ການຫັນເປັນດີຈີຕອນແມ່ນເຮັດໃຫ້ວິສາຫະກິດຂະໜາດນ້ອຍແລະກາງ ມີພື້ນຖານດີຈີຕອນ Make in Vietnam ຕື່ມອີກ

08:13 | 29/03/2022

ໄລ່ຮອດທ້າຍປີ 2021, ມີກວ່າ 220.000 ເທື່ອຄົນເຂົ້າເວັບໄຊ Smedx.vn ແລະ ມີວິສາຫະກິດປະມານ 37.000 ແຫ່ງໄດ້ສຳຜັດກັບຂໍ້ມູນທີ່ມີປະໂຫຍດກ່ຽວກັບການຫັນເປັນດີຈີຕອນ.

Vietnam Airlines ໄດ້ຮັບລາງວັນ VNPR Awards 2021 ສໍາລັບບັ້ນເຄື່ອນໄຫວການສື່ສານເສັ້ນທາງການບິນໄປອາເມຣິກາ Vietnam Airlines ໄດ້ຮັບລາງວັນ VNPR Awards 2021 ສໍາລັບບັ້ນເຄື່ອນໄຫວການສື່ສານເສັ້ນທາງການບິນໄປອາເມຣິກາ
ເປີດ​ນຳ​ໃຊ້ ​ຄໍ​ລ້ຳ “Live Fully in Vietnam” ເປີດ​ນຳ​ໃຊ້ ​ຄໍ​ລ້ຳ “Live Fully in Vietnam”
ການຫັນເປັນດີຈີຕອນແມ່ນເຮັດໃຫ້ວິສາຫະກິດຂະໜາດນ້ອຍແລະກາງ ມີພື້ນຖານດີຈີຕອນ Make in Vietnam ຕື່ມອີກ
ພາບ​ປະ​ກອບ

ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ອະນຸມັດຜ່ານໂຄງການໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງຫັນເປັນດີຈີຕອນ. ໂຄງການສ້າງປະຕູຖານຂໍ້ມູນ Smedx.vn, ບໍ່ພຽງແຕ່ເພື່ອຊ່ວຍໃຫ້ບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງເຊື່ອມຕໍ່ກັບ 23 ພື້ນຖານດີຈີຕອນ “Make in Vietnam” ເທົ່ານັ້ນ, ຫາກຍັງອັບເດດຂໍ້ມູນຂ່າວສານກ່ຽວກັບວິທີຫັນເປັນດີຈີຕອນຢ່າງມີປະສິດທິຜົນ, ເໝາະສົມອີກດ້ວຍ.

ໄລ່ຮອດທ້າຍປີ 2021, ມີກວ່າ 220.000 ເທື່ອຄົນເຂົ້າເວັບໄຊ Smedx.vn ແລະ ມີວິສາຫະກິດປະມານ 37.000 ແຫ່ງໄດ້ສຳຜັດກັບຂໍ້ມູນທີ່ມີປະໂຫຍດກ່ຽວກັບການຫັນເປັນດີຈີຕອນ. ການສຳຫຼວດກ່ຽວກັບຄວາມຕ້ອງການຫັນເປັນດີຈີຕອນຂອງວິສາຫະກິດ ຫວຽດນາມ ໄດ້ສະແດງໃຫ້ເຫັນວ່າ, ວິສາຫະກິດຂະໜາດນ້ອຍ ແລະ ກາງ 47% ຖືການຫັນເປັນດີຈີຕອນແມ່ນຄວາມຕ້ອງການຈຳເປັນທີ່ສຸດ. ສະນັ້ນ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຈະສືບຕໍ່ຮ່ວມເດີນທາງພ້ອມກັບວິສາຫະກິດຂະໜາດນ້ອຍ ແລະ ກາງຫັນເປັນດີຈີຕອນ, ໂດຍອີງໃສ່ພື້ນຖານດີຈີຕອນລະອຽດ. ທີ່ກອງປະຊຸມຍູ້ແຮງໂຄງການໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງຫັນເປັນດີຈີຕອນປີ 2022, ໄດ້ດຳເນີນໃນຕອນບ່າຍວັນທີ 24 ມີນາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນຮຸຍຢຸງ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ, ເນັ້ນໜັກວ່າ:

“ພື້ນຖານດີຈີຕອນແມ່ນມາດຕະການບຸກທະລຸເພື່ອໃຫ້ພວກເຮົາແຜ່ຂະຫຍາຍເຕັກໂນໂລຊີດີຈີຕອນໃຫ້ກາຍເປັນການບໍລິການ ແລະ ຫັນເຕັກໂນໂລຊີດີຈີຕອນຄື ໄຟຟ້າ, ນ້ຳປະປາ ແລະ ຊົມໃຊ້ເທົ່າໃດກໍ່ຈ່າຍຄ່າເທົ່ານັ້ນ. ພວກຂ້າພະເຈົ້າຫວັງວ່າ ຜ່ານວິທີດັ່ງກ່າວ ເຕັກໂນໂລຊີດີຈີຕອນຈຶ່ງແຊກຊຶມເຂົ້າທຸກການເຄື່ອນໄຫວຜະລິດ ດຳເນີນທຸລະກິດ. ຕ້ອງເນັ້ນໜັກວ່າ ການຫັນເປັນດີຈີຕອນມີຄວາມສຳຄັນທີ່ສຸດ ແລະ ແມ່ນມາດຕະການແກ້ໄຂບຸກທະລຸເຊິ່ງ ຫວຽດນາມ ໄດ້ກຳນົດວ່າ ພວກເຮົາເລືອກເອົາພື້ນຖານ, ເຄື່ອງມືທີ່ຖືກຕ້ອງ ແລະ ເພື່ອໃຫ້ທຸກຄົນມີສະຕິຄວາມຮັບຮູ້ ແລະ ນຳໃຊ້”.

ໃນປີ 2022, ຄາດວ່າ ໂຄງການໜູນຊ່ວຍຫັນວິສາຫະກິດຂະໜາດນ້ອຍ ແລະ ກາງຫັນເປັນດີຈີຕອນ ຈະມີ 30 ພື້ນຖານດີຈີຕອນ Make in Vietnam ເຂົ້າຮ່ວມໂຄງການຕື່ມອີກ.

ວີ​ໂອ​ວີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.