ນໍາການພົວພັນຮ່ວມມືຮອບດ້ານຫວຽດນາມ - ກູບາ ກ້າວເຂົ້າສູ່ໄລຍະໃໝ່

15:00 | 22/09/2024

ຍສໝ - ທ່ານ ເລຮ່ວາຍຈູງ ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ໄດ້ໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບການຢ້ຽມຢາມທາງລັດຖະກິດເຖິງ ສ. ກູບາຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ສສ ຫວຽດນາມ.

ສະມາຄົມມິດຕະພາບຫວຽດນາມ - ກູບາ ໄດ້ສະໜັບສະໜູນຂະບວນການສົນທະນາ ແລະ ການຮ່ວມມືລະຫວ່າງ ກູບາ ແລະ ອາເມລິກາ ສະມາຄົມມິດຕະພາບຫວຽດນາມ - ກູບາ ໄດ້ສະໜັບສະໜູນຂະບວນການສົນທະນາ ແລະ ການຮ່ວມມືລະຫວ່າງ ກູບາ ແລະ ອາເມລິກາ
ໂຮງໝໍມິດຕະພາບ ຫວຽດນາມ - ກູບາ ນະຄອນ ດົງເຫີຍ, ແຂວງກວ໋າງບິ່ງ ໄດ້ຮັບເຄື່ອງຟອກໝາກໄຂ່ຫຼັງທຽມ 2 ເຄື່ອງ. ໂຮງໝໍມິດຕະພາບ ຫວຽດນາມ - ກູບາ ນະຄອນ ດົງເຫີຍ, ແຂວງກວ໋າງບິ່ງ ໄດ້ຮັບເຄື່ອງຟອກໝາກໄຂ່ຫຼັງທຽມ 2 ເຄື່ອງ.

ໂດຍໄດ້ຮັບຄໍາເຊື້ອເຊີນຂອງທ່ານ Miguel Diaz-Canel Bermudez ເລຂາທິການຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດກູບາ ແລະພັນລະຍາ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ສສ ຫວຽດນາມ ແລະພັນລະຍາຈະໄປຢ້ຽມຢາມທາງລັດຖະກິດເຖິງ ສ. ກູບາ.

ເນື່ອງໃນໂອກາດນີ້, ທ່ານ ເລຮ່ວາຍຈູງ ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ໄດ້ໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບການຢ້ຽມຢາມ.

ຂໍຮຽນທ່ານ, ທ່ານສາມາດແບ່ງປັນກ່ຽວກັບຈຸດປະສົງ ແລະຄວາມໝາຍຂອງການຢ້ຽມຢາມທາງລັດຖະກິດເຖິງ ສ. ກູບາ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ແລະພັນລະຍາໄດ້ບໍ?

ນີ້ແມ່ນການຢ້ຽມຢາມກູບາ ຄັ້ງທຳອິດຂອງທ່ານ ໂຕເລິມ ໃນຖານະຕຳແໜ່ງເປັນເລຂາທິການໃຫຍ່, ປະທານປະເທດ, ກູບາແມ່ນໜຶ່ງໃນບັນດາປະເທດທຳອິດທີ່ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ໄປຢ້ຽມຢາມ ໃນສະພາບທີ່ 2 ປະເທດພວມກະກຽມສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1960-2025).

ການຢ້ຽມຢາມກູບາ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ເພື່ອແນໃສ່ຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ຢືນຢັນ ຫວຽດນາມ ຖືເປັນສຳຄັນ ແລະປາດຖະໜາຢາກພັດທະນາການພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ. ການຢ້ຽມຢາມສະແດງໃຫ້ເຫັນຄວາມສາມັກຄີ, ຄວາມສັດຊື່ບໍລິສຸດ, ເປັນແບບຢ່າງ, ສະເໝີຕົ້ນສະເໝີປ່າຍຂອງພັກ, ລັດ ແລະປະຊາຊົນຫວຽດນາມ ກັບພັກ, ລັດ ແລະປະຊາຊົນກູບາ, ພ້ອມທັງຢືນຢັນວ່າພັກ, ລັດ ແລະປະຊາຊົນຫວຽດນາມ ປາດຖະໜາຢາກຮ່ວມເດີນທາງ, ຮ່ວມມື, ພ້ອມກັນພັດທະນາເພື່ອປັບປຸງ, ຊຸກຍູ້, ພັດທະນາການພົວພັນສາມັກຄີທີ່ເປັນມູນເຊື້ອ, ມິດຕະພາບພິເສດກັບພັກ, ລັດ ແລະປະຊາຊົນກູບາ ຢ່າງບໍ່ຢຸດຢັ້ງ.

