ນັກທ່ອງທ່ຽວກຸ່ມທຳອິດທີ່ມາເຖິງຫວຽດນາມພາຍຫຼັງເປີດປະຕູຄືນຕະຫຼາດການທ່ອງທ່ຽວສາກົນ

10:21 | 20/03/2022

ຍ​ສ​ໝ - ຕອນ​ບ່າຍ​ວັນ​ທີ 16 ມີ​ນາ, ຖ້ຽວ​ບິນ​ຮອງ​ຮັບ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ກຸ່ມ​ທຳ​ອິດ​ມາ​ເຖິງ​ຫວຽດ​ນາມ ພາຍຫຼັງ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍການ​ເປີດ​ປະ​ຕູ​ຄືນ​ຕະຫຼາດ​ການ​ທ່ອງ​ທ່ຽວ​ສາ​ກົນ​ນັບ​ແຕ່​ວັນ​ທີ 15 ມີ​ນາ ໄດ້​ລົງ​ຈອດ​ຢ່າງ​ປອດ​ໄພ​ທີ່​ສະ​ໜາມ​ບິນ​ເຕີຍ​ເສີນ​ເຍິດ.

ບິ່ງຖ້ວນ ກະກຽມຕ້ອນຮັບນັກທ່ອງທ່ຽວສາກົນກັບຄືນມາທ່ອງທ່ຽວ ບິ່ງຖ້ວນ ກະກຽມຕ້ອນຮັບນັກທ່ອງທ່ຽວສາກົນກັບຄືນມາທ່ອງທ່ຽວ
ນັກທ່ອງທ່ຽວສາກົນມາ ຫວຽດນາມ ເພີ່ມຂຶ້ນຢ່າງແຮງ ນັກທ່ອງທ່ຽວສາກົນມາ ຫວຽດນາມ ເພີ່ມຂຶ້ນຢ່າງແຮງ

ຕອນ​ບ່າຍ​ວັນ​ທີ 16 ມີ​ນາ, ຖ້ຽວ​ບິນ​ຮອງ​ຮັບ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ກຸ່ມ​ທຳ​ອິດ​ມາ​ເຖິງ​ຫວຽດ​ນາມ ພາຍຫຼັງ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍການ​ເປີດ​ປະ​ຕູ​ຄືນ​ຕະຫຼາດ​ການ​ທ່ອງ​ທ່ຽວ​ສາ​ກົນ​ນັບ​ແຕ່​ວັນ​ທີ 15 ມີ​ນາ ໄດ້​ລົງ​ຈອດ​ຢ່າງ​ປອດ​ໄພ​ທີ່​ສະ​ໜາມ​ບິນ​ເຕີຍ​ເສີນ​ເຍິດ.

ຖ້ຽວ​ບິນ​ໂດຍ​ສາຍ​ການ​ບິນ​ແຫ່ງ​ຊາດ - ຫວຽດ​ນາມ​ແອ​ລາຍ ໄດ້​ດຳ​ເນີນ​ການ​ບິນ​ແຕ່​ປະ​ເທດ​ສິງ​ກະ​ໂປ​ມາ​ຍັງ​ນະ​ຄອນ​ໂຮ່​ຈີ​ມິນ. ຖ້ຽວ​ບິນ​ດັ່ງ​ກ່າວ​ໄດ້​ຮັບ​ຮອງ​ຜູ້​ໂດຍ​ສານ​ຫຼາຍກວ່າ 100 ຄົນ, ໃນ​ນັ້ນ​ມີ​ນັກ​ທ່ອງ​ທ່ຽວ​ສັນ​ຊາດ​ຕ່າງ​ປະ​ເທດ 20 ຄົນ.

