ຫວຽດນາມ - ອາເມລິກາ ຊຸກຍູ້ການປະຕິບັດບັນດາເນື້ອໃນຮ່ວມມືດ້ານປ້ອງກັນຊາດ

14:44 | 06/07/2021

ຍສໝ - ຫວຽດນາມ ແລະ ສະຫະລັດອາເມລິກາ ຈະຮ່ວມມືເພື່ອຍົກສູງຄຸນນະພາບຊີວິດໃຫ້ແກ່ຄົນພິການຫວຽດນາມ ຢູ່ບັນດາແຂວງທີ່ຖືກສີດຫວ່ານທາດພິດສີສົ້ມ ແລະ ບັນດາເນື້ອໃນຮ່ວມມືດ້ານການປ້ອງກັນຊາດ ແມ່ນເໝາະສົມກັບຜົນປະໂຫຍດຂອງສອງປະເທດ, ເພື່ອສັນຕິພາບ ແລະ ການພັດທະນາຮ່ວມກັນໃນພາກພື້ນ ແລະ ໃນໂລກ…

ອາເມລິກາ - ຫວຽດນາມ ຊຸກຍູ້ການຮ່ວມມືເພື່ອຜ່ານຜ່າຜົນສະທ້ອນຈາກສົງຄາມ ອາເມລິກາ - ຫວຽດນາມ ຊຸກຍູ້ການຮ່ວມມືເພື່ອຜ່ານຜ່າຜົນສະທ້ອນຈາກສົງຄາມ
ນາຍົກລັດຖະມົນຕີ ຫວຽດນາມ: ພາຍຫລັງ 25 ປີແຫ່ງວັນສ້າງຕັ້ງການພົວພັນ, ຫວຽດນາມ - ອາເມລິກາ ບັນລຸໄດ້ບັນດາບາດກ້າວພັດທະນາຢ່າງຮອບດ້ານ, ນັບມື້ນັບເຂົ້າສູ່ລວງເລິກ ນາຍົກລັດຖະມົນຕີ ຫວຽດນາມ: ພາຍຫລັງ 25 ປີແຫ່ງວັນສ້າງຕັ້ງການພົວພັນ, ຫວຽດນາມ - ອາເມລິກາ ບັນລຸໄດ້ບັນດາບາດກ້າວພັດທະນາຢ່າງຮອບດ້ານ, ນັບມື້ນັບເຂົ້າສູ່ລວງເລິກ

ນັ້ນແມ່ນບັນດາເນື້ອໃນສຳຄັນໃນການພົບປະແລກປ່ຽນລະຫວ່າງ ທ່ານພົນໂທ ຮ່ວາງຊ່ວນຈຽນ - ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະ ທ່ານ Paul Cheremeteff Grove - ຜູ້ຊ່ວຍອາວຸໂສຂອງຄະນະກຳມະການອະນຸມັດ - ສະມາຊິກກຸ່ມທີ່ປຶກສາອາວຸໂສຂອງ ທ່ານປະທານປະຈຳການ ສະພາສູງສະຫະລັດອາເມລິກາ Patrick Leahy ໃນວັນທີ 1 ກໍລະກົດ ທີ່ຮ່າໂນ້ຍ.

ຫວຽດນາມ - ອາເມລິກາ ຊຸກຍູ້ການປະຕິບັດບັນດາເນື້ອໃນຮ່ວມມືດ້ານປ້ອງກັນຊາດ
ຫວຽດນາມ ແລະ ສະຫະລັດອາເມລິກາ ຈະຮ່ວມມືເພື່ອຍົກສູງຄຸນນະພາບຊີວິດໃຫ້ແກ່ຄົນພິການຫວຽດນາມ. (ພາບ: qdnd)

ທ່ານພົນໂທ ຮ່ວາງຊ່ວນຈຽນ ປາດຖະໜາວ່າ ສອງຝ່າຍຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ໃນການຍູ້ແຮງການປະຕິບັດໂຄງການແກ້ໄຂມົນລະພິດດີໂອຊີນ ຢູ່ສະໜາມບິນບຽນຮວ່າ ໄລຍະທີ 1, ພ້ອມທັງລະດົມບັນດາແຫຼ່ງກຳລັງ ເພື່ອແກ້ໄຂບໍລິເວນທີ່ເປັນມົນລະພິດດີໂອຊີນທັງໝົດ ຢູ່ສະໜາມບິນບຽນຮວ່າ.

ສອງຝ່າຍຕ້ອງຊຸກຍູ້ການປະຕິບັດໂຄງການຢ່າງມີປະສິດທິຜົນ ເພື່ອຍົກສູງຄຸນນະພາບຊີວິດຂອງຄົນພິການຫວຽດນາມ ຢູ່ບັນດາແຂວງທີ່ຖືກສີດຫວ່ານທາດພິດສີສົ້ມຢ່າງໜັກ ແລະ 9 ເນື້ອໃນກ່ຽວກັບການຮ່ວມມືເພື່ອຟື້ນຟູຜົນຮ້າຍຈາກລູກລະເບີດທີ່ຍັງບໍ່ທັນແຕກ ເຊິ່ງສອງຝ່າຍໄດ້ເປັນເອກະພາບ; ພ້ອມກັນນີ້, ກໍ່ປະສານງານໃນວຽກງານສື່ສານໃຫ້ເປັນຢ່າງດີ ເພື່ອໂຄສະນາເຜີຍແຜ່ໃຫ້ປະຊາຊົນສອງປະເທດ ກ່ຽວກັບໝາກຜົນ ແລະ ຄວາມພະຍາຍາມໃນການຮ່ວມມືຂອງສອງຝ່າຍໃນຂົງເຂດນີ້.

ທ່ານ Paul Cheremeteff Grove ໄດ້ຢືນຢັນວ່າ ສອງຝ່າຍຕ້ອງສືບຕໍ່ຜັນຂະຫຍາຍການໜູນ ຊ່ວຍຂອງອາເມລິກາຢ່າງມີປະສິດທິຜົນ ເພື່ອຟື້ນຟູຜົນເສຍຫາຍຈາກສົງຄາມຢູ່ຫວຽດນາມ, ຜັນຂະຫຍາຍບັນດາເນື້ອໃນຮ່ວມມືດ້ານປ້ອງກັນຊາດທີ່ເໝາະສົມກັບຜົນປະໂຫຍດຂອງສອງປະເທດ ເພື່ອສັນຕິພາບ ແລະ ການພັດທະນາຮ່ວມກັນໃນພາກພື້ນ ແລະ ໂລກ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.