ຫວຽດ​ນາມ ອອກ​ສຽງ​ກ່ຽວ​ກັບ​ຮູບເງົາຂອງ ຈີນ ເສັກ​ສັນ​ປັ້ນ​ແຕ່ງ​ການ​ປົກ​ປ້ອງ​ຊາຍ​ແດນ

08:38 | 09/10/2021

ຍ​ສ​ໝ - ທີ່​ການ​ຖະ​ແຫຼງ​ຂ່າວ​ໂດຍ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 7 ຕຸ​ລາ, ທ່ານ​ນາງ ເລ​ທິ​ທູ​ຮັ່ງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ໄດ້​ຕອບ​ຄຳ​ຖາມທີ່​ກ່ຽວ​ຂ້ອງ​ເຖິງ​ຮູບ​ເ​ງົາ ກອງ​ທັບ​ເວືອງ​ບ່າຍ ຂອງ ຈີນ ດ້ວຍ​ເນື້ອ​ໃນ​ທີ່​ເສັກ​ສັນປັ້ນແຕ່ງ​ ການ​ຕໍ່​ສູ້​ປົກ​ປ້ອງ​ຊາຍ​ແດນ​ທາງ​ພາກ​ເໜືອຂອງ ຫວຽດ​ນາມ ໃນ​ຊຸມ​ປີ 1980.

ຫວຽດ​ນາມ ຈະ​ປະ​ກາດ​ໃຊ້​ຊຸດມາດ​ຖານ​ກ່ຽວ​ກັບ​ ປ​າດ​ສະ​ປໍ​ວັກ​ຊິນ ເພື່ອ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ ຫວຽດ​ນາມ ຈະ​ປະ​ກາດ​ໃຊ້​ຊຸດມາດ​ຖານ​ກ່ຽວ​ກັບ​ ປ​າດ​ສະ​ປໍ​ວັກ​ຊິນ ເພື່ອ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸ່ຍ​ແທັງ​ເຊີນ ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ໝາກ​ຜົນ​ການ​ໄປ​ປະ​ຕິ​ບັດ​ງານ​ຢູ່​ຕ່າງ​ປະ​ເທດ​ຂອງ​ທ່ານ​ປະ​ທານ​ປະ​ເທດ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸ່ຍ​ແທັງ​ເຊີນ ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ໝາກ​ຜົນ​ການ​ໄປ​ປະ​ຕິ​ບັດ​ງານ​ຢູ່​ຕ່າງ​ປະ​ເທດ​ຂອງ​ທ່ານ​ປະ​ທານ​ປະ​ເທດ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ
ຫວຽດ​ນາມ ອອກ​ສຽງ​ກ່ຽວ​ກັບ​ຮູບເງົາຂອງ ຈີນ ເສັກ​ສັນ​ປັ້ນ​ແຕ່ງ​ການ​ປົກ​ປ້ອງ​ຊາຍ​ແດນ
ທ່ານ​ນາງ ເລ​ທິ​ທູ​ຮັ່ງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ (ພາບ: Baoquocte)

ຜູ້​ຕາງ​ໜ້າ​ກະ​ຊວ​ງການຕ່າງ​ປະ​ເທດ​ໃຫ້​ຮູ້​ວ່າ ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ ຫວຽດ​ນາມ ໄດ້​ມີຄວາມເອົາ​ໃຈໃສ່​ຕໍ່​ບັນ​ດາ​ຂໍ້​ມູນ​ທີ່​ກ່ຽວ​ຂ້ອງ​ເຖິງ​ຮູບ​ເ​ງົາ​ດັ່ງ​ກ່າວທີ່ກ່ຽວຂ້ອງເຖິງທະຫານປະຊາຊົນ. ທ່ານ​ນາງ ເລ​ທິ​ທູ​ຮັ່ງ ຢັ້ງ​ຢືນວ່າ:

“ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ຕໍ່​ບັນ​ດາ​ບັນ​ຫາ​ປະ​ຫວັດ​ສາດ ແມ່ນ​ບໍ່​ສົນ​ໃຈ​ຕໍ່​ອະ​ດີດ​ຕະ​ການ, ມຸ່ງ​ໄປ​ເຖິ​ງ​ອະ​ນາ​ຄົດ, ມີ​ການ​ສັງ​ເກດ​ເຫດ​ການ​ຢ່າງ​ຖືກ​ຕ້ອງ ແລະ ມີ​ພາ​ວະ​ວິ​ໄສ”.

