ຍສໝ - ເມື່ອບໍ່ດົນມານີ້, ຢູ່ນະຄອນຫຼວງວຽງຈັນ (ສປປ.ລາວ), ໄດ້ຈັດພິທີເລີ່ມລົງມືໂຄງການກໍ່ສ້າງ ອາຄານກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນຂອບເຂດຂອງກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ.ລາວ ທີ່ອຸປະຖຳໂດຍສະມາຄົມຊາວຫວຽດນາມ ຢູ່ນະຄອນຫລວງວຽງຈັນ.
ເລື່ອງປົກປ້ອງສິດ ແລະ ຜົນປະໂຫຍດຖືກຕາມກົດໝາຍຂອງວິສາຫະກິດ ແລະ ພົນລະເມືອງ ຫວຽດນາມ ຍາມໃດກໍ່ແມ່ນບຸລິມະສິດແຖວໜ້າຂອງ ຫວຽດນາມ ແລະ ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມຂອງຂະແໜງການທູດ.
ຍສໝ - ຕອນເຊົ້າວັນທີ 15 ທັນວາ, ຢູ່າຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາ “ຍູ້ແຮງການຫັນເປັນດີຈີຕອນຮອບດ້ານ - ວິທີການແກ້ໄຂໜູນຊ່ວຍວິສາຫະກິດໃນການຟື້ນຟູ ແລະ ພັດທະນາໃນສະພາບການປົກກະຕິໃໝ່”.
ຍສໝ - ວິສາຫະກິດການຜະລິດຂອງຕ່າງປະເທດທີ່ສົ່ງອອກສະບຽງອາຫານເຂົ້າປະເທດຈີນ ຕ້ອງຍື່ນເອກະສານຈົດທະບຽນວິສະຫະກິດຜ່ານລະບົບລົງທະບຽນ
ຍສໝ - ຕອນເຊົ້າວັນທີ 13 ທັນວາ (ຕາມເວລາທ້ອງຖິ່ນ), ໃນຂອບເຂດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ເວື່ອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບການນຳບັນດາກຸ່ມບໍລິສັດ ແລະ ວິສາຫະກິດ ສ.ເກົາຫຼີ, ໃນນັ້ນມີ ທ່ານຮອງປະທານ ທັງເປັນຜູ້ອຳນວຍການໃຫຍ່ຂອງ Samsung Electronic Han Jong-hee, ທ່ານປະທານສະພາບໍລິຫານ ຂອງກຸ່ມບໍລິສັດ SK Group Choi-Tae-won, ທ່ານຜູ້ອຳນວຍການໃຫຍ່ຂອງ Lotte Shopping ແລະ Lotte Mart Kang Sung-hyun...
ຍສໝ - ຫວ່າງແລ້ວນີ້, ພະແນກອຸດສາຫະກຳ ແລະ ການຄ້ານະຄອນໂຮ່ຈີມິນ ແລະ ສະມາຄົມວິສາຫະກິດ ສິນຄ້າຫວຽດນາມຄຸນນະພາບສູງ ໄດ້ດຳເນີນກອງປະຊຸມຖະແຫຼງຂ່າວກ່ຽວກັບເວທີປາໄສ “ການຮ່ວມສຳພັນເພື່ອພັດທະນາ ລະຫວ່າງນະຄອນ ໂຮ່ຈີມິນ ແລະ ບັນດາແຂວງ, ນະຄອນໃນເຂດທົ່ງພຽງແມ່ນ້ຳຂອງ 2021 - Mekong Connect 2021”.
ຍສໝ - ຈີນຍັງແມ່ນຕະຫຼາດໃຫຍ່ ແລະ ສຳຄັນຂອງຫວຽດນາມ. ຈີນມີທ່າໄດ້ປຽບກ່ຽວກັບທີ່ຕັ້ງພູມສາດກັບຫວຽດນາມ, ມີຕະຫລາດພາຍໃນປະເທດທີ່ກ້ວາງໃຫຍ່ ແລະ ກຳລັງດ້ານເສດຖະກິດອັນໃຫຍ່ຫຼວງ, ສະນັ້ນ ມີຄວາມສາມາດບົ່ມຊ້ອນຫລາຍຢ່າງໃຫ້ແກ່ວິສາຫະກິດຫວຽດນາມ.
ຍສໝ - ທ່ານ Gareth Ward, ເອກອັກຄະລັດຖະທູດອັງກິດ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ຝ່າຍອັງກິດ ປາດຖະໜາຢາກແບ່ງປັນກັບ ຫວຽດນາມ ກ່ຽວກັບການປະຕິບັດການສັກວັກຊີນຕ້ານ COVID-19 ໃຫ້ແກ່ເດັກນ້ອຍ.
ຍສໝ - ຕອນບ່າຍວັນທີ 7 ທັນວາ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ແຂວງລອງອານ ໄດ້ຈັດຕັ້ງພິທີມອບຮັບເງິນບໍລິຈາກຊ່ວຍເຫຼືອຜູ້ທຸກຍາກ ແລະ ກອງທຶນເດັກ ຈາກສະມາຄົມນັກທຸລະກິດຈີນ ສາຂານະຄອນໂຮ່ຈີມິນ ແລະ ບັນດາວິສາຫະກິດຈີນ ຢູ່ລອງອານ.
ການນຳສອງປະເທດໄດ້ເຫັນດີຈະເພີ່ມທະວີການແລກປ່ຽນ ແລະ ພົບປະລະຫວ່າງຄະນະຜູ້ແທນທຸກຂັ້ນ ແລະ ທ້ອງຖິ່ນສອງປະເທດ, ຜ່ານນັ້ນ ຊຸກຍູ້ການຮ່ວມມືສອງຝ່າຍໃນທຸກຂົງເຂດ.
ຍສໝ - ການສູ້ຊົນເຮັດໃຫ້ຕະຫຼາດຫຼັກຊັບຫວຽດນາມ ກາຍເປັນໜຶ່ງໃນ 4 ຕະຫຼາດໃຫຍ່ຂອງພາກພື້ນ ອາຊຽນ ແມ່ນເປົ້າໝາຍຂອງຜູ້ຕາງໜ້າກະຊວງການເງິນ ໄດ້ແຈ້ງໃຫ້ຊາບທີ່ການສົນທະນາແລກປ່ຽນກ່ຽວກັບ “ຕະຫຼາດຫຼັກຊັບ: ເປີດແຫຼ່ງທຶນໃຫ້ແກ່ວິສາຫະກິດ - ຊ່ອງທາງລົງທຶນສ້າງກຳໄລ ແລະ ສະສົມຊັບສິນ” ທີ່ຈັດຕັ້ງ ໂດຍໜັງສືພິມການລົງທຶນ ສົມທົບກັບຄະນະກຳມະການຫຼັກຊັບ ໃນຕອນເຊົ້າວັນທີ 19 ພະຈິກ ຢູ່ຮ່າໂນ້ຍ.
ຍສໝ - ເມື່ອບໍ່ດົນມານິ້, ຢູ່ນະຄອນຫຼວງ Praha, ສະຖານທູດຫວຽດນາມ ປະຈໍາສາທະລະນະລັດເຊັກ ສົມທົບກັບສະມາຄົມຄຸ້ມຄອງ Czech ຈັດຕັ້ງກອງປະຊຸມສຳມະນາວິສາຫະກິດ ເຊັກ-ຫວຽດນາມ ແນໃສ່ເພື່ອຊ່ວຍໜູນວິສາຫະກິດຕ່າງໆ ຊອກຫາກາລະໂອກາດ, ຊຸກຍູ້ການຄ້າ ແລະ ການລົງທືນໃນຕະຫຼາດຂອງແຕ່ລະປະເທດ, ຊອກຫາມາດຕະການເພື່ອຊ່ວຍໃຫ້ພື້ນຖານເສດຖະກິດຫວຽດນາມ-ເຊັກ ຟື້ນຟູຄືນຫຼັງໂລກລະບາດ ໂຄວິດ-19.
ຍສໝ - ເນື່ອງໃນໂອກາດ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສິ້ນສຸດການຢ້ຽມຢາມ ຝຣັ່ງ ຢ່າງເປັນທາງການ, ສຳນັກຂ່າວສານ ຢູ່ ປາຣີ ໄດ້ມີການພົບປະແລກປ່ຽນກັບ ທ່ານ Jean – Noël Poirier, ຊ່ຽວຊານທີ່ປຶກສາການລົງທຶນຕ່າງປະເທດ ປະຈຳຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ກ່ຽວກັບການຢ້ຽມຢາມ ແລະ ແງ່ຫວັງຂອງການຮ່ວມມືລະຫວ່າງຫວຽດນາມ ແລະ ຝລັ່ງ ໃນໄລຍະຈະມາເຖິງ.
ທ່ານ ວຽງທອງ ຫັດສະຈັນ ເລຂາພັກນະຄອນຫຼວງພະບາງ, ແຂວງຫຼວງພະບາງ, ລາວ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ສະຖານກົງສູນໃຫຍ່ຫວຽດນາມ ປະຈຳ ຫຼວງພະບາງ ແລະປະຊາຄົມ, ສະມາຄົມ ແລະວິສາຫະກິດຫວຽດນາມ ທີ່ພວມທໍາມາຫາກິນ, ດຳລົງຊີວິດຢູ່ແຂວງ ໃນໄລຍະຜ່ານມາ ໄດ້ຊ່ວຍເຫຼືອນະຄອນປ້ອງກັນ, ຕ້ານພະຍາດໂຄວິດ-19 ມາຫຼາຍເທື່ອ.
ເພື່ອຜ່ານຜ່າໂລກລະບາດໂຄວິດ -19 ແລະ ບໍ່ປະໃຫ້ເກີດຜົນຮ້າຍຢ້ອນຫລັງອັນຫນັກຫນ່ວງຕໍ່ເສດຖະກິດ, ຫວຽດນາມ ຄວນໄປຕາມທິດ ເພີ່ມທະວີການສັກວັກຊິນກັນໂຄວິດ -19.
ຍສໝ - ຫວຽດນາມ ຫາກໍ່ປະກາດໃຊ້ບາງນະໂຍບາຍໃໝ່ຕືີ່ມອີກ ເພື່ອແນໃສ່ໜູນຊ່ວຍໃຫ້ແກ່ວິສາຫະກິດ, ປະຊາຊົນຜູ້ຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19.
ໃນບົດສະຫຼຸບຂ່າວເດັ່ນປະຈຳອາທິດທີ່ລົງໃນວັນທີ 2 ຕຸລາ ໃນໜັງສືພິມຕ່າງປະເທດ, ສໍານັກຂ່າວສານ Sputnik ເນັ້ນໜັກວ່າ ໃນສະຖານະການພະຍາດໂຄວິດ-19, ບັນດາວິສາຫະກິດຕ່າງປະເທດ ຍັງມີຄວາມເຊື່ອໝັ້ນຕໍ່ຫວຽດນາມ.
ຍສໝ - ສະພາທຸລະກິດອາເມລິກາ - ອາຊຽນມີຄວາມຫວັງຢາກຮ່ວມມືພ້ອມກັບຫວຽດນາມເພື່ອຮັກສາການຜະລິດ, ສ້າງວຽກເຮັດງານທຳແລະຊຸກຍູ້ການພັດທະນາເສດຖະກິດ.ປະຊາຄົມວິສາຫະກິດອາເມລິກາໃຫ້ຄຳໝັ້ນສັນຍາຈະສະໜັບສະໜູນເປົ້າໝາຍຄວບຄູ່ຂອງຫວຽດນາມ…
ຍສໝ - ວັນທີ 29 ກັນຍາ, ທ່ານນາງ Yovanka Yoan Siahainenia, ຜູ້ຮັກສາການກົງສູນໃຫຍ່ອິນໂດເນເຊຍປະຈຳ ນະຄອນໂຮ່ຈີມິນໄດ້ມອບໃຫ້ຜູ້ຕາງໜ້າຄະນະກຳມະການແນວໂຮມປະເທດຊາດຫວຽດນາມຢູ່ນະຄອນ 169 ລ້ານດົ່ງ ແລະ ເຄື່ອງໃຊ້ທີ່ຈໍາເປັນຈໍານວນໜຶ່ງ ທີ່ມີມູນຄ່າກວ່າ 120 ລ້ານດົ່ງ ໂດຍບັນດາວິສາຫະກິດອິນໂດເນເຊຍ ແລະ ຊາວອິນໂດເນເຊຍຢູ່ນະຄອນ ໜູນຊ່ວຍການປ້ອງກັນ ແລະຄວບຄຸມພະຍາດ COVID-19.
ຍສໝ - ອີງຕາມຂໍ້ມູນຈາກການສຳມະນາອອນໄລ "ການຮ່ວມມືດ້ານເສດຖະກິດຫວຽດນາມ-ໄທ ເພື່ອຮັບມືກັບການລະບາດຂອງພະຍາດ COVID-19" ເຊິ່ງໄດ້ຈັດຕັ້ງໂດຍສະຖານທູດຫວຽດນາມ ປະຈຳໄທ ສົມທົບກັບສະຖານທູດໄທ ປະຈຳຮ່າໂນ້ຍ ໃນວັນທີ 23 ກັນຍາ, ບັນດານັກລົງທຶນໄທ ສືບຕໍ່ໃຫ້ຄຳໝ້ນສັນຍາລົງທຶນເຂົ້າຫວຽດນາມ ດ້ວຍກວ່າ 600 ໂຄງການ, ຍອດເງິນລົງທຶນກ່ວາ 13 ຕື້ USD.