ສະມາຊິກສະພາສູງ ອາເມລິກາ ສະໜັບສະໜູນ ຫວຽດນາມ ເປັນເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຈະເລີນຮັ່ງມີ ຢ່າງສະເໝີຕົ້ນສະເໝີປາຍ

12:05 | 07/06/2024

ຍສໝ - ວັນ​ທີ 4 ມິຖຸນາ​ນີ້, ທ່ານ​ລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ບຸຍແທ່ງເຊີນ ​ໄດ້ໂອ້ລົມທາງ​ໂທລະສັບ​ກັບ​ສະມາຊິກ​ສະພາ​ສູງ ທ່ານ Jeff Merkley, ປະທານ​ອະນຸ​ກຳມະການ​ພາຍ​ໃນ, ສິ່ງ​ແວດ​ລ້ອມ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ​ກຳມາທິການ​ການ​ຈັດສັນງົບປະມານ ຂອງ​ສະພາ​ສູງ ອາ​ເມ​ລິ​ກາ.

ຫວຽດນາມ - ອາເມລິກາ: ສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ
ໂອກາດເພື່ອໂຮງຮຽນ ຫວຽດນາມ ໄດ້ຮັບເອົາຜູ້ຊ່ວຍການສອນພາສາອັງກິດຂອງ ອາເມລິກາ
ສະມາຊິກສະພາສູງ ອາເມລິກາ ສະໜັບສະໜູນ ຫວຽດນາມ ເປັນເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຈະເລີນຮັ່ງມີ ຢ່າງສະເໝີຕົ້ນສະເໝີປາຍ

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸຍແທ່ງເຊີນ ​ໄດ້​ໂທລະສັບ​ກັບ​ສະມາຊິກ​ສະພາ​ສູງ ອາ​ເມ​ລິ​ກາ ທ່ານ Jeff Merkley. (ພາບ: ຕັວນແອ່ງ)

ທີ່​ການ​ໂອ້​ລົມ​ທາງ​ໂທລະສັບ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸຍແທ່ງເຊີນ ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ການ​ພັດທະນາ​ຢ່າງ​ຕັ້ງໜ້າ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ອາ​ເມ​ລິ​ກາ ໃນໄລຍະທີ່ຜ່ານມາ.

ທ່ານ​ລັດຖະມົນຕີ ຫວຽດນາມ ບຸຍແທ່ງເຊີນ ຢືນຢັນ​ວ່າ ຫວຽດນາມ ຖື​ ອາ​ເມ​ລິ​ກາ ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ສຳຄັນ ​ແລະ ປາດ​ຖະໜາ​ວ່າ 2 ຝ່າຍ​ຈະ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ ​ໃນການ​ປະຕິບັດ​ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື​ໃນ​ຂອບ​ການ​ພົວພັນ​ໃໝ່ ບົນ​ພື້ນຖານການ​ເຄົາລົບ​ເອກະລາດ, ອະທິປະ​ໄຕ​, ຜືນແຜ່ນດິນ​ອັນຄົນຄົບຖ້ວນ ​ແລະ​ ລະບອບລະບຽບການການ​ເມືອງຂອງ​ແຕ່ລະ​ຝ່າຍ.

ທ່ານ​ລັດຖະມົນຕີ ຫວຽດນາມ ​ໄດ້​ຊົມ​ເຊີຍ​ການ​ເພີ່ມ​ທະວີ​ການ​ພົວພັນ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ ​ແລະ ບັນດາ​ຊ່ອງ​ທາງ, ​ໃນ​ນັ້ນ​ມີ​ຊ່ອງ​ທາງ​ລັດຖະສະພາ, ປະກອບສ່ວນ​ສ້າງ​ພື້ນຖານ​ການ​ຮ່ວມ​ມືທີ່ໝັ້ນແກ່ນ​ລະຫວ່າງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ແລະ ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ, ພ້ອມກັນນັ້ນ ກໍ່ເຊື້ອເຊີນທ່ານສະ​ມາ​ຊິກ​ສະ​ພາ​ສູງ Jeff Merkley ​ມາ​ຢ້ຽມ​ຢາມ​ ຫວຽດ​ນາມ ໃນ​ໄວໆ​ນີ້.

ທ່ານສະມາຊິກ​ສະພາ​ສູງ ອາ​ເມ​ລິ​ກາ Jeff