ຍສໝ - ໃນຂອບເຂດລາຍການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງສາຍພົວພັນທາງການທູດລະຫວ່າງ 2 ປະເທດ ຫວຽດນາມ - ອີຕາລີ 2023, ຕອນຄ່ຳວັນທີ 11 ພະຈິກ ໄດ້ຈັດຕັ້ງພິທີສາຍຮູບເງົາດອກມະລິ ຂອງກຳກັບການສະແດງ ດັ້ງເຍີດມິງ ໃຫ້ມະຫາຊົນຊົມຢ່າງກວ້າງຂວາງ.
ຍສໝ - ຕອນຄ່ຳວັນທີ 3 ພະຈິກ, ຢູ່ສະໜາມຫຼວງປະຊາຊົນແຂວງລາຍເຈົາ ໄດ້ດຳເນີນພິທີເປີດ “ວັນບຸນວັດທະນະທຳບັນດາເຜົ່າທີ່ມີປະຊາກອນບໍ່ຮອດ 10.000 ຄົນ” ຢ່າງເປັນທາງການ ດ້ວຍລາຍການສິລະປະກ່ຽວກັບຫົວຂໍ້ວ່າ “ສີສັນວັດທະນະທຳ - ເຕົ້າໂຮມ ແລະ ແຜ່ກະຈາຍ”.
Tối 3/11, tại Quảng trường Nhân dân tỉnh Lai Châu chính thức diễn ra Lễ khai mạc “Ngày hội văn hóa các dân tộc có số dân dưới 10.000 người” bằng chương trình nghệ thuật với chủ đề “Sắc màu văn hóa – Hội tụ và lan tỏa”.
ຍສໝ - ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວໄດ້ອອກມະຕິຕົກລົງ 3388/QD-BVHTTDL ກ່ຽວກັບການຈັດຕັ້ງສັບປະດາວັດທະນະທຳລາວຢູ່ຫວຽດນາມ ໃນປີ 2023.
ຍສໝ - ລາຍການວັນຫວຽດນາມ ຢູ່ຝະລັ່ງ 2023 ໄດ້ຈັດຂຶ້ນໃນວັນທີ 8 – 9 ພະຈິກ ຢູ່ສູນວັດທະນະທຳ ຫວຽດນາມ ຢູ່ ຝະລັ່ງ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973 - 2023) ແລະ 10 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝະລັ່ງ (2013-2023).
ຍສໝ - ຕອນຄ່ຳວັນທີ 28 ຕຸລາ, ງານມະໂຫລານເພງພື້ນເມືອງ ຫວຽດນາມ - ຍີ່ປຸ່ນ ແລະ ພິທີມອບລາງວັນການແຂ່ງຂັນແປເພງພື້ນເມືອງ ຫວຽດນາມ - ຍີ່ປຸ່ນ 2023 ໄດ້ໄຂຂຶ້ນຢູ່ສະຖາບັນດົນຕີ ຫວຽດນາມ (ຮ່າໂນ້ຍ). ອະດີດນັກສຶກສາພາກວິຊາພາສາຍີ່ປຸ່ນ, ມະຫາວິທະຍາໄລຮ່າໂນ້ຍ, ທ່ານ ໂດະເທ໋ຢວຽດ, ໄດ້ຮັບລາງວັນທີໜຶ່ງໃນປະເພດການແປບົດເພງພື້ນເມືອງຫວຽດນາມ “ເເບວຢາດໄມໂຈ່ຍ” (Beo dat may troi) ເປັນພາສາຍີ່ປຸ່ນ.
ຍສໝ - ລາຍການສະແດງສິລະປະໄດ້ປະກອບສ່ວນເຜີຍແຜ່ພາບປະທານ ໂຮ່ຈີມິນ ແລະຄວາມໝາຍຂອງສາຍພົວພັນແບບພິເສດ ຫວຽດນາມ - ລາວ ເຖິງພໍ່ແມ່ປະຊາຊົນ, ວົງຄະນະຍາດ ແລະເພື່ອນລາວ, ຜ່ານນັ້ນ ກໍ່ໄດ້ເຊື່ອມຕໍ່ປະຊາຄົມຊາວຫວຽດນາມ ຢູ່ປະເທດປະຈຳຖິ່ນກັບບ້ານເກີດເມືອງນອນປະເທດຊາດ, ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນລະຫວ່າງ ຫວຽດນາມ - ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.
ຍສໝ - ກິດຈະກໍາຫໍວັດທະນະທຳມິດຕະພາບ ຫວຽດນາມ-ລາວ-ກຳປູເຈຍ ໄດ້ຮັບການກໍ່ສ້າງດ້ວຍແຫຼ່ງທຶນຈາກກະຊວງປ້ອງກັນປະເທດ, ການກໍ່ສ້າງໄດ້ຜັນຂະຫຍາຍຢ່າງຮີບດ່ວນເພື່ອໃຫ້ສຳເລັດຖືກຕາມເວລາກຳນົດກ່ອນທີ່ຈະດໍາເນີນງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ (ຄາດວ່າ ຈະດຳເນີນໃນເດືອນພະຈິກ 2023).
