ພົນລະເມືອງອາເມລິກາດໍາລົງຊີວິດຢູ່ໃນຮ່າໂນ້ຍ: "ສັກຢາວັກຊີນຢູ່ທີ່ນີ້ດີຫຼາຍ, ຮ່າໂນ້ຍມີຄວາມປອດໄພຫຼາຍ"

13:00 | 12/09/2021

ຍສໝ - ທ່ານ Hohn Reilly ແລະ ທ່ານນາງ Nina McCoy (ພົນລະເມືອງສະຫະລັດອາໄສຢູ່ໃນຮ່າໂນ້ຍເປັນເວລາດົນນານ) ມີຄວາມດີໃຈ ແລະປະຫຼາດໃຈເມື່ອພວກເຂົາໄດ້ຮັບການສັກວັກຊີນປ້ອງກັນ ໂຄວິດ -19 ຢ່າງໄວວາ. ຄວາມປະທັບໃຈຂອງເຂົາເຈົ້າຕໍ່ກັບການປ້ອງກັນການລະບາດຂອງພະຍາດໃນນະຄອນຫຼວງແມ່ນ "ຍອດຍິ່ງ"...

ເປີດກາລະໂອກາດຮ່ວມມືລະຫວ່າງ ຫວຽດນາມ-ອາເມລິກາ ໃນຂົງເຂດກະສິກໍາ ເປີດກາລະໂອກາດຮ່ວມມືລະຫວ່າງ ຫວຽດນາມ-ອາເມລິກາ ໃນຂົງເຂດກະສິກໍາ
ກອງປະຊຸມລັດຖະມົນຕີເສດຖະກິດ CLMV ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືຟື້ນຟູເສດຖະກິດພາຍຫຼັງໂລກລະບາດໂຄວິດ-19 ກອງປະຊຸມລັດຖະມົນຕີເສດຖະກິດ CLMV ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືຟື້ນຟູເສດຖະກິດພາຍຫຼັງໂລກລະບາດໂຄວິດ-19
ທ່ານ Hohn Reilly ແລະ ທ່ານນາງ Nina McCoy
ທ່ານ Hohn Reilly ແລະ ທ່ານນາງ Nina McCoy. ພາບ: anninhthudo.vn

ຕອນຄ່ຳ ວັນທີ 9 ກັນຍາ, ສະຖານທີ່ສັກວັກຊີນໂຄວິດ -19 ຢູ່ຫໍວັດທະນະທຳ ແຮງງານມິດຕະພາບຫວຽດນາມ-ໂຊວຽດ,ເມືອງຮວ່ານກຽມ ໄດ້ຈັດຕັ້ງການສັກວັກຊີນໃຫ້ປະຊາຊົນ. ໃນຈໍານວນຜູ້ທີ່ໄດ້ຮັບການສັກວັກຊີນຢູ່ທີ່ນີ້ມີພົນລະເມືອງສະຫະລັດ 2 ຄົນທີ່ໄດ້ອາໄສຢູ່ໃນຫວຽດນາມເປັນເວລາດົນນານ ເຊິ່ງແມ່ນ ທ່ານ Hohn Reilly ແລະ ທ່ານນາງ Nina McCoy.

ຫຼັງຈາກລົງທະບຽນຂໍ້ມູນ, ລໍຖ້າ, ກວດສຸຂະພາບ ພຽງແຕ່ 20 ນາທີ, ສອງຄົນກໍ່ໄດ້ຮັບການສັກວັກຊີນກັນພະຍາດ ແລະດີໃຈຫຼາຍ. ທ່ານ Hohn Reilly ໃຫ້ຮູ້ວ່າ: "ຂ້ອຍໄດ້ອາໄສຢູ່ຫວຽດນາມເປັນເວລາ 21 ປີ ແລ້ວ. ໃນລະຫວ່າງການລະບາດຂອງພະຍາດໂຄວິດ -19, ຂ້ອຍ ຮູ້ສຶກໄດ້ວ່າ ຫວຽດນາມ ແລະຮ່າໂນ້ຍຍັງມີຄວາມປອດໄພຫຼາຍ. ການປ້ອງກັນການລະບາດ, ໂດຍສະເພາະການສັກວັກຊີນກັນພະຍາດຢູ່ໃນຮ່າໂນ້ຍແມ່ນດີຫຼາຍ. ຂ້ອຍໄດ້ລົງທະບຽນສັກວັກຊີນປະມານ 1 ເດືອນກ່ອນ, ແຕ່ເນື່ອງຈາກຂ້ອຍມີອາຍຸສູງແລ້ວ, ຂ້ອຍໄດ້ຖືກແນະນຳ ໃຫ້ລໍຖ້າຈົນຮອດເວລານີ້. ຂ້ອຍຫາກໍ່ໄດ້ຮັບການແຈ້ງກ່ຽວກັບການສັກວັກຊີນມື້ຄືນນີ້ ແລະແປກໃຈເມື່ອຂ້ອຍອອກມາແລ້ວກໍ່ໄດ້ຮັບການສັກວັກຊີນຢ່າງທັນທີ.”

“ວຽກງານປ້ອງກັນ ແລະຄວບຄຸມພະຍາດລະບາດຢູ່ຫວຽດນາມແມ່ນດີຫຼາຍ. ຂ້ອຍຮູ້ສຶກອຸ່ນອ່ຽນໃຈຫຼາຍ” ທ່ານ ນາງ Nina McCoy ໃຫ້ຮູ້…

ໂດຍປະຕິບັດຕາມທິດຊີ້ນໍາຂອງຄະນະກໍາມະການປະຊາຊົນນະຄອນຫຼວງຮ່າໂນ້ຍ, ເມືອງຮວ່ານກຽມ ໄດ້ເພີ່ມທະວີດ້ານຈໍານວນພາລະກອນການແພດ..., ພະຍາຍາມຮອດວັນທີ 15 ກັນຍາ ບັນລຸໄດ້ເປົ້າໝາຍປະຊາຊົນທັງໝົດຈະໄດ້ຮັບການສັກຢາກັນພະຍາດເຂັ້ມທີ 1.

ຕາມທ່ານນາງຟຸ່ງເຟືອງຖາວ, ປະທານຄະນະກໍາມະການປະຊາຊົນຕາແສງ ເຈິ່ນຮືງດ້າວ (ເມືອງຮວ່ານກຽມ) ແລ້ວ, ໃນຕອນແລງວັນທີ 9 ກັນຍາ ຢູ່ສະຖານທີ່ສັກຢາ ຫໍວັດທະນະທໍາແຮງງານມິດຕະພາບຫວຽດນາມ-ໂຊວຽດ ໄດ້ຈັດຕັ້ງການສັກຢາໃຫ້ຫຼາຍກວ່າ 1,000 ຄົນ. ບັນດາກໍາລັງທີ່ມີໜ້າທີ່ໄດ້ແນະນຳ ໃຫ້ປະຊາຊົນທີ່ມາສັກຢາຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຮັກສາໄລຍະຫ່າງທີ່ປອດໄພ ແລະປະຕິບັດຕາມຂໍ້ກຳນົດການປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດຢ່າງເຂັ້ມງວດ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.