ຍສໝ - ຫວ່າງແລ້ວນີ້, ຢູ່ນະຄອນ ໂຮ່ຈີມິນ, ຄະນະປະຕິບັດງານພິເສດລັດຖະບານ ຫວຽດນາມ ແລະ ຄະນະປະຕິບັດງານພິເສດຂອງລັດຖະບານ ລາວ ໄດ້ຈັດກອງປະຊຸມຄັ້ງທີ XXIX ກ່ຽວກັບການສືບຕໍ່ຊອກຫາ, ທ້ອນໂຮມ, ສົ່ງອັດຖິນັກຮົບອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ ໃນສະໄໝສົງຄາມກັບຄືນເມືອບ້ານເກີດເມືອງນອນ, ລະດູແລ້ງ ປີ 2024 – 2025.
ຍສໝ - ການສ້າງເຂດເສດຖະກິດການຄ້າາຂ້າມຊາຍແດນລວມ ລາວບາວ - ແດນສະຫວັນ ໃຫ້ຄຳໝັ້ນສັນຍາວ່າ ຈະເປັນກະແສລົມໃໝ່, ຈຸດໝາຍປາຍທາງໃໝ່ທີ່ຟົດຟື້ນໃນສາຍແລວເສດຖະກິດຕາເວັນຕົກຕາເວັນອອກ.
ຍສໝ - ວັນທີ 3 ກໍລະກົດ, ຢູ່ນະຄອນ ດານັງ, ສູນກາງສະພາກາແດງ ຫວຽດນາມ ໂດຍໄດ້ຮັບການໜູນຊ່ວຍຈາກບໍລິສັດຫຸ້ນສ່ວນສົ່ງເສີມການລົງທຶນ ແລະ ການພັດທະນາແບບຍືນຍົງ (SIPCO) ຈັດຕັ້ງກອງປະຊຸມຝຶກອົບຮົມ ແລະ ເຮັດວຽກກັບຄະນະປະຕິບັດງານຂອງອົງການກາແດງແຫ່ງຊາດ ລາວ.
ຍສໝ - ຕອນບ່າຍວັນທີ 2 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານ ຫງວຽນດິ່ງຄາງ, ປະທານສະຫະພັນໃຫຍ່ແຮງງານຫວຽດນາມ ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບຄະນະຜູ້ແທນຂັ້ນສູງສະຫະພັນກຳມະບານ ລາວ (LFTU) ໂດຍທ່ານ ເລັດ ໄຊຍະພອນ ປະທານສູນກາງສະຫະພັນກຳມະບານ ລາວ ເປັນຫົວໜ້າຄະນະ.
ຍສໝ - ຕາມນັ້ນແລ້ວ, ກ່ອນການສອບເສັງທ້າຍສົກຮຽນ ປີ 2024, ນັກສຶກສາ ລາວ ຈາກບັນດາມະຫາວິທະຍາໄລໃນນະຄອນ ດານັງ ຫຼາຍຄົນໄດ້ໄປວັດ ຕາມບາວ ເພື່ອຖະຫວາຍທູບທຽນ, ໄຫວ້ພະພຸດທະເຈົ້າ, ຈູດທູບທຽນ ແລະ ໂຄມໄຟເພື່ອອະທິຖານ ແລະ ປະຕິບັດນັ່ງຕັ້ງສະມາທິເພື່ອໃຫ້ຮູ້ສຶກທຸ່ນທ່ຽງ, ເຊື່ອໝັ້ນຕົນເອງກ່ອນເຂົ້າຫ້ອງສອບເສັງ.
ຍສໝ - ຕອນບ່າຍວັນທີ 28 ມິຖຸນາ, ທ່ານ ເລດິງບືວຈີ໋, ຮອງຜູ້ອຳນວຍການໃຫຍ່ VRG ໄດ້ເຂົ້າຢ້ຽມຂ່ຳນັບ ແລະ ແລກປ່ຽນຂໍ້ມູນກັບທ່ານ ເພັດ ພົມພິພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສປປ ລາວ, ທັງເປັນປະທານຄະນະກຳມະການຮ່ວມມື ລາວ - ຫວຽດນາມ ກ່ຽວກັບສະພາບການລົງທຶນຂອງກຸ່ມບໍລິສັດຢູ່ ລາວ.
ຍສໝ - ໃນເດືອນ ມິຖຸນາ, ຢູ່ນະຄອນ ໂຮ່ຈີມິນ, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີອອກເຄື່ອນທັບອາສາສະໝັກລະດູແລ້ງ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ. ປີ 2024 ແມ່ນປີຂີດໝາຍ 20 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງບັນດາການເຄື່ອນໄຫວຢູ່ແນວຮົບປະເທດເພື່ອນມິດ ລາວ.
