ວັກຊີນ Pfizer ທີ່ໄດ້ຮັບການຊ່ວຍເຫຼືອຈາກສະຫະລັດອາເມລິກາໄດ້ມາຮອດນະຄອນໂຮ່ຈີມິນແລ້ວ

16:30 | 28/08/2021

ຍສໝ - ຕອນເຊົ້າວັນທີ 26 ສິງຫາ, ທ່ານນາງ ຮອງປະທານາທິບໍດີສະຫະລັດອາເມລິກາ Kamala Harris ໄດ້ໄປຢ້ຽມຢາມບ່ອນເກັບຮັກສາວັກຊີນ Pfizer ທີ່ໄດ້ຮັບການຊ່ວຍເຫຼືອຈາກສະຫະລັດອາເມລິກາຢູ່ທີ່ສາງເກັບຮັກສາວັກຊີນປ້ອງກັນພະຍາດແຫ່ງຊາດຂອງສະຖາບັນອະນາໄມ ແລະ ສຸຂາພິບານສູນກາງ ຢູ່ນະຄອນຫຼວງຮ່າໂນ້ຍ.

ລັດຖະບານຕົກລົງຊື້ວັກຊີນ Pfizer ເພິ່ມເກືອບ 20 ລ້ານໂດສ ລັດຖະບານຕົກລົງຊື້ວັກຊີນ Pfizer ເພິ່ມເກືອບ 20 ລ້ານໂດສ
ຮັບສະ​ໝັກຜູ້ອາສາສະໝັກເພື່ອທົດລອງ​ວັກຊີນ​ກັນ COVID-19 Arct-154 ຮັບສະ​ໝັກຜູ້ອາສາສະໝັກເພື່ອທົດລອງ​ວັກຊີນ​ກັນ COVID-19 Arct-154
ວັກຊີນ Pfizer ທີ່ໄດ້ຮັບການຊ່ວຍເຫຼືອຈາກສະຫະລັດໄດ້ມາຮອດນະຄອນໂຮ່ຈີມິນແລ້ວ
ວັກຊີນ Pfizer ທີ່ໄດ້ຮັບການຊ່ວຍເຫຼືອຈາກສະຫະລັດໄດ້ມາຮອດນະຄອນໂຮ່ຈີມິນແລ້ວ

ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາງ Harris ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງຫວຽດນາມທີ່ສະຫງວນໃຫ້ສະຫະລັດອາເມລິກາໃນລະຫວ່າງທີ່ການລະບາດຂອງພະຍາດ COVID-19 ໃນເດືອນເມສາ 2020. ທ່ານນາງ Harris ກ່າວວ່າ ສະຫະລັດໄດ້ມອບວັກຊີນ COVID-19 5 ລ້ານໂດສໃຫ້ກັບຫວຽດນາມ, ແລະ ຕື່ມອີກ 1 ລ້ານໂດສໃນຊຸດການຊ່ວຍເຫຼືອຄັ້ງນີ້. ສະນັ້ນ, ອາເມລິກາໄດ້ມອບວັກຊີນໃຫ້ຫວຽດນາມທັງໝົດ 6 ລ້ານໂດສ.

ທ່ານ ດັ້ງດຶກແອງ - ຜູ້ອໍານວຍການສະຖາບັນອະນາໄມ ແລະ ສຸຂາພິບານສູນກາງກ່າວວ່າ ວັກຊີນ Pfizer ປະມານ 263,000 ລ້ານໂດສ ໃນຊຸດການຊ່ວຍເຫຼືອຄັ້ງນີ້ໄດ້ມາຮອດຮ່າໂນ້ຍໃນຕອນເຊົ້າຂອງວັນທີ 26 ສິງຫາ. ສ່ວນວັກຊີນທີ່ຍັງເຫຼືອແມ່ນມາຮອດຫວຽດນາມໃນວັນທີ 27 ສິງຫານີ້.

ໄຊພອນ

ເຫດການ
302 Found

Found

The document has moved here.