ຍສໝ - ໃນໄລຍະ 7 ປີຜ່ານມາ, ພະແນກສຶກສາທິການ ແລະ ກິລາ ແຂວງ ຫຼວງນ້ຳທາ (ລາວ) ໄດ້ເປີດຫ້ອງຮຽນພາສາ ຫວຽດນາມ ຂັ້ນພື້ນຖານໃຫ້ແກ່ພະນັກງານ - ລັດຖະກອນພາຍໃນແຂວງ 7 ແຫ່ງ. ມາຮອດປະຈຸບັນ, ມີຜູ້ຮຽນ 175 ຄົນໄດ້ຮັບໃບຢັ້ງຢືນພາສາ ຫວຽດນາມ.
ຍສໝ - ໂດຍສືບຕໍ່ກິດຈະກໍາເຄື່ອນໄຫວຢູ່ເມືອງ ມົກເຈົາ (ແຂວງ ເຊີນລາ), ຕອນເຊົ້າວັນທີ 23 ຕຸລາ, ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ສືບຕໍ່ດຳເນີນບັນດາກິດຈະກໍາຢູ່ເມືອງສົບເບົາ (ແຂວງຫົວພັນ), ເລີ່ມຕົ້ນດ້ວຍພິທີຕ້ອນຮັບຄະນະຜູ້ແທນຫວຽດນາມ ຢູ່ດ່ານຊາຍແດນ ປາຮາງ.
ຍສໝ - ຕອນບ່າຍວັນທີ 22 ຕຸລາ, ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດ ເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ 2 ໄດ້ດໍາເນີນຢ່າງເປັນທາງການ ດ້ວຍພິທີຕ້ອນຮັບຄະນະຜູ້ແທນລາວ ຢ່າງສົມກຽດຢູ່ ດ່ານຊາຍແດນ ລ່ອງເຊິບ, ເມືອງມົກເຈົາ (ແຂວງເຊີນລາ) ເພື່ອເຂົ້າຮ່ວມບັນດາການ ເຄື່ອນໄຫວທໍາອິດໃນຂອບເຂດງານພົບປະແລກປ່ຽນ.
ຍສໝ - ທ່ານນາງ ຄຳເພົາ ເອີນທະວັນ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ເຖິງວ່າສະພາບການໂລກ ແລະພາກພື້ນສືບຕໍ່ມີການຜັນແປຢ່າງວ່ອງໄວ ແລະຍາກທີ່ຄາດຄະເນລ່ວງໜ້າໄດ້ກໍ່ຕາມ, ແຕ່ພາຍໃຕ້ການນຳພາຂອງສອງພັກ, ການຄຸ້ມຄອງຂອງສອງລັດຖະບານ ແລະການຕິດຕາມຂອງສອງສະພາແຫ່ງຊາດ ຫວຽດນາມ - ລາວ, ລາວ-ຫວຽດນາມ ພວມໃນທ່າພັດທະນາຢ່າງດີງາມ ແລະບັນລຸໄດ້ບັນດາຜົນງານສຳຄັນໃນຫຼາຍຂົງເຂດ, ນັບແຕ່ດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການທູດຈົນຮອດດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ - ບຳລຸງສ້າງ, ການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນ...
ຍສໝ - ວັນທີ 6 ແລະ 7 ມິຖຸນາ, ຄ້າຍທະຫານປ້ອງກັນຊາຍແດນ ຈີ່ເລ, ທະຫານປ້ອງກັນຊາຍແດນແຂວງ ເງ້ອານ ໄດ້ສົມທົບກັບກອງຮ້ອຍທະຫານປ້ອງກັນຊາຍແດນ 217, ກອງບັນຊາການແຂວງ ຫົວພັນ, ລາວ ຈັດການລາດຕະເວນສອງຝ່າຍຢູ່ດ່ານຊາຍແດນຂອງ 2 ຫົວໜ່ວຍຮັບຜິດຊອບ.
ຍສໝ - ໜຶ່ງໃນບັນດາສັນຍາລັກອັນສູງສົ່ງຂອງການພົວພັນສາມັກຄີແບບພິເສດ, ການຮ່ວມສຳພັນສູ້ຮົບ ຫວຽດນາມ - ລາວ ໃນສົງຄາມຕ້ານອາເມລິກາ ແມ່ນເສັ້ນທາງເຈື່ອງເຊີນ - ໂຮ່ຈີມິນ ທີ່ມະຫັດສະຈັນ.
