ວິສາຫະກິດຜູ້ປະກອບການປະເທດເຊັກ໌ ຢາກລົງທຶນໂຮງງານລົດຍົນຢູ່ຫວຽດນາມ

14:02 | 19/02/2022

ຍ​ສ​ໝ - ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສາ​ທາ​ລະ​ນະ​ລັດ​ເຊັກ໌ ປະ​ຈຳ​ຫວຽດ​ນາມ Vítezslav Grepl ແລະ ຄະ​ນະ​ບໍ​ລິ​ຫານ​ບໍ​ລິ​ສັດ​ຮຸ້ນ​ສ່ວນ Skoda ໄດ້​ມີ​ການ​ຮ່ວມ​ເຮັດ​ວຽກ​ກັບ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ແນ​ໃສ່​ແລກ​ປ່ຽນ​ກ່ຽວ​ກັບ​ການ​ຮ່ວມ​ມື​ລົງ​ທຶນ​ໂຮງ​ງານຜະ​ລິດ, ປະ​ກອບ​ລົດ​ຍົນ ຢູ່​ແຂວງກວ໊າງ​ນິ່ງ.

ວິສາຫະກິດຜູ້ປະກອບການຊາວສິງກະໂປຄາດຫວັງໃນການເປີດກວ້າງການລົງທຶນທີ່ຮ່າໂນ້ຍ ວິສາຫະກິດຜູ້ປະກອບການຊາວສິງກະໂປຄາດຫວັງໃນການເປີດກວ້າງການລົງທຶນທີ່ຮ່າໂນ້ຍ
ຍູ້ແຮງການຮ່ວມມືດ້ານເສດຖະກິດ , ການລົງທຶນລະຫວ່າງຫວຽດນາມ ແລະ ລາວ ຍູ້ແຮງການຮ່ວມມືດ້ານເສດຖະກິດ , ການລົງທຶນລະຫວ່າງຫວຽດນາມ ແລະ ລາວ

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສາ​ທາ​ລະ​ນະ​ລັດ​ເຊັກ໌ ປະ​ຈຳ​ຫວຽດ​ນາມ Vítezslav Grepl ແລະ ຄະ​ນະ​ບໍ​ລິ​ຫານ​ບໍ​ລິ​ສັດ​ຮຸ້ນ​ສ່ວນ Skoda ໄດ້​ມີ​ການ​ຮ່ວມ​ເຮັດ​ວຽກ​ກັບ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ແນ​ໃສ່​ແລກ​ປ່ຽນ​ກ່ຽວ​ກັບ​ການ​ຮ່ວມ​ມື​ລົງ​ທຶນ​ໂຮງ​ງານຜະ​ລິດ, ປະ​ກອບ​ລົດ​ຍົນ ຢູ່​ແຂວງກວ໊າງ​ນິ່ງ.

ປະ​ກອບ​ຄຳ​ເຫັນ​ໃນ​ວາ​ລະ​ການ​ເຮັດ​ວຽກ, ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສາ​ທາ​ລະ​ລັດ​ເຊັກ ປະ​ຈຳ​ຫວຽດ​ນາມ ທ່ານ Vítezslav Grepl ໃຫ້​ຊາບ​ວ່າ ບໍ​ລິ​ສັດ​ຮຸ້ນ​ສ່ວນ Skoda ກຳ​ລັງ​ສຶກ​ສາການ​ລົງ​ທຶນສາຍ​ການ​ຜະ​ລິດ, ການ​ສ້າງ​ໂຮງ​ງານ​ລົດ​ຍົນ​ຢູ່ກວ໊າງ​ນິ່ງ ດ້ວຍ​ຄວາມ​ມຸ້ງ​ຫວັງ​ນຳ​ເອົາ​ຜົນ​ໄດ້​ຮັບ​ທີ່​ຕັ້ງ​ໜ້າ​ສຳ​ລັບ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ​ເວົ້າ​ລວມ ແລະ ແຂວງກວ໊າງ​ນິ່ງ​ເວົ້າ​ສະ​ເພາະ; ນຳ​ເອົາ​ເຕັກ​ໂນ​ໂລ​ຊີ​ອັນຫຼ້າ​ສຸດ ແລະ ພ້ອມ​ທີ່​ຈະ​ປະ​ກອບ​ສ່ວນໃຫ້ຫຼາຍ​ຂຶ້ນ​ໃນ​ຂະ​ແໜງ​ການ​ອຸດ​ສາ​ຫະ​ກຳ​ຍາ​ນ​ຍົນ​ຂອງ​ຫວຽດ​ນາມ.

ວິສາຫະກິດຜູ້ປະກອບການປະເທດເຊັກ໌ ຢາກລົງທຶນໂຮງງານລົດຍົນຢູ່ຫວຽດນາມ
ພາບ​ປະ​ກອບ: Whatcar.vn

