ຊາວຫວຽດນາມຢູ່ອາເມລິກາຮ່ວມແຮງຮ່ວມໃຈພ້ອມກັບພໍ່ແມ່ປະຊາຊົນພາຍໃນປະເທດ ປ້ອງກັນ ແລະ ຕ້ານການລະບາດຂອງພະຍາດ Covid-19

11:05 | 17/06/2021

ຍສໝ - ວັນທີ 15 ມິຖຸນາ, ຢູ່ວໍຊິງຕັນດີຊີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ສະຫະລັດອາເມລິກາ ຮ່າກິມຫງອກ ໄດ້ຮັບເງິນອຸປະຖຳຈຳນວນ 50.000 ໂດລາສະຫະລັດ ຈາກກຸ່ມບໍລິສັດ Tran Group ເພື່ອອຸປະຖຳກອງທຶນວັກຊີນ Covid-19.

ລາວ ໜູນຊ່ວຍຫວຽດນາມ ປ້ອງກັນ, ຕ້ານພະຍາດໂຄວິດ-19 ລາວ ໜູນຊ່ວຍຫວຽດນາມ ປ້ອງກັນ, ຕ້ານພະຍາດໂຄວິດ-19
ປະເທດລາວ ໄດ້ເລີ່ມຕົ້ົ້ນທົດລອງການສັກວັກຊິນ ຕ້ານພະຍາດ COVID – 19 ປະເທດລາວ ໄດ້ເລີ່ມຕົ້ົ້ນທົດລອງການສັກວັກຊິນ ຕ້ານພະຍາດ COVID – 19
ຊາວຫວຽດນາມຢູ່ອາເມລິກາຮ່ວມແຮງຮ່ວມໃຈພ້ອມກັບພໍ່ແມ່ປະຊາຊົນພາຍໃນປະເທດ ປ້ອງກັນ ແລະ ຕ້ານການລະບາດຂອງພະຍາດ Covid-19
ພາບປະກອບ

ທ່ານເອກອັກຄະລັດຖະທູດ ຮ່າກິມຫງອກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ Tran Group ໃນການແບ່ງເບົາຄວາມທຸກຍາກ ແລະ ແບ່ງປັນຄວາມຮັກແພງຕໍ່ບ້ານເກີດເມືອງນອນ, ເຊິ່ງແມ່ນໜຶ່ງໃນບັນດາວິສາຫະກິດແຖວໜ້າຂອງຫວຽດນາມ ຢູ່ອາເມລິກາ; ຂໍຂອບໃຈຊາວຫວຽດນາມຢູ່ຕ່າງປະເທດ ທີ່ເປັນຊ່ຽວຊານ ແລະປັນຍາຊົນຢູ່ສະຫະລັດອາເມລິກາ ທີ່ໄດ້ຮ່ວມກັບສະຖານທູດຫວຽດນາມ ແລະບັນດາອົງການຕາງໜ້າຫວຽດນາມ ໃນຄວາມພະຍາຍາມເພື່ອການເຂົ້າເຖິງແຫຼ່ງວັກຊີນ.

ກວ່າໜຶ່ງປີທີ່ຜ່ານມາ, ຊາວຫວຽດນາມຢູ່ອາເມລິກາ ຍາມໃດກໍ່ຫັນໄປສູ່ບ້ານເກີດເມືອງນອນ, ແບ່ງປັນຄວາມທຸກຍາກເມື່ອພໍ່ແມ່ປະຊາຊົນໃນປະເທດປະສົບກັບຄວາມຫຍຸ້ງຍາກຜ່ານຫຼາຍຮູບແບບ. ບັນດາອົງການຈັດຕັ້ງ, ສ່ວນບຸກຄົນໃນປະຊາຄົມຊາວຫວຽດນາມ ແລະພົນລະເມືອງຫວຽດນາມທີ່ພວມເຮັດວຽກ ແລະຮໍ່າຮຽນຢູ່ອາເມລິກາ ກໍ່ໄດ້ເປັນເຈົ້າການໃນການເຊື່ອມຕໍ່, ລະດົມ ແລະຈັດຕັ້ງການບໍລິຈາກເງິນ, ລະດົມທຶນເພື່ອໜູນຊ່ວຍບ້ານເກີດເມືອງນອນແລະປະເທດຊາດ.

ເມື່ອເກີດໄພນ້ຳຖ້ວມໃນທ້າຍປີ 2020, ອັນໄດ້ສ້າງຄວາມເສຍຫາຍຢ່າງໜັກໃຫ້ແກ່ພໍ່ແມ່ປະຊາຊົນໃນເຂດພາກກາງ, ພາຍໃນ 7 ວັນທີ່ພົນລະເມືອງຫວຽດນາມ ແລະຊາວຫວຽດນາມຢູ່ອາເມລິກາ ໄດ້ບໍລິຈາກ ແລະສະໜັບສະໜູນ ຜະລິດຕະພັນເຄື່ອງກອງນ້ຳ ດ້ວຍຈໍານວນເກືອບ 1 ລ້ານຊຸດ; ມີທ່ານໝໍ ຫວຽດນາມ ຂະແໜງພະຍາດຕິດແປດຢູ່ລັດຄາລິຟໍເນຍ ໄດ້ສະໝັກໃຈກັບບ້ານເພື່ອເຂົ້າຮ່ວມໃນການຕ້ານໂລກລະບາດ...

