ຍສໝ - ວັນທີ 10 ສິງຫາ, ທ່ານ ອະດີດເອກອັກຄະລັດຖະທູດອາເມລິກາ ປະຈຳ ຫວຽດນາມ Ted Osius ໄດ້ຈັດພິທີເປີດຕົວປຶ້ມທີ່ມີຫົວຂໍ້ວ່າ “ບໍ່ມີຫຍັງເປັນໄປບໍ່ໄດ້: ວິວັດການສ້າງຄວາມປອງດອງລະຫວ່າງສະຫະລັດອາເມລິກາ ແລະຫວຽດນາມ”.
ຍສໝ - ກົມການຕະຫຼາດ ເອີຣົບ-ອາເມລິກາ (ກະຊວງອຸດສາຫະກຳ ແລະ ການຄ້າ) ກ່າວວ່າ ອົງການຕາງໜ້າການຄ້າຂອງສະຫະລັດອາເມລິກາ (USTR) ໄດ້ອອກ ຂໍ້ສະຫຼຸບຢ່າງເປັນທາງການຂອງການສືບສວນພາຍໃຕ້ມາດຕາ 301 ຂອງກົດໝາຍການຄ້າປີ 1974 ກ່ຽວກັບບັນດາການກະທຳ, ນະໂຍບາຍ ແລະ ຕົວຈິງການນຳໃຊ້ຂອງຫວຽດນາມທີ່ກ່ຽວຂ້ອງກັບການກຳນົດລາຄາເງິນຕາທີ່ຕ່ຳ.
ຍສໝ - ຫວ່າງແລ້ວນີ້, ໂດຍເຂົ້າຮ່ວມ ແລະ ກ່າວປາໄສຢູ່ກອງປະຊຸມລັດຖະມົນຕີພົວພັນຄູ່ຮ່ວມມື ແມ່ນໍ້າຂອງ - ສະຫະລັດອາເມລິກາ ຄັ້ງທີສອງ (MUSP) ໃນຮູບແບບອອນໄລ, ທ່ານລັດຖະມົນຕີການຕ່າງປະເທດ ບູຍແທັງເຊີນ ໄດ້ສະເໜີໂຄງການການນໍາຂັ້ນສູງ ແມ່ນໍ້າຂອງ - ສະຫະລັດອາເມລິກາ ເພື່ອແນໃສ່ເພີ່ມທະວີການໂອ້ລົມສົນທະນາ, ປຶກສາຫາລືກ່ຽວກັບນະໂຍບາຍ ຮັບໃຊ້ໃຫ້ແກ່ການພັດທະນາແບບຍືນຍົງໃນພາກພື້ນແມ່ນໍ້າຂອງ.
ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Antony Blinken ຢືນຢັນວ່າ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບ ອາຊຽນ.
ຫວຽດນາມ ຖືເປັນສຳຄັນການເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມື ເພື່ອການພັດທະນາແບບຍືນຍົງຂອງອະນຸພາກພື້ນແມ່ນ້ຳຂອງ; ຊົມເຊີຍ MUSP ຕັ້ງໜ້າໜູນຊ່ວຍບັນດາປະເທດແມ່ນ້ຳຂອງ ຮັບມືກັບໂລກລະບາດ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊົມເຊີຍການຢ້ຽມຢາມ ຫວຽດນາມ ຂອງທ່ານລັດຖະມົນຕີ Lloyd Austin ແລະ ເຊື່ອໝັ້ນວ່າ ການຢ້ຽມຢາມຈະຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍ.
ວັນທີ 28 ກໍລະກົດ, ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Lloyd Austin ໄດ້ເລີ່ມຕົົ້ນການຢ້ຽມຢາມຫວຽດນາມເປັນເວລາ 2 ວັນ ຄືວັນທີ 28 ແລະ 29 ກໍລະກົດ.
ກະຊວງຕຳຫຼວດຫວຽດນາມ ພ້ອມແລ້ວທີ່ຈະແລກປ່ຽນ, ສົມທົບກັບສະຖານທູດອາເມລິກາ ປະຈຳຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຮັບໃຊ້ຜົນປະໂຫຍດລວມຂອງ 2 ປະເທດ, ປະກອບສ່ວນແກ້ໄຂ, ຈຳກັດບັນດາຄວາມແຕກໂຕນໃນການພົວພັນ 2 ຝ່າຍ.