ທ່ານ Ondrej Cerny - ອຳ​ນວຍ​ການ​ຮັບ​ຜິດ​ຊອບ​ເຂດລັດ​ເຊຍ ແລະ ແຫຼ່ງ​ຕະຫຼາດ​ໃໝ່​ຂອງ​ບໍ​ລິ​ສັດ​ຮຸ້ນ​ສ່ວນ​ຍານ​ຍົນ Skoda ໃຫ້​ຂໍ້​ມູນ​ກ່ຽວ​ກັບ​ໂຄງ​ການ​ຂ້າງ​ເທິງ ແລະ ບັນ​ດາ​ຂັ້ນ​ຕອນໄລ​ຍະການ​ກໍ່ສ້າງ ພ້ອມ​ທັງ​ໃຫ້​ຊາບ​ວ່າ ໂຄງ​ການ​ຄາດ​ຄະ​ເນ​ຈະ​ເລີ່ມ​ການ​ເຄື່ອນ​ໄຫວ​ໃນ​ປີ 2022. ເພື່ອ​ໃຫ້​ໂຄງ​ການບັນ​ລຸ​ໄດ້​ຕາມ​ແຜນການ ແລະ ມີຜົນ​ໄດ້​ຮັບ​ຕາມ​ທີ່​ຄວາມ​ຫວັງນັ້ນ, ຕາງ​ໜ້າບໍ​ລິ​ສັດ​ຮຸ້ນ​ສ່ວນ​ຍານ​ຍົນ Skoda ຫວັງ​ວ່າ​ຈະ​ໄດັ້​ຮບ​ການ​ຊ່ວຍ​ເຫຼືອ, ສ້າງ​ເງື່ອນ​ໄຂ ຂອງ​ລັດ​ຖະ​ບານ​ ກໍ​ຄື​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລະ ແຂວງກວ໊າງ​ນິ່ງ.

ທ່ານນາງ ຫງວຽນຖີ້ບິກງອກ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊ​ວງ​ແຜນ​ການ ແລະ ການ​ລົງ​ທຶ​ນ ຮຽກ​ຮ້ອງ​ກັບບໍ​ລິ​ສັດ​ Skoda ໃນ​ຂະ​ບວນການ​ຈັ້ດ​ຕັ້ງຜັນ​ຂະ​ຫຍາຍການ​ຮ່ວມ​ມື​ທຸ​ລະ​ກິດ​ທີ່​ຫວຽດ​ນາມນັ້ນ ຈະ​ມີ​ການ​ແລກ​ປ່ຽນ​ແບ່ງ​ປັນ​ປະ​ສົບ​ການ, ສົ່ງ​ຕໍ່​ເຕັກ​ໂນ​ໂລ​ຊີໃໝ່ໆ, ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່, ຊ່ວຍ​ເຫຼືອ​ບັນ​ດາ​ວິ​ສາ​ຫະ​ກິດ​ຜູ້​ປະ​ກອບ​ການຫວຽດ​ນາມ ເພື່ອ​ຮ່ວມ​ມື​ການ​ຜະ​ລິດ ນຳ​ມາ​ສູ່​ປະ​ສິ​ທິ​ຜົນ​ສູງ; ຫວັງ​ວ່າ Skoda ຈະ​ຊ່ວຍ​ເຫຼືອ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ມີ​ສ່ວນ​ຮ່ວມ​ໃນ​ຕ່ອງ​ໂສ້​ການ​ຜະ​ລິດ​ຂອງ​ໂລກ​ໃນ​ເວ​ລາ​ຕໍ່​ໜ້າ; ສຶກ​ສາ​ການ​ສ້າງ​ຕັ້ງ​ສູນ​ຄົ້ນ​ຄວ້າ ແລະ ພັດ​ທະ​ນາ (R&D) ຢູ່​ຫວຽດ​ນາມ, ພິ​ເສດ​ແມ່ນ​ໃນ​ການ​ຄົ້ນ​ຄວ້າ ແລະ ພັດ​ທະ​ນາ ບັນ​ດາ​ຮູບ​ແບບ​ລົດ​ຍົນ​ໄຟ​ຟ້າ ແນ​ໃສ່​ປະ​ກອບ​ສ່ວນ​ຊ່ວຍ​ຫວຽດ​ນາມ​ຈັດ​ຕັ້ງ​ປະ​ຕິ​ບັດ​ເປົ້າ​ໝາຍຫຼຸດ​ຜ່ອນ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ, ປົກ​ປັກ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ.

ຕາມ​ຂໍ້​ມູນ​ຈາກກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ, ສາ​ທາ​ລະ​ນະ​ລັດ​ເຊັກ ໄດ້​ມີ​ການ​ລົງ​ທຶນ​ໃນ​ຫວຽດ​ນາມ 44 ໂຄງ​ການ ດ້ວຍ​ມູນ​ຄ່າ​ການ​ລົງ​ທຶນຫຼາຍກວ່າ 91 ລ້ານ​ໂດ​ລາ USD ຢືນ​ໃນ​ອັນ​ດັບ​ທີ 48/141 ປະ​ເທດ ແລະ ເຂດພາກ​ພື້ນທີ່​ລົງ​ທຶນ​ຢູ່​ຫວຽດ​ນາມ.

ຫວຽດ​ນາມ​ປຸກລະ​ດົມ​ໃຫ້​ບັນ​ດາ​ໂຄງ​ການ​ທີ່​ມີ​ເຕັກ​ໂນ​ໂລ​ຊີ​ສູງ, ເຕັກ​ໂນ​ໂລ​ຊີ​ທີ່​ກ້າວ​ໜ້າ, ສ້າງ​ມູນ​ຄ່າ​ເພີ່ມ, ປຸກ​ລະ​ດົມ​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ເຊື່ອມ​ໂຍງ, ຮ່ວມ​ມື ແລະ ນ້ຳ​ບັນ​ດາ​ຜະ​ລິດ​ຕະ​ພັນ, ການ​ບໍ​ລິ​ການ​ ຂອງວິ​ສາ​ຫະ​ກິດ​ຫວຽດ​ນາມ​ບົນ​ພື້ນ​ຖານ​ຮ່ວມ​ກັນ​ໄດ້​ຮັບ​ຜົນ​ປະ​ໂຫຍດ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.