ຄະ​ນະປະຕິບັດງານຄະ​ນະ​ກຳ​ມະ​ການສູນກາງ​ແນວ​ໂຮມ​ປະ​ເທດ​ຊາດ ​ຫວຽດ​ນາມ ໄປ​ເຮັດ​ວຽກ​ຢູ່ Fukuoka, ຍີ່​ປຸ່ນ

ຄະ​ນະປະຕິບັດງານຄະ​ນະ​ກຳ​ມະ​ການສູນກາງ​ແນວ​ໂຮມ​ປະ​ເທດ​ຊາດ ​ຫວຽດ​ນາມ ໄປ​ເຮັດ​ວຽກ​ຢູ່ Fukuoka, ຍີ່​ປຸ່ນ

ຍສໝ - ແຕ່​ວັນ​ທີ 7-8 ມິຖຸນາ, ຄະ​ນະປະຕິບັດງານ ຫວຽດນາມ​ ໂດຍ​ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫວຽນຮູຍຢຸ້ງ ນຳໜ້າຄະນະ ​ໄປ​ຢ້ຽມຢາມເຮັດ​ວຽກ​ຢູ່ Fukuoka, ຍີ່ປຸ່ນ.

ພົບປະ​ສະ​ເຫຼີມ​ສະ​ຫຼອງ 75 ປີ​ແຫ່ງ​ວັນ​ມູນເຊື້ອ​ຂອງ​ທະຫານອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານ​ການ​ທະ​ຫານຫວຽດນາມ ຊ່ວຍການປະຕິວັດລາວ

ພົບປະ​ສະ​ເຫຼີມ​ສະ​ຫຼອງ 75 ປີ​ແຫ່ງ​ວັນ​ມູນເຊື້ອ​ຂອງ​ທະຫານອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານ​ການ​ທະ​ຫານຫວຽດນາມ ຊ່ວຍການປະຕິວັດລາວ

ຍສໝ - ວັນທີ 27 ຕຸລາ, ຄະນະຕິດຕໍ່ປະສານງານທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານຫວຽດນາມ ຊ່ວຍການປະຕິວັດລາວ ຢູ່ແຂວງ ແທງຮວ໋າ ໄດ້ຈັດພິທີສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານຫວຽດນາມ ຊ່ວຍການປະຕິວັດລາວ (ວັນທີ 30 ຕຸລາ 1949 – 30 ຕຸລາ 2024).

ກຸ່ມນັກສຶກສາ ຍາດໄດ້ລາງວັນທີ 1 ກ່ຽວກັບການອອກແບບໂລໂກ້ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງສາຍພົວພັນທາງການທູດລະຫວ່າງ ເຢຍລະມັນ - ຫວຽດນາມ

ກຸ່ມນັກສຶກສາ ຍາດໄດ້ລາງວັນທີ 1 ກ່ຽວກັບການອອກແບບໂລໂກ້ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງສາຍພົວພັນທາງການທູດລະຫວ່າງ ເຢຍລະມັນ - ຫວຽດນາມ

ຍສໝ - ໂລໂກ້ (Logo) ທີ່ໄດ້ຮັບລາງວັນແມ່ນຄວາມຄິດປະດິດສ້າງຂອງກຸ່ມນັກສຶກສາມາຈາກ ຮ່າໂນ້ຍ, ນາງ ຫງວຽນເຈີນໝີແອັງ ຈາກມະຫາວິທະຍາໄລເສດຖະກິດແຫ່ງຊາດ (NEU) ແລະ ທ້າວ ໂດ໊ດືກເກືອງ ຈາກມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ (HUST).