ຍສໝ - ວັນທີ 4 ມິຖຸນາ, ໃນຂອບເຂດການຜັນຂະຫຍາຍບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງກະຊວງແຮງງານ ແລະ ສະຫວັດດິການສັງຄົມ ລາວ ແລະ ອົງການປະກັນສັງຄົມ ຫວຽດນາມ, ຄະນະປະຕິບັດງານຂອງອົງການປະກັນສັງຄົມ ຫວຽດນາມ, ໂດຍທ່ານຮອງຜູ້ອຳນວຍການໃຫຍ່ ຈຸ່ແມ້ງຊິງ ເປັນຫົວໜ້າໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບອົງການປະກັນສັງຄົມແຫ່ງຊາດ ລາວ (LSSO).
ຍສໝ - ວັນທີ 30 ກັນຍາ, ຢູ່ນະຄອນຫຼວງວຽງຈັນ, ສະຫາຍເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ຫງວຽນມິງເຕີມ ໄດ້ຍື່ນສານຕາຕັ້ງຕໍ່ ສະຫາຍເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ.
ຍສໝ - ງານມະໂຫລານໄດ້ສ້າງຄວາມປະທັບໃຈອັນດີງາມໃຫ້ແກ່ເຍົາວະຊົນອະນຸຊົນລາວ ແລະກຳປູເຈຍ ກ່ຽວກັບຜືນແຜ່ນດິນ, ປະຊາຊົນ, ໄວໜຸ່ມນະຄອນ ໂຮ່ຈີມິນ.
ຍສໝ - ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຫວຽດນາມ, ວັນທີ 10 ກັນຍາ ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ມີການພົບປະກັບຄະນະຜູ້ແທນຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ສະມາຄົມມິດຕະພາບ ຫວຽດນາມ - ລາວ ໂດຍທ່ານ ໂດ້ວັນຈ໋ຽນ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ນຳໜ້າ, ເຂົ້າຢ້ຽມຂ່ຳນັບ.
ຍສໝ - ໂດຍຕອບສະໜອງຕາມຄຳເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ແລະ ພັນລະຍາ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ໄດ້ໄປຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 10 – 13 ກັນຍາ 2024. ທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ມີການຕອບສຳພາດກັບນັກຂ່າວກ່ຽວກັບຄວາມໝາຍຂອງການຢ້ຽມຢາມ ແລະ ບັນດາຈຸດສຸມໃນການພົວພັນສອງຝ່າຍລະຫວ່າງສອງປະເທດ.
ຍສໝ - ຕໍ່ກັບບັນດາຜົນງານທີ່ພົ້ນເດັ່ນ ແລະ ການປ່ຽນແປງໃໝ່ຂອງປະເທດ ຫວຽດນາມ ທີ່ເຂັ້ມແຂງແຮງກ້າ ແລະ ເຊື່ອມໂຍງເຂົ້າກັບສາກົນ, ຊາວຫວຽດນາມ ຢູ່ ລາວ ກໍ່ຮູ້ສຶກມີຄວາມສຸກ, ເອກອ້າງທະນົງໃຈ ແລະ ຮັກບ້ານເກີດເມືອງນອນຫຼາຍກວ່າອີກ.
ຍສໝ - ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ຈະໄປຢ້ຽມຢາມທາງລັດຖະກິດ ຫວຽດນາມ ນັບແຕ່ວັນທີ 10 – 13 ກັນຍາ.
