ປີ 2021, ມີວິສາຫະກິດຕື່ມ 1.600 ກວ່າແຫ່ງ ຈະລົງທຶນເຂົ້າໃນກະສິກຳ

11:30 | 05/01/2022

ຍສໝ - ພາຍຫຼັງ 10 ປີແຫ່ງການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ສະຫະກອນໃນປີ 2012, ບັນດາສະຫະກອນກະສິກຳແບບໃໝ່ ໄດ້ຮັບການທະວີຄູນຢ່າງມີປະສິດທິຜົນ, ຈຳນວນສະຫະກອນ ແລະ ຟາມກະສິກຳສືບຕໍ່ເພີ່ມຂຶ້ນ, ຄ່ອຍໆປັບຕົວເຂົ້າກັບກົນໄກຕະຫຼາດ.

ຊຸກຍູ້ການຮ່ວມມືດ້ານກະສິກຳ ລະຫວ່າງ ຫວຽດນາມ ແລະຣັດເຊຍ ຊຸກຍູ້ການຮ່ວມມືດ້ານກະສິກຳ ລະຫວ່າງ ຫວຽດນາມ ແລະຣັດເຊຍ
ຊຸກຍູ້ການຮ່ວມມືດ້ານກະສິກຳສອງຝ່າຍ ລະຫວ່າງຫວຽດນາມ ແລະ ແບນຊິກ ຊຸກຍູ້ການຮ່ວມມືດ້ານກະສິກຳສອງຝ່າຍ ລະຫວ່າງຫວຽດນາມ ແລະ ແບນຊິກ

ຕາມ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ແລ້ວ, ​ໃນ​ປີ 2021, ທົ່ວ​ປະ​ເທດ​ ຈະ​ມີ​ວິ​ສາ​ຫະກິດ​ສ້າງ​ຕັ້ງ​ໃໝ່ ​ແລະ ​ກັບ​ຄືນ​ມາ​ດຳ​ເນີນ​ທຸລະ​ກິດ​ໃນ​ຂົງ​ເຂດ​ກະສິກຳ 1.640 ​ແຫ່ງ, ​ເຮັດ​ໃຫ້​ວິ​ສາ​ຫະກິດ​ກະສິກຳ​ມີ 14.400 ກວ່າ​ແຫ່ງ.

ກໍາລັງ​ຂອງ​ບັນດາ​ວິ​ສາ​ຫະກິດ​ກະສິກຳ ​ນັບ​ມື້​ນັບເຕີບໃຫຍ່ເຂັ້ມ​ແຂງ ​ແລະ ມີ​ຄວາມ​ກະຕືລືລົ້ນ​ໃນ​ການ​ລົງທຶນເຂົ້າໃນ​ກະສິກຳ ​ແລະ ຊົນນະບົດຫຼາຍຂຶ້ນ, ພວມກາຍ​ເປັນ​ຫຼັກ​ແຫຼ່ງໃນ​ລະບົບ​ມູນ​ຄ່າ​ຜະລິດ​ຕະພັນ​ກະ​ເສດ.

ປີ 2021, ມີວິສາຫະກິດຕື່ມ 1.600 ກວ່າແຫ່ງ ຈະລົງທຶນເຂົ້າໃນກະສິກຳ
ມີວິສາຫະກິດຕື່ມ 1.600 ກວ່າແຫ່ງ ຈະລົງທຶນເຂົ້າໃນກະສິກຳ. (ພາບ: baonhandan)

ບາງ​ວິ​ສາ​ຫະກິດ ​ແລະ ກຸ່ມ​ບໍລິສັດໃຫຍ່ ​ສືບ​ຕໍ່​ຊຸກຍູ້​ການ​ລົງທຶນ​ເຂົ້າ​ໃນ​ຂົງ​ເຂດ​ກະສິກຳ, ພິ​ເສດ​ແມ່ນ​ກະສິກຳ​ເຕັກ​ໂນ​ໂລ​ຊີ​ສູງ ​ເຊັ່ນ Nafoods, TH, Dabaco ຫວຽດນາມ, Masan, Lavifood, Doveco, ການ​ຄ້າ ​ແລະ ການ​ລົງທຶນ​ທະ​ເລ​ຕາ​ເວັນ​ອອກ. …

ໃນປີ 2021, ທົ່ວ​ປະ​ເທດ​ ຈະ​ສ້າງ​ຕັ້ງ​ສະຫະກອນ​ກະສິກຳ​ໃໝ່ 1.250 ​ແຫ່ງ, ​ເຮັດ​ໃຫ້​ຈຳນວນ​ສະຫະກອນ​ກະສິກຳ​ມີຂຶ້ນເຖິງ 19.100 ສະຫະກອນ ​ແລະ ມີ​ສະຫະກອນ​ປະສົມ 78 ​ແຫ່ງ; ໃນນັ້ນ, ຫຼາຍກວ່າ 65% ຖືກປະເມີນວ່າດີ ຫຼື ດີເລີດ.

ພິ​ເສດ​ແມ່ນ​ມີ 1.980 ສະຫະກອນ​ກະສິກຳ​ເຕັກ​ໂນ​ໂລ​ຊີ​ສູງ, 4.180 ສະຫະກອນ​ກະສິກຳ ​ຮ່ວມສຳ​ພັນ​ກັບ​ວິ​ສາ​ຫະກິດ​ຜະລິດ, ປຸງ​ແຕ່ງ ​ແລະ ບໍລິ​ໂພ​ກຜະລິດ​ຕະພັນ​ກະ​ເສດ. ຄຽງ​ຄູ່​ກັບ​ນັ້ນ, ທົ່ວ​ປະ​ເທດ ​ມີ​ກຸ່ມ​ສະ​ຫະ​ກອນ 30.000 ກວ່າ​ກຸ່ມ ແລະ ຟາມ​ເກືອບ 19.700 ແຫ່ງ.

ມາ​ຮອດ​ປະຈຸ​ບັນ, ທົ່ວ​ປະ​ເທດ​ມີ 12 ​ເຂດ​ກະສິກຳ​ເຕັກ​ໂນ​ໂລ​ຊີ​ສູງ ​ທີ່​ທ້ອງ​ຖິ່ນ​ໄດ້ຮັບ​ຮູ້; ມີ 51 ວິສາຫະກິດນຳໃຊ້ເຕັກໂນໂລຊີສູງ; ​ໃນ​ນັ້ນ ມີ 23 ວິ​ສາ​ຫະກິດ ​ໄດ້​ຮັບ​ການ​ຮັບຮອງ​ຈາກ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.