​ກ່ຳ​ປັນ​ທະ​ເລ ຢ່າ​ງ​ຄົບ​ຊຸດ, ມີ​ຄວາມ​ທັນ​ສະ​ໄໝຢູ່​ລະ​ດັບ​ພາກ​ພື້ນ ແລະ ໂລກ ດ້ວຍ​ກຳ​ລັງ​ຄວາມ​ສາ​ມາດ​ແມ່ນ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ນຳ​ສິນ​ຄ້າ​ຜ່ານ​ດ່ານ ດ້ວຍ​ອັດ​ຕາ​ເຕີບ​ໂຕ​ໄລ່​ສະ​ເລ່ຍ ປະ​ມານ 4 – 4,5%/ປີ​, ຜູ້​ໂດຍ​ສານ​ກໍ່​ມີ​ການ​ເຕີບ​ໂຕ​ໄລ່​ສະ​ເລ່ຍ​ແຕ່ 1,2 – 1,3%/ປີ.

ແຫຼ່ງ​ກຳ​ລັງ​ໃຫ້​ການ​ພັດ​ທະ​ນາ​ທ່າ​ກ່ຳ​ປັ່ນ​ໄລ​ຍະ​ນີ້​ໄດ້​ລະ​ດົມ​ຈາກ​ແຫຼ່ງ​ກຳ​ລັງ​ຢູ່ນອກ​ງົບ​ປະ​ມານກວມ​ເອົາ​ເຖິງ 95% ຍອດ​ຈຳ​ນວນ 313.000 ຕື້​ດົ່ງ ຄວາມ​ຕ້ອງ​ການ​ການ​ລົ​ງ​ທຶນ​ເຂົ້າ​ທ່າ​ກ່ຳ​ປັ່ນ. ທຶ​ນ​ງົບ​ປະ​ມານ​ພຽງ​ແຕ່​ສຸມ​ໃສ່​ໃຫ້​ແກ່​ພື້ນ​ຖານ​ໂຄງ​ລ່າ​ງ​ສາ​ທາ​ລະ​ນ​ະ, ເຂດ​ຈຸດ​ສຸມ, ສ້າງ​ກຳ​ລັງ​ໜູນ​ໃນ​ການ​ແຜ່​ກະ​ຈາຍ ແລະ ດຶງ​ດູດ​ເງິນ​ລົງ​ທຶນ.

ການ​ວາງ​ແຜນ​ຜັງກໍ່ໃຫ້​ບຸ​ລິ​ມະ​ສິດ​ບັນ​ດາ​ທ່າ​ກ່ຳ​ປັ່ນ​ທະ​ເລ​​ປະ​ຕູ​ເຂົ້າ​ອອກ​ສາ​ກົນ, ທ່າ​ກ່ຳ​ປັ່ນ​ທະ​ເລ​ທີ່​ມີ​ຂອ​ບ​ຂະ​ໜາດ​ໃຫຍ່​ຮັບ​ໃຊ້​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ​ຂອງ​ທົ່ວ​ປະ​ເທດ ຫຼື​ລະ​ຫວ່າງ​ເຂດ, ບັນ​ດາ​ທ່າ​ກ່ຳ​ປັ່ນ​ຮັບ​ແຂກ​ສາ​ກົນ ຕິດ​ພັນ​ກັບ​ບັນ​ດາ​ເຂດ​ກຳ​ລັງ​ໜູນ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ, ບັນ​ດາ​ທ່າ​ກ່ຳ​ປັ່ນ ທີ່​ມີ​ຂອບ​ຂ​ະ​ໜາດ​ໃຫຍ່ ຢູ່​ເຂດ​ເສດ​ຖະ​ກິດ, ເຂດ​ອຸດສາ​ຫະ​ກຳ.

ໃນ​ວິ​ວັດ​ການ​ວາງ​ແຜນ​ຜັງ, ກະ​ຊວງ​ຄົມ​ມະ​ນາ​ຄົມ ແລະ ຂົນ​ສົ່ງ ໄດ້​ສົມ​ທົບ​ກັນຢ່າງ​ແໜ້ນ​ແຟ້ນ ແລະ ຮັບ​ເອົາ​ຄຳ​ເຫັນ​ຈາກ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ພ້ອມ​ກັບ​ນັກ​ຊ່ຽວ​ຊານ, ນັກ​ວິ​ທະ​ຍາ​ສາດ ເພື່ອ​ຮັບ​ປະ​ກັນ​ຄວາມ​ຄົບ​ຊຸດ ລະ​ຫວ່າງ​​ແຜນ​ຜັງ​ທ່າ​ກ່ຳ​ປັ່ນ ດ້ວຍ​ບັນ​ດາ​ການ​ວາງ​ແຜນ​ຜັງ​ຂະ​ແໜງ​ແຫ່ງ​ຊາດ​ທີ່​ກ່ຽວ​ຂ້ອງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.