WWF ຫວຽດ​ນາມ​ໜູນ​ຊ່ວຍ​ເງິນ​ເປັນ​ຈຳ​ນວນກ່​ວາ 65 ຕື້​ດົ່ງ ໃຫ້​ແກ່​ໂຄ​ງ​ການຫຼຸດ​ຜ່ອນ​ປ​ຼາດ​ສ​ຕິກ ຢູ່​ພາກ​ກາງ

18:30 | 11/10/2021

ຍ​ສ​ໝ - ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ເທື່ອ​ທຽນ​ເຫວ້ ຫາ​ກໍ່​ໃຫ້​ສັດ​ຕະ​ຍາ​ບັນ ການ​ຮັບ​​ອຸ​ປະ​ຖຳ​ໂຄງ​ການ​ໜູນ​ຊ່ວຍ​ເຕັກ​ນິກ “ເຫ້ວ - ຕົວ​ເມືອງ​ຫຼຸດ​ຜ່ອນ​ປ​ຼາດ​ສ​ຕິກ ພາ​ກກາງ ຫວຽດ​ນາມ” ໂດຍ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ກ່ຽວ​ກັບ​ການ​ອະ​ນຸ​ລັກ​ທຳ​ມະ​ຊາດ (WWF ຫວຽດ​ນາມ​) ອຸ​ປະ​ຖຳ.

ເປີດ​ນຳ​ໃຊ້​ເວັບ​ໄຊ ຖານຂໍ້​ມູນ ແລະ ບັ້ນ​ໂຄ​ສະ​ນາ “ຮ່ວມ​ແຮງ​ຮ່ວມ​ໃຈຫຼຸດ​ຜ່ອນ​ສິ່ງ​ເສດ​ເຫຼືອ ປ​ຼາດ​ສຕິກ” ເປີດ​ນຳ​ໃຊ້​ເວັບ​ໄຊ ຖານຂໍ້​ມູນ ແລະ ບັ້ນ​ໂຄ​ສະ​ນາ “ຮ່ວມ​ແຮງ​ຮ່ວມ​ໃຈຫຼຸດ​ຜ່ອນ​ສິ່ງ​ເສດ​ເຫຼືອ ປ​ຼາດ​ສຕິກ”
ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ ກອງ​ປະ​ຊຸມ​ສະ​ມັດ​ຊ​າ​ໃຫຍ່ ສ​ປ​ຊ ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ການ​ຕ້ານ​ໄພ​ຈົມນ້ຳ ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ ກອງ​ປະ​ຊຸມ​ສະ​ມັດ​ຊ​າ​ໃຫຍ່ ສ​ປ​ຊ ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ການ​ຕ້ານ​ໄພ​ຈົມນ້ຳ
WWF ຫວຽດ​ນາມ​ໜູນ​ຊ່ວຍ​ເງິນ​ເປັນ​ຈຳ​ນວນກ່​ວາ 65 ຕື້​ດົ່ງ ໃຫ້​ແກ່​ໂຄ​ງ​ການຫຼຸດ​ຜ່ອນ​ປ​ຼາດ​ສ​ຕິກ ຢູ່​ພາກ​ກາງ
ບັນ​ດາ​ນ້ອງ​ນ້ອຍ​ເກັບ​ຂີ້​ເຫຍື້ອ​ປ​ຼາດ​ສ​ຕິກ ຢູ່​ແມ່​ນ້ຳ​ເຮືອງ (ພາບ: TTO)

ຕາມ​ຖານ​ຂໍ້​ມູນ​ເອ​ເລັກ​ໂຕ​ນິກ ເທື່ອ​ທຽນ​ເຫວ້, ດ້ວຍ​​ເງິນ​ໜູນ​ຊ່ວຍ​ໃຫ້​ແກ່​ໂຄງ​ການ​ທີ່​ມີ​ຈຳ​ນວນ ກ່​ວາ 65 ຕື້​ດົ່ງ, ໂຄງ​ການ​ຕັ້ງ​ເປົ້າ​ໝາຍ​ຮອດ​ປີ 2024 ນະ​ຄອນ​ເຫ້ວ ຈະມີ 70% ຂີ້ເຫຍື້ອແຂງໄດ້​ຄັດແຍກ​ຢູ່​ແຫຼ່ງ​ສະ​ໜອງ, ເກັບ​ກູ້ ແລະ ແກ້​ໄຂ, ຍູ້​ແຮງ​ການ​ປ່ອຍ​ຂີ້​ເຫຍື້ອ​ຜະ​ລິດ​ຄືນ​ໃໝ່​ຈາກເຂດຝັງ​ຂີ້​ເຫຍື້ອ.

