ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຜູ້​ບັນຊາ​ການ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ

12:07 | 22/03/2022

ຍ​ສ​ໝ - ວັນ​ທີ 17 ມີນາ​ນີ້, ກອງ​ປະຊຸມ​ໃຫຍ່​ຜູ້​ບັນຊາ​ການ​ກຳລັງ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ (ACDFM-19) ຄັ້ງທີ 19 ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ພະນົມ​ເປັນ ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ​ພົນ​ເອກ Vong Pisen ຜູ້ບັນຊາການສູງສຸດກອງທັບລາດຊະວົງກຳປູເຈຍ.

ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຜູ້​ບັນຊາ​ການ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ
ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ (ພາບ: TTXVN)

ຕາມ​ສຳນັກ​ຂ່າວສານ​ຫວຽດນາມ ​ປະຈຳ​ນະຄອນຫຼວງ​ພະນົມ​ເປັນ​ແລ້ວ, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ມິດຕະພາບ​ເປັນ​ທາງ​ການ​ຢູ່​ລາຊະ​ອານາຈັກ​ກຳປູ​ເຈຍ ​ແຕ່​ວັນ​ທີ 17 – 19 ມີນາ, ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງ​ຫວຽດນາມ ​ໂດຍທ່ານ​ພົນ​ໂທ ຫງວຽນ​​ເຕິນ​ເກືອງ ​ເສນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ​ຫວຽດນາມ, ຮອງລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ນຳ​ໜ້າເຂົ້າຮ່ວມ​ກອງ​ປະຊຸມ ACDFM-19.

ສຳນັກ​ຂ່າວສານ​ແຫ່ງ​ຊາດ​ກຳປູ​ເຈຍ (AKP) ​ໄດ້ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ທ່ານ​ພົນ​ເອກ Vong Pisen ​ໃນ​ຄຳກ່າວ​ປາ​ໄສ​ເປີດ ADFM-19 ​ໂດຍ​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ຕໍ່​ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ. ທ່ານ​ຢືນຢັນ​ວ່າ ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ຜູ້​ບັນຊາ​ການ​ບັນດາ​ກຳລັງ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ ​ໄດ້​ມີ​ການ​ພົບ​ປະ​ແລກປ່ຽນ​ຕົວ​ຈິງ, ພາຍຫຼັງ​ສະພາບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ຢູ່ ກຳປູ​ເຈຍ ຫລຸດ​ລົງ.

ກອງ​ປະຊຸມ ACDFM-19 ດ້ວຍ​ຫົວ​ຂໍ້ “ສາມັກຄີ​ເພື່ອ​ສັນຕິພາບ ​ແລະ ຄວາມ​ປອງ​ດອງ” ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ທະຫານ ​ແລະ ຄວາມ​ມານະ​ພະຍາຍາມ​ລວມຂອງ​ອາ​ຊຽນ ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ຮັກສາ​ຄວາມ​ປອດ​ໄພ​ແບບ​ເກົ່າ ​ແລະ ​ແບບໃໝ່, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ໄລຍະ​ໂລກລະບາດ​ໂຄ​ວິດ-19; ພ້ອມ​ແລ້ວ​ທີ່​ຈະຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ໃນ​ອະນາຄົດ​ໂດຍ​ການ​ດັດປັບເປັນ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ປອງ​ດອງ​ກັນ ​ແລະ ຜົນ​ປະ​ໂຫຍ​ດລວມ​ຂອງ​ພາກ​ພື້ນ ​ໂດຍ​ຜ່ານ​ການ​ຮ່ວມ​ມື ​ແລະ ກົນ​ໄກ​ທີ່​ທຸກ​ຝ່າຍ​ຍອມຮັບ.

ທ່ານ​ພົນ​ເອກ Vong Pisen ຜູ້ບັນຊາການສູງສຸດກອງທັບລາດຊະວົງກຳປູເຈຍ. ປາດ​ຖະໜາ​ວ່າ ຜ່ານ​ກອງ​ປະຊຸມ ACDFM-19, ບັນດາ​ຜູ້​ບັນຊາ​ການ​ບັນດາ​ກຳລັງ​ປະກອບ​ອາວຸດ ອາ​ຊຽນ ຈະສືບ​ຕໍ່​ປຶກສາ​ຫາລື ​ແລະ ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ​ແລະ ຂໍ້​ລິ​ເລີ່ມ​ຢ່າງ​ເປີດ​ກ້ວາງ ​ແລະ ​ໄມຕີ​ຈິດ​ມິດຕະພາບ ​ເພື່ອ​ບັນລຸ​ໄດ້​ບັນດາ​ໝາກຜົນ​ຢ່າງ​ຕັ້ງໜ້າ​ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ຄວາມ​ສາມັກຄີ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

ກອງ​ປະຊຸມ​ ADFM-19 ​ໄດ້​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ບັນຊາ​ການ​ກຳລັງ​ປ້ອງ​ກັນ​ປະ​ເທດ ບຣູ​ໄນ, ກຳປູ​ເຈຍ, ອິນ​ໂດ​ເນ​ເຊຍ, ລາວ, ມາ​ເລ​ເຊຍ, ມຽນມາ, ຟີ​ລິບ​ປິນ, ສິງກະ​ໂປ, ​ໄທ ​ແລະ ຫວຽດນາມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.