ຍສໝ - ວັນທີ 7 ສິງຫາ, ຢູ່ ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ເບລາຣຸດຊີ ໄດ້ຈັດຕັ້ງການພົບປະມິດຕະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນປົດປ່ອຍ ເບລາຣຸດຊີ (ວັນທີ 3 ກໍລະກົດ ປີ 1944 – ວັນທີ 3 ກໍລະກົດ ປີ 2024) ແລະ ວັນຊາດ ຫວຽດນາມ (ວັນທີ 2 ກັນຍາ ປີ 1945 – ວັນທີ 2 ກັນຍາ ປີ 2024). ຢູ່ທີ່ນີ້, ທ່ານປະທານສະມາຄົມມິດຕະພາບ ຫວຽດນາມ - ເບລາຣຸດຊີ ຢືນຢັນວ່າ: “ສະມາຄົມມິດຕະພາບ ຫວຽດນາມ - ເບລາຣຸດຊີ ຈະສືບຕໍ່ມານະພະຍາຍາມເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຂອງ 2 ປະເທດໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງກ່ວາອີກ”.
ຍສໝ - ໃນໄລຍະທີ່ດໍາລົງຕໍາແໜ່ງ 3 ປີ, ທ່ານ Hans-Peter Glanzer ເອກອັກຄະລັດຖະທູດ ໂອຕາລິດ ປະຈຳ ຫວຽດນາມ ໄດ້ປະກອບສ່ວນຫຼາຍຢ່າງເຂົ້າໃນການພົວພັນລະຫວ່າງ 2 ປະເທດໃນຫຼາຍຂົງເຂດ. ໂດຍຮັບຮູ້ການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ, ວັນທີ 5 ສິງຫາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ປະດັບຫຼຽນກາລະນຶກ “ເພື່ອສັນຕິພາບ ແລະມິດຕະພາບລະຫວ່າງຊາດ” ໃຫ້ແກ່ທ່ານ.
ຍສໝ - ຕອນຄ່ຳວັນທີ 24 ພຶດສະພາ 2024, ຢູ່ເຮືອນຮັບແຂກຂອງລັດຖະບານ, ທ່ານຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ຫງວຽນມິງຫວູ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນ ອາຟຣິກາ ໂດຍບັນດາສະຖານທູດ ອາຟຣິກາ ປະຈຳ ຮ່າໂນ້ຍ ຈັດຕັ້ງ.
ຍສໝ - ທ່ານ ຟ້າມມິງຈິ໊ງ ຢັ້ງຢືນວ່າ ລັດຖະບານຫວຽດນາມ ຈະອຳນວຍຄວາມສະດວກເພື່ອໃຫ້ກະຊວງປ້ອງກັນປະເທດສອງປະເທດເພີ່ມທະວີການພົບປະແລກປ່ຽນ, ຍົກສູງຄວາມເຂົ້າອົກເຂົ້າໃຈ, ປັບປຸງຄວາມເຊື່ອໝັ້ນ ແລະພ້ອມກັນຮ່ວມມືບົນພື້ນຖານສອດຄ່ອງກັບຄວາມຕ້ອງການ, ຄວາມສາມາດ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດບົນຈິດໃຈການພົວພັນ “ຈິງໃຈ, ຮັກແພງ, ໄວ້ເນື້ອເຊື່ອໃຈ” ລະຫວ່າງສອງປະເທດ.
ຍສໝ - ສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ແມ່ນອົງການນຳໜ້າໃນການຊຸກຍູ້ການພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ. ໂດຍການຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ງານວາງສະແດງ, ກອງປະຊຸມ, ການສຳມະນາ, ພິມຈຳໜ່າຍປຶ້ມແນະນຳກ່ຽວກັບ ອິນເດຍ... ສະມາຄົມໄດ້ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະ ປັບປຸງການພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ອິນເດຍ.
ຍສໝ - ຫວຽດນາມ - ອິນເດຍ ໜູນຊ່ວຍ ແລະ ຊຸກຍູ້ການເຄື່ອນໄຫວໂອ້ລົມສົນທະນາ, ເຊື່ອມຕໍ່ການລົງທຶນ, ສ້າງເງື່ອນໄຂໃຫ້ວິສາຫະກິດຂອງ 2 ຝ່າຍເປີດກວ້າງການຮ່ວມມື, ລົງທຶນ ແລະ ດຳເນີນທຸລະກິດຢ່າງມີປະສິດທິຜົນ; ຍູ້ແຮງ ແລະ ຜັນຂະຫຍາຍບັນດາມາດຕະການຢ່າງມີປະສິດທິຜົນ ເພື່ອແນໃສ່ປະຕິບັດສຳເລັດຈຸດໝາຍວົງເງິນການຄ້າ 2 ຝ່າຍບັນລຸ 20 ຕື້ USD ໃນໄລຍະຈະມາເຖິງ.