ຍສໝ - ຫວຽດນາມ ແລະ ສະຫະລັດອາເມລິກາ ຈະຮ່ວມມືເພື່ອຍົກສູງຄຸນນະພາບຊີວິດໃຫ້ແກ່ຄົນພິການຫວຽດນາມ ຢູ່ບັນດາແຂວງທີ່ຖືກສີດຫວ່ານທາດພິດສີສົ້ມ ແລະ ບັນດາເນື້ອໃນຮ່ວມມືດ້ານການປ້ອງກັນຊາດ ແມ່ນເໝາະສົມກັບຜົນປະໂຫຍດຂອງສອງປະເທດ, ເພື່ອສັນຕິພາບ ແລະ ການພັດທະນາຮ່ວມກັນໃນພາກພື້ນ ແລະ ໃນໂລກ…
ຍສໝ - ວັນທີ 15 ມິຖຸນາ, ຢູ່ວໍຊິງຕັນດີຊີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ສະຫະລັດອາເມລິກາ ຮ່າກິມຫງອກ ໄດ້ຮັບເງິນອຸປະຖຳຈຳນວນ 50.000 ໂດລາສະຫະລັດ ຈາກກຸ່ມບໍລິສັດ Tran Group ເພື່ອອຸປະຖຳກອງທຶນວັກຊີນ Covid-19.
ຍສໝ - ນາງງາມ, ນັກທຸລະກິດ ນີງຫງວຽນ ໄດ້ປະສົບຜົນສຳເລັດດີພໍສົມຄວນ ກັບເສັ້ນທາງນຳເອົາເຝີຫວຽດນາມ ໄປສູ່ ອາເມລິກາ.
ຍສໝ - ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຊົມເຊີຍຄຳໝັ້ນສັນຍາຂອງສະຫະລັດອາເມລິກາ ໃນການປະກອບສ່ວນເພີ່ມເຕີມຢາວັກແຊງປ້ອງກັນພະຍາດ ໂຄວິດ - 19 ຈຳນວນ 80 ລ້ານປະລິມານ ໃຫ້ແກ່ປະຊາຄົມໂລກ ໃນສະຖານະການການຜັນແປທີ່ສັບສົນຂອງການລະບາດຂອງພະຍາດ ໂຄວິດ - 19.
ຍສໝ - ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ໄດ້ຕີລາຄາສູງຕໍ່ບັນດາການປະກອບສ່ວນຂອງ ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Blinken ໃນການພົວພັນສອງຝ່າຍໃນໄລຍະຜ່ານມາ, ສະແດງຄວາມປາດຖະໜາ ຢາກຮ່ວມມືກັບທ່ານ Blinken ເພື່ອຊຸກຍູ້ການພົວພັນຫວຽດນາມ - ອາເມລິກາ ໃຫ້ເລິກເຊິ່ງຕື່ມອີກ.
ລັດຖະບານສະຫະລັດອາເມລິກາ ໄດ້ນຳເອົາຊຸດອຸປະກອນການແພດ ແລະ ເຄື່ອງອຸປະໂພກ ມູນຄ່າ 1.870.000.000 ກີບ ມາມອບໃຫ້ກະຊວງ ສາທາລະນະສຸກ ແຫ່ງ ສປປ ລາວໃນວັນທີ 25 ພຶດສະພາ 2021 ຕາງໜ້າມອບໂດຍ, ທ່ານ ປີເຕີ ເຮມ໋ອນ ເອກອັກ ຄະລັດຖະທູດ ສະຫະ ລັດອາເມລິກາ ປະຈຳລາວ ແລະ ຕາງໜ້າຮັບໂດຍ ທ່ານ ບຸນແຝງ ພົມມະໄລສິດ ລັດຖະມົນຕີກະ ຊວງສາທາລະນະສຸກ, ໂດຍມີພາກສ່ວນທີ່ກ່ຽວຂ້ອງ ທັງສອງຝ່າຍເຂົ້າຮ່ວມ ເປັນສັກຂີພິຍານ.