ຕ້ອງ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ລຸ້ນໜຸ່ມ​ຫວຽດນາມ ​ແລະ ມົງ​ໂກ​ລີ

ຕ້ອງ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ລຸ້ນໜຸ່ມ​ຫວຽດນາມ ​ແລະ ມົງ​ໂກ​ລີ

ຍສໝ - ນີ້​ແມ່ນ​ເນື້ອ​ໃນ​ຂອງ​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ທ່ານ ຟານ​ແອງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ (VUFO) ​ແລະ ທ່ານ Jigjee Sereejav, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ມົງ​ໂກ​ນ ປະຈຳ ຫວຽດນາມ, ​ໃນ​ວັນ​ທີ 24 ຕຸລາ ຢູ່ ຮ່າ​ໂນ້ຍ.

ງານຕະຫຼາດນັດການຄ້າການ​ທ່ອງ​ທ່ຽວ ຫວຽດນາມ - ລາວ ​ໃນ​ປີ 2024

ງານຕະຫຼາດນັດການຄ້າການ​ທ່ອງ​ທ່ຽວ ຫວຽດນາມ - ລາວ ​ໃນ​ປີ 2024

ຍສໝ - ຕອນ​ຄ່ຳ​ວັນ​ທີ 23 ຕຸລາ​ນີ້, ຢູ່​ແຂວງ​ ຊຽງ​ຂວາງ, ພາກ​ເໜືອ​ຂອງ​ລາວ ​ໄດ້​ດຳ​ເນີນງານຕະຫຼາດນັດ​ວາງສະ​ແດງ, ແນະນຳ, ໂຄສະນາບັນດາຜະລິດ​ຕະພັນ​ວັດທະນະທຳ, ທ່ອງ​ທ່ຽວ, ຜະລິດ​ຕະພັນ​ກະສິກຳ​ຂອງ ​ຫວຽດນາມ ​ແລະ ລາວ.

ຍູ້​ແຮງ​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ໃຫຍ່​ເຊື່ອມ​ຕໍ່ສອງພື້ນຖານເສດຖະກິດ ຫວຽດນາມ - ລາວ

ຍູ້​ແຮງ​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ໃຫຍ່​ເຊື່ອມ​ຕໍ່ສອງພື້ນຖານເສດຖະກິດ ຫວຽດນາມ - ລາວ

ຍສໝ - ວັນ​ທີ 24 ຕຸລາ, ຕາມ​ເວລາ​ທ້ອງ​ຖິ່ນ, ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດບັນດາ​ການ​ນຳ​ກຸ່ມ BRICS ​ເປີດ​ກວ້າງ​ຢູ່ Kazan, ສະຫະພັນ​ລັດ​ເຊຍ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າ​ມ​ມິ​ງຈິງ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ.

ຄົນຕ່າງ​ປະ​ເທດສົ່ງແຮງບັນດານໃຈ​ໃນ​ການຮ່ຳ​ຮຽນ​ ແລະ ເຜີຍ​ແຜ່​ພາ​ສາ​ຫວຽດນາມ

ຄົນຕ່າງ​ປະ​ເທດສົ່ງແຮງບັນດານໃຈ​ໃນ​ການຮ່ຳ​ຮຽນ​ ແລະ ເຜີຍ​ແຜ່​ພາ​ສາ​ຫວຽດນາມ

ຍສໝ - "Đỗ" ບໍ່ແມ່ນ "Đố", "Quằn quại" ບໍ່ແມ່ນ "Quan quại"... ບັນດາຊ່ວງເວລາທີ່ຫນ້າຮັກເຫຼົ່ານີ້ ໄດ້ປະກົດຢູ່ໃນບັນດາວິດີໂອ TikTok ແລະ YouTube ຂອງທ່ານນາງ Liliya Kholodova (ລັດເຊຍ). ບັນດາວິ​ດີ​ໂອ​ເຫຼົ່າ​ນີ້​ ​ໄດ້​ດຶງ​ດູດ​ຜູ້​ຊົມ ​ແລະ ​ແບ່ງປັນ​ນັບໝື່ນ​ຄັ້ງ, ກາຍ​ເປັນ​ສັນຍາ​ລັກ​ທີ່ມີຊີວິດຊີວາກ່ຽວກັບການຜູກພັນ​ດ້ານ​ວັດທະນະທຳ, ​ເຜີຍ​ແຜ່​ຄວາມ​ຮັກ​ແພງພາສາ​ຫວຽດນາມ​ ຂ້າມ​ຊາຍ​ແດນ.