ຍສໝ - ວັນທີ ມິຖຸນາ, ຢູ່ນະຄອນດານັງ, ຄະນະປະຕິບັດງານສໍານັກພິມ ແລະ ຈໍາໜ່າຍປື້ມແຫ່ງລັດ ລາວ ໄດ້ມີການໄປຢ້ຽມຢາມ ແລະ ເຮັດວຽກກັບບໍລິສັດພິມໜັງສືພິມປະຊາຊົນ ດານັງ ຈຳກັດຜູ້ດຽວ ແລະ ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ ສຶ ເຖິດ.
ຍສໝ - ວັນທີ 16 ມິຖຸນາ, ຄະນະຜູ້ແທນແຂວງ ອຸດົມໄຊ (ສປປ ລາວ) ນຳໂດຍສະຫາຍ ຄຳພຽງ ຢາຈົງວາ, ຮອງເລຂາຄະນະພັກແຂວງ ໄດ້ມາຢ້ຽມຢາມແຂວງ ເຊີນລາ.
ຍສໝ - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ສະຫາຍ ເລກວັກມິນ, ກຳມະການສູນກາງພັກ, ບັນນາທິການໃຫຍ່ໜັງສືພິມ ປະຊາຊົນ ຫວຽດນາມ, ຮອງຫົວໜ້າກົມໂຄສະນາສຶກສາສູນກາງ, ປະທານສະມາຄົມນັກຂ່າວ ຫວຽດນາມ ນຳໜ້າຄະນະຜູ້ແທນໜັງສືພິມ ປະຊາຊົນ ຫວຽດນາມ ໄປຢ້ຽມຢາມແຂວງ ຫຼວງພະບາງ.
ຍສໝ - ໃນລະຫວ່າງ 2 ວັນຂອງວັນທີ 30 ແລະ 31 ພຶດສະພາ, ຄະນະປະຕິບັດງານຂອງກົມການເມືອງທະຫານປ້ອງກັນຊາຍແດນ ໂດຍທ່ານ ພັນເອກ ຫງວຽນແທ່ງຫາຍ, ຮອງຫົວໜ້າກົມການເມືອງ ທະຫານປ້ອງກັນຊາຍແດນ ໄດ້ລົງເຄື່ອນໄຫວສຳຫຼວດ, ວິເຄາະ, ຕີລາຄາແຕ່ລະຈຸດທີ່ຕັ້ງ, ສະຖານທີ່ ຮັບໃຊ້ບັນດາການເຄື່ອນໄຫວໃນຂອບເຂດການພົບປະແລກປ່ຽນພະນັກງານໜຸ່ມທະຫານປ້ອງກັນຊາຍແດນ ຫວຽດນາມ ກັບພະນັກງານໜຸ່ມກົມໃຫຍ່ສັນຕິບານ, ກົມໃຫຍ່ຕຳຫຼວດ ລາວ, ຢູ່ 2 ແຂວງ ບິ່ງດິ້ງ ແລະ ກອນຕູມ.
ຍສໝ - ການຮ່ວມມືດ້ານການທ່ອງທ່ຽວ ລະຫວ່າງຫວຽດນາມ ແລະ ລາວ ພວມຢູ່ໃນຂະບວນການເຕີບໂຕທີ່ດີ, ຄວາມສາມາດບົ່ມຊ້ອນຮ່ວມມືຍັງໃຫຍ່ຫຼວງ ແລະ ມີແງ່ຫວັງຫຼາຍຢ່າງໃນໄລຍະຈະມາເຖິງ.
ຍສໝ - ຕອນບ່າຍວັນທີ 23 ພຶດສະພາ, ຢູ່ ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຊິງເຫຍີດເຕິ່ນ ໄດ້ມີການຕ້ອນຮັບ ແລະ ເຮັດວຽກກັບທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ລາວ.
ຍສໝ - ຫວ່າງມໍ່ໆມານີ້, ຢູ່ຫຼັກໝາຍຈຸດຕັດກັນຂອງເສັ້ນຊາຍແດນ 3 ປະເທດ ຫວຽດນາມ - ລາວ - ຈີນ, ສອງປ້ອມປ້ອງກັນຊາຍແດນ A Pa Chai ແລະ ແຊນເທື້ອງ (ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ດ້ຽນບຽນ, ຫວຽດນາມ) ໄດ້ດຳເນີນກອງປະຊຸມພົບປະກັບ ກົມຕຳຫຼວດເມືອງ ຍອດອູ, ແຂວງ ຜົ້ງສາລີ (ລາວ) ແລະ ກອງຮ້ອຍຄຸ້ມຄອງຊາຍແດນ ຢ່າງແທງ, ແຂວງ ຢູນໜານ (ຈີນ).
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ, ທ່ານພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ໄດ້ຕອບສໍາພາດ ກ່ຽວກັບຄວາມໝາຍແຫ່ງໄຊຊະນະດ້ຽນບຽນຝູ ຕໍ່ການປະຕິວັດຫວຽດນາມ - ລາວ ແລະບັນດາຂະບວນການປົດປ່ອຍຫົວເມືອງຂຶ້ນໃນໂລກໃນເວລານັ້ນ, ກໍ່ຄືການຮ່ວມເດີນທາງຂອງສອງປະເທດຫວຽດນາມ-ລາວ ໃນຕະຫຼອດຫຼາຍທົດສະວັດຜ່ານມາ.