ຍສໝ - ນາງ ເຈີນໂຕຫງ່າ, ອາຍຸ 79 ປີ, ຖືສັນຊາດຝະລັ່ງ - ຫວຽດນາມ ເຊິ່ງເປັນຜູ້ປະສົບກັບພະຍາດຫຼາຍຢ່າງ ຍ້ອນຮັບຜົນສະທ້ອນຈາກທາດພິດສີສົ້ມ-ດີໂອຊີນ. ໃນທົດສະວັດທີ່ຜ່ານມາ, ຜ່ານຜ່າຄວາມເຈັບປວດຂອງຊະຕາກຳ, ຄວາມຫຍຸ້ງຍາກໃນຊີວິດ ແລະ ອຸປະສັກນັບຫຼາຍຢ່າງຈາກຫລາຍໆຝ່າຍ, ນາງເຈີນໂຕຫງ່າ ໄດ້ຮຽກຮ້ອງຢ່າງຍຸຕິທຳສຳລັບບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ-ດີໂອຊິນ ຈຳນວນຫລາຍພັນຄົນ.
ຍສໝ - ປັດຈຸບັນ, ອາເມລິກາ, ຈີນ ແລະ ສ.ເກົາຫຼ ີສືບຕໍ່ແມ່ນ 4 ຕະຫຼາດນຳເຂົ້າສິນໃນນ້ຳແຖວໜ້າຂອງ ສິນໃນນ້ຳ ຫວຽດນາມ ໃນຊຸມເດືອນຜ່ານມາ, ກວມເອົາກ່ວາ 57% ຍອດມູນຄ່າສົ່ງອອກສິນໃນນ້ຳ.
ປັດຈຸບັນ, ອາເມລິກາ, ຈີນ ແລະ ສ.ເກົາຫຼີ ສືບຕໍ່ແມ່ນ 4 ຕະຫຼາດນຳເຂົ້າສິນໃນນ້ຳແຖວໜ້າຂອງ ສິນໃນນ້ຳ ຫວຽດນາມ ໃນຊຸມເດືອນຜ່ານມາ, ກວມເອົາກ່ວາ 57% ຍອດມູນຄ່າສົ່ງອອກສິນໃນນ້ຳ. ສິ່ງທີ່ເປັນໜ້າຮັບຮູ້ ນັ້ນແມ່ນ ໃນ 3 ເດືອນຕົ້ນປີ 2021, ມູນຄ່າສົ່ງອອກສິນໃນນ້ຳເພີ່ມຂຶ້ນຢູ່ບັນດາຕະຫຼາດເກືອບທັງໝົດ.
ຍສໝ - ເພື່ອໜູນຊ່ວຍວິສາຫະກິດພາຍໃນປະເທດຜະລິດ ແລະ ຍູ້ແຮງການສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ ຈະຈັດຕັ້ງການຂຸດຄົ້ນ, ຍາດແຍ່ງກາລະໂອກາດຈາກບັນດາສັນຍາການຄ້າເສລີ ເພື່ອ ຊອກຫາ ວິທີການພັດທະນາການຕະຫຼາດ ແລະ ແກ້ໄຂຮົ້ວກີດຂວາງເພື່ອແຊກຊຶມເຂົ້າຕະຫຼາດໃໝ່.
ຍສໝ - ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຍາມໃດກໍແມ່ນສ່ວນໜຶ່ງທີ່ສຳຄັນໃນການພົວພັນລະຫວ່າງສອງປະເທດ ຫວຽດນາມ ແລະ ອາເມລິກາ ນັບແຕ່ເມື່ອຫັນການພົວພັນທາງການທູດເປັນປົກກະຕິເມື່ອປີ 1995.
ຍສໝ - ໃນວັນທີ 20 ເມສາ, ສະມາຄົມຫວຽດນາມ - ອາເມລິກາ (ສັງກັດສະຫະພັນບັນດາອົງການມິດຕະພາບຫວຽດນາມ) ໄດ້ສົມທົບກັບຄະນະກຳມະການສະເຫຼີມສະຫຼອງສັນຕິພາບຫວຽດນາມ ຂອງອາເມລິກາ ໄດ້ຈັດການພົບປະມິດຕະພາບເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນເຊັນສົນທິສັນຍາສັນຕິພາບປະຊາຊົນຫວຽດນາມ - ອາເມລິກາ ( 1971 - 2021).