ນັກທ່ອງທ່ຽວກຸ່ມທຳອິດທີ່ມາເຖິງຫວຽດນາມພາຍຫຼັງເປີດປະຕູຄືນຕະຫຼາດການທ່ອງທ່ຽວສາກົນ
ພາບ​ປະ​ກອບ: thanhnhien.vn

ໃນ​ວັນ​ດຽວ​ກັນ, ຖ້ຽວ​ບິນ​ຈາກ​ນະ​ຄອນ​ໂຮ່​ຈີ​ມິນ​ໄປ​ເຖິງ​ປະ​ເທດ​ສິງ​ກະ​ໂປ ເວ​ລາ 12 ໂມງ 30 ນາທີ ແລະ ເປັນ​ຖ້ຽວ​ບິນ​ທຳ​ອິດ​ທີ່​ນຳ​ນັກ​ທ່ອງ​ທ່ຽວ​ຫວຽດ​ນາມ​ພາຍ​ໃຕ້​ລາຍ​ການທ່ອງ​ທ່ຽວ​ສະ​ເພາະ​ຜູ້​ທີ່​ໄດ້​ຮັບ​ວັກ​ຊີນ​ຂອງ​ສິງ​ກະ​ໂປ (Vaccinated Travel Lane - ເປັນ​ລາຍ​ການ​ທີ່​ອະ​ນຸ​ຍາດ​ໃຫ້​ນັກ​ທ່ອງ​ທ່ຽວ​ສາ​ມາດ​ເຂົ້າ​ສິງ​ກະ​ໂປ​ໂດຍບໍ່​ຕ້ອງ​ແຍກຕົວເວັ້ນ​ໄລ​ຍະ​ຫ່າງ).

ແລະ​ກໍໃນ​ວັນ​ດຽວ​ກັນ​ວັນ​ທີ 16 ມີ​ນາ, ຫຼາຍ​ຊ່ອງ​ຂ່າວ​ຂອງ​ເຢຍ​ລະ​ມັນ​ໄດ້​ອ້າງ​ອີງຂ່າວ​ສຳ​ນັກ​ຂ່າວ DPA ໃຫ້​ຮູ້​ວ່າ ຫວຽດ​ນາມ​ໄດ້​ຍົກ​ເລີກ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ແຍກ​ຕົວ​ເວັ້ນ​ໄລ​ຍະ​ຫ່າງ​ສຳ​ລັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ ແນ​ໃສ່​ສ້າງ​ເງິນ​ໄຂ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໃນ​ການ​ພະ​ຍາ​ຍາມ​ເປີດ​ປະ​ຕູ​ຄືນ​ຂະ​ແໜງ​ການ​ທ່ອງ​ທ່ຽວຢູ່​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ນີ້.

ບັນ​ດາ​ຊ່ອງ​ຂ່າວ​ໄດ້​ແນະ​ນຳ​ລະ​ດົມ​ນັກ​ທ່ອງ​ທ່ຽວ​ຄວນ​ມາ​ທີ່​ຫວຽດ​ນາມ ເພື່ອເດີນ​ທາງ​ທ່​ຽວ​ທົ່ວ​ຫວຽດ​ນາມ​ດ້ວຍ​ການ​ຖີບ​ລົດ​ໃຊ້​ເວ​ລາ​ປະ​ມານ​ໜຶ່ງ​ເດືອນ. ຫວຽດ​ນາມ​ມີ​ທິວ​ທັດ​ສະ​ນິ​ຍະ​ພາບ​ທີ່ຫຼາຍຫຼາຍ​ເຕັມ​ໄປ​ດ້ວຍ​ພູ​ຜາ​ປ່າ​ໄມ້, ຊາຍ​ທະ​ເລ ແລະ ທົ່ງ​ໄຮ່​ທົ່ງ​ນາ.

ເສັ້ນ​ທາງ​ຍາວ​ຍຽດ​ແຕ່​ເໜືອ​ຮອດ​ໃຕ້-ໃຕ້​ຮອດ​ເໜືອ, ເສັ້ນ​ທາງ​ທີ່​ເອີ້ນ​ວ່າ ເສັ້ນ​ທາງໂຮ່​ຈີ​ມິນ ເປັນ​ສາຍ​ທາງ​ທ່ອງ​ທ່ຽວ​ທີ່​ໄດ້​ຮັບ​ການ​ນິ​ຍົມ​ຊົມ​ຊອບ​ຂອງ​ກຸ່ມ​ນັກ​ທ່ອງ​ທ່ຽວ​ແບກ​ກະ​ເປົາ ແລະ ພວກ​ເຂົາ​ມັກ​ທີ່​ຈະ​ເດີນ​ທາງ​ດ້ວຍ​ລົດ​ຈັກ ຫຼື ລົດ​ປະ​ຈຳ​ທາງ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.