ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ສະແດງຄວາມຊົນເຊີຍ ສປປ ລາວ mụສຳເລັດການດຳລົງຕຳແໜ່ງເປັນປະທານອາຊຽນ ຄັ້ງທີ 44-45 ແລະ ສະມັດຊາໃຫຍ່ລັດຖະສະພາລະຫວ່າງປະເທດອາຊີຕາເວັນອອກສ່ຽງໃຕ້ (AIPA) ຄັ້ງທີ 45; ຢືນຢັນວ່າຜົນສຳເລັດຂອງບັນດາເຫດການນີ້ໄດ້ຢັ້ງຢືນວ່າ ສປປ ລາວ ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບ ແລະ ມີສຽງເວົ້າທີ່ນັບມື້ນັບມີຄວາມສຳຄັນໃນປະຊາຄົມສາກົນ, ປະກອບສ່ວນເຂົ້າໃນສັນຕິພາບ, ການຮ່ວມມື ແລະ ຄວາມວັດທະນາຖາວອນໃນພາກພື້ນ ແລະ ສາກົນ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ກໍ່ຢືນຢັນວ່າ ຫວຽດນາມ ຈະສືບຕໍ່ຢືນຄຽງຂ້າງ, ໜູນຊ່ວຍລາວ ຢ່າງສູງສຸດໃນເງື່ອນໄຂທີ່ສາມາດເຮັດໄດ້ ເພື່ອຊ່ວຍໃຫ້ລາວ ຜ່ານຜ່າບັນດາສິ່ງທ້າທາຍ, ຄວາມຫຍຸ້ງຍາກໃນປະຈຸບັນ.
![]() |
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະແລກປ່ຽນກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ. (ພາບ: Duong Giang/TTXVN) |
ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ສົ່ງຄຳອວຍພອນອັນອົບອຸ່ນອີກເທື່ອໜຶ່ງເຖິງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ; ໄດ້ສະແດງຄວາມປາດຖະໜາຢາກຕ້ອນຮັບທ່ານປະທານປະເທດ ເລືອງເກື່ອງ ໄປຢ້ຽມຢາມທາງລັດຖະກິດລາວ; ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ການສະໜັບສະໜູນຢ່າງສຸດອົກສຸດໃຈ ແລະ ຮອບດ້ານຂອງຫວຽດນາມ ໃຫ້ແກ່ລາວ ໃນການດຳລົງຕຳແໜ່ງເປັນປະທານອາຊຽນ 2024; ຢືນຢັນວ່າ ພັກ, ລັດຖະບານ ແລະ ປະຊາຊົນລາວ ຍາມໃດກໍ່ເຄົາລົບ ແລະ ຈົດຈຳການໜູນຊ່ວຍອັນບໍລິສຸດຜຸດຜ່ອງຂອງ ຫວຽດນາມ ທີ່ມີຕໍ່ລາວ ໃນພາລະກິດຕໍ່ສູ້ປົດປ່ອຍຊາດເມື່ອກ່ອນ ກໍ່ຄືການພັດທະນາປະເທດຊາດໃນປະຈຸບັນ.
ການນຳສອງທ່ານໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ; ສະແດງຄວາມປິຕິຊົມຊື່ນທີ່ໄດ້ເຫັນປະຈັກຕາການສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງສອງປະເທດ ເພື່ອຜັນຂະຫຍາຍບັນດາໝາກຜົນການພົບປະລະຫວ່າງ 2 ກົມການເມືອງ ຫວຽດນາມ-ລາວ (ເດືອນກັນຍາ 2024) ກໍ່ຄືຂໍ້ຕົກລົງ, ຄໍາຫມັ້ນສັນຍາຮ່ວມມື ທີ່ໄດ້ຮັບການເຫັນດີເຫັນພ້ອມຈາກການນຳຂັ້ນສູງຂອງສອງປະເທດ.
ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ການນຳສອງປະເທດໄດ້ເຫັນດີເປັນເອກະພາບຈະຊີ້ນຳບັນດາອົງການທີ່ກ່ຽວຂ້ອງຂອງສອງປະເທດຍູ້ແຮງການຜັນຂະຫຍາຍບັນດາໂຄງການໃຫຍ່ ເພື່ອເຊື່ອມຕໍ່ສອງພື້ນຖານເສດຖະກິດຫວຽດນາມ - ລາວ, ກໍ່ຄືການເຊື່ອມຕໍ່ສາມພື້ນຖານເສດຖະກິດຫວຽດນາມ-ລາວ-ກຳປູເຈຍ; ເປີດກວ້າງການຮ່ວມມືໃນບັນດາຂົງເຂດປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ.
![]() | [ຮູບພາບ] ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ໄດ້ພົບປະກັບອະດີດທະຫານອາສາສະໝັກ ຍສໝ - ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຫວຽດນາມ, ວັນທີ 11 ກັນຍາ ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ໄດ້ມີການພົບປະກັບອະດີດທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ແລະ ລຸ້ນໜຸ່ມ ຫວຽດນາມ - ລາວ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ... |
ມີງດຶກ