ເນື່ອງໃນໂອກາດນີ້ ທ່ານ ຟ້າມມີງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ສິ້ນສຸດການຢ້ຽມຢາມທາງລັດຖະກິດປະສົບຜົນສຳເລັດຢ່າງຈົບງາມ, ທ່ານ ບຸ່ຍແທງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບໝາກຜົນການຢ້ຽມຢາມ.
ຍສໝ - ເນື່ອງໃນໂອກາດທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມໄປຢ້ຽມຢາມທາງລັດຖະກິດຢູ່ອິນເດຍ, ທ່ານ ຟ້າມແທງບິ່ງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ຕອບສໍາພາດຕໍ່ສື່ມວນຊົນກ່ຽວກັບການຢ້ຽມຢາມ.
ຍສໝ - ທ່ານ Maris Sangiampongsa - ລັດຖະມົນຕີການຕ່າງປະເທດໄທ ຈະມາຢ້ຽມຢາມລາວຢ່າງເປັນທາງການໃນວັນທີ 30 ພຶດສະພານີ້ ຕາມຄຳເຊີນຂອງທ່ານ ສະເຫຼີມໄຊ ກົມມະສິດ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດໄທ.
ຍສໝ - ທ່ານປະທານສູນກາງສະມາຄົມມິດຕະພາບ ລາວ - ຫວຽດນາມ, ທ່ານ ບັນດິດ ບໍ່ວຽງຄໍາ ວົງດາລາ ໃຫ້ຂໍ້ສັງເກດວ່າ: ສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເປັນນັກການເມືອງ, ນັກວິທະຍາສາດ, ສາດສະດາຈານ, ເປັນຜູ້ນໍາທີ່ເປັນແບບຢ່າງດີເດັ່ນ.
ຍສໝ - ວຽກງານການຕ່າງປະເທດແມ່ນໜຶ່ງໃນບັນດາຂົງເຂດທີ່ສະແດງໃຫ້ເຫັນຫຼາຍຈຸດພົ້ນເດັ່ນຂອງສະຫາຍ ຫງວຽນຟູ໋ຈ້ອງ. ຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການພາຍໃຕ້ການນຳພາ ແລະ ຊີ້ນຳຂອງສະຫາຍໃນຖານະເປັນ ເລຂາທິການໃຫຍ່ ໄດ້ອອກມະຕິ, ບົດສະຫຼຸບ ແລະ ຄຳສັ່ງຫຼາຍຢ່າງກ່ຽວກັບການກໍ່ສ້າງ ແລະ ເຮັດສຳເລັດແນວທາງການພົວພັນຕ່າງປະເທດຂອງພັກ ແລະ ລັດຂອງຫວຽດນາມໃນໄລຍະແຫ່ງການປ່ຽນແປງໃໝ່. ຖານຂໍ້ມູນຂ່າວສານເອເລັກໂຕນິກຂອງລັດຖະບານ ຂໍຖືເປັນກຽດແນະນຳບົດຂຽນຂອງທ່ານກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທງເຊີນ ກ່ຽວກັບ “ສະຫາຍ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ: ເປັນການນຳທີ່ດີເດັ່ນພິເສດ ດ້ວຍຫຼາຍຂີດໝາຍໃນການຍົກລະດັບການພົວພັນຕ່າງປະເທດຂອງ ຫວຽດນາມ”.
ຍສໝ - ໃນຂອບເຂດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ, ຕອນເຊົ້າວັນທີ 31/5, ຢູ່ສຳນັກງານລັດຖະບານ, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Han Duck-soo.
ຍສໝ - ຕອນບ່າຍວັນທີ 17 ກໍລະກົດ, ຢູ່ທຳນຽບປະທານປະເທດ, ທ່ານ ໂຕເລິມ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Iain Frew ເອກອັກຄະລັດຖະທູດອັງກິດ ແລະໄອແລນເໜືອ ປະຈຳຫວຽດນາມ.
ຍສໝ - ສືບຕໍ່ບັນດາການເຄື່ອນໄຫວວຽກງານການຕ່າງປະເທດໃນປີຜ່ານມາ, ໃນບັນດາເດືອນທຳອິດຂອງປີນີ້, ອົງການກຳມະບານ ອຸດສາຫະກຳ ແລະ ການຄ້າ ໄດ້ສືບຕໍ່ຊຸກຍູ້ການຮ່ວມມືສາກົນ.
