ຍີ່ປຸ່ນ ປາດຖະໜາຢາກໜູນຊ່ວຍ ຫວຽດນາມ ພັດທະນາ ກິລາ Baseball
ຍສໝ - ສະມາຄົມ PONY Baseball ຍີ່ປຸ່ນ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບຫວຽດນາມ ແລະ ໜູນຊ່ວຍຫວຽດນາມ ໃນການພັດທະນາ Baseball...
ຍສໝ - ສະມາຄົມ PONY Baseball ຍີ່ປຸ່ນ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບຫວຽດນາມ ແລະ ໜູນຊ່ວຍຫວຽດນາມ ໃນການພັດທະນາ Baseball...
ຍສໝ - ຕອນເຊົ້າວັນທີ 14 ມີນາ, ແຂວງກ໋ວາງນາມ ໄດ້ຈັດຕັ້ງພິທີຮັບໃບຢັ້ງຢືນມໍລະດົກວັດທະນະທຳບໍ່ເປັນວັດຖຸແຫ່ງຊາດ ວັນບຸນບ່າທູບົ່ນ, ໜຶ່ງໃນບັນດາພິທີວັດທະນະທຳ, ສັກກະລະບູຊາທີ່ເຕັມໄປດ້ວຍຂີດໝາຍແຫ່ງການດຳລົງຊີວິດດ້ານຄວາມເຊື່ອຖືສາສະໜາພື້ນເມືອງຂອງປະຊາຊົນທີ່ຕິດພັນກັບແມ່ນ້ຳທູໃຫຍ່ທີ່ສຸດແຂວງກ໋ວາງນາມ.
ຍສໝ - ໃນປີ 2021, ຫວຽດນາມ ແມ່ນຕະຫຼາດສະໜອງຢາງພາລາທຳມະຊາດໃຫຍ່ອັນດັບທີ 4 ໃຫ້ແກ່ເຢຍລະມັນ. ຕະຫຼາດຢາງພາລາທຳມະຊາດຂອງ ຫວຽດນາມ ໃນຍອດຈຳນວນນຳເຂົ້າຂອງ ເຢຍລະມັນ ກວມເອົາ 14,5% ເພີ່ມຂຶ້ນ 13,8% ໃນປີ 2020.
ຍສໝ - ຕອນເຊົ້າວັນທີ 14 ມີນາ, ມີຊາວຫວຽດນາມ ນັບຮ້ອຍຄົນສືບຕໍ່ໄປຍັງອະນຸສາວາລີນັກຮົບ ງາກມາ ຈູດທູບໄຕ້ທຽນອາໄລຫານັກຮົບວິລະຊົນ 64 ຄົນທີ່ເສຍສະຫຼະຊີວິດເພື່ອປົກປັກຮັກສາສິດອະທິປະໄຕອັນສັກກະລະບູຊາຂອງປະເທດຊາດ.
ຍສໝ - ທ່ານນາງເອກອັກຄະລັດຖະທູດ ຊູແອັດ ປະຈຳຫວຽດນາມ Ann Mawe ຖືວ່າ ຫວຽດນາມ ບັນລຸໄດ້ຜົນງານສຳຄັນໃນການຮັບປະກັນຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ກຳລັງໄປຖືກທິດໃນຂົງເຂດນີ້.
ຍສໝ - ທ່ານນາງ Naomi Kitahara, ຫົວໜ້າອົງການຕາງໜ້າກອງທຶນສຳລັບປະຊາກອນ ສປຊ (UNFPA) ຢູ່ ຫວຽດນາມ, ຕີລາຄາສູງຄວາມມານະພະຍາຍາມ ແລະ ໝາກຜົນໃນການປັບປຸງສຸຂະພາບຈະເລີນພັນ ເຊິ່ງ ຫວຽດນາມ ບັນລຸໄດ້ໃນຫຼາຍປີຜ່ານມາ.
