ຕັ້ງ​ສິນ​ໃຈ​ຢ່າງ​ສູງເພື່ອຈະ​ເປີດ​ຕະຫຼາດ​ທ່ອງ​ທ່ຽວ​ສາ​ກົນ​ຄືນ​ໃໝ່

19:24 | 22/03/2022

ຍ​ສ​ໝ - ຄວາມ​ສາມາດ ​ແລະ ຄຸນ​ນະພາ​ບຂອງ​ລະບົບ​ທຸລະ​ກິດ​ການທ່ອງທ່ຽວ ​ແມ່ນ​ເສົາ​ຄ້ຳ​ສຳຄັນ​ໃນ​ການ​ຟື້ນ​ຟູ ​ແລະ ພັດທະນາ; ເຕັກໂນໂລຢີແມ່ນທ່າອ່ຽງທີ່ບໍ່ສາມາດຫຼີກລ່ຽງໄດ້ໃນສະພາບການໃຫມ່.

ຄົ້ນ​ພົບ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ ນີງບິ່ງ ຄົ້ນ​ພົບ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ ນີງບິ່ງ
ຖ້ຽວ​ບິນ​ທີ​ສອງ​ນຳສົ່ງພົນ​ລະ​ເມືອງ ຫວ​ຽດ​ນາມ ອາ​ໄສ​ຢູ່ ຢູ​ແກຼນ ກັບ​ຄືນ​ມາ ປະ​ເທດ ຢ່າງ​ປອດ​ໄພ ຖ້ຽວ​ບິນ​ທີ​ສອງ​ນຳສົ່ງພົນ​ລະ​ເມືອງ ຫວ​ຽດ​ນາມ ອາ​ໄສ​ຢູ່ ຢູ​ແກຼນ ກັບ​ຄືນ​ມາ ປະ​ເທດ ຢ່າງ​ປອດ​ໄພ
ຕັ້ງ​ສິນ​ໃຈ​ຢ່າງ​ສູງເພື່ອຈະ​ເປີດ​ຕະຫຼາດ​ທ່ອງ​ທ່ຽວ​ສາ​ກົນ​ຄືນ​ໃໝ່
ພາບ​ປະ​ກອບ: vov

ລັດຖະບານ​ໄດ້​ເປີດ​ຄືນ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ຂອງ​ນັກ​ທ່ອງ​ທ່ຽວ​ສາກົນ​ໃນ​ສະພາບ​ປົກກະຕິໃໝ່​ ແຕ່​ວັນ​ທີ 15 ມີນາ 2022, ​ເປັນ​ໂອກາດ​ທອງ​ເພື່ອ​ຟື້ນ​ຟູ​ການ​ພັດທະນາ​ການທ່ອງທ່ຽວ​ຂອງ​ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ, ດຳລົງ​ຊີວິດ​ເປັນ​ປົກກະຕິ​ກັບ​ໂລກ​ລະບາດ​ໂຄ​ວິດ-19.

ຂະ​ແໜງ​ທ່ອງ​ທ່ຽວ​ພວມ​ມານະ​ພະຍາຍາມ​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ຜັນ​ຂະຫຍາຍ​ຫຼາຍ​ການ​ເຄື່ອນ​ໄຫວ, ສ້າງ​ຮູບ​ແບບ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຫວຽດນາມ ທີ່​ເປັນ​ມິດ, ​ໄມຕີ​ຈິດ ​ແລະ ປອດ​ໄພ, ​ເພື່ອ​ແນ​ໃສ່​ບັນລຸ​ຄາດໝາຍ​ຕ້ອນຮັບ​ແຂກ​ສາກົນ 5 ລ້ານ​ເທື່ອ​ຄົນ​ໃນ​ປີ 2022.

ວັນ​ທີ 15 ມີນາ ​ແມ່ນ​ເວລາ​ອັນ​ເໝາະ​ສົມ​ເພື່ອ​ເປີດ​ປະຕູ​ຮັບ​ແຂກ​ທ່ອງ​ທ່ຽວ​ສາກົນ. ​ເພາະ​ມາ​ຮອດ​ຈຸດ​ເວລາ​ນີ້, ຫວຽດນາມ​ເກືອບ​ຈະ​ສຳ​ເລັດ​ການ​ປະຕິບັດການສັກ​ວັກ​ຊິນ​ຕ້ານ​ພະຍາດ​ໂຄ​ວິດ-19, ຮັບປະກັນ​ການ​ປ້ອງ​ກັນພູມຕ້ານທານ​ຂອງ​ຊຸມ​ຊົນ.

ພິ​ເສດ​ແມ່ນ​ເດືອນ ພຶດ​ສະ​ພາ ປີ 2022 ​ແມ່ນ​ເວລາ​ຫວຽດນາມ​ຈະ​ເປັນ​ເຈົ້າພາບ​ຈັດ​ງານ​ມະຫາ​ກຳ​ກິລາ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (SEA Games 31), ການ​ເປີດ​ກ້ວາງ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ສາກົນ ຈະປະກອບສ່ວນ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ອາ​ຊຽນ ​ເຊິ່ງ​ແມ່ນ​ບໍ​ລິ​ເວນ​ທີ່​ມີການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ຢູ່​ລະ​ດັບສູງ.

ສະພາ​ທີ່​ປຶກສາ​ດ້ານ​ການທ່ອງທ່ຽວ​ສະ​ເໜີ​ໃຫ້​ລັດຖະບານ​ພິຈາລະນາ ​ແລະ ຂະຫຍາຍ​ເວລາ​ຍົກ​ເວັ້ນວີ​ຊາ​ຝ່າຍ​ດຽວ​ເປັນ 3 ປີ​ໃຫ້​ແກ່​ພົນລະ​ເມືອງ​ຂອງ​ປະ​ເທດ​ດັ່ງ​ນີ້: ອັງກິດ, ສາທາລະນະ​ລັດ​ສະຫະພັນ​ເຢຍລະ​ມັນ, ສາທາລະນະ​ລັດ​ອີ​ຕາ​ລີ, ສາທາລະນະ​ລັດ ຝຣັ່ງ ​ແລະ ສະ​ເປນ; ພ້ອມ​ກັນ​ນັ້ນ, ກໍອະນຸຍາດ​ໃຫ້​ພົນລະ​ເມືອງ​ຂອງ 5 ປະ​ເທດ​ເອີ​ລົບ​ຕາ​ເວັນ​ຕົກ​ນີ້ ​ໄດ້​ຕໍ່​ອາຍຸ​ການ​ພັກ​ເຊົາ​ຊົ່ວຄາວ​ຢູ່​ຫວຽດນາມ ​ເປັນ 30 ວັນ​ນັບ​ແຕ່​ວັນ​ເຂົ້າ​ເມືອງ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.