ເລຂາຄະນະພັກແຂວງ ເງ້ອານ ຕ້ອນຮັບການນຳແຂວງ ບໍລິຄຳໄຊ, ສປປ ລາວ

09:40 | 19/08/2024

ຍສໝ - ວັນທີ 13 ສິງຫາ, ຢູ່ນະຄອນ ວິງ, ສະຫາຍ ໄທແທງກຸ໋ຍ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ​ເງ້ອານ ໄດ້ໃຫ້ການຕ້ອນຮັບ ສະຫາຍ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດເຂດ 11 ແຂວງ ບໍລິຄຳໄຊ, ສປປ ລາວ ພ້ອມດ້ວຍຄະນະ.

ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຕອບບຸນແທນຄຸນບັນດາທະຫານເສຍອົງຄະ ແລະ ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ ກວາງບິ່ງ ແລະ ເງ້ອານ.
ທະຫານປ້ອງກັນຊາຍແດນແຂວງ ເງ້ອານ ແລະ ກອງຮ້ອຍທະຫານປ້ອງກັນຊາຍແດນ 217 (ລາວ) ລາດຕະເວນສອງຝ່າຍ ເພື່ອປ້ອງກັນຊາຍແດນ
ເລຂາຄະນະພັກແຂວງ ເງ້ອານ ຕ້ອນຮັບການນຳແຂວງ ບໍລິຄຳໄຊ, ສປປ ລາວ

ສະຫາຍ ໄທ​ແທງ​ກຸ໋ຍ ເລຂາ​​ພັກ​ແຂວງ, ປະທານ​ສະພາ​ປະຊາຊົນ​ແຂວງ ​ເງ້ອານ ​ໄດ້​ໃຫ້ການ​ຕ້ອນຮັບ​ສະຫາຍ ສຸວັນນີ ​ໄຊ​ຊະນະ ຮອງ​ເລຂາ​​ພັກ​ແຂວງ, ປະທານ​ສະພາ​ປະຊາຊົນ​ແຂວງ, ຫົວໜ້າ​ຄະນະຜູ້ແທນສະພາແຫ່ງຊາດເຂດ 11 ແຂວງ ບໍລິຄຳໄຊ, ສປປ ລາວ.

ສະຫາຍ ​ໄທ​ແທງ​ກຸ໋ຍ ​ມີຄວາມດີໃຈທີ່ໄດ້ໃຫ້ການ​ຕ້ອນຮັບ​ຄະນະປະຕິບັດງານ​ຂອງ​ສະພາ​ປະຊາຊົນ​ແຂວງ​ ບໍລິ​ຄຳ​ໄຊ ມາ​ຢ້ຽມຢາມ ​ແລະ ​ແລກປ່ຽນ​ປະສົບການ​ໃນ​ການເຄື່ອນໄຫວ​ກັບ​ສະພາ​ປະຊາຊົນ​ແຂວງ ​ເງ້ອານ. ນີ້​ແມ່ນຫຼັກຖານພະຍານ​​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ສືບ​ຕໍ່​ຮັດ​ແໜ້ນ​ສາຍ​ພົວພັນ​ອັນ​ດີງາມ​ລະຫວ່າງ​ສອງ​ທ້ອງ​ຖິ່ນ.

ສະຫາຍ​ເລຂາ​ພັກ​ແຂວງ ເງ້ອານ ຢືນຢັນ​ວ່າ: ​ໃນ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ຫວຽດນາມ - ລາວ, ​ແຂວງ ​ເງ້ອານ ​ແລະ ​ແຂວງ ​ບໍ​ລິ​ຄຳ​ໄຊ ມີ​​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ, ສະໜິດສະໜົມ​ກັນຜ່ານຫຼາຍ​ທົດ​ສະ​ວັດ​ ແລະ​ ນັບມື້ນັບແໜ້ນແຟ້ນ​.

​ແຕ່ລະ​ປີ, ອົງຄະນະ​ພັກ, ອຳນາດການປົກຄອງ ​ແລະ ປະຊາຊົນ​ສອງ​ແຂວງ​​ໄດ້​ມີບັນດາ​ການ​ເຄື່ອນ​ໄຫວ​ໄປ​ຢ້ຽມຢາມ​, ພົບປະແລກປ່ຽນ​, ແລກປ່ຽນປະສົບການ​ໃນ​ການ​ເຮັດ​ວຽກຢ່າງເປັນ​ປະຈຳ; ປະສານ​ສົມທົບ ​ແລະ ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ຮັກສາ​ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະຫງົບ, ພິ​ເສດ​ແມ່ນ​ຮັກສາ​ເສັ້ນ​ຊາຍ​ແດນ​ລະຫວ່າງ​ສອງ​ແຂວງ.

​ໂດຍເນັ້ນ​ໜັກ​ເຖິງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ສະໜິດສະໜົມ, ​ແໜ້ນແຟ້ນ, ດູດດື່ມ​ລະຫວ່າງ​ແຂວງ ​ເງ້ອານ ​ແລະ ​ແຂວງ​ ບໍ​ລິ​ຄຳ​ໄຊ, ສະຫາຍ ​ໄທແທງ​ກຸ໋ຍ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ປະສົບ​ການ​ໃນ​ການ​ເຮັດ​ວຽກ; ປະສານ​ສົມທົບ ​ແລະ ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ຮັກສາ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະຫງົບ, ພິ​ເສດ​ແມ່ນ​ເຂດ​ຊາຍ​ແດນ​ຮ່ວມ​ຂອງ​ສອງ​ແຂວງ.

ພິ​ເສດ, ຕາມ​ແຜນການ​ໃນ​ວັນ​ທີ 29 ສິງຫາ ປີ 2024 ຈະ​ດຳ​ເນີນ​ການໂອ້ລົມ​ເຈລະຈາ​ຂັ້ນ​ສູງ​ລະຫວ່າງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ແຂວງ ​ເງ້ອານ ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ແຂວງ ​ບໍ​ລິ​ຄຳ​ໄຊ.

ເລຂາຄະນະພັກແຂວງ ເງ້ອານ ຕ້ອນຮັບການນຳແຂວງ ບໍລິຄຳໄຊ, ສປປ ລາວ

ບັນຍາກາດທີ່ການຕ້ອນຮັບ.

ຕາງໜ້າການນຳແຂວງ, ສະຫາຍ ໄທແທງ​ກຸ໋ຍ ໄດ້ອວຍພອນດ້ວຍຄວາມນັບຖືຢ່າງສູງໃຫ້ ສະຫາຍ ສຸວັນນີ ໄຊຊະນະ ພ້ອມດ້ວຍຄະນະປະຕິບັດງານແຂວງ ບໍລິຄຳໄຊ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ມີໄຊ​ ແລະ ປະສົບຜົນສຳເລັດຢ່າງຈົບງາມໃນ​ການ​ເດີນ​ທາງ​ປະຕິບັດງານຢູ່ ເງ້ອານ.

ພ້ອມ​ກັນ​ນັ້ນ, ກໍ່ໄດ້ສົ່ງຄຳອວຍພອນ​ໃຫ້​ອົງຄະນະ​ພັກ, ອຳນາດການປົກຄອງ ​ແລະ ປະຊາຊົນ​ແຂວງ​ ບໍລິ​ຄຳ​ໄຊ ສືບ​ຕໍ່​ຍາດ​ໄດ້ບັນດາ​ໄຊຊະນະອັນໃຫຍ່ຫຼວງ​ໃນ​ວຽກ​ງານ​ກໍ່ສ້າງ ​ແລະ ພັດທະນາ​ບ້ານ​ເກີດ​ເມືອງ​ນອນ ​ແລະ ປະ​ເທດ​ຊາດ. ອວຍພອນ​ໃຫ້​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ​ ຫວຽດນາມ - ລາວ ​ເວົ້າລວມ, ​ແຂວງ ​ເງ້ອານ ​ແລະ ​ແຂວງ​ ບໍລິ​ຄຳ​ໄຊ ເວົ້າສະເພາະ ໃຫ້​ນັບ​ມື້​ນັບ​ສະໜິດ​ແໜ້ນ​ກວ່າ​ອີກ.

ເລຂາຄະນະພັກແຂວງ ເງ້ອານ ຕ້ອນຮັບການນຳແຂວງ ບໍລິຄຳໄຊ, ສປປ ລາວ

ບັນດາການນຳສອງແຂວງ ເງ້ອານ ແລະ ບໍລິຄຳໄຊ ມອບຂອງທີ່ລະນຶກໃຫ້ກັນ.

ໂດຍຕາງໜ້າໃຫ້ຄະນະປະຕິບັດງານ, ສະຫາຍ ສຸວັນນີ ໄຊຊະນະ - ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດເຂດ 11 ແຂວງ ບໍລິຄຳໄຊ ໄດ້ສະແດງຄວາມ​ປິ​ຕິ​ຍິນ​ດີ ​ແລະ ຮູ້ສຶກ​ອົບ​ອຸ່ນ​ເມື່ອ​ໄດ້​ຮັບ​ການ​ຕ້ອນຮັບ​ຢ່າງ​ສົມກຽດ ແລະ ເຕັມໄປດ້ວຍມິດຈິດມິດໃຈຈາກ​ການ​ນຳ​ແຂວງ ​ເງ້ອານ.

ທ່ານ​ໃຫ້ຮູ້ວ່າ ການ​ເດີນທາງ​ປະຕິບັດງານຄັ້ງນີ້​ຂອງ​ຄະນະ​ ​ແມ່ນ​ມີ​ຄວາມ​ປາຖະໜາ​ຢາກ​ຮ່ຳຮຽນສຶກສາ​ຂະ​ບວນການ​ຕິດຕາມ​ກວດກາ ​ແລະ ​ແຜນການ​ປະຕິບັດບັນດາ​ນະ​ໂຍບາຍ, ມະຕິ​ຂອງ​ສະພາ​ປະຊາຊົນ; ວຽກ​ງານ​ແກ້​ໄຂ​ຄຳ​ຮ້ອງ​ທຸກ, ຄຳ​ຮ້ອງ​ຟ້ອງ​ ແລະ ຄຳສະເໜີຂອງ​ປະ​ຊາ​ຊົນ.

ນອກ​ຈາກນັ້ນ, ຍັງ​ມີ​ຫຼາຍ​ເນື້ອ​ໃນ​ທີ່​ຄະນະ​ປາດ​ຖະໜາ​ຢາກ​ຮ່ຳຮຽນ​ໃນ​ການ​ປະຕິບັດ​ວຽກ​ງານ​ຕິດຕາມກວດກາ​ໃນ​ຂົງ​ເຂດ​ຕ່າງໆ. ພ້ອມກັນນັ້ນ ສະຫາຍ ສຸວັນນີ ໄຊຊະນະ ໃຫ້ຮູ້ວ່າ: ໃນຄະນະປະຕິບັດງານ, ມີສະມາຊິກໃໝ່ຫຼາຍຄົນທີ່ເຂົ້າຮ່ວມການເຄື່ອນໄຫວຂອງສະພາປະຊາຊົນ, ສະນັ້ນ ຕ້ອງໄດ້ຮ່ຳຮຽນເພື່ອປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນໃຫ້ເປັນຢ່າງດີ.

ຄຽງຂ້າງນັ້ນ, ສະຫາຍ ສຸວັນນີ ໄຊຊະນະ ໄດ້ແຈ້ງໃຫ້ ສະຫາຍເລຂາພັກແຂວງ ເງ້ອານ ໄທແທງກຸ໋ຍ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ, ຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຂອງແຂວງ; ສະແດງຄວາມຂອບໃຈຢ່າງສູງຕໍ່ກັບແຂວງ ເງ້ອານ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ໜູນຊ່ວຍອັນໃຫຍ່ຫຼວງໃຫ້ແກ່ແຂວງ ບໍລິຄຳໄຊ ໃນຫຼາຍຂົງເຂດ; ເຊື່ອໝັ້ນວ່າ: ຜ່ານການເດີນທາງປະຕິບັດງານ ຈະໄດ້ຖອດຖອນບັນດາບົດຮຽນປະສົບການ ເພື່ອຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາປະຊາຊົນແຂວງ.

ເລຂາຄະນະພັກແຂວງ ເງ້ອານ ຕ້ອນຮັບການນຳແຂວງ ບໍລິຄຳໄຊ, ສປປ ລາວ

ບັນດາການນຳແຂວງ ເງ້ອານ ໄດ້ຖ່າຍຮູບທີ່ລະນຶກກັບບັນດາສະຫາຍໃນຄະນະປະຕິບັດງານຂອງແຂວງ ບໍລິຄຳໄຊ.

ທີ່​ການ​ພົບ​ປະ​ຄັ້ງ​ນີ້, ການ​ນຳ​ຂອງ​ສອງ​ແຂວງ​ຢືນຢັນ​ວ່າ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ​ເຊື່ອ​ໝັ້ນ​ໃນການ​ພົວພັນ​ລະຫວ່າງ ​ແຂວງ ​ເງ້ອານ ​ແລະ ​ແຂວງ ​ບໍລິຄຳໄຊ ຈະ​ນັບ​ມື້​ເກີດດອກອອກຜົນ, ​ຕິດພັນກັນຢ່າງແໜ້ນແຟ້ນ, ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ໃຫ້​ຂຽວ​ສົດ​ງົດ​ງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.

ເລຂາຄະນະພັກແຂວງ ແທັງຮວ໋າ ຕ້ອນຮັບຄະນະຜູ້ແທນສະພາປະຊາຊົນແຂວງ ຫົວພັນ - ລາວ ເລຂາຄະນະພັກແຂວງ ແທັງຮວ໋າ ຕ້ອນຮັບຄະນະຜູ້ແທນສະພາປະຊາຊົນແຂວງ ຫົວພັນ - ລາວ

ຍສໝ - ຕອນ​ບ່າຍ​ວັນ​ທີ 29 ພຶດສະພາ, ຢູ່​ທີ່​ໂຮງ​ແຮມ ​ຈຳ​ປາ, ​ເມືອງ ເຊິມເຊີນ, ສະ​ຫາຍ ໂດ໊ຈ່ອງຮຶງ, ກຳມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ​ແຂວງ, ປະທານ​ສະພາ​ປະຊາຊົນ​ແຂວງ ແທງຮວ໋າ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະປະຕິບັດງານ​​ຂອງ​ສະພາ​ປະຊາຊົນ​ແຂວງ​ ຫົວ​ພັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ນຳໂດຍ ສະຫາຍ ຄອນປະພັນ ເລືອງສີຈັນທອງ, ...

ຫຼາຍການເຄື່ອນໄຫວທີ່​ຟົດຟື້ນ​ໃນ​ງານ​ບຸນເກັບໝາກໝັ້ນປີ 2024 ຢູ່​ຕາ​ແສງເຂດຊາຍແດງ ​ເງ້ອານ ຫຼາຍການເຄື່ອນໄຫວທີ່​ຟົດຟື້ນ​ໃນ​ງານ​ບຸນເກັບໝາກໝັ້ນປີ 2024 ຢູ່​ຕາ​ແສງເຂດຊາຍແດງ ​ເງ້ອານ

ຍສໝ - ວັນ​​ບຸນເກັບໝາກໝັ້ນປີ 2024 ໄດ້ຈັດ​ຂຶ້ນ​ຢູ່​ຕາ​ແສງ ເມື່ອງຫຼົງ (ເມືອງ ກີ​ເຊີນ, ແຂວງ ເງ້​ອານ) ດ້ວຍການເຄື່ອນໄຫວວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຫຼາຍຢ່າງຂອງ​ຊາວ​ເຜົ່າ​ ມົ້ງ ແລະ ແມ່ນ​ເຫດການ ເພື່ອແຜ່ກະຈາຍ​ສີສັນຂອງ​ເຂດ​ຊາຍ​ແດນ ​ແລະ ​ໂຄສະນາ, ແນະນຳ​ເຄື່ອງໝາຍການຄ້າຂອງໝາກໝັ້ນ ຕ່າມຮວາ.

ມິງດຶກ (ແປຕາມ baomoi.com)

ເຫດການ
302 Found

Found

The document has moved here.