ເປີດກາລະໂອກາດຮ່ວມມືລະຫວ່າງ ຫວຽດນາມ-ອາເມລິກາ ໃນຂົງເຂດກະສິກໍາ

19:00 | 11/09/2021

ໃນລະຫວ່າງວັນທີ 9-10 ກັນຍາ, ສະມາຄົມຫວຽດນາມ-ອາເມລິກາ ຂຶ້ນກັບສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ສົມທົບກັບບໍລິສັດໃຫ້ຄຳປຶກສາແຫຼ່ງກໍາລັງຫວຽດ ທີ່ມີສໍານັກງານຢູ່ນະຄອນ San Jose, California (ອາເມລິກາ) ຈັດຕັ້ງກອງປະຊຸມໂອ້ລົມສົນທະນາທາງໄກດ້ວຍຫົວຂໍ້ “ການພົບປະແລກປ່ຽນ ຫວຽດນາມ-ອາເມລິກາ: ບັນດາກາລະໂອກາດຮ່ວມມືໃນຂົງເຂດກະສິກໍາ ແລະການດໍາເນີນທຸລະກິດຜະລິດຕະພັນກະເສດ”.

ຫວຽດນາມ - ອາເມລິກາ ຊຸກຍູ້ການປະຕິບັດບັນດາເນື້ອໃນຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ອາເມລິກາ ຊຸກຍູ້ການປະຕິບັດບັນດາເນື້ອໃນຮ່ວມມືດ້ານປ້ອງກັນຊາດ
ອາເມລິກາ - ຫວຽດນາມ ຊຸກຍູ້ການຮ່ວມມືເພື່ອຜ່ານຜ່າຜົນສະທ້ອນຈາກສົງຄາມ ອາເມລິກາ - ຫວຽດນາມ ຊຸກຍູ້ການຮ່ວມມືເພື່ອຜ່ານຜ່າຜົນສະທ້ອນຈາກສົງຄາມ
ພາບປະກອບ
ພາບປະກອບ

ທີ່ກອງປະຊຸມ, ບັນດາວິສາຫະກິດຫວຽດນາມ ແລະອາເມລິກາ ໄດ້ແລກປ່ຽນ, ຊອກຮູ້ກ່ຽວກັບຄວາມຕ້ອງການຂອງຕະຫຼາດ ແລະວິທີແກ້ໄຂບັນດາລະບຽບການນໍາເຂົ້າສິນຄ້າຂອງຫວຽດນາມ ເຂົ້າອາເມລິກາ. ນີ້ກໍ່ແມ່ນໂອກາດເພື່ອເປີດບັນດາຊ່ອງທາງຮ່ວມມືໃໝ່ໃນຂົງເຂດກະສິກໍາ, ການສົ່ງອອກ-ນໍາເຂົ້າຜະລິດຕະພັນກະເສດລະຫວ່າງບັນດາວິສາຫະກິດຫວຽດນາມ ແລະອາເມລິກາ. ຄຽງຂ້າງເປົ້າໝາຍເສດຖະກິດ, ກອງປະຊຸມໂອ້ລົມສົນທະນາຍັງມີຄວາມໝາຍເພີ່ມທະວີການພົບປະແລກປ່ຽນປະຊາຊົນລະຫວ່າງຫວຽດນາມ ແລະອາເມລິກາ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ ໃຫ້ນັບມື້ນັບແທດຈິງ, ເຂົ້າສູ່ລວງເລິກ ແລະມຸ່ງໄປເຖິງລະດັບສູງໃໝ່.

la.qdnd.vn

ເຫດການ
302 Found

Found

The document has moved here.