ຍສໝ - ເພື່ອໃຫ້ມີກຳລັງຊ່ວຍໜູນໃຫ້ສະໜາມຮົບຫຼັກ ຢູ່ດ້ຽນບຽນຝູ ທີ່ພວມຢູ່ໃນສະພາບສຸກເສີນ, ວັນທີ 25 ເມສາ 1954, ຝ່າຍສັດຕູໄດ້ສົ່ງກອງທະຫານເຄື່ອນທີ່ເລກ 1 ພ້ອມດ້ວຍ 3 ກອງພັນ ແລະ 1 ກອງພັນປືນໃຫຍ່ ໄປຕາມເສັ້ນທາງເລກທີ 12 ຖອນທະຫານອອກສູ່ເມືອງທ່າແຂກ (ລາວ). ແຕ່ໃນລະຫວ່າງທາງທີ່ຈະຖອນທະຫານ ພວກເຂົາເຈົ້າໄດ້ຖືກກອງພັນໃຫຍ່ 18 ພ້ອມກຳລັງປະກອບອາວຸດລາວ ສະກັດກັ້ນໂຈມຕີ.
ຍສໝ - ຕອນເຊົ້າວັນທີ 17 ເມສາ, ທີ່ສູນວັດທະນະທຳ ຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ໄດ້ດຳເນີນວັນບຸນວັດທະນະທຳ-ເຊື່ອມຕໍ່ການຄ້າ ໂດຍສະມາຄົມຕິດຕໍ່ພົວພັນກັບຄົນ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ສົມທົບກັບສະມາຄົມວິສາຫະກິດ ຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ແລະ ສູນວັດທະນະທຳ ຫວຽດນາມ ປະຈຳ ລາວ ຈັດຕັ້ງ.
ຍສໝ - ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລື ແລະເຫັນດີເປັນເອກະພາບກ່ຽວກັບການແກ້ໄຂການສົມທົບກັນປະຕິບັດວຽກງານປົກປັກຮັກສາປ່າໄມ້, ປ້ອງກັນໄຟໄໝ້ປ່າຢູ່ເຂດຊາຍແດນຂອງສອງຝ່າຍໃນໄລຍະຈະມາເຖິງ ຄື: ສືບຕໍ່ເພີ່ມທະວີການສົມທົບກັນ, ແລກປ່ຽນຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງວຽກງານປົກປັກຮັກສາປ່າໄມ້, ປ້ອງກັນໄຟໄໝ້ປ່າ; ເພີ່ມທະວີການລາດຕະເວນສອງຝ່າຍເພື່ອປົກປັກຮັກສາປ່າໄມ້, ຮ່ວມມືແລກປ່ຽນເຕັກນິກ, ບົດຮຽນກ່ຽວກັບການປົກປັກຮັກສາປ່າໄມ້, ການປ້ອງກັນໄຟໄໝ້ປ່າ...
ຍສໝ - ຕອນບ່າຍວັນທີ 5 ເມສາ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ລາວ ໂດຍທ່ານ ຫງວຽນດັກວິງ, ກຳມະການສູນກາງພັກ, ປະທານຄະນະກຳມະການວັດທະນະທຳ ແລະ ການສຶກສາສະພາແຫ່ງຊາດ, ປະທານສະມາຄົມ ໄດ້ເຂົ້າຮ່ວມພິທີອວຍພອນ ສະຖານທູດລາວ ປະຈໍາ ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2567.
ຍສໝ - ຫຼັກໝາຍຊາຍແດນ ອາປາຈ້າຍ ຕັ້ງຢູ່ຈອມພູ ຄວານລາຊານ ຂຶ້ນກັບຕາແສງ ສິນເທົ່າ, ເມືອງ ເມື່ອງແຍ໊, ແຂວງດ້ຽນບຽນ ຂອງຫວຽດນາມ, ຕິດຈອດກັບເຂດ 11, ເມືອງຍອດອູ, ແຂວງຜົ້ງສາລີ ຂອງລາວ ແລະເທດສະບານ Qu Shui, ເມືອງ Jiang Cheng, ແຂວງຢຸນນານ ຂອງຈີນ. ຫຼັກໝາຍຊາຍແດນຮ່ວມແຫ່ງນີ້ ໂດຍ 3 ປະເທດ ຫວຽດນາມ-ລາວ-ຈີນ ກໍ່ສ້າງໃນປີ 2005, ກໍໄດ້ເອີ້ນວ່າ ຫຼັກໝາຍເລກທີ 0, ຈຸດເລີ່ມຕົ້ນຂອງເສັ້ນຊາຍແດນ ຫວຽດນາມ - ຈີນ.