ຕາມ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ແລ້ວ, ຫວຽດ​ນາມ ມີ​ຄວາມ​ປາດ​ຖະ​ໜາກ​ຢາກ​ບັນ​ດາ​ຝ່າຍ​​ມີ​ການ​ເຄື່ອນໄຫວ​ແທດ​ຈິງ​ເພື່ອເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈກັນ​ແລະ​ກັນລະຫວ່າງ​ປະ​ຊາ​ຊົນ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃນ​ໂລກ.

ພ​ວກຂ້າພະເຈົ້າໄດ້​ສະ​ເໜີ​ໃຫ້​ຝ່າຍ ຈີນ ປະ​ຕິ​ບັດ​ຄວາມ​ຮັບ​ຮູ​້​ລວມ​ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ໂຄ​ສະ​ນາ​ເຜີຍ​ແຜ່​ມິດ​ຕະ​ພາບ, ພາ​ວະ​ວິ​ໄສ, ປັບ​ປຸງ​ການ​ພົວ​ພັນ​ສັງ​ຄົມທີ່​ມີ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ. ຜູ້​ຕາງ​ໜ້າ​ກະ​ຊວງ​ການ​ຕ່າງ​ປະ​ເທ​ດ​ເນັ້ນ​ໜັກ​ເຖິງ​ທັດ​ສະ​ນະ​ຂອງ ຫວຽດ​ນາມ ຢ່າງ​ເຂັ້ມ​ງວດ.

ຮູບ​ເງົ​າ​ດັ່ງ​ກ່າວ ໄດ້​ເຮັດ​ໃຫ້​ຫວຽດ​ນາມ ຮູ້​ສຶກ​ບໍ່​ພໍ​ໃຈ ເຖິງວ່າ​ພຽງ​ແຕ່​ມີວີ​ດີ​ໂອ​ແນະ​ນຳ​ຮູບ​ເງົາ​ເທົ່າ​ນັ້ນ.

ຕາມ​ຂໍ້​ມູນ​ແນະ​ນຳ​ຈາກ Baidu.com, ຮູບ​ເງົາ​ເລີ່ມ​ແຕ່​ຈຸດ​ເວ​ລາ ປີ 1983 ບັນ​ດາ​ຕົວ​ລະ​ຄອນ​ເຂົ້າ​ຮ່ວມ​ການ​ສູ້​ຮົບ ແລະ ຄົ້ນ​ຫາ​ທຳ​ລາຍ​ລູກ​ລະ​ເບີດ​ຢູ່ ກວາງຊີ ໂດຍ​ແມ່ນ​ແຂວງ​ທີ່ມີຊາຍ​ແດນຕິດ​ພັນ​ກັບ ກາວ​ບັ່ງ, ຮາ​ຢາງ, ລ້າງ​ເຊີນ, ກ໋​ວາງ​ນິງ ຂອງ ຫວຽດ​ນາມ.

ເມື່ອ​ທຽບ​ໃສ່​ປະ​ຫວັດ​ສາດ, ມີ​ຜູ້​ຊົມ​ຊາວ​ຫວຽດ​ນາມ ຈຳ​ນວນຫຼາຍ​ອອກ​ສຽງ​ຖື​ວ່າ ຮູບ​ເງົາ​ມີ​ບັນ​ດາ​ເນື້ອ​ໃນ​ທີ່​​ກ່ຽວ​​ເຖິງ​ການຕໍ່ສູ້​ປົກ​ປັກ​ຮັກ​ສາ​ເຂດ​ຊາຍ​ແດນ​ທາງ​ພາກ​ເໜືອຂອງ ຫວຽດ​ນາມ ນັບ​ແຕ່​ປີ 1979.

ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ຊຸດເຄື່ອງນຸ່ງ ເຊິ່ງ​ບັນ​ດາ​ຕົວ​ລະ​ຄອນ​ຈີນ​ນຸ່ງ​ໃນ​ຮູບ​ເງົາ​ດັ່ງ​ກ່າວ ຄື​ກັນ​ກັບ​ຊຸດ​ທະ​ຫານ​ໃນ​ໄລ​ຍະ​ເຂົາ​ເຈົ້າ​ດຳ​ເນີນ​ການ​ຮຸກ​ຮາມ​ຢູ່​ເຂດ​ຊາຍ​ແດນ ຫວຽດ​ນາມ ເມ​ື່ອ​ປີ 1979.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.