ກອ​ງ​ປະ​ຊຸມ​ຄົບ​ຄະ​ນະ​ຄູ່​ຮ່ວມ​ມື​ພັດ​ທະ​ນາ​ກະ​ສິ​ກຳ ແບບ​ຍື​ນ​ຍົງ ຫວຽດ​ນາມ

14:41 | 11/10/2021

ຍ​ສ​ໝ - ກອງ​ປະ​ຊຸມ​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ຄູ່​ຮ່ວມມື “ພາກ​ລັດ - ເອ​ກະ​ຊົນ” ຂອງ​ຂະ​ແໜງ​ກະ​ສິ​ກຳ ພ້ອມ​ກັນ​ຫວ​ນ​ຄືນ​ 10 ປີ​ແຫ່ງ​ການ​ເຄື່ອນ​ໄຫວ ແລະ ພັດ​ທະ​ນາ​ຂອງ “ຄູ່​ຮ່ວມ​ມື​ພັດ​ທະ​ນາ​ກະ​ສິ​ກຳແບບ​ຍືນ​ຍົງ ຫວຽດ​ນາມ”.

ອາຊຽນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​​ການ​ຮ່ວມ​ມື​ພັດ​ທະ​ນາ​ແຮ່ທາດແບບ​ຍືນ​ຍົງ ອາຊຽນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​​ການ​ຮ່ວມ​ມື​ພັດ​ທະ​ນາ​ແຮ່ທາດແບບ​ຍືນ​ຍົງ
ອົດ​ສະ​ຕາ​ລີ ແລະ ຫວຽດ​ນາມ ມີຫຼາຍ​ກາ​ລະ​ໂອ​ກາດ​ຮ່ວ​ມ​ມື​ພັດ​ທະ​ນາ​ດ້ານ​ກະ​ສິ​ກຳ ທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ ອົດ​ສະ​ຕາ​ລີ ແລະ ຫວຽດ​ນາມ ມີຫຼາຍ​ກາ​ລະ​ໂອ​ກາດ​ຮ່ວ​ມ​ມື​ພັດ​ທະ​ນາ​ດ້ານ​ກະ​ສິ​ກຳ ທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ
ກອ​ງ​ປະ​ຊຸມ​ຄົບ​ຄະ​ນະ​ຄູ່​ຮ່ວມ​ມື​ພັດ​ທະ​ນາ​ກະ​ສິ​ກຳ ແບບ​ຍື​ນ​ຍົງ ຫວຽດ​ນາມ
ພາບ​ປະ​ກອບ: baochinhphu.vn

ເມື່ອບໍ່ດົນມານິ້, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຫວຽດ​ນາມ ໄດ້​ຈັດ​ກອງ​ປະ​ຊຸມ​ທາງ​ໄກ “ຄູ່​ຮ່ວມ​ມື​ພັດ​ທະ​ນາ​ກະ​ສິ​ກຳແບບ​ຍືນ​ຍົງ ຫວຽດ​ນາມ (PSAV)”.

ກອງ​ປະ​ຊຸມ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ຄູ່​ຮ່ວມ​ມື “ພາກ​ລັດ - ເອ​ກະ​ຊົນ” ຂອງ​ຂະ​ແໜງ​ກະ​ສິ​ກຳ ພ້ອມ​ກັນ​ຫວນ​ຄືນ ເສັ້ນ​ທາງ 10 ປີ​ແຫ່ງ​ການ​ເຄື່ອນ​ໄຫວ ແລະ ພັດ​ທະ​ນາ​ຂອງ “ຄູ່​ຮ່ວມ​ມື​ພັດ​ທະ​ນາ​ກະ​ສິ​ກຳ​ແບບ​ຍືນ​ຍົງ ຫວຽດ​ນາມ”. ຜ່ານ​ນັ້ນ, ກໍ່ແບ່ງ​ປັນ​ບັນ​ດາ​ຜົນ​ງານ, ໝາກ​ຜົນ​ທີ່​ບັນ​ລຸ​ໄດ້ ກໍ່​ຄື​ບັນ​ດາ​ບົດ​ຮຽນ​ປະ​ສົບ​ການ​ເພື່ອ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ເພີ່ມ​ທະ​ວີ​ການ​ຊຸກ​ຍູ້​ໃນ​ການ​ຮ່ວມ​ມື​ພາກ​ລັດ - ເອ​ກະ​ຊົນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ໃນ​ພາ​ລະ​ຫິດ​ແຫ່ງ​ການ​ພັດ​ທະ​ນາ​ກະ​ສິ​ກຳ, ຊົນ​ນະ​ບົດແບບ​ຍືນ​ຍົງ.

ນີ້​ກໍ່​ແມ່​ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ພ້ອມ​ກັນ​ໃຫ້​ຄຳ​ໝັ້ນ​ສັນ​ຍ​າ​ຊຸກ​ຍູ້​ການ​ດຶງ​ດູດ​ນັກ​ລົງ​ທຶນ​​ພັດ​ທະ​ນາ​ຂະ​ແໜງ​ກະ​ສິ​ກຳ ຫວຽດ​ນາມ ແບບ​ຍືນ​ຍົງ, ຜ່ານ​ຜ່າ​ບັນ​ດາ​ສິ່ງ​ທ້າ​ທາຍຂອງວິ​ກິດ​ການ​ເສດ​ຖະ​ກິດ - ສັງ​ຄົມ ໂດຍ​ໂລກ​ລະ​ບາດ​ໂຄວິດ - 19 ກໍ່​ຂຶ້ນ, ຍາດ​ແຍ່ງ​ທ່າ​ອ່ຽງ​ໃໝ່​ຂອງ​ເສດ​ຖະ​ກິດ​ທົ່ວ​ໂລກ, ກາ​ລະ​ໂອ​ກາດໃໝ່​ຈາກ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ລຸ້ນ​ໃໝ່ ມຸ່ງ​ໄປ​ເຖິງ​ການ​ພັດ​ທະ​ນາ​ກະ​ສິ​ກຳ, ຊົນ​ນະ​ບົດ​ຕາມ​ທິດ​ຍືນ​ຍົງ ແລະ ກວມ​ລວມ, ຜ່ານ​ນັ້ນ ກໍ່​ຍົກລະດັບ​ຜະ​ລິດ​ຕະ​ພັນ​ກະ​ເສດ ຫວຽດ​ນາມ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.