ສະຖານທູດ​ແຫ່ງ ລາຊະອານາຈັກ ມາຣົກ ເຄົາລົບ ​ແລະ ຕີ​ລາຄາ​ສູງ​ບັນດາ​ທ່ານ​ໝໍ ຫວຽດນາມ

ສະຖານທູດ​ແຫ່ງ ລາຊະອານາຈັກ ມາຣົກ ເຄົາລົບ ​ແລະ ຕີ​ລາຄາ​ສູງ​ບັນດາ​ທ່ານ​ໝໍ ຫວຽດນາມ

ຍສໝ - ສະຖານທູດ​ແຫ່ງ ​ລາຊະ​ອານາຈັກມາຣົກ ປະຈຳ ຫວຽດນາມ ຫາກໍມີຈົດໝາຍ​ສະແດງຄວາມຂອບ​ໃຈ​ຢ່າງ​ຈິງ​ໃຈ​ເຖິງ​ໂຮງໝໍ​ມິດຕະພາບ ຫວຽດດຶກ ພາຍຫຼັງທີ່​ໄດ້​ເບິ່ງແຍງໃຫ້ແກ່​ພົນລະ​ເມືອງ ມາຣົກ ສອງ​ຄົນ​ທີ່​​ປະສົບ​ອຸບັດ​ຕິ​ເຫດ​ເມື່ອ​ບໍ່​ດົນ​ມາ​ນີ້.

ຫວຽດນາມ ພົບ​ປະ​ກັບ​ບັນດາ​ປະ​ເທດ​ສ້າງຕັ້ງ​ກຸ່ມ​ເພື່ອນ​ມິດ UNCLOS

ຫວຽດນາມ ພົບ​ປະ​ກັບ​ບັນດາ​ປະ​ເທດ​ສ້າງຕັ້ງ​ກຸ່ມ​ເພື່ອນ​ມິດ UNCLOS

ຍສໝ - ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ຮ​ວ່າງ​ຢາງ ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ການ​ພັດ​ທະ​ນາທີ່ນັບມື້ນັບເຂັ້ມ​ແຂງ​ຂອງ​ກຸ່ມ​ເພື່ອນມິດ UNCLOS ໃນ 3 ປີ​ທີ່​ຜ່ານ​ມາ ດ້ວຍ​ຈຳນວນສະ​ມາ​ຊິກ​ 120 ກວ່າ​ປະ​ເທດ.

ພະນັກງານ ແຂວງ ຫຼວງນ້ຳທາ (ລາວ) ຈຳນວນ 175 ຄົນ ໄດ້ຮັບໃບຢັ້ງຢືນພາສາ ຫວຽດນາມ

ພະນັກງານ ແຂວງ ຫຼວງນ້ຳທາ (ລາວ) ຈຳນວນ 175 ຄົນ ໄດ້ຮັບໃບຢັ້ງຢືນພາສາ ຫວຽດນາມ

ຍສໝ - ໃນໄລຍະ 7 ປີຜ່ານມາ, ພະແນກສຶກສາທິການ ແລະ ກິລາ ແຂວງ ຫຼວງນ້ຳທາ (ລາວ) ໄດ້ເປີດຫ້ອງຮຽນພາສາ ຫວຽດນາມ ຂັ້ນພື້ນຖານໃຫ້ແກ່ພະນັກງານ - ລັດຖະກອນພາຍໃນແຂວງ 7 ແຫ່ງ. ມາ​ຮອດ​ປະ​ຈຸ​ບັນ, ມີ​ຜູ້ຮຽນ 175 ຄົນ​ໄດ້​ຮັບ​ໃບ​ຢັ້ງ​ຢືນ​ພາສາ ຫວຽດ​ນາມ.

