ທ່ານ ອະດີດເອກອັກຄະລັດຖະທູດ Ted Osius ເປີດຕົວປຶ້ມກ່ຽວກັບວິ​ວັດການສ້າງຄວາມປອງດອງລະຫວ່າງສະຫະລັດອາເມລິກາ ແລະຫວຽດນາມ

06:00 | 14/08/2021

ຍສໝ - ວັນທີ 10 ສິງຫາ, ທ່ານ ອະດີດເອກອັກຄະລັດຖະທູດອາເມລິກາ ປະຈຳ ຫວຽດນາມ Ted Osius ໄດ້ຈັດພິທີເປີດຕົວປຶ້ມທີ່ມີຫົວຂໍ້ວ່າ “ບໍ່ມີຫຍັງເປັນໄປບໍ່ໄດ້: ​​ວິ​ວັດການສ້າງຄວາມປອງດອງລະຫວ່າງສະຫະລັດອາເມລິກາ ແລະຫວຽດນາມ”.

ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ ລາວ ແລະຫວຽດນາມ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ ລາວ ແລະຫວຽດນາມ
ໂຄງການຫໍສະພາແຫ່ງຊາດລາວ ຫຼັງໃໝ່ແມ່ນສັນຍາລັກ, ແມ່ນແບບຢ່າງກ່ຽວກັບນໍ້າໃຈສາມັກຄີແບບພິເສດທີ່ມີຊີວິດຊີວາລະຫວ່າງລາວ ແລະຫວຽດນາມ ໂຄງການຫໍສະພາແຫ່ງຊາດລາວ ຫຼັງໃໝ່ແມ່ນສັນຍາລັກ, ແມ່ນແບບຢ່າງກ່ຽວກັບນໍ້າໃຈສາມັກຄີແບບພິເສດທີ່ມີຊີວິດຊີວາລະຫວ່າງລາວ ແລະຫວຽດນາມ
ທ່ານ ອະດີດເອກອັກຄະລັດຖະທູດ Ted Osius ເປີດຕົວປຶ້ມກ່ຽວກັບວິ​ວັດການສ້າງຄວາມປອງດອງລະຫວ່າງສະຫະລັດອາເມລິກາ ແລະຫວຽດນາມ
ທ່ານ ອະດີດເອກອັກຄະລັດຖະທູດ Ted Osius ເປີດຕົວປຶ້ມກ່ຽວກັບວິ​ວັດການສ້າງຄວາມປອງດອງລະຫວ່າງສະຫະລັດອາເມລິກາ ແລະຫວຽດນາມ. ພາບ: TTXVN

ເຂົ້າຮ່ວມການເປີດຕົວມີ: ທ່ານ ຮ່າກິມຫງອກ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາເມລິກາ; ທ່ານຜູ້ອຳນວຍການ​ຝ່າຍ​ບໍ​ລິ​ຫ​ານ ບໍລິສັດ AmCham ຫວຽດນາມ Mary Tarnowka ແລະຜູ້ຕາງໜ້າ ການນໍາວິສາຫະກິດໃຫຍ່ຫຼາຍແຫ່ງຈາກຫວຽດນາມ ດແລະສະຫະລັດອາເມລິກາ.

ຕາມທ່ານ ຮ່າກິມຫງອກ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາເມລິກາ ແລ້ວ, ປຶ້ມແມ່ນເອກະສານອ້າງອີງທີ່ລ້ຳຄ່າຫຼາຍສຳລັບນັກຄົ້ນຄ້ວາ, ນັກປະຫວັດສາດ, ນັກຮຽນຮູ້, ນັກສຶກສາ ແລະຜູ້ທີ່ກ່ຽວຂ້ອງໂດຍກົງເຖິງການພົວພັນຫວຽດນາມ-ອາເມລິກາ. ທ່ານ ຮ່າກິມຫງອກ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາເມລິກາ ເນັ້ນໜັກເຖິງສານຂໍ້ຄວາມຂອງປຶ້ມກ່ຽວກັບຄວາມໝາຍ ແລະຄວາມສໍາຄັນຂອງການສ້າງຄວາມໄວ້ເນື້ອເຊື່ອໃຈ, ເຄົາລົບເຊິ່ງກັນ ແລະກັນ, ໂດຍສະເພາະແມ່ນເຄົາລົບກົດບັນ​ຍັດການເມືອງຂອງກັນແລະກັນ, ຜ່ານນັ້ນ ກໍ່ຊຸກຍູ້ຄວາມປອງດອງ ແລະການຮ່ວມມືລະຫວ່າງປະຊາຊົນສອງປະເທດ.

ທ່ານ ຮ່າກິມຫງອກ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາເມລິກາ ສະແດງຄວາມເຊື່ອໝັ້ນໃນອະນາຄົດອັນສົດໃສຂອງການພົວພັນຫວຽດນາມ-ອາເມລິກາ ເມື່ອມີເພື່ອນມິດທີ່ດີ, ຈິງໃຈ, ສຸ​ດຈິດສ​ຸດໃຈ ເພື່ອຫວຽດນາມຄືກັບທ່ານເອກອັກຄະລັດຖະທູດ Osius.

ເນື່ອງໃນໂອກາດນີ້, ທ່ານ ຮ່າກິມຫງອກ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາເມລິກາ ໄດ້ຊົມເຊີຍທ່ານເອກອັກຄະລັດຖະທູດ Ted Osius ທີ່ໄດ້ຮັບການເລືອກຕັ້ງເປັນປະທານ ແລະຜູ້ອຳນວຍການ ຝ່າຍ​ບໍ​ລິ​ຫ​ານຂອງສະພາທຸລະກິດອາເມລິກາ-ອາຊຽນ (USABC). ທ່ານເອກອັກຄະລັດຖະທູດຫວັງວ່າ ໃນຕຳແໜ່ງໃໝ່ຂອງຕົນ, ທ່ານເອກອັກຄະລັດຖະທູດ Osius ຈະປະກອບສ່ວນຢ່າງຕັ້ງໜ້າ ​ເຂົ້າໃນການຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງອາເມລິກາ, ຫວຽດນາມ ແລະອາຊຽນໃຫ້ຫຼ​າຍກວ່າ​ອີກ.

ທ່ານເອກອັກຄະລັດຖະທູດ Ted Osius ແມ່ນບຸກຄົນທີ່ໃກ້ຊິດສະໜິດສະໜົມ ກັບປະເທດ ແລະປະຊາຊົນຫວຽດນາມ, ມີໄລຍະເວລາເຮັດວຽກຢູ່ຫວຽດນາມທີ່ປະສົບຜົນສຳເລັດທີ່​ສຸດ ແຕ່ປີ 2014 - 2017. ທ່ານໄດ້ມີ​ການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການຊຸກຍູ້ການພົວພັນຫວຽດນາມ - ອາເມລິກາ, ໂດຍສະເພາະແມ່ນປະກອບສ່ວນອັນສຳຄັນເຂົ້າໃນຜົນສຳເລັດຂອງການຢ້ຽມຢາມຄັ້ງປະຫວັດສາດຂອງ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຢູ່ສະຫະລັດອາເມລິກາ ໃນປີ 2015. ທ່ານຍັງເປັນເອກອັກຄະລັດຖະທູດອາເມລິກາ ປະຈຳ ຫວຽດນາມ ຄົນທຳອິດທີ່ເປັນ​ກຽດໄດ້ຮັບຫຼຽນໄຊມິດຕະພາບ ໂດຍປະທານປະເທດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ມອບ​ໃຫ້.

ໄຊພອນ

ເຫດການ
302 Found

Found

The document has moved here.