ຍສໝ - ຕອນບ່າຍວັນທີ 29 ຕຸລາ, ຢູ່ນະຄອນຫຼວງວຽງຈັນ, ສູນວັດທະນະທຳຫວຽດນາມ ປະຈຳລາວ ໄດ້ສົມທົບກັບໂຮງລະຄອນລະຄອນຫວຽດນາມ, ຫົວໜ່ວຍທີ່ກ່ຽວຂ້ອງຂອງລາວ ຈັດຕັ້ງການພົບປະແລກປ່ຽນສິລະປະຍ້ອງຍໍມິດຕະພາບແບບພິເສດ ຫວຽດນາມ - ລາວ.
ຍສໝ - ນີ້ແມ່ນການເຄື່ອນໄຫວແລກປ່ຽນປະຈຳປີ ເພື່ອແນໃສ່ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດຫວຽດນາມ - ລາວ ໃຫ້ເລິກເຊິ່ງກວ້າງຂວາງ
ຍສໝ - ລາຍການສິລະປະໄດ້ດຳເນີນໄປດ້ວຍບັນດາການສະແດງທີ່ເປັນເອກະລັກສະເພາະ ໂດຍຈຸດເດັ່ນແມ່ນການສະແດງຊຸດອາພອນພື້ນເມືອງຂອງບັນດາເຈົ້າໜ້າທີ່ສະຖານທູດບັນດາປະເທດອາຊຽນ.
ຍສໝ - ເນື່ອງໃນໂອກາດວັນແມ່ຍິງ ຫວຽດນາມ ຄືວັນທີ 20 ຕຸລາ, ວັນທີ 04 ຕຸລາ, ສະຖານທູດ ຫວຽດນາມ ແລະ ສະມາຄົມພັນລະຍາ, ສາມີ ນະຄອນຫຼວງ ວໍຊິງຕັນ ໄດ້ຈັດພິທີແນະນຳວັດທະນະທຳ ຫວຽດນາມ ດ້ວຍຫົວຂໍ້ວ່າ “ຊຸດເສື້ອຍາວ - ສິ່ງຍອດຍິ່ງໃນວັດທະນຳທຳຂອງ ຫວຽດນາມ". ມີພັນລະຍາຫຼາຍຄົນຂອງພະນັກງານສະຖານທູດ ບັນດາປະເທດ ອາຊຽນ ແລະ ເພື່ອນມິດສາກົນໄດ້ເຂົ້າຮ່ວມເຫດການ. ຜ່ານການເຄື່ອນໄຫວຄັ້ງນີ້, ແຂກຖືກເຊີນໄດ້ຮັບຝັງການແນະນຳກ່ຽວກັບປະຫວັດສາດຂອງຂອງຊຸດເສື້ອຍາວ ຫວຽດນາມ.
ຍສໝ - ປະຕິບັດການຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ 3 ຂອງສະມາຄົມນັກສຶກສາຫວຽດນາມ ແຂວງ ບິ່ງດິ້ງ ໄລຍະ 2023 - 2028 ແລະ ເນື່ອງໃນໂອກາດສະເຫຼີມສະຫຼອງ 61 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (5/9/1962 - 5/9/2023), ວັນທີ 24/9/2023, ຢູ່ນະຄອນ Van. ແຂວງ ແຄ໋ງຮ່ວາ, ແຂວງ ບິ່ງດິ້ງ, ຄະນະປະຈຳຄະນະຊາວໜຸ່ມແຂວງ ໄດ້ຈັດຕັ້ງງານບຸນວັດທະນະທຳ ແລະ ກິລາ “ຊາວໜຸ່ມຫວຽດນາມ - ລາວ, ເຄົາລົບນັບຖື”.
ຍສໝ - ຕອນຄ່ຳວັນທີ 23 ກັນຍານີ້, ງານກິລາເອຊຽນເກມຄັ້ງທີ 19 (ເອຊຽນເກມ) ໄດ້ໄຂຂຶ້ນຢ່າງເປັນທາງການດ້ວຍພິທີອັນໃຫຍ່ຫຼວງ, ເຕັມໄປດ້ວຍສີສັນແລະຈຸດເດັ່ນ. ນອກນີ້, ພິທີເປີດຍັງແມ່ນງານລ້ຽງສະແດງເຕັກໂນໂລຊີດິຈິຕອນຈາກປະເທດເຈົ້າພາບຈີນ.