ສະໜິດຕິດພັນນ້ຳໃຈມິດຕະພາບລະຫວ່າງ ທະຫານຊາຍແດນ ຫວຽດນາມ-ລາວ

ສະໜິດຕິດພັນນ້ຳໃຈມິດຕະພາບລະຫວ່າງ ທະຫານຊາຍແດນ ຫວຽດນາມ-ລາວ

ຍສໝ - ປາດຖະໜາວ່າ ການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ, ການຊ່ວຍເຫຼືອກັນລະຫວ່າງສອງແຂວງເທື່ອທຽນເຫວ້ ແລະເຊກອງ ເວົ້າລວມ, ລະຫວ່າງທະຫານຊາຍແດນແຂວງເທື່ອທຽນເຫວ້ ແລະກຳລັງປ້ອງກັນຊາຍແດນລາວ ເວົ້າສະເພາະຈະນັບມື້ນັບສະໜິດແໜ້ນ, ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ຈຸດນັດ​ພົບ​ຂອງຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະເທດ ຢູ່​ນະຄອນ ​ໂຮ່ຈີ​ມິນ.

ຈຸດນັດ​ພົບ​ຂອງຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະເທດ ຢູ່​ນະຄອນ ​ໂຮ່ຈີ​ມິນ.

ຍສໝ - ວັນທີ 8 ມິຖຸນາ, ຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງ​ເປີດສະຫຼອງກິດຈະກຳ ໄລຍະທີ 1 “ພື້ນທີ່ວັດທະນະທຳ ໂຮ່ຈີມິນ - ຈຸດນັດ​ພົບ​ຂອງຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະເທດ” ຢູ່ເຮືອນເລກທີ 147 ຫງວຽນດີງຈ໋ຽວ (ເມືອງ 3, ນະຄອນ ໂຮ່ຈີມິນ). ສະຖານທີ່ແຫ່ງນີ້ ໄດ້ຄາດວ່າຈະສ້າງກາລະໂອກາດໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດມີຄວາມສະໜິດຕິດພັນ, ພົວພັນ ແລະ ຮ່ວມມືເຊິ່ງກັນ ແລະ ກັນ ເພື່ອສ້າງເປັນເຄືອຂ່າຍນັກປັນຍາຊົນ, ນັກທຸລະກິດຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ປະກອບສ່ວນເສີມຂະຫຍາຍແຫຼ່ງຊັບພະຍາກອນຂອງຊາວຫວຽດນາມ ຢູ່ຕ່າງປະເທດທີ່ປະກອບສ່ວນໃຫ້ນະຄອນ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ: ຫວຽດ​ນາມ ມີ 3 ພື້ນ​ຖານ​ສຳ​ຄັນ​ ເພື່ອ​ພັດ​ທະ​ນາ​ຂະແໜງການ Halal

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ: ຫວຽດ​ນາມ ມີ 3 ພື້ນ​ຖານ​ສຳ​ຄັນ​ ເພື່ອ​ພັດ​ທະ​ນາ​ຂະແໜງການ Halal

ຍສໝ - ວັນ​ທີ 22 ຕຸລາ 2024, ກ່າວ​ຄຳປາໄສ​ທີ່​ກອງ​ປະຊຸມ “ເສີມຂະຫຍາຍກຳລັງແຮງພາຍໃນ, ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ​ ​ເພື່ອຍູ້ແຮງການ​ພັດທະນາຂະແໜງການ Halal ຫວຽດນາມ”, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້​ຮູ້​ວ່າ ຫວຽດນາມ ມີ 3 ພື້ນ​ຖານ​ສຳ​ຄັນ​ ເພື່ອ​ພັດ​ທະ​ນາ​ຂະແໜງການ Halal.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຝຣັ່ງ Olivier Brochet: ກຳລັງບົ່ມຊ້ອນ​ພັດ​ທະ​ນາ​ຢ່າງເຂັ້ມ​ແຂງ​ໃນ​ການ​ພົວ​ພັນ​ຫວຽດ​ນາມ - ຝ​ຣັ່ງ