ຍສໝ - ຜົນຂອງການຢ້ຽມຢາມລາວ ແລະກຳປູເຈຍ ຂອງທ່ານ ໂຕເລິມ ປະທານປະເທດຫວຽດນາມ ໃນຄັ້ງນີ້ແມ່ນການສ້າງກຳລັງໜູນໃຫ້ແກ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 3 ປະເທດບ້ານໃກ້ເຮືອນຄຽງ ຫວຽດນາມ - ລາວ - ກໍາປູເຈຍ.
ຍສໝ - ປີ 2024 ແມ່ນວັນຄົບຮອບ 30 ປີ ທີ່ຫວຽດນາມ ແລະ ໂຄຣເອເຊຍ ໄດ້ສ້າງຕັ້ງການພົວພັນດ້ານການທູດ (1 ກໍລະກົດ 1994 – 1 ກໍລະກົດ 2024). ເນື່ອງໃນໂອກາດນີ້, ທ່ານ ນາງ ຫງວຽນທິບິກຖາວ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຮົງກາຣີ ທັງຮັບຜິດຊອບ ໂຄຣເອເຊຍ ໄດ້ໃຫ້ສຳພາດກັບນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ເອີລົບໃຕ້ ກ່ຽວກັບຄວາມໝາຍຂອງເຫດກໍ່ຄືໝາກຜົນທີ່ບັນລຸໄດ້ ແລະ ແງ່ຫວັງການຮ່ວມມືລະຫວ່າງ 2 ປະເທດໃນຕໍ່ໜ້າ. ຕໍ່ໄປນີ້ແມ່ນເນື້ອໃນຂອງການສົນທະນາ.
ຍສໝ - ສາຍພົວພັນທີ່ສັດຊື່ບໍລິສຸດ ແລະ ຈົງຮັກພັກດີລະຫວ່າງ ຫວຽດນາມ ແລະ ລາວ ໄດ້ຮັບການສ້າງໂດຍປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ແລະ ໄດ້ຮັບການເສີມສ້າງຢ່າງຂະຫຍັນຂັນເຄື່ອນຈາກການນຳລຸ້ນຕ່າງໆຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ. 60 ປີທີ່ຜ່ານມານັບແຕ່ສ້າງຕັ້ງການພົວພັນທາງການທູດ, ການພົວພັນແບບພິເສດນີ້ກໍ່ນັບມື້ນັບເລິກເຊິ່ງ ແລະ ມີປະສິດທິຜົນ.
ຍສໝ - ເນື່ອງໃນໂອກາ ທ່ານ ໂຕເລິມ ປະທານປະເທດຫວຽດນາມ ຈະໄປຢ້ຽມຢາມທາງລັດຖະກິດຢູ່ລາວ ແລະກຳປູເຈຍ, ທ່ານ ໂດ້ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບການຢ້ຽມຢາມຂອງທ່ານປະທານປະເທດ.
ຍສໝ - ແບ່ງປັນຄວາມຫຍຸ້ງຍາກ, ຂອງການນຳແຂວງຫົວພັນ, ພ້ອມທັງວາງອອກບັນດາເປົ້າໝາຍ, ທິດທາງເປີດກວ້າງການພົວພັນຮ່ວມມືມິດຕະພາບລະຫວ່າງ 2 ແຂວງ, ທ່ານ ຫງວຽນຟີລອງ, ກໍາມະການສໍາຮອງຄະນະບໍລິຫານງານສູນກາງ, ເລຂາພັກແຂວງ ເນັ້ນໜັກວ່າ: ດ້ວຍນ້ຳໃຈອ້າຍນ້ອງ ແລະເພື່ອນມິດສະຫາຍ “ຄອບຄົວດຽວກັນ” ທີ່ສະໜິດສະໜົມ, ຮວ່າບິ່ງ ແລະຫົວພັນ ສືບຕໍ່ສະໜັບສະໜູນ, ປຸກລະດົມ ແລະໜູນຊ່ວຍກັນກໍ່ສ້າງ 2 ປະເທດ ແລະ 2 ທ່ອງຖິ່ນໃຫ້ໝັ້ນຄົງເຂັ້ມແຂງ.
ຍສໝ - ເນື່ອງໃນໂອກາດທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຫາກໍ່ສິ້ນສຸດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນອັນພົ້ນເດັ່ນຂອງການຢ້ຽມຢາມ.