Ngày 27/8, Ủy viên Bộ Chính trị, Bí thư Thành ủy, Trưởng đoàn đại biểu Quốc hội thành phố Hà Nội Bùi Thị Minh Hoài đã chủ trì tiếp Đoàn Ban Kiểm tra Đảng - Thanh tra Chính phủ Thủ đô Vientiane (CHDCND Lào), do Ủy viên Ban Thường vụ Thành ủy, Chủ nhiệm Ban Kiểm tra Đảng - Thanh tra Chính phủ Thủ đô Vientiane Virasack Nammountry làm Trưởng đoàn, đến chào xã giao nhân dịp sang thăm, làm việc tại Hà Nội. ຍສໝ - ວັນທີ 27 ສິງຫາ, ສະຫາຍ ນາງ ບຸ່ຍທິມິນຮວ່າຍ ກໍາມະການກົມການເມືອງ, ເລຂາພັກນະຄອນ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດ ຮ່າໂນ້ຍ ໄດ້ເປັນປະທານພິທີຕ້ອນຮັບຄະນະກວດກາພັກ - ອົງການກວດກາລັດຖະບານ ນະຄອນຫຼວງ ວຽງຈັນ (ສປປ ລາວ), ໂດຍ ສະຫາຍ ວິລະສັກ ນາມມຸນຕີ ກຳມະການຄະນະປະຈຳພັກນະຄອນ, ຫົວໜ້າຄະນະກວດກາພັກ - ອົງການກວດກາລັດຖະບານ ນະຄອນຫຼວງ ວຽງຈັນ ເປັນຫົວໜ້າຄະນະ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຮ່າໂນ້ຍ.
ຍສໝ - ຫວ່າງມໍ່ໆມານີ້, ຢູ່ສະໂມສອນ Gentofte, Copenhagen, ແດນມາກ ໄດ້ດຳເນີນງານຕະຫຼາດນັດຄະນະທູຕານຸທູດ ຄັ້ງທີ 2 ເພື່ອສ້າງກອງທຶນໜູນຊ່ວຍເດັກນ້ອຍ ແດນມາກ.
ຍສໝ - ຫໍເທບທິດາປະເທດ ລາວ (ຢູ່ແຂວງ ນິງບິ່ງ) ຈະໄດ້ຮັບການບູລະນະ, ຍົກລະດັບເປັນສວນສາທາລະນະເປັນ “ສວນວັດທະນະທຳທ່ອງທ່ຽວ ຫວຽດນາມ - ລາວ”.
ຍສໝ - ຕອນເຊົ້າວັນທີ 21 ສິງຫາ, ລາຍການ ‘ພົບປະແລກປ່ຽນນາຍທະຫານໜຸ່ມທະຫານປ້ອງກັນຊາຍແດນ ຫວຽດນາມ - ລາວ’ ຄັ້ງທີ 3 ປີ 2024 ໄດ້ເລີ່ມດຳເນີນຢູ່ ລາວ. ລາຍການດຳເນີນໄປເປັນເວລາ 4 ວັນຢູ່ຫຼາຍທ້ອງຖິ່ນຂອງ ລາວ.
ຍສໝ - ສະຫາຍ ນາງ ຫງວຽນທິເລ້ ຮອງເລຂາພັກນະຄອນ, ປະທານສະພາປະຊາຊົນນະຄອນ ໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບ ສະຫາຍ ສາຍທອງ ໄຊຍະວົງ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ຈຳປາສັກ ພ້ອມດ້ວຍຄະນະຜູ້ແທນຂອງ ພັກປະຊາຊົນ ປະຕິວັດ ລາວ ວັນທີ 21 ສິງຫາ ຢູ່ນະຄອນ ໂຮ່ຈີມິນ.
ຍສໝ - ຫວ່າງແລ້ວນີ້, ຢູ່ນະຄອນ ໂຮ່ຈີມິນ, ທ່ານ ຫງວຽນເຝືອກໂລກ, ຮອງເລຂາຄະນະພັກນະຄອນ ໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບທ່ານພົນຈັດຕະວາ Phalom Linthong, ປະທານສະມາຄົມນັກຮົບເກົ່າ ນະຄອນຫຼວງວຽງຈັນ (ລາວ) ພ້ອມດ້ວຍຄະນະ ສະມາຄົມ.
ຍສໝ - ໃນຂອບເຂດການຢ້ຽມຢາມ ແລະ ເຮດວຽກຢູ່ ຫວຽດນາມ, ຄະນະຜູ້ແທນຂັ້ນສູງອົງການກວດກາແຫ່ງລັດ ລາວ ໂດຍສະຫາຍ ຄຳພັນ ພົມມະທັດ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ, ຫົວໜ້າຄະນະປ້ອງກັນ, ຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ຫົວໜ້າອົງການກວດກາແຫ່ງລັດ ລາວ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ທະນາຄານການຄ້າຫຸ້ນສ່ວນການລົງທຶນ ແລະ ພັດທະນາ ຫວຽດນາມ (BIDV).