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຝຣັ່ງ Olivier Brochet: ກຳລັງບົ່ມຊ້ອນ​ພັດ​ທະ​ນາ​ຢ່າງເຂັ້ມ​ແຂງ​ໃນ​ການ​ພົວ​ພັນ​ຫວຽດ​ນາມ - ຝ​ຣັ່ງ

ຍສໝ - ເລື່ອງການ​ນຳ​ສອງ​ປະ​ເທດ​ເຫັນ​ດີເປັນເອກະພາບຍົກ​ລະດັບ​ການ​ພົວພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ແມ່ນ​ໝາກຜົນ​ທີ່ເປັນທຳ​ມະ​ຊາດ​ຂອງ​ການ​ພົວພັນ​ທີ່​ມີ​ປະຫວັດສາດ​ອັນ​ຍາວ​ນານ, ເລິກ​ເຊິ່ງ.

ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຈີນ

ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຈີນ

ຍສໝ - ວັນ​ທີ 22 ຕຸລາ 2024, ກ່າວ​ຄຳປາໄສ​ທີ່​ການ​ພົບ​ປະ​ກັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ສປ ​ຈີນ ປະຈຳ ສສ ຫວຽດນາມ ແຮ່ເວີຍ, ທ່ານຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ບຸ່ຍ​ແທງ​ເຊີນ, ປະທານ​ຄະນະ​ຊີ້​ນຳການ​ຮ່ວມ​ມື 2 ຝ່າຍ ຫວຽດນາມ - ຈີນ ກ່າວວ່າ: ພັກ ​ແລະ ລັດຖະບານ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ຮັດ​ແໜ້ນ ​ແລະ ພັດທະນາ​ການ​ພົວພັນ​ຖານ​ບ້ານໃກ້ເຮືອນຄຽງທີ່​ເປັນ​ມິດຕະພາບ ​ແລະ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ຈີນ.

ບັນດາອົງການຈັດຕັ້ງປະຊາຊົນອວຍພອນສະຫາຍປະທານປະເທດ ແຫ່ງ ສສ ຫວຽດນາມ ເລືອງເກື່ອງ

ບັນດາອົງການຈັດຕັ້ງປະຊາຊົນອວຍພອນສະຫາຍປະທານປະເທດ ແຫ່ງ ສສ ຫວຽດນາມ ເລືອງເກື່ອງ

ຍສໝ - ​ເນື່ອງ​ໃນ​ໂອກາດ​ທີ່ສະຫາຍ ​ກຳມະການກົມການ​ເມືອງ, ຜູ້ປະຈຳການຄະນະ​ເລຂາທິການສູນກາງ​​ພັກ​ກອມ​ມູນິດ ​ຫວຽດນາມ ​ເລືອງ​ເກື່ອງ ​ໄດ້​ຮັບ​ເລືອກ​ຕັ້ງດຳລົງຕຳແໜ່ງ​ເປັນ​ປະທານປະເທດ ແຫ່ງສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ, ຫຼາຍ​ອົງການຈັດຕັ້ງ​ປະຊາຊົນ​ໃນ​ທົ່ວ​ໂລກ​ໄດ້​ສົ່ງ​ຈົດໝາຍ ​ແລະ ​ໂທລະ​ເລກ​ອວຍພອນ. ນີ້​ແມ່ນບັນດາ​ເພື່ອນ​ມິດ ​ແລະ ຄູ່​ຮ່ວມ​ມື​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ແລະ ບັນດາ​ອົງການ​ສະມາຊິກ.

ແນະນຳມາດ​ຕະການ​ແກ້​ໄຂ​ສີຂຽວ ຊູແອດ ໃຫ້​ບັນດາ​ຄູ່​ຮ່ວມ​ມື​ຫວຽດນາມ

ແນະນຳມາດ​ຕະການ​ແກ້​ໄຂ​ສີຂຽວ ຊູແອດ ໃຫ້​ບັນດາ​ຄູ່​ຮ່ວມ​ມື​ຫວຽດນາມ

ຍສໝ - ວັນ​ທີ 21 ຕຸລາ, ງານ​ວາງສະ​ແດງ​ສີຂຽວ​ ຊູແອດ ​ໄດ້​ດຳເນີນ​ຢູ່​ນະຄອນ​ໂຮ່ຈິ​ມິນ. ງານວາງສະແດງ ກໍ່ໄດ້ແນະນໍາເຖິງຜູ້ເຂົ້າຊົມກ່ຽວກັບບັນດາມາດ​ຕະການ​ແກ້​ໄຂ​ສີຂຽວທີ່ປະດິດຄິດສ້າງ, ສຸມໃສ່ເຂົ້າໃນພະລັງງານທົດແທນ, ການຫຼຸດຜ່ອນການປ່ອຍອາຍພິດ, ເສດຖະກິດໝູນວຽນ ແລະ ບັນດາເຕັກໂນໂລຢີໃຫມ່ຈາກ ຊູແອດ.

ຄວາມໝາຍການໄປປະຕິບັດງານຂອງນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມ BRICS ເປີດກວ້າງ

ຄວາມໝາຍການໄປປະຕິບັດງານຂອງນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມ BRICS ເປີດກວ້າງ

ຍສໝ - ຕາມຄຳເຊີນຂອງທ່ານ Vladimir Putin ປະທານາທິບໍດີສະຫະພັນລັດເຊຍ, ປະເທດປະທານ BRICS ປີ 2024, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມດ້ວຍຖານະເປັນແຂກຖືກເຊີນ.

ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ໄດ້ດໍາເນີນຢູ່ແຂວງຫົວພັນ

ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ໄດ້ດໍາເນີນຢູ່ແຂວງຫົວພັນ

ຍສໝ - ໂດຍສືບ​ຕໍ່​ກິດຈະກໍາເຄື່ອນໄຫວ​ຢູ່​ເມືອງ ມົກ​ເຈົາ (ແຂວງ ເຊີນ​ລາ), ຕອນ​ເຊົ້າ​ວັນ​ທີ 23 ຕຸລາ, ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ​ສືບຕໍ່​ດຳ​ເນີນ​ບັນດາກິດຈະກໍາຢູ່ເມືອງສົບເບົາ (ແຂວງຫົວພັນ), ເລີ່ມຕົ້ນດ້ວຍພິທີຕ້ອນຮັບຄະນະຜູ້ແທນຫວຽດນາມ ຢູ່ດ່ານຊາຍແດນ ປາຮາງ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມ​​ມິງຈິງ ເດີນ​ທາງ​ໄປ​ລັດ​ເຊຍ ເພື່ອ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ບັນດາການນຳກຸ່ມ BRICS ເປີດກ້ວາງ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມ​​ມິງຈິງ ເດີນ​ທາງ​ໄປ​ລັດ​ເຊຍ ເພື່ອ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ບັນດາການນຳກຸ່ມ BRICS ເປີດກ້ວາງ

ຍສໝ - ຕອນ​ເຊົ້າ​ວັນ​ທີ 23 ຕຸລາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມ​​ມິງຈິງ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ເດີນທາງອອກຈາກນະ​ຄອນ​ຫຼວງ ຮ່າ​ໂນ້ຍ ໄປເຂົ້າ​ຮ່ວມກອງ​ປະ​ຊຸມບັນດາ​ການ​ນຳ​ກຸ່ມບັນດາພື້ນຖານເສດ​ຖະ​ກິດຫາກໍ່ພົ້ນເດັ່ນຂຶ້ນ (BRICS) ຢູ່ Kazan, ສະ​ຫະ​ພັນ​ລັດ​ເຊຍ ແຕ່​ວັນ​ທີ 23 – 24 ຕຸລາ 2024 ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານາທິບໍດີ​ລັດ​ເຊຍ Vladimir Putin, ປະທານ​ກຸ່ມ BRICS ​ປີ 2024.