ແຂວງກວາງນາມ: ປ້ອງກັນ ແລະ ສະກັດກັ້ນ ບໍ່ໃຫ້ມີການແຜ່ລະບາດ COVID-19 ເຂົ້າປະເທດ ດ້ວຍທາງທະເລ ແຂວງກວາງນາມ: ປ້ອງກັນ ແລະ ສະກັດກັ້ນ ບໍ່ໃຫ້ມີການແຜ່ລະບາດ COVID-19 ເຂົ້າປະເທດ ດ້ວຍທາງທະເລ

ຍສໝ - ໃນຊຸມວັນສຸດທ້າຍ ຂອງປີ 2021, ການປະຕິບັດງານຢູ່ທ່າເຮືອແມ່ນມີຄວາມຂ້ຽວຂາດຫຼາຍ, ສະນັ້ນມັນຍັງມີຄວາມສ່ຽງທີ່ຈະແຜ່ລະບາດຂອງພະຍາດ COVID-19. ເພື່ອແນໃສ່ປ້ອງກັນຄວາມສ່ຽງໃນການແຜ່ລະບາດດ້ວຍຜ່ານທາງທະເລ, ກຳລັງປະຕິບັດໜ້າທີ່ຂອງແຂວງກວາງນາມ ໄດ້ເພີ່ມທະວີການຄວບຄຸມຢູ່ບັນດາເຂດທະເລ, ພິເສດແມ່ນໃນໂອກາດບຸນປີໃໝ່.

ຊາວຫວຽດນາມໃນທົ່ວສະຫະພັນລັດເຊຍ ປ້ອງກັນ ແລະ ຕ້ານ COVID-19 ຈັດຕັ້ງການສະຫລຸບວຽກງານປີ 2021 ຊາວຫວຽດນາມໃນທົ່ວສະຫະພັນລັດເຊຍ ປ້ອງກັນ ແລະ ຕ້ານ COVID-19 ຈັດຕັ້ງການສະຫລຸບວຽກງານປີ 2021

ຍສໝ - ໃນວັນທີ 28 ທັນວາ, ສະຖານທູດຫວຽດນາມ ປະຈຳສະຫະພັນລັດເຊຍ ໄດ້ຈັດກອງປະຊຸມເຄືອຂ່າຍຊາວຫວຽດນາມ ໃນທົ່ວສະຫະພັນລັດເຊຍປ້ອງກັນ ແລະ ຕ້ານ COVID-19 ໂດຍການເປັນປະທານຂອງທ່ານເອກອັກຄະລັດຖະທູດ ໂຫງດຶດແມັ້ງ.

ຍົກສູງປະສິດທິຜົນການຮ່ວມມື, ສົມທົບກັນໃນການຮັບປະກັນຄວາມປອດໄພທາງເຄືອຂ່າຍອິນເຕີແນັດ ແລະ ປ້ອງກັນ, ຕ້ານອາດຊະຍາກຳອິນເຕີແນັດຂອງບັນດາປະເທດອາຊຽນ +3 ຍົກສູງປະສິດທິຜົນການຮ່ວມມື, ສົມທົບກັນໃນການຮັບປະກັນຄວາມປອດໄພທາງເຄືອຂ່າຍອິນເຕີແນັດ ແລະ ປ້ອງກັນ, ຕ້ານອາດຊະຍາກຳອິນເຕີແນັດຂອງບັນດາປະເທດອາຊຽນ +3

ຍ​ສ​ໝ - ທີ່ກອງ​ປະ​ຊຸມ​, ບັນ​ດາ​ຜູ້​ແທນ​ໄດ້​ຮັບ​ຟັງ​ຜູ້​ຕາງ​ໜ້າ ຫວຽດ​ນາມ​ຂອງ​ກຸ່ມ​ປະ​ຕິ​ບັດ​ງານ​ຂອງ ອາ​ຊຽນ​ກ່ຽວ​ກັບ​ອາດ​ຊະ​ຍາ​ກຳອິນເຕີແນັດ ຢູ່​ອົງ​ກາ​ນ​ທົ່ວ​ໂລກ ຂອງ INTERPOL ສະ​ເໜີ​ກ່ຽວ​ກັບ​ທ່າ​ອ່ຽງ​ອາດ​ຊະ​ຍາ​ກຳ​ໃນ​ພາກ​ພື້ນ ອາ​ຊຽນ

ໄຊພອນ

ເຫດການ
302 Found

Found

The document has moved here.