ຮອງປະທານາທິບໍດີ Kamala Harris: ປັກກິ່ງ ກຳລັງສືບຕໍ່ “ບັງຄັບ” ແລະ “ຂົ່ມຂູ່” ຢູ່ທະເລຕາເວັນອອກ

15:51 | 27/08/2021

ຍສໝ - ກ່າວຄຳເຫັນໃນວັນທີ 24 ສິງຫາ, ທ່ານນາງຮອງປະທານາທິບໍດີອາເມລິກາ Kamala Harris ຊີ້ແຈ້ງວ່າ ປັກກິ່ງ ສືບຕໍ່ແມ່ນໄພຂົ່ມຂູ່ຢູ່ທະເລຕາເວັນອອກ, ພ້ອມທັງຢືນຢັນວ່າ ອາເມລິກາໃຫ້ຄຳໝັ້ນສັນຍາຈະເພີ່ມທະວີການພັດທະນາແບບຍືນຍົງ ຢູ່ອາຊີຕາເວັນອອກສ່ຽງໃຕ້ເວົ້າສະເພາະ ແລະ ອາຊີ-ປາຊີຟິກເວົ້າລວມ.

ສະຫະລັດອາເມຣິກາ ສະໜັບສະໜູນ ປະເທດຫວຽດນາມ ເອກະລາດ ແລະ ວັດທະນາຖາວອນ ສະຫະລັດອາເມຣິກາ ສະໜັບສະໜູນ ປະເທດຫວຽດນາມ ເອກະລາດ ແລະ ວັດທະນາຖາວອນ
ນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຕ້ອນຮັບຮອງປະທານາທິບໍດີ ອາເມລິກາ ນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຕ້ອນຮັບຮອງປະທານາທິບໍດີ ອາເມລິກາ

ອີງຕາມສຳນັກຂ່າວສານ Reuters ແລ້ວ, ໃນການກ່າວຄຳເຫັນຢູ່ທີ່ເຂດ Gardens by the Bay ຂອງສິງກະໂປ, ທ່ານນາງ Harris ຢືນຢັນວ່າ ອາຊີຕາເວັນອອກສ່ຽງໃຕ້ມີບົດບາດ “ສໍາຄັນທີ່ສຸດ” ຕໍ່ກັບສະຫະລັດອາເມລິກາ. ທ່ານນາງ Kamala Harris ກໍ່ເນັ້ນໜັກເຖິງການພົວພັນຄູ່ຮ່ວມມືຂອງສະຫະລັດອາເມລິກາກັບສິງກະໂປ, ອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີ-ປາຊີຟິກ ແມ່ນບູລິມະສິດແຖວໜ້າຂອງສະຫະລັດອາເມລິກາ.

ທ່ານນາງຮອງປະທານາທິບໍດີ ຢືນຢັນວ່າ ສະຫະລັດອາເມລິກາ ພວມເດີນຕາມພາກພື້ນອາຊີ-ປາຊີຟິກທີ່ເສລີ ແລະ ເປີດກວ້າງ, ມີຜົນປະໂຫຍດ ແລະ ຄຳໝັ້ນສັນຍາທີ່ຍາວນານຢູ່ໃນພາກພື້ນ, ພ້ອມທັງສະໜັບສະໜູນສິດເສລີໃນການເດີນທະເລໃນພາກພື້ນ.

ຮອງປະທານາທິບໍດີ Kamala Harris: ປັກກິ່ງ ກຳລັງສືບຕໍ່ “ບັງຄັບ” ແລະ “ຂົ່ມຂູ່” ຢູ່ທະເລຕາເວັນອອກ
ທ່ານນາງຮອງປະທານາທິບໍດີອາເມລິກາ Kamala Harris.

ກ່ຽວກັບເລື່ອງນີ້, ທ່ານນາງ Harris ໄດ້ກ່າວວ່າ ປັກກິ່ງ ກໍາລັງສືບຕໍ່ການກະທໍາທີ່ "ບັງຄັບ" ແລະ "ຂົ່ມຂູ່" ຢູ່ທະເລຕາເວັນອອກ, ແລະ ກ່າວວ່າ ພຶດຕິກໍາຂອງຈີນຂົ່ມຂູ່ທີ່ຈະທໍາລາຍຄວາມເປັນລະບຽບຮຽບຮ້ອຍ ແລະ ອຳນາດອະທິປະໄຕອີງຕາມກົດໝາຍຂອງບັນດາປະເທດ.

ເພື່ອສະແດງໃຫ້ເຫັນເຖິງຄຳໝັ້ນສັນຍາຂອງ Washington, ທ່ານນາງ Harris ໄດ້ປະກາດວ່າ ສະຫະລັດອາເມລິກາ ຈະເປັນປະທານຈັດຕັ້ງເວທີປາໄສການຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC) ໃນປີ 2023.

ໃນປີ 2019, ການຄ້າສອງສົ້ນລະຫວ່າງສະຫະລັດອາເມລິກາ ແລະ ອາຊີ-ປາຊີຟິກບັນລຸໄດ້ 2 ພັນຕື້ໂດລາສະຫະລັດ. "ດຽວນີ້, ໃນຂະນະທີ່ພວກເຮົາພວມປະເຊີນກັບໄພຂົ່ມຂູ່ຕໍ່ຄວາມເປັນລະບຽບຮຽບຮ້ອຍນີ, ຂ້າພະເຈົ້າ ມີໜ້າຢູ່ທີ່ນີ້ເພື່ອຢືນຢັນຄຳໝັ້ນສັນຍາຂອງພວກຂ້າພະເຈົ້າດ້ວຍວິໄສທັດຂອງຕົນ," ທ່ານນາງ Harris ກ່າວ.

ທ່ານນາງ Harris ຢືນຢັນວ່າ ສະຫະລັດອາເມລິກາ ຈະລົງທຶນເວລາ ແລະ ຊັບພະຍາກອນຂອງຕົນ ເພື່ອປັບປຸງສາຍພົວພັນຄູ່ຮ່ວມມືທີ່ສໍາຄັນຂອງຕົນ, ລວມມີ ທັງສິງກະໂປ ແລະ ຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.