ຍສໝ - ວັດທະນະທຳເຊື່ອມໂຍງ, ຊຸກຍູ້ສັນຕິພາບ ນັ້ນແມ່ນເນື້ອໃນໜຶ່ງທີ່ໄດ້ເຕື້ອງເຖິງໃນກອງປະຊຸມສຳມະນາຫົວຂໍ້ສະເພາະດ້ວຍ 3 ໃນຫົວຂໍ້ “ຊຸກຍູ້ ການເຄົາລົບຄວາມຫຼາກຫຼາຍດ້ານວັດທະນະທຳ ເພື່ອການພັດທະນາແບບຍືນຍົງ” ໃນວັນທີ 16 ກັນຍາ ໃນຂອບເຂດກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກ ຄັ້ງທີ 9 ເຊິ່ງໄດ້ໄຂຂຶ້ນຢູ່ຮ່າໂນ້ຍ.
ຍສໝ - ຕອນເຊົ້າວັນທີ 17 ກັນຍາ, ຄະນະກຳມະການ ແນວໂຮມປະເທດຊາດຫວຽດນາມ ແຂວງ ຟູ້ຢວນ ແລະ ບັນດາອົງການຈັດຕັ້ງການເມືອງ-ສັງຄົມ ຂອງເມືອງ ໄດ້ຈັດຕັ້ງງານບຸນແລກປ່ຽນວັດທະນະທຳ ໃນຫົວຂໍ້ “ງານບຸນເຊື່ອມຈອດວົງແຂນທີ່ກວ້າງໃຫຍ່” ຄັ້ງທີ 3 ປີ 2023.
ຍສໝ - ລາງວັນສື່ມວນຊົນທົ່ວປະເທດຄັ້ງທີ 1 “ເພື່ອການພັດທະນາວັດທະນະທຳ, ກິລາ ແລະ ທ່ອງທ່ຽວ” ເພື່ອແນໃສ່ຮັບຮູ້ ແລະ ເຊີດຊູບັນດາການປະກອບສ່ວນອັນດີເດັ່ນຂອງບັນດາສະຫາຍ ແລະ ບຸກຄົນ ນັກຂ່າວ ເພື່ອພັດທະນາວັດທະນະທຳ, ກິລາ, ທ່ອງທ່ຽວ ແລະ ຄອບຄົວ.
ຍສໝ - ຕອນບ່າຍວັນທີ 30 ສິງຫາ, ລາຍການ “ແລກປ່ຽນວັດທະນະທໍາ ຫວຽດນາມ - ໄທ” ໄດ້ດຳເນີນ ແລະ ດຶງດູດການເຂົ້າຮ່ວມຂອງສະມາຊິກຊາວໜຸ່ມ 500 ກວ່າຄົນຂອງບັນດາມະຫາວິທະຍາໄລ, ວິທະຍາໄລຢູ່ນະຄອນໂຮ່ຈິມິງ.
ຍສໝ - ສັບປະດາວັດທະນະທຳທ່ອງທ່ຽວເມືອງ ມົກເຈົາ ຈະຈັດຂຶ້ນແຕ່ວັນທີ 28 ສິງຫາ ຫາ ວັນທີ 5 ກັນຍາ ຢູ່ເຂດທ່ອງທ່ຽວແຫ່ງຊາດ ມົກເຈົາ.ນີ້ຈະແມ່ນໂອກາດເພື່ອໃຫ້ເມືອງ ມົກເຈົາ ແນະນຳວັດທະນະທຳທີ່ເປັນເອກະລັກສະເພາະຂອງບັນດາເຜົ່າໃນເຂດ; ແນະນຳແຫຼ່ງທ່ອງທ່ຽວທຳມະຊາດລະດັບພາກພື້ນແຖວໜ້າຂອງໂລກຜ່ານບັນດາລະດູ “ລະດູໃບໄມ້ປົ່ງ, ລະດູຮ້ອນ, ລະດູໃບໄມ້ຫລົ່ນ, ລະດູໜາວ”; ແນະນຳບັນດາມໍລະດົກວັດທະນະທຳນາມມະທຳລະດັບຊາດ, ບັນດາຄວາມຮູ້ສຶກ; ເລື່ອງລາວຂອງຄວາມຮັກຂອງບ່າວສາວຂອງບັນດາຊົນເຜົ່າ ມົກເຈົາ.
ຍສໝ - ພາຍຫຼັງເຄື່ອນໄຫວມາເປັນເວລາ 16 ວັນ, ດ້ວຍການເຄື່ອນໄຫວຟົດຟື້ນຫຼາຍຢ່າງເຊິ່ງດຳເນີນໄປຢູ່ 10/63 ແຂວງ, ນະຄອນຂອງ ຫວຽດນາມ
ຍສໝ - ຕອນຄ່ຳວັນທີ 11 ມິຖຸນາ, ຢູ່ນະຄອນຫຼວງ ກົວລາລຳເປີ, ປະເທດ ມາເລເຊຍ, ໄດ້ຈັດລາຍການພົບປະແລກປ່ຽນວັດທະນະທຳສິລະປະທີ່ເປັນມູນເຊື້ອ ຫວຽດນາມ - ມາເລເຊຍ ອັນໄດ້ສ້າງຄວາມປະທັບໃຈໃຫ້ແກ່ແຂກຖືກເຊີນປະມານ 120 ທ່ານ.