ວັດທະນະທຳ ແລະ ອາຫານ ຫວຽດນາມ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງຢູ່ສະຫະປະຊາຊາດ

14:44 | 06/06/2024

ຍສໝ - ວັນ​ທີ 5 ມິຖຸນາ​, ຢູ່​ສຳນັກງານ​ອົງການສະຫະ​ປະຊາ​ຊາດ ​ທີ່​ ນິວຢອກ (ອາ​ເມ​ລິ​ກາ), ໄດ້ດຳເນີນງານ​ຕະຫຼາດນັດ​ວັດທະນະທຳ ​- ອາຫານ​ສາກົນ ​ປີ 2024 (UN International Bazaar) ​ເຊິ່ງຈັດ​ຂຶ້ນ​ໂດຍ​ສະ​ໂມ​ສອນ​ພັນ​ລະ​ຍາ, ສາມີ​ຂອງການນຳ, ພະນັກງານສະຫະ​ປະຊາ​ຊາດ.

ສື່ມວນຊົນ ຟີ​ລິບ​ປິນ ​ແລະ ອິນ​ໂດ​ເນ​ເຊຍ ​ໄດ້​ຍ້ອງຍໍ​ອາຫານ​ຫວຽດນາມ
ນັກສຶກສາລາວ ຢູ່ ກວາງຫງາຍ ຊອກຮູ້ມູນເຊື້ອປະຫວັດສາດ ແລະ ວັດທະນະທຳ ຫວຽດນາມ
ວັດທະນະທຳ ແລະ ອາຫານ ຫວຽດນາມ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງຢູ່ສະຫະປະຊາຊາດ

ທ່ານ​ປະ​ທານ​ສະມັດຊາ​ໃຫຍ່ສະ​ຫະ​ປະ​ຊາ​ຊາດ Dennis Francis ແລະ ພັນ​ລະ​ຍາ ​ໄດ້​ໄປ​ຢ້ຽມ​ຢາມ​ຮ້ານ​ອາ​ຫານ ​ຫວຽດ​ນາມ.

​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ມີ​ປະມານ 50 ​ຮ້ານ​ຂາຍ​ຜະລິດ​ຕະພັນ​ຫັດຖະກຳ ​ແລະ ອາຫານ​ພື້ນ​ເມືອງ​ຂອງ​ບັນດາ​ປະ​ເທດ​ສະມາຊິກ.

​ເຂົ້າ​ຮ່ວມ​ພິທີ​ເປີດ​ງານ​ຕະຫຼາດນັດ​ມີ​ ທ່ານ​ Dennis Francis ປະທານ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ ຄັ້ງ​ທີ 78 ​ແລະ ພັນ​ລະ​ຍາ ພ້ອມ​ດ້ວຍ​ເອກ​ອັກຄະ​ລັດຖະທູດ, ຜູ້​ແທນ ​ແລະ ສະມາຊິກ​ຄອບຄົວ​ຂອງ​ຄະນະ​ຜູ້​ແທນ ​ແລະ ຄະນະ​ເລຂາທິການ​​ອົງການ​ສະຫະ​ປະຊາ​ຊາດ​ຫຼາຍ​ທ່ານ.

ສືບ​ຕໍ່​ມູນເຊື້ອຂອງແຕ່ປີ, ຫວຽດ​ນາມ ໄດ້​ປະ​ກອບ​ສ່ວນ 2 ຮ້ານ​ຢູ່​ທີ່ງານ​ຕະຫຼາດນັດ. ​ຮ້ານ​ເຄື່ອງ​ຫັດຖະກຳ “​Hand-made in Viet Nam” ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ຈາກ​ເພື່ອນ​ມິດສາ​ກົນ, ດ້ວຍ​ບັນດາ​ຜະລິດ​ຕະພັນ​ທີ່​ມີ​ສີສັນ​ພິ​ເສດ​ທີ່​ເຮັດ​ດ້ວຍ​ເຄື່ອງ​ປັ້ນດິນ​ເຜົາ, ​ເຄື່ອງ​ຂັດສີນ້ຳມັນ, ເຄື່ອງຕ່ຳແຜ່ນແພພື້ນເມືອງ ​ແລະ ຜ້າ​ໄໝ​ທີ່​ມີ​ລັກສະນະ​ວັດທະນະທຳ​ ຫວຽດນາມ... ໃນນັ້ນ, ຮ້ານອາຫານ “ຄົວຫວຽດ” ດ້ວຍບັນດາເຍື່ອງອາຫານພື້ນເມືອງຂອງ ຫວຽດນາມ ເຊັ່ນ: ແນມກ໋ວນ, ເຂົ້າຈີ່ປາເຕ້ຢໍ່ຊີ້ນໝູ, ແລະ ກາເຟນົມເຢັນ ອີກເທື່ອໜຶ່ງໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ ແລະ ໄດ້ຮັບຄວາມສົນໃຈຫຼາຍຈາກຜູ້ເຂົ້າຮ່ວມງານ.

