ເປັນ​ຄັ້ງ​ທຳ​ອິດຫວຽດ​ນາມ​ຄົ້ນ​ຄ້​ວາ​ສຳ​ເລັດ​ຊຸດ​ gene ຂອງ ຊາວ​ຫວຽດ​ນາມ

19:07 | 20/12/2021

ຍ​ສ​ໝ - ຫວ່າງແລ້ວນີ້, ສະຖາບັນຂໍ້ມູນໃຫຍ່ VinBigData (ກຸ່ມບໍລິສັດ Vingroup) ໄດ້​ປະກາດສຳເລັດໂຄງການ “ສ້າງຖານຂໍ້ມູນປ່ຽນຮູບສືບພັນເຂົ້າກັນຂອງຊາວ ຫວຽດນາມ”.

ຍູ້​ແຮງ​ການ​ພົ​ວ​ພັນ​ຮ່ວມ​ມື​ດ້ານ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ - ກຳປູ​ເຈຍ ຍູ້​ແຮງ​ການ​ພົ​ວ​ພັນ​ຮ່ວມ​ມື​ດ້ານ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ - ກຳປູ​ເຈຍ
ຄະ​ນະ​ຂົນ​ຂວາຍປະ​ຊາ​ຊົນສູນ​ກາງ​ພັກ ເຮັດ​ວຽກ​ກັບ​ຄະ​ນະ​ຫົວ​ໜ້າ​ອົງ​ການ​ຕາງ​ໜ້າ​ກ່ຽວ​ກັບ​ວຽກ​ງານ​ຂົນ​ຂວາຍ​ຊາວ​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ ຄະ​ນະ​ຂົນ​ຂວາຍປະ​ຊາ​ຊົນສູນ​ກາງ​ພັກ ເຮັດ​ວຽກ​ກັບ​ຄະ​ນະ​ຫົວ​ໜ້າ​ອົງ​ການ​ຕາງ​ໜ້າ​ກ່ຽວ​ກັບ​ວຽກ​ງານ​ຂົນ​ຂວາຍ​ຊາວ​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ
ເປັນ​ຄັ້ງ​ທຳ​ອິດຫວຽດ​ນາມ​ຄົ້ນ​ຄ້​ວາ​ສຳ​ເລັດ​ຊຸດ​ gene ຂອງ ຊາວ​ຫວຽດ​ນາມ
ພາບ​ປະ​ກອບ: nhandan.vn

ໂຄງ​ການ​ໄດ້​ຮັບ​ການ​ລົງ​ທຶນ​ກ່​ວາ 4,5 ລ້ານ USD ເພື່ອ ປົດລະຫັດລະບົບ gene ຂອງຊາວ ຫວຽດນາມ ກວ່າ 1.000 ຄົນ ດ້ວຍ gene ປ່ຽນຮູບສືບພັນກວ່າ 40 ລ້ານ gene. ນີ້​ໄດ້​ຮັບ​ຖື​ວ່າ ແມ່ນຫຼັກ​ໝາຍ​ສຳ​ຄັນ​ໃນ​ການ​ຄົ້ນ​ຄ້​ວາ​ຊີ​ວະ​ສາດ​ຂອງ​ຫວຽດ​ນາມ

ໂດຍເລີ່ມປະຕິບັດມາແຕ່ເດືອນ ທັນວາ 2018 ໂຄງ​ການ “ສ້າງຖານຂໍ້ມູນປ່ຽນຮູບສືບພັນເຂົ້າກັນຂອງຊາວ ຫວຽດນາມ” ໄດ້ປະ​ຕິ​ບັດສຳ​ເລັດ, ນີ້​ແມ່ນ​ໂຄງ​ການ​ກ່ຽວ​ກັບ​ລະ​ບົບ gene ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ຢູ່ ຫວຽດ​ນາມ ນັບ​ແຕ່​ກ່ອນ​ມາ​ຮອດ​ປັດ​ຈຸ​ບັນ.

ໂຄງ​ການ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ວິ​ທະ​ຍາ​ສາດ ລວມ​ມີ​ນັກ​ຊ່ຽວ​ຊານ​ທີ່​ມີ​ປະ​ສົບ​ການ​ຂອງ VinBigData, ບັນ​ດາ​ທີ່​ປຶກ​ສາ​ຂັ້ນ​ສູງ​ຈາກ​ບັນ​ດາ​ຫົວ​ໜ່ວຍ​ຄົ້ນ​ຄ້​ວາແຖວ​ໜ້າ​ຄື ມະ​ຫາ​ວິ​ທະ​ຍາ​ໄລ Harvad, ມະ​ຫາ​ວິ​ທ​ະ​ຍາ​ໄລ Chicago, ສູນ​ປິ່ນ​ປົວ​ມະ​ເຮັງ MD Anderson... ພ້ອມ​ກັບ​ນັກ​ຊ່ຽວ​ຊານ ແລະ ຜູ້​ອາ​ສາ​ສະ​ໝັກ​ຊາວ​ຫວຽດ​ນາມ ແລະ ໂລກ ນັບ​ຮ້ອຍ​ຄົນ.

ໄປ​ຄຽງ​ຄູ່​ກັນ​ນັ້ນ, VinBigData ກໍ່​ໄດ້​ຜັນ​ຂະ​ຫຍາຍ​ການ​ຮ່ວມ​ມື​ກັບ 20 ອົງ​ການ​ຈັດ​ຕັ້ງ​ການ​ຄົ້ນ​ຄ້ວາ, ໂຮງ​ໝໍ​ແຖວ​ໜ້າ ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ຄື: ມະ​ຫາ​ວິ​ທະ​ຍາ​ໄລ John Hopkins (ອ​າ​ເມ​ລິ​ກາ), The GoldenHelix Foundation (ອັງ​ກິດ), ມະ​ຫາ​ວິ​ທະ​ຍາ​ໄລ​ແພດ​ສາດ ຮ່າ​ໂນ້ຍ, ໂຮງ​ໝໍ​ສູນ​ກາງກອງ​ທັບ 108…

ບຸນ​ຄົງ

ເຫດການ
302 Found

Found

The document has moved here.