ລັດ​ຖະ​ບານອົດ​ສະ​ຕາ​ລີໜູນ​ຊ່ວຍ​ເງິນ​ເປັນ​ຈຳ​ນວນ 5 ລ້ານ AUD ໃຫ້​ແກ່ຫວຽດ​ນາມເພື່ອ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່, ການ​ຫາ​​ລ້ຽງ​ຊີບ​ໃຫ້​ແກ່​ປະ​ຊາ​ຊົນ

16:30 | 13/10/2021

ຍ​ສ​ໝ - ນີ້​ແມ່ນ​ແຫຼ່ງ​ໜູນ​ຊ່ວຍ​ເພີ່ມ​ໃຫ້​ແກ່​ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງລັດ​ຖະ​ບານອົດ​ສະ​ຕາ​ລີແລະກຸ່ມ​ທະ​ນາ​ຄານ​ໂລກປະ​ຈຳຫວຽດ​ນາມ (ABP)...

ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຟ້າມ​ມິງ​ຈິງ ສົ່ງ​ຈົດ​ໝາຍ​ຂອບ​ໃຈ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ວັກ​ຊິນ ແລະ ອຸ​ປະ​ກອນ​ການ​ແພ​ດ​ໃຫ້​ແກ່ ຫວຽດ​ນາມ ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຟ້າມ​ມິງ​ຈິງ ສົ່ງ​ຈົດ​ໝາຍ​ຂອບ​ໃຈ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ວັກ​ຊິນ ແລະ ອຸ​ປະ​ກອນ​ການ​ແພ​ດ​ໃຫ້​ແກ່ ຫວຽດ​ນາມ
ກະ​ຊວງ​ສ​າ​ທາ​ລະ​ນະ​ສຸ​ກ ຫວຽດ​ນາມ ຮັບ​ວັກ​ຊິນ​ກັ​ນ​ພະ​ຍາ​ດ​ໂຄວິດ - 19 ຈຳ​ນວ​ນ 300.000 ໂດ​ສ ແລະ ເຄື່ອງ​ອຸ​ປະ​ກອນ​ຕ້ານ​ໂລກ​ລະ​ບາດ​ຈາກ ອົດ​ສະ​ຕາ​ລີ ກະ​ຊວງ​ສ​າ​ທາ​ລະ​ນະ​ສຸ​ກ ຫວຽດ​ນາມ ຮັບ​ວັກ​ຊິນ​ກັ​ນ​ພະ​ຍາ​ດ​ໂຄວິດ - 19 ຈຳ​ນວ​ນ 300.000 ໂດ​ສ ແລະ ເຄື່ອງ​ອຸ​ປະ​ກອນ​ຕ້ານ​ໂລກ​ລະ​ບາດ​ຈາກ ອົດ​ສະ​ຕາ​ລີ
ລັດ​ຖະ​ບານອົດ​ສະ​ຕາ​ລີໜູນ​ຊ່ວຍ​ເງິນ​ເປັນ​ຈຳ​ນວນ 5 ລ້ານ AUD ໃຫ້​ແກ່ຫວຽດ​ນາມເພື່ອ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່, ການ​ຫາ​​ລ້ຽງ​ຊີບ​ໃຫ້​ແກ່​ປະ​ຊາ​ຊົນ
ທ່ານ​ນາງ Robyn Mudie ເອກ​ອັກ​ຄະ​ລັດ​ຖະ​ທູດອົດ​ສະ​ຕາ​ລີປະ​ຈຳຫວຽດ​ນາມ (ພ​າບ: qdnd.vn)

ລັດ​ຖະ​ບານ​ອົດ​ສະ​ຕາ​ລີຫາ​ກໍ່​ອະ​ນຸ​ມັດ​ບ້ວ​ງ​ເງິນ​ໜູນ​ຊ່ວຍ 5 ລ້ານ AUD ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ຫວຽດ​ນາມເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ໃນ​ການ​ແກ້ງ​ແຍ່ງ, ຫຼຸດ​ຜ່ອນ​ການ​ປ່ອຍ​ອາຍ​ພິດ​ກາກບອນແລະປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່, ການ​ຫາ​ລ້ຽງ​ຊີບ​ຂ​ອງ​ປະ​ຊາ​ຊົນ.