ວັດທະນະທຳ ແລະ ອາຫານ ຫວຽດນາມ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງຢູ່ສະຫະປະຊາຊາດ

ຮ້ານ​ອາ​ຫານ "ຄົວ​ຫວຽດ" ຢູ່​ທີ່​ງານ​ຕະຫຼາດນັດ.

ພິ​ເສດ, ປີ​ນີ້​ຢູ່​ຮ້ານອາຫານ​ຂອງ​ ຫວຽດ​ນາມ ໄດ້​ເປັນ​ກຽດ​ຕ້ອນ​ຮັບ​ທ່ານ​ປະ​ທານ​ສະມັດຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ Dennis Francis ແລະ ພັນ​ລະ​ຍາ​ທີ່​ໄດ້​ມາ​ຢ້ຽມ​ຢາມ. ພາຍຫຼັງ​ໄດ້​ຊອກ​ຮູ້ ​ແລະ ຕື່ນ​ເຕັ້ນ​ຮັບ​ປະທານ​ອາຫານ​ພື້ນ​ເມືອງ​ຂອງ ຫວຽດນາມ, ທ່ານ ​ແລະ ທ່ານ​ນາງ Francis ປາດ​ຖະໜາ​ຢາກ​ມາ​ຢ້ຽມຢາມ ຫວຽດນາມ ​ໂດຍ​ໄວ ​ເພື່ອ​ສຳຜັດ​ກັບ​ວັດທະນະທຳ ແລະ ​ອາຫານ​ຂອງ ​ຫວຽດນາມ ​ໂດຍ​ກົງ.

ວັດທະນະທຳ ແລະ ອາຫານ ຫວຽດນາມ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງຢູ່ສະຫະປະຊາຊາດ

ຮ້ານ​ຂາຍ​ເຄື່ອງ​ຫັດ​ຖະ​ກຳ “Hand-made in Viet Nam”.

​ສິ້ນສຸດງານ​ຕະຫຼາດນັດວັດທະນະທຳ ​- ອາຫານສາກົນ ປີ 2024, ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ປະກອບສ່ວນ​​ລາຍ​ຮັບ​ຈາກ​ການ​ຄ້າຂາຍ​ເຂົ້າໃນ​ກອງ​ທຶນ​ການ​ກຸສົນ​ຂອງ​​ຄະນະຈັດ​ຕັ້ງງານ​ຫຼາຍ​ທີ່​ສຸດ.

UN International Bazaar ​ໄດ້​ຈັດ​ຂຶ້ນ​ໂດຍ​ສະ​ໂມ​ສອນ​ພັນ​ລະ​ຍາ, ສາມີ​ຂອງການນຳ, ພະນັກງານສະຫະ​ປະຊາ​ຊາດໃນແຕ່ລະປີ ເພື່ອແນໃສ່ຊຸກຍູ້ການພົບປະແລກປ່ຽນ, ເພີ່ມທະວີຄວາມຜູກພັນລະຫວ່າງບັນດາປະເທດສະມາຊິກ, ພ້ອມທັງລະດົມທຶນເພື່ອສະຫນັບສະຫນູນບັນດາກິດຈະກໍາ ແລະ ໂຄງການດ້ານມະນຸດສະທໍາ. ຄະນະ​ຈັດ​ຕັ້ງ​ງານ​ຕະຫຼາດນັດ​ໃຫ້​ຮູ້​ວ່າ: ປີ​ນີ້​ມີ​ນັກ​ທ່ອງ​ທ່ຽວ 1.000 ກວ່າ​ຄົນ​ມາ​ຢ້ຽມ​ຊົມ, ຊື້​ຂອງ​ທີ່​ລະນຶກ ​ແລະ ອາຫານ.

