ສ້າງຕັ້ງບັນດາສະມາຄົມວິສາຫະກິດຫວຽດນາມ ຢູ່ພາກກາງ ແລະພາກໃຕ້ຂອງລາວ

10:18 | 01/04/2022

ຍສໝ - ຕາມນັກຂ່າວສໍານັກຂ່າວສານຫວຽດນາມ ປະຈຳລາວ, ສອງສະມາຄົມວິສາ ຫະກິດ ຫວຽດນາມ ຢູ່ພາກກາງ ແລະພາກໃຕ້ຂອງລາວ ໄດ້ຮັບການສ້າງຕັ້ງ ແລະເລືອກຕັ້ງຄະນະບໍລິຫານງານສະມາຄົມ ຊຸດທີ 1 ອາຍຸການ 2022-2027 ດ້ວຍຖານະເປັນບັນດາອົງການສະມາຊິກຂອງສະມາຄົມ ວິສາຫະກິດຫວຽດນາມ ຮ່ວມມື ແລະລົງທຶນຢູ່ລາວ (BACI).

ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຈີນ ການນຳ ຫວຽດນາມ ແລະ ຈີນ ແລກປ່ຽນໂທລະເລກຊົມເຊີຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຈີນ ການນຳ ຫວຽດນາມ ແລະ ຈີນ ແລກປ່ຽນໂທລະເລກຊົມເຊີຍ
ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ ລະຫວ່າງ​ປະຊາຊົນ, ກອງທັບ ​ແລະ ນັກ​ຮົບ​ເກົ່າ 2 ປະ​ເທດ ຫວຽດນາມ ແລະ ຢູແກຼນຈະນັບມື້ນັບ​ພັດທະນາ ​ແລະ ໝັ້ນຄົງ​ເຂັ້ມ​ແຂງກວ່າອີກ ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ ລະຫວ່າງ​ປະຊາຊົນ, ກອງທັບ ​ແລະ ນັກ​ຮົບ​ເກົ່າ 2 ປະ​ເທດ ຫວຽດນາມ ແລະ ຢູແກຼນຈະນັບມື້ນັບ​ພັດທະນາ ​ແລະ ໝັ້ນຄົງ​ເຂັ້ມ​ແຂງກວ່າອີກ

ນີ້ແມ່ນບັນດາການເຄື່ອນໄຫວທີ່ໄດ້ຮັບການຈັດຕັ້ງເພື່ອແນໃສ່ປ່ຽນແປງໃໝ່, ສ້າງໂຄງປະກອບກ່ຽວກັບການຈັດຕັ້ງ ແລະແບບວິທີເຄື່ອນໄຫວຄືນໃໝ່ຂອງ BACI.

ສ້າງຕັ້ງບັນດາສະມາຄົມວິສາຫະກິດຫວຽດນາມ ຢູ່ພາກກາງ ແລະພາກໃຕ້ຂອງລາວ
ຄະນະບໍລິຫານງານສະມາຄົມວິສາຫະກິດຫວຽດນາມ ຢູ່ພາກກາງລາວ ຖ່າຍຮູບເປັນທີ່ລະນຶກກັບບັນດາຜູ້ແທນ. ພາບ: TTXVN

ເຂົ້າຮ່ວມເຫດການມີບັນດາຜູ້ຕາງໜ້າສະຖານກົງສູນຫວຽດນາມ ຢູ່ພາກກາງ ແລະພາກໃຕ້ຂອງລາວ, ຜູ້ຕາງໜ້າຄະນະບໍລິຫານງານ BACI, ຜູ້ຕາງໜ້າ ການນໍາບາງແຂວງຢູ່ພາກໃຕ້ ແລະພາກກາງຂອງລາວ, ພ້ອມກັບ ບັນດາວິສາຫະກິດຫວຽດນາມ ທີ່ກໍາລັງລົງທຶນ ແລະດໍາເນີນທຸລະກິດຢູ່ລາວ.

ທີ່ກອງປະຊຸມໃຫຍ່ ຄັ້ງທີ 1, ສອງສະມາຄົມວິສາຫະກິດຫວຽດນາມ ຢູ່ພາກກາງ ແລະພາກໃຕ້ຂອງລາວ ໄດ້ຮັບຮອງເອົາກົດລະບຽບສະມາຄົມ; ບົດລາຍງານສະຫຼຸບ ແລະທິດທາງການເຄື່ອນໄຫວໃນອາຍຸການທີ 1 ຂອງສະມາຄົມ ແລະເລືອກຕັ້ງຄະນະບໍລິຫານງານ ຊຸດທີ 1.

ກ່ຽວກັບທິດທາງການເຄື່ອນໄຫວໃນໄລຍະຈະມາເຖິງ, ສອງສະມາຄົມວິສາຫະກິດ ຫວຽດນາມ ຢູ່ພາກກາງ ແລະພາກໃຕ້ລາວ ລ້ວນແຕ່ວາງເປົ້າໝາຍ ຊ່ວຍເຫຼືອບັນດາສະມາຊິກເມື່ອເຂົາເຈົ້າປະສົບກັບຄວາມຫຍຸ້ງຍາກ, ພ້ອມທັງຍົກສູງຄວາມສາມາດແກ່ງແຍ້ງ.

ສອງສະມາຄົມກໍ່ໃຫ້ຄໍາໝັ້ນສັນຍາປະຕິບັດພາລະບົດບາດເປັນຂົວເຊື່ອມຕໍ່ລະຫວ່າງວິສາຫະກິດກັບອົງການຄຸ້ມຄອງລັດຂອງລາວ ແລະຫວຽດນາມ ເປັນຢ່າງດີ; ຮັບເອົາຄວາມເຫັນປະກອບຂອງວິສາຫະກິດໃສ່ໃນແຜນນະໂຍບາຍ, ນະໂຍບາຍ ຄຸ້ມຄອງເສດຖະກິດ, ສັງຄົມຂອງບັນດາທ້ອງຖິ່ນ ແລະຂອງສອງລັດ; ປະຕິບັດວຽກງານຮັບປະກັນຊີວິດສັງຄົມເປັນຢ່າງດີ, ມີຄວາມຮັບຜິດຊອບ ຕໍ່ກັບຊຸມຊົນ.

ຕາມແຜນການແລ້ວ, ກອງປະຊຸມໃຫຍ່ຂອງ BACI ຈະຈັດຕັ້ງໃນໄລຍະຈະມາ ເຖິງຢູ່ນະຄອນຫຼວງວຽງຈັນ, ເພື່ອແນໃສ່ບູລະນະຄະນະບໍລິຫານງານສະມາຄົມ ແລະແບບວິທີເຄື່ອນໄຫວຂອງສະມາຄົມໃນອາຍຸການໃໝ່.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.