ນີ້​ແມ່ນ​ແຫຼ່ງອຸ​ປະ​ຖຳ​ໜູນ​ຊ່ວຍ​ໃຫ້​ແກ່​ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງລັດ​ຖະ​ບານອົດ​ສະ​ຕາ​ລີແລະກຸ່ມ​ທະ​ນາ​ຄານ​ໂລກປະ​ຈຳຫວຽດ​ນາມທີ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ໂຄງ​ການ​ພັດ​ທະ​ນາ​ຂອງຫວຽດ​ນາມໃນຫຼາຍ​ຂົງ​ເຂດ​ນະ​ໂຍ​ບາຍ​ທີ່​ແຕກ​ຕ່າງ​ກັນ.

​ທ່ານ​ນາງ Robyn Mudie ເອກ​ອັກ​ຄະ​ລັດ​ຖະ​ທູດອົດ​ສະ​ຕາ​ລີປະ​ຈຳຫວຽດ​ນາມໃຫ້​ຮູ້​ວ່າ: ການ​ຮ່ວມ​ມື​ເປີດ​ກ້​ວາງ​ລະ​ຫວ່າງລັດ​ຖະ​ບານອົດ​ສ​ະ​ຕາ​ລີແລະທະ​ນາ​ຄານ​ໂລກຈະ​ສືບ​ຕໍ່​ສຸມ​ໃສ່​ໜູນ​ຊ່ວຍ​ຫວຽດ​ນາມຟື້ນ​ຟູ​ເສດ​ຖະ​ກິດໂດຍ​ໄວແລະບັນ​ລຸ​ໄດ້​ບັນ​ດາ​ເປົ້າ​ໝາ​ຍ​ພັດ​ທະ​ນາ...

ໂດຍ​ໄດ້​ຮູ້​ວ່າ, ໂຄງ​ການ ABP ຈະ​ສືບ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບລະ​ຫວ່າງຍິງ​ຊາຍແລະພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ຫວຽດ​ນາມ. ໂຄງ​ການ​ກໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃໝ່​ເພື່ອ​ແນ​ໃສ່​ຕອບ​ສະ​ໜອງ​ບັນ​ດາ​ບຸ​ລິ​ມະ​ສິດ​ໃໝ່​ທີ່​ໄດ້​ວາງ​ອອກ​ໃນ​ຍຸດ​ທະ​ສາດ​ພັດ​ທະ​ນາ​ເສດ​ຖະ​ກິດສັງ​ຄົມໄລ​ຍະ 10 ປີ 2021 – 2030 ແລະແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດສັງ​ຄົມໄລ​ຍະ 5 ປີ 2021 – 2025ໃຫ້ເປັນ​ຢ່າງ​ດີ.

ທ່ານ​ນາງ Carolyn Turk ຜູ້​ອຳ​ນວຍ​ການແຫ່ງຊາດ​ທະ​ນາ​ຄານ​ໂລກປະ​ຈຳຫວຽດ​ນາມຖື​ວ່າໂຄງ​ການ ABP ຈະ​ສືບ​ຕໍ່​ໃຫ້​ຄຳ​ປຶກ​ສາຊ່ວຍ​ບັນ​ດາ​ນັກ​ວາງ​ແຜນ​ກຳ​ນົດ​ນະ​ໂຍ​ບາຍ​ຫວຽດ​ນາມເດີນ​ຕາມ​ບັນ​ດາ​ການ​ປະ​ຕິ​ຮູບຢ່າງ​ແທດ​ຈິງ. ນີ້​ແມ່ນ​ການ​ປະ​ຕິ​ຮູບ​ທີ່​ຈຳ​ເປັນ​ເພື່ອ​ຊ່ວຍ​ຫວຽດ​ນາມຟື້ນ​ຟູ​ພາຍຫຼັງ​ຜົນ​ກະ​ທົບດ້ານ​ເສດ​ຖະ​ກິດຈາກ​ໂລກ​ລະ​ບາດ​ໂຄວິດ - 19, ພ້ອມ​ທັງ​ສ້າງ​ພື້ນ​ຖານ​ຢ່າງ​ໝັ້ນ​ແກ່ນ​ເພື່ອ​ບັນ​ລຸ​ໄດ້​ເປົ້າ​ໝາຍ​ກາຍ​ເປັນ​ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ມີ​ລາຍ​ຮັບ​ສູງ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.