ນໍາການພົວພັນຮ່ວມມືຮອບດ້ານຫວຽດນາມ - ກູບາ ກ້າວເຂົ້າສູ່ໄລຍະໃໝ່
ທ່ານ ເລຮ່ວາຍຈູງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ໃຫ້ສຳພາດຕໍ່ນັກຂ່າວ. ພາບ: TTXVN

ຜ່ານການຢ້ຽມຢາມ, ບັນດາການນຳຂັ້ນສູງສຸດຂອງສອງພັກ, ສອງລັດ ຈະແລກປ່ຽນ, ຕີລາຄາບັນດາຜົນງານທີ່ບັນລຸໄດ້, ຜົນການຮ່ວມມືລະຫວ່າງ ຫວຽດນາມ ແລະກູບາ ໃນໄລຍະຜ່ານມາ ແລະວາງບັນດາທິດທາງເພື່ອເພີ່ມທະວີ, ຍົກສູງປະສິດທິຜົນການຮ່ວມມືໃນທຸກຂົງເຂດ, ນໍາການພົວພັນຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ກູບາ ກ້າວເຂົ້າສູ່ໄລຍະໃໝ່, ນັບມື້ນັບພັດທະນາຢ່າງແທດຈິງ ແລະຍືນຍົງ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

ສອງຝ່າຍມີຄວາມຫວັງໃດແດ່ໃນການຢ້ຽມຢາມກູບາ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ແລະປະທານປະເທດ?

ໃນການຢ້ຽມຢາມຄັ້ງນີ້, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຈະມີບັນດາການພົບປະເຈລະຈາ, ການພົບປະກັບບັນດາການນຳຫຼັກແຫຼ່ງ.

ຄຽງຂ້າງນັ້ນ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ແລະຄະນະຍັງໄປວາງພວງມາລາທີ່ອະນຸສາວະລີປະທານ ໂຮ່ຈີມິນ ແລະວິລະຊົນແຫ່ງຊາດກູບາ Jose Marti, ໄປຢ້ຽມຢາມບາງຮາກຖານເສດຖະກິດ, ໃນນັ້ນມີບັນດາສະຖານທີ່ມີໂຄງການຮ່ວມມື ແລະລົງທຶນຂອງບັນດາວິສາຫະກິດຫວຽດນາມ; ພົບປະມິດຕະພາບກັບເພື່ອນມິດ ແລະລຸ້ນໜຸ່ມຂອງສອງປະເທດ. ພ້ອມກັນນັ້ນ, ຍັງມີການເຄື່ອນໄຫວຖະຫວາຍດອກໄມ້ສະແດງຄວາມຮູ້ບຸນຄູນຕໍ່ປະທານໂຮ່ຈີມິນ ແລະການນຳກູບາ.

ຜ່ານການຢ້ຽມຢາມ, ຫວຽດນາມ ຢືນຢັນຄວາມປາດຖະໜາຢາກສືບຕໍ່ສືບທອດ ແລະເສີມຂະຫຍາຍບັນດາມໍລະດົກອັນລ້ຳຄ່າຂອງການພົວພັນລະຫວ່າງສອງປະເທດ, ບົນພື້ນຖານທີ່ໝັ້ນຄົງໂດຍປະທານໂຮ່ຈີມິນ ແລະຜູ້ບັນຊາການໃຫຍ່ Fidel Castro ນໍາໜ້າສ້າງຕັ້ງ. ການພົບປະ ແລະແລກປ່ຽນສອງຝ່າຍລະຫວ່າງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ແລະ ບັນດາການນຳຂັ້ນສູງຂອງກູບາ ຈະຊ່ວຍເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ ແລະເພີ່ມທະວີການສົມທົບກັນໃນບັນດາບັນຫາໃຫຍ່, ຈາກນັ້ນປັບປຸງການພົວພັນທີ່ເປັນມູນເຊື້ອ, ແບບພິເສດລະຫວ່າງສອງປະເທດກວ່າອີກ.

ຮ່ວມເດີນທາງພ້ອມກັບທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ໃນການຢ້ຽມຢາມຄັ້ງນີ້ຍັງມີບັນດາການນຳຂອງພັກ, ລັດຖະບານ, ຜູ້ຕາງໜ້າບັນດາຄະນະພັກ, ອົງການລັດຖະບານ, ທ້ອງຖິ່ນ ແລະຈະມີການພົບປະ, ເຮັດວຽກສອງຝ່າຍ, ຜ່ານນັ້ນສອງຝ່າຍຈະເຫັນດີຮ່ວມກັນຕີລາຄາໝາກຜົນການຮ່ວມມືໃນໄລຍະຜ່ານມາ, ວາງທິດທາງ ແລະມາດຕະການລະອຽດເພື່ອເພີ່ມທະວີການຮ່ວມມືຫຼາຍດ້ານ, ໃນນັ້ນມີການຮ່ວມມືດ້ານເສດຖະກິດ - ການຄ້າລະຫວ່າງສອງປະເທດ.

ດັ່ງທີ່ພວກເຮົາໄດ້ຮູ້ແລ້ວວ່າ, ປະຈຸບັນ ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບສອງ ແລະຄູ່ຮ່ວມມືລົງທຶນໃຫຍ່ທີ່ສຸດຂອງກູບາ ທີ່ມາຈາກອາຊີ ແລະທະວີບໂອເຊອານີ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ສອງຝ່າຍສືບຕໍ່ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ, ສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາສາກົນເພື່ອຜົນປະໂຫຍດຂອງທັງສອງປະເທດ ແລະປະຊາຊົນໃນໄລຍະປະຈຸບັນ.

ຄຽງຂ້າງນັ້ນ, ບັນດາການເຄື່ອນໄຫວລະຫວ່າງສອງພັນລະຍາ ແລະບັນດາການພົບປະແລກປ່ຽນມິດຕະພາບກັບປະຊາຊົນ ແລະລຸ້ນໜຸ່ມຂອງກູບາ ກໍ່ຈະສະແດງໃຫ້ເຫັນສາຍພົວພັນ ແລະນໍ້າໃຈພິເສດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຢ່າງມີຊີວິດຊີວາ.

ຂ້າພະເຈົ້າເຊື່ອໝັ້ນວ່າ ການຢ້ຽມຢາມຈະປະສົບຜົນສຳເລັດ, ປະກອບສ່ວນສຳຄັນເຂົ້າໃນການປັບປຸງນໍ້າໃຈມິດຕະພາບແບບພິເສດ, ນໍ້າໃຈສະຫາຍອ້າຍນ້ອງທີ່ສະໜິດສະໜົມລະຫວ່າງສອງປະເທດ. ບັນດາໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມຈະປະກອບສ່ວນເສີມສ້າງໜ້າປະຫວັດສາດອັນສະຫງ່າອົງອາດ, ສົດໃສລະຫວ່າງສອງປະເທດ ແລະນຳການພົວພັນ ຫວຽດນາມ - ກູບາ ກ້າວຂຶ້ນສູ່ໄລຍະໃໝ່, ພັດທະນາຢ່າງແທດຈິງ ແລະຍືນຍົງກວ່າ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັງຄົມນິຍົມ, ເພື່ອສັນຕິພາບ, ການຮ່ວມມື ແລະການພັດທະນາຢູ່ແຕ່ລະພາກພື້ນ ແລະໃນໂລກ.

ຂໍຂອບໃຈທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ!

ສະມາຄົມມິດຕະພາບຫວຽດນາມ - ກູບາ ໄດ້ສະໜັບສະໜູນຂະບວນການສົນທະນາ ແລະ ການຮ່ວມມືລະຫວ່າງ ກູບາ ແລະ ອາເມລິກາ ສະມາຄົມມິດຕະພາບຫວຽດນາມ - ກູບາ ໄດ້ສະໜັບສະໜູນຂະບວນການສົນທະນາ ແລະ ການຮ່ວມມືລະຫວ່າງ ກູບາ ແລະ ອາເມລິກາ

ຍສໝ - ສະມາຄົມມິດຕະພາບຫວຽດນາມ - ກູບາ ເຊື່ອໝັ້ນວ່າ ລັດຖະບານອາເມລິກາ ຍົກເລີກ ກູບາ ອອກຈາກ “ບັນຊີລາຍຊື່ບັນດາປະເທດບໍ່ຮ່ວມມືກັບບັນດາຄວາມມານະພະຍາຍາມຕ້ານການກໍ່ການຮ້າຍຂອງອາເມລິກາ ໃນປີ 2023” ແມ່ນມີຄວາມຈຳເປັນແຕ່ບໍ່ຄົບຖ້ວນ.

ນະຄອນ ເກີນເທີ ໄດ້ພົບປະເພື່ອສະເຫຼີມສະຫຼອງ 65 ປີແຫ່ງວັນຊາດສາທາລະນະລັດ ກູບາ, ໄຊຊະນະການປະຕິວັດ ກູບາ. ນະຄອນ ເກີນເທີ ໄດ້ພົບປະເພື່ອສະເຫຼີມສະຫຼອງ 65 ປີແຫ່ງວັນຊາດສາທາລະນະລັດ ກູບາ, ໄຊຊະນະການປະຕິວັດ ກູບາ.

ຍສໝ - ຕອນ​ບ່າຍ​ວັນ​ທີ 9 ມັງກອນ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ກູ​ບາ ນະຄອນ ​ໄດ້​ສົມທົບ​ກັບ​ສະຖານ​ກົງສຸນ​ໃຫຍ່ ສາທາລະນະ​ລັດ ກູ​ບາ ​ຈັດ​ຕັ້ງການພົບປະ​ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ຊາດສາທາລະນະລັດ ກູບາ, ໄຊຊະນະການປະຕິວັດ ກູບາ.

ແສງເດືອນ

ເຫດການ
302 Found

Found

The document has moved here.