ຮອດ​ປີ 2030, ລະ​ບົບ​ບັນ​ດາ​ແມ່​ນ້ຳ ແລະ ລະ​ບົບ​ນິ​ເວດ​ພາກ​ພື້ນ​ດິນ​ນ້ຳ​ຖ້ວມ​ໃນ​ບໍ​ລິ​ເວນ​ນະ​ຄອນ​ເຫວ້ ຈະ​ໄດ້ຮັບການ​ປົກ​ປັກ​ຮັກ​ສາ​ຈາກ​ການ​ມົນ​ລະ​ພິດ​ຂີ້​ເຫຍື້ອ ຜ່ານ​ການ​ເຂົ້າ​ຮ່ວມ​ໂຄງ​ການ​ຕົວ​ເມືອງຫຼຸດ​ຜ່ອນ​ປ​ຼາດ​ສ​ຕິກ ແລະ ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ຂອງ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​​ຈາກ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ພາກ​ລັດ - ເອ​ກະ​ຊົນ, ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ ແລະ ປະ​ຊາ​ຄົມ​ທ້ອງ​ຖິ່ນ.

ເວ​ລາ​ປະ​ຕິ​ບັດ​ໂຄງ​ການ​ແຕ່​ປີ 2021 – 2024, ໄດ້​ແບ່ງ​ປັນ 2 ໄລ​ຍະ. ໄລ​ຍະ​ທີ 1 - ເລີ່ມ​ຕົ້ນ​ໂຄງ​ການ​ຈະ​ຄົ້ນ​ຄ້​ວາ​ສະ​ພາບ​ການ​ຄຸ້ມ​ຄອງຂີ້ເຫຍື້ອແຂງ, ໃນ​ນັ້ນ​ໄດ້​ສຸມ​ໃສ່​ຂີ້​ເຫຍື້ອ ປ​ຼາດ​ສ​ຕິກຢູ່​ນະ​ຄອ​ນ​ເຫວ້ເປັນ​ພື້ນ​ຖານ​ສ້າງ​ແຜນ​ການ​ການ​ເຄື່ອນ​ໄຫວ​ໃຫ້​ແກ່​ໄລ​ຍະ 2, ນະ​ຄອນ​ເຫວ້​ໄດ້​ລົງ​ນາມ​ຄຳ​ໝັ້ນ​ສັນ​ຍາ​ນຳ​ເຫ້ວ​ກາຍ​ເປັນ​ຕົ​ວ​ເມືອງຫຼຸດ​ຜ່ອນ​ປ​ຼາດ​ຕິກ.

ໄລ​ຍະ​ທີ 2 - ຜັນ​ຂະ​ຫຍາ​ຍ​ໂຄງ​ການ​ຈະ​ໜູນ​ຊ່ວຍ​ເຫວ້​ຜັນ​ຂະ​ຫຍາຍ​ແຜນ​ການ​ກະ​ທຳ​ນຳ​ເຫວ້​ກາຍ​ເປັນ​ຕົວ​ເມືອງຫຼຸດ​ຜ່ອນ​ປ​ຼາດ​ຕິກ, ຄວາມ​ຕ້ອງ​ການ​ໃນ​ການ​ນຳ​ໃຊ້ ແລະ ຈຳ​ນວນ​ຂີ້​ເຫຍື້ອ ໄດ້ຫຼຸດ​ຜ່ອນ​ດ້ວຍ​ບັນ​ດາ​ກຸ່ມ​ເປົ້າ​ໝາຍ, ຍົກ​ອັດ​ຕາ​ຄອບ​ຄົວ​ສຳ​ຜັດ​ກັບ​ການ​ບໍ​ລິ​ການ​ເກັບ​ຂີ້​ເຫຍື້ອ ຢູ່​ບັນ​ດາ​ເຂດ​ເປົ້າ​ໝາຍ, ດັດ​ປັບ​ອັດ​ຕາ​ຂີ້​ເຫຍື້ອ​ຜະ​ລິດ​ຄືນ​ໃໝ່​ໃນ​ກຸ່ມ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ ຢູ່​ບໍ​ລິ​ເວນ​ໂຄງ​ການ, ດັດ​ປັບ​ຄຸນ​ນະ​ພາບ​ການ​ຄຸ້ມ​ຄ​ອງ​ໃນ​ບໍ​ລິ​ເວນ​ໂຄງ​ການ.

ໂດຍ​ໄດ້​ຮູ້​ວ່າ ປີ 2016 ເຫວ້​ແມ່ນ​ນະ​ຄອນ​ທຳ​ອິດທີ່​​ກອງ​ທຶນ​ອະ​ນຸ​ລັກ​ທຳ​ມະ​ຊາດ​ໂລກ (WWF) ໄດ້ຮັບ​ຮອງ​ເອົາ “ນະ​ຄອນ​ຂ​ຽວ​ແຫ່ງ​ຊາດ”. ທີ່​ເວ​ທີ​ປາ​ໄສ​ການ​ທ່ອງ​ທ່ຽວ ອາ​ຊຽນ 2018 ແລະ ງານ​ຕະຫຼາດ​ນັດ​ການ​ທ່ອ​ງ​ທ່ຽວ​ສາ​ກົນ Travex (ໄທ) ເຫວ້ ໄດ້ຮັບ​ນາມ​ມະ​ຍົດ ນະ​ຄອນ​​ທ່ອງ​ທ່ຽວ​ສະ​ອາດ ອາ​ຊຽນ 2018 – 2020.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.