ດ້ວຍຄະນະຫວຽດນາມ ປະຈຳ ສປຊ, ເລື່ອງເຂົ້າຮ່ວມບັນດາການເຄື່ອນໄຫວການທູດວັດທະນະທຳທີ່ມີຄວາມໝາຍນີ້ຢ່າງເປັນປະຈຳ ແລະ ຕັ້ງໜ້າ ບໍ່ພຽງແຕ່ແນໃສ່ໂຄສະນາບັນດາບັນດາຄຸນຄ່າທີ່ສວຍງາມຂອງປະເທດຊາດ ແລະ ປະຊາຊົນ ຫວຽດນາມ ເຖິງເພື່ອນມິດສາກົນ ແລະ ບັນດາອົງການການທູດຢູ່ປະເທດປະຈຳຖິ່ນເທົ່ານັ້ນ ຫາກຍັງປະກອບສ່ວນຮັດ​ແໜ້ນ​ຄວາມ​ສາ​ມັກ​ຄີ ​ແລະ ຄວາມ​ສະ​ໜິດ​ຕິດ​ພັນ​ລະຫວ່າງ​ບັນດາ​ສະມາຊິກ​ສະມາຄົມ​ພັນລະຍາ, ສາມີຂອງ​ຄະນະ​ຜູ້​ແທນ​ ແລະ ບັນດາໜ່ວຍງານ ຫວຽດນາມ ​ຢູ່​ນະຄອນ ນິວຢອກ, ອາ​ເມ​ລິ​ກາ ອີກດ້ວຍ.

​ສັບປະດາ​ວັດທະນະທຳ ຫວຽດນາມ ຢູ່ ກຳປູ​ເຈຍ 2024: ​ເຫດການຕົວແບບ​ແນະນຳ​ວັດທະນະທຳ, ປະ​ເທດຊາດ, ປະຊາຊົນ 2 ປະ​ເທດ ​ສັບປະດາ​ວັດທະນະທຳ ຫວຽດນາມ ຢູ່ ກຳປູ​ເຈຍ 2024: ​ເຫດການຕົວແບບ​ແນະນຳ​ວັດທະນະທຳ, ປະ​ເທດຊາດ, ປະຊາຊົນ 2 ປະ​ເທດ

ຍສໝ - ວັນ​ທີ 21 ພຶດສະພາ, ຢູ່​ນະຄອນຫຼວງ Phnom Penh (ກຳປູ​ເຈຍ), ໄດ້ດຳເນີນພິທີເປີດສັບປະດາ​ວັດທະນະທຳ ຫວຽດນາມ ຢູ່ ກຳປູ​ເຈຍ ປີ 2024. ລາຍການມີການເຂົ້າຮ່ວມຂອງທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ຫວຽດນາມ ປະຈຳ ກໍາປູເຈຍ ຫງວຽນຮູຍຕັງ, ຜູ້ແທນຂັ້ນສູງທຸກກະຊວງ, ຂະແໜງການຂອງ 2 ປະເທດ, ນັກທ່ອງທ່ຽວ ...

​ຜະລິດ​ຕະພັນ​ວັດທະນະທຳ, ທ່ອງ​ທ່ຽວ ຫວຽດນາມ ສ້າງຄວາມ​ປະ​ທັບ​ໃຈ​ຢູ່​ງານຕະຫຼາດນັດ ປາຣີ. ​ຜະລິດ​ຕະພັນ​ວັດທະນະທຳ, ທ່ອງ​ທ່ຽວ ຫວຽດນາມ ສ້າງຄວາມ​ປະ​ທັບ​ໃຈ​ຢູ່​ງານຕະຫຼາດນັດ ປາຣີ.

ຍສໝ - ວັນທີ 5 ພຶດສະພາ, ສູນວັດທະນະທໍາຫວຽດນາມ ປະຈໍາ ຝຣັ່ງ ໄດ້ສົມທົບກັບບັນດາວິສາຫະກິດ ເພື່ອປະຕິບັດລາຍການໂຄສະນາວັດທະນະທໍາ, ການທ່ອງທ່ຽວ ແລະ ບັນດາຜະລິດຕະພັນຫັດຖະກຳ​ສິລະປະ, ອາຫານຂອງ ຫວຽດນາມ.

ມິງດຶກ

ເຫດການ
302 Found

Found

The document has moved here.