ຍສໝ - ຮຸ່ງເຊົ້າວັນທີ 10 ມີນາ, ຖ້ຽວບິນນຳສົ່ງພົນລະເມືອງ ຫວຽດນາມ 300 ຄົນ ທີ່ຍົກຍ້າຍຈາກ ຢູແກຼນ ໄປຍັງ Warsaw (ໂປໂລຍ) ກັບຄືນມາປະເທດ ໄດ້ລົງຈອດຢູ່ສະໜາມບິນ ໂນ້ຍບ່າຍ ຢ່າງປອດໄພ.
ຍສໝ - ຫວ່າງແລ້ວນີ້, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງກອງປະຊຸມຕາມຮູບແບບ Arria ດ້ວຍຫົວຂໍ້ “ປະກອບສ່ວນດ້ານການເງິນເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ”, ພາຍໃຕ້ການເປັນປະທານຂອງທ່ານ Sutan Al-Jaber, ທູດພິເສດຮັບຜິດຊອບກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ.
ຍສໝ - ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຢັ້ງຢືນວ່າ ລັດຖະບານ, ລັດ ຫວຽດນາມ ຍາມໃດກໍຮ່ວມເດີນທາງ ແລະ ສ້າງເງື່ອນໄຂສະດວກໃຫ້ປະຊາຄົມວິສາຫະກິດເວົ້າລວມ, ໃນນັ້ນ ມີວິສາຫະກິດ, ນັກລົງທຶນຂອງ ອາເມລິກາ, ສະມາຊິກຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ ເວົ້າສະເພາະ, ສືບຕໍ່ລົງທຶນຢ່າງສຳເລັດ, ຍືນຍົງ ແລະ ຍາວນານຢູ່ ຫວຽດນາມ.
ຍສໝ - ໄລ່ຮອດວັນທີ 10 ມີນາ, ມີພົນລະເມືອງຫວຽດນາມ ກ່ວາ 550 ຄົນ ອາໄສຢູ່ຢູແກຼນ ໄດ້ກັບຄືນປະເທດໃນ 2 ຖ້ຽວບິນໜູນຊ່ວຍໂດຍບັນດາບໍລິສັດການບິນ ຫວຽດນາມ ປະຕິບັດ.
ຍສໝ - ຫວ່າງແລ້ວນີ້, ຢູ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງ ຮ່າໂນ້ຍ, ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ XIII, ອາຍຸການ 2022 – 2027 ຖືກໄຂຂຶ້ນຢ່າງເປັນທາງການດ້ວຍການເຂົ້າຮ່ວມຂອງຜູ້ແທນເກືອບ 1000 ຄົນ ເຊິ່ງຕາງໜ້າໃຫ້ແມ່ຍິງທຸກຊັ້ນວັນນະໃນທົ່ວປະເທດ.
ຍສໝ - ປະຊາຄົມຊາວຫວຽດນາມ ຢູ່ ຣູມານີ ໄດ້ຮັບການສ້າງຕັ້ງຂຶ້ນໃນຕົ້ນຊຸມປີ 90 ຂອງສະຕະວັດທີ່ຜ່ານມາ, ໃນເບື້ອງຕົ້ນແມ່ນບັນດານັກສຶກສາ, ຜູ້ທີ່ມາຮ່ຳຮຽນ, ອອກແຮງງານ ແລະ ຕັ້ງຖິ່ນຖານຢູ່ປະເທດເພື່ອນຢ່າງຖາວອນ.
ຍສໝ - ຕາມຂໍ້ມູນຈາກນັກອອກແບບ ຟານດັງຮ່ວາງ ໃຫ້ຮູ້ວ່າ: ຊຸດສະສົມ “La Peinture” ໃນໂຄງການ “Inside ຫວຽດນາມ” ຖືກແນະນຳໂດຍລາວໃນສັບປະດາ Milan Fashion Week 2022, ໃນລະຫວ່າງເຫດການ Afro Fashion Week.
ຍສໝ - ຕອນບ່າຍວັນທີ 9 ມີນາຢູ່ຮ່າໂນ້ຍ, ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ ຊື້ເທິດ ໄດ້ສົມທົບກັບປະເທດລາວ ຈັດຕັ້ງກອງປະຊຸມ “ຕີລາຄາ, ສະຫຼຸບວຽກງານພິມຈຳໜ່າຍປຶ້ມມອບໃຫ້ປະເທດລາວນັບແຕ່ປີ 2018 - 2021”.
ຍສໝ - ຄະນະກຳມະການປະຊາຊົນເທື່ອທຽນເຫ້ວ ຫາກໍ່ມີຂໍ້ຕົກລົງເລກທີ 611 ລົງວັນທີ 8 ມີນາ ປີ 2022 ເຊິ່ງອະນຸມັດການຮັບການໜູນຊ່ວຍເງິນເປັນຈຳນວນ 1,5 ຕື້ດົ່ງ ຂຶ້ນກັບໂຄງການ “ໜູນຊ່ວຍໃຫ້ແກ່ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ ແຂວງ ເທື່ອທຽນເຫ້ວ” ໂດຍອົງການ Zhi Shan Foundation ອຸປະຖຳ.
ຍສໝ - ສູນສະພາກາແດງຫວຽດນາມ ສົມທົບກັບສະຫະພັນແມ່ຍິງ ຫວຽດນາມ ແລະ ປະຕູຖານເອເລັກໂຕນິກມະນຸດສະທຳແຫ່ງຊາດ 1400 ຈັດຕັ້ງໂຄງການສົ່ງຂໍ້ຄວາມ “ຮ່ວມເດີນທາງກັບແມ່ຍິງເຂດຊາຍແດນ” ປີ 2022.
ຍສໝ - ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ສ.ເຊັກໂກ ຖ້າຍຊ່ວນຢຸງ ແລະ ພະນັກງານຂອງສະຖານທູດ ໄດ້ໄປຢ້ຽມຢາມປະຊາຄົມຊາວຫວຽດນາມ ຢູ່ແຂວງ Ustecky.
ຫວຽດນາມພວມໃຫ້ບູລິມະສິດຢ່າງສູງສຸດແກ່ວຽກງານຮັບປະກັນຄວາມສະຫງົບປອດໄພກ່ຽວກັບຊີວິດອິນຊີ, ຊັບສິນ, ຜົນປະໂຫຍດອັນຊອບທຳ ໃຫ້ແກ່ພົນລະເມືອງ ແລະ ນິຕິບຸກຄົນຫວຽດນາມທີ່ອາໄສຢູ່ຢູແກຼນ. ໃນຊຸມວັນຜ່ານມາ, ວຽກງານນີ້ ໄດ້ ແລະ ພວມ ຜັນຂະຫຍາຍປະຕິບັດໂດຍດ່ວນ, ຂ້ຽວຂາດ ແລະ ມີປະສິດທິຜົນ, ໃນນັ້ນມີບັນດາຖ້ຽວບິນສົ່ງພົນລະເມືອງກັບຄືນປະເທດ.
ຍສໝ - ໃນຂອບເຂດບ້ວງໜູນຊ່ວຍສຸກເສີນໃຫ້ນະຄອນ ໂຮ່ຈີມິນ, ອົງການ World Vision ຫວຽດນາມ ຫາກໍ່ມອບເງິນສົດ ໃຫ້ແກ່ລູກຫຼານຂອງບັນດາຄອບຄົວທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ເມືອງບິ່ງແຈ່ງ...
ຍສໝ - ສະຖານທູດ ຫວຽດນາມ ປະຈຳ ລັດເຊຍ ແລະ ປະຊາຄົມຊາວ ຫວຽດນາມ ປະຈຳ Rostov ແລະ Voronezh ໜູນຊ່ວຍປະຊາຊົນເຮັດລະບຽບການເອກະສານຜ່ານແດນ, ມີບ່ອນພັກຜ່ອນຊົ່ວຄາວເປັນປົກກະຕິ ແລະ ສະໜອງສິ່ງຂອງທີ່ຈຳເປັນໃນການດຳລົງຊີວິດປະຈຳວັນ.