ຍສໝ - ພາຍຫຼັງການເຄື່ອນໄຫວທີ່ບໍ່ຫວັງຜົນກຳໄລມາເປັນເວລາ 7 ປີ, ໃນຖານະເປັນຜູ້ສ້າງຕັ້ງ SVNW ຢູ່ ຫວຽດນາມ, ທ່ານ ທ້າຍ ພ້ອມກັບຜູ້ຮ່ວມງານ ໄດ້ກູ້ຊ່ວຍເອົາໂຕລິ່ນ ກ່ວາ 1.500 ໂຕ, ໂດຍສົມທົບກັບກົມກອງກວດກາປ່າ ເກັບ ແລະ ທຳລາຍແຮ້ວກ່ວາ 9.700 ອັນ…
ຍສໝ - ຂໍ້ລິເລີ່ມດັ່ງກ່າວມາຈາກເຕີມເລ (ຊາວອາເມລິກາເຊື້ອຊາດຫວຽດນາມ) ຊຶ່ງແມ່ນໜຶ່ງໃນບັນດາສະມາຊິກສ້າງຕັ້ງ TinyWrist ດ້ວຍຄວາມປາດຖະໜາຢາກສອນ ຫວຽດນາມ ແລະ ວັດທະນະທຳ ຫວຽດນາມໃຫ້ແກ່ລູກຫຼານ, ແຕ່ບໍ່ມີປຶ້ມເປັນພາສາຫວຽດ ສຳລັບເດັກນ້ອຍ.
ຍສໝ - ຫ້ອງເກັບຕົວຢ່າງດັ່ງກ່າວ ມີຂັ້ນຕອນການເຄື່ອນໄຫວທີ່ງາຍດ່າຍ, ເພີ່ມທະວີຄວາມປອດໄພ, ສາມາດມ້າງອອກ ແລະ ຕິດຕັ້ງຢ່າງງ່າຍດາຍ ເມື່ອຕ້ອງນຳໃຊ້ຢູ່ເຂດເກັບຕົວຢ່າງທີ່ມີຄວາມສ່ຽງສູງ.
ທ່ານ ຟ້າມກວາງຫ້ຽວ ຮອງລັດຖະມົນຕີ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ສະແດງຄວາມຕື້ນຕັນໃຈ ແລະ ຄວາມເຄົາລົບນັບຖືຕໍ່ບັນດານ້ຳໃຈອັນດີງາມ, ການໜູນຊ່ວຍ, ຮ່ວມເດີນທາງ, ການແບ່ງປັນຂອງພໍ່ແມ່ປະຊາຊົນ ຊາວຫວຽດນາມ ອາໄສຢູ່ ສ.ເຊັກໂກ.
ບັນດາຫົວໜ່ວຍດັ່ງກ່າວ ໄດ້ມອບເງິນສົດໃຫ້ຄະນະກຳມະການແຫ່ງລັດ ກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ 50 ລ້ານດົ່ງ ເພື່ອປະກອບສ່ວນເຂົ້າໃນກອງທຶນວັກຊິນກັນພະຍາດໂຄວິດ - 19 ແລະ ວັດຖຸເຄື່ອງຂອງຈຳນວນໜຶ່ງທີ່ມີມູນຄ່າເກືອບ 230 ລ້ານດົ່ງ ເພື່ອຊ່ວຍເຫຼືອໃຫ້ບັນດາແພດໝໍ, ພະຍາບານທີ່ພວມປະຕິບັດໜ້າທີ່ຕ້ານໂລກລະບາດໂຄວິດ - 19 ຢູ່ແຂວງ ບັກຢາງ ແລະ ບັກນິງ.
ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ ໄດ້ຮຽກຮ້ອງໃຫ້ ພະນັກງານ, ພາລະກອນສະຖານທູດໝົດທຸກຄົນ, ບັນດາອົງການ, ວິສາຫະກິດ, ອົງການຈັດຕັ້ງ, ພໍ່ແມ່ປະຊາຊົນ ຊາວຫວຽດນາມ ພວມເຮັດວຽກ ແລະ ດຳລົງຊີວິດຢູ່ ສິງກະໂປ ສະໜັບສະໜູນໃຫ້ແກ່ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ຍສໝ -ທີ່ພິທີ, ທ່ານນາງເອກອັກຄະລັດຖະທູດ ຫງວຽນທິບິກຖ໋າວ ສະເໜີໃຫ້ບັນດາພະນັກງານ, ພາລະກອນໝົດທຸກຄົນ ແລະ ສະມາຊິກຄອບຄົວພະນັກງານສະຖານທູດ ຍາມໃດກໍ່ຍົກສູງສະຕິລະວັງຕົວກັບໂລກລະບາດໂຄວິດ - 19, ນຳໃຊ້ບັນດາຂໍ້ກຳນົດໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງຂ້ຽວຂາດ ເພື່ອປະຕິບັດເປັນຢ່າງດີສຳເລັດໜ້າທີ່ຂອງພັກ ແລະ ລັດມອບໝາຍໃຫ້.
ຍສໝ - ໂດຍຕາງໜ້າປະຊາຊົນ, ທ່ານດັ້ງມິງຄອຍ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນວ່າຈຳນວນເງິນນີ້ ແມ່ນການລະດົມກຳລັງໃຈສຳລັບພໍ່ແມ່ປະຊາຊົນ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃນໄລຍະປະສົບກັບຄວາມຫຍຸ້ງຍາກທີ່ສຸດ ແລະ ສະແດງໃຫ້ເຫັນນະໂຍບາຍສາມັກຄີ, ຄວາມເອົາໃຈໃສ່ຂອງພັກ, ລັດ ແລະ ປະຊາຊົນພາຍໃນປະເທດ ຕໍ່ພໍ່ແມ່ປະຊາຊົນ ເຮົາຢູ່ຕ່າງປະເທດ ດ້ວຍຈິດໃຈ “ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ”.
ຍສໝ - ເມື່ອເຕື້ອງເຖິງບົດບາດ ແລະ ການປະກອບສ່ວນອັນຍິ່ງໃຫຍ່ຂອງສະພາແຫ່ງຊາດຕໍ່ການພັດທະນາປະເທດຊາດ, ທ່ານ ສາດສະດາຈານ, ປ.ອ ວິທະຍາສາດ ຫງວຽນຊວັນທິ໊ງ - ປະທານ ເຄືອຂ່າຍປ່ຽນແປງໃໝ່ຫົວຄິດປະດິດຄິດສ້າງ ຫວຽດນາມ - ເຢຍລະມັນ ຕີລາຄາສະພາແຫ່ງຊາດຊຸດທີ XIV ບັນລຸໄດ້ຫຼາຍຜົນສຳເລັດທີ່ສຳຄັນ.
ຍສໝ - ຕາມທ່ານ ຫງວຽນຝູບິ່ງ ປະທານສະມາຄົມຕິດຕໍພົວພັນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ (ALOV) ແລ້ວ, ຈຳນວນຂອງຂວັນດັງກ່າວເຖິງວ່ານ້ອຍກໍ່ຕາມ ແຕ່ມັນສະແດງໃຫ້ເປັນນ້ຳໃຈຂອງພໍ່ແມ່ປະຊາຊົນພາຍໃນປະເທດ ຍາມໃດກໍ່ເອົາໃຈໃສ່ ແລະ ເປັນຫ່ວງເປັນໃຍຕໍ່ຊາວຫວຽດນາມ ອາໄສຢູ່ 3 ປະເທດ ຕໍ່ໜ້າການແຜ່ລະບາດຂອງໂລກລະບາດໂຄວິດ - 19 ຮອບໃໝ່ນີ້.
ຍສໝ -ໃນສານຂອງຕົນ, ທ່ານເອກອັກຄະລັດຖະທູດ ຫວູນົ່ງນາມໄດ້ຂຽນວ່າ: ໂລກລະບາດໂຄວິດ - 19 ສືບຕໍ່ມີການຜັນແປຢ່າງສັບສົນ, ເກີດຂຶ້ນໄວຣັດສາຍພັນໃໝ່ຫຼາຍຊະນິດໃນບໍລິເວນທົ່ວໂລກ, ໃນນັ້ນ ມີຍີ່ປຸ່ນ ແລະຫວຽດນາມ, ຈຳນວນຜູ້ຕິດເຊື້ອຢູ່ຍີ່ປຸ່ນຍັງບໍ່ທັນຫຼຸດລົງເທື່ອ.
ຍສໝ - ຈຳນວນຂອງຂວັນລວມມີ ສິນຄ້າ 135 ແກັດໃນນັ້ນມີ ຜ້າອັດປາກດັງ ລວມທັງໝົດ 337.500ອັນ ໂດຍຄອບຄົວທ່ານ ເຈິ່ນວຽດຕວັນ ຊາວຫວຽດນາມ ອາໄສຢູ່ຕ່າງ ແລະ ສູນກາງຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ບໍລິຈາກ, ດ້ວຍມູນຄ່າ 10.000 ໂດລາສະຫະລັດ ຊຶ່ງໄດ້ມອບໃຫ້ຄະນະສະເພາະກິດປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ແຫ່ງຊາດລາວ, ເພື່ອແນໃສ່ແບ່ງເບົາຄວາມຫຍຸ້ງຍາກສິ່ງທ້າຍທາຍກັບລັດຖະບານ ແລະ ປະຊາຊົນລາວ.
ຍສໝ - ເຂົ້າຮ່ວມພິທີ ມີບັນດາພະນັກງານສະຖານທູດ, ຜູ້ຕາງໜ້າບໍລິສັດໂທລະຄົມມະນາຄົມ Movitel ແລະ ບັນດາວິສາຫະກິດ, ນັກຊ່ຽວຊານ, ຜູ້ອອກແຮງງານ ຫວຽດນາມ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ນະຄອນຫຼວງ Maputo.
ຍສໝ - ປະຊາຄົມຊາວ ຫວຽດນາມ ຢູ່ ອິດສະລາແອັນ ປັດຈຸບັນ ລວມມີນັກສຶກສາ ກ່ວາ 300 ຄົນ ທີ່ແມ່ນນັກຄົ້ນຄ້ວາ ດ້ານກະສິກຳ ຢູ່ 4 ສູນກາງບຳລຸງສ້າງກະສິກຳໃຫຍ່ ແລະພໍ່ແມ່ປະຊາຊົນ ບາງຄົນທີ່ດຳລົງຊີວິດຢູ່ບັນດານະຄອນຄື Tel Aviv, Bat Yam, Beersheba, Haifa...
ຍສໝ - ທ່ານເຈິ່ນວັນນາມ, ປະທານສະມາຄົມຂະແມ ຫວຽດນາມ ແຂວງ Preah Sihanouk ໃຫ້ຮູ້ວ່າ, ເພື່ອສະກັດກັ້ນການແຜ່ລາມຂອງໂລກລະບາດໂຄວິດ - 19, ໃນໄລຍະເວລາກ່ວາ 1 ເດືອນມານີ້, ອຳນາດການປົກຄອງທ້ອງຖິ່ນ ໄດ້ນຳໃຊ້ບັນດາມາດຕະການປິດນະຄອນ Preah Sihanouk ຊຶ່ງເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຄົມຢູ່ທີ່ນີ້ ຍິ່ງປະສົບກັບຄວາມຫຍຸ້ງຍາກຫຼາຍກ່ວາອີກ ຍ້ອນບໍ່ສາມາດເດີນທາງໄປມາ, ທຳມາຫາກິນໄດ້.
ຍສໝ - ຕາມໜັງສືພິມປະຊາຊົນ, ບັນດາຂອງຂວັນໄດ້ມອບລວມມີ: ເຂົ້າສານ 2 ໂຕນ, ໝີ່ສຳເລັດຮູບ 100 ກອງ ແລະ ຢາປິ່ນປົວພະຍາດຊະນິດຕ່າງ, ຜ່ານນັ້ນຊ່ວຍໃຫ້ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຫຼຸດຜ່ອນຄວາມຫຍຸ້ງຍາກລຳສ້າງ, ສ້າງຊີວິດການເປັນຢູ່ເປັນປົກກະຕິໂດຍໄວ ແລະປະຕິບັດການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ເປັນຢ່າງດີ.
ຍສໝ - ແບ່ງປັນກັບວາລະສານຍຸກສະໄໝ, ຄະນະໜູນຊ່ວຍການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ສະມາຄົມຊາວ ຫວຽດນາມ ອາໄສຢູ່ນະຄອນ Kiev (ຢູແກຼນ) ໃຫ້ຮູ້ວ່າປັດຈຸບັນ ໃນຈຳນວນ ຜູ້ຕິດເຊື້ອພະຍາດໂຄວິດ - 19 176 ຄົນ ຢູ່ປະຊາຄົມຊາວຫວຽດນາມ ອາໄສຢູ່ Kiev (ຢູແກຼນ) ມີ 174 ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ຍັງເຫຼືອ 2 ຄົນພວມໄດ້ຮັບການປິ່ນປົວ.
ຍສໝ - ນັກສະແດງຍິງເຊື້ອຊາດ ຫວຽດນາມ Kelly Marie ເຈິ່ນ ລອດເຂົ້າຕອບບັນດາຊີລາຍຊື່ ຊາວອາຊີ 100 ຄົນທີ່ມີຜົນກະທົບໃນປີ 2021.
ຍສໝ - ກ່າວຄຳເຫັນທີ່ການພົບປະ, ທ່ານ ເຢືອງຈຸງດຶກ ປະທານສະມາຄົມຊາວຫວຽດນາມ ອາໄສຢູ່ ມາເກົາ ໃຫ້ຮູ້ວ່າ ປີ 2021 ໄດ້ຜ່ານໄປ ດ້ວຍຄວາມຫຍຸ້ງຍາກຫຼາຍຢ່າງຈາກໂລກລະບາດໂຄວິດ - 19, ພື້ນຖານເສດຖະກິດ ຢູ່ເຂດບໍລິຫານພິເສດມາເກົາ ກໍ່ຖືກຜົນກະທົບຢ່າງໜັກໜ່ວງ ອັນໄດ້ເຮັດໃຫ້ຊາວຫວຽດນາມຫຼາຍຄົນ ບໍ່ມີວຽກເຮັດງານທຳ, ຕົກເຂົ້າສູ່ສະພາບວາງງານ, ບັນດາຖ້ຽວບິນການຄ້າ ຖືກຢຸດສະຫງັກ ເຮັດໃຫ້ພໍ່ແມ່ປະຊາຊົນຫຼາຍຄົນຖືກຕົກຂ້າງຢູ່ ມາເກົາບໍ່ສາມາດກັບຄືນ ຫວຽດນາມ.
ຍສໝ - ທ່ານເລບ໊າລິງ, ຜູ້ສ້າງຕັ້ງບໍລິສັດ Link Nature Power, ຊາວຫວຽດນາມ ອາໄສຢູ່ ໄທໃຫ້ຮູ້ວ່າ ປີ 1960 ພໍ່ຂອງທ່ານແມ່ນໜຶ່ງໃນບັນດາຊາວຫວຽດນາມ ອາໄສຢູ່ໄທ ໄດ້ປະຕິບັດຕາມຄຳຮຽກຮ້ອງຂອງ ລຸງໂຮ່, ກັບຄືນປະເທດສ້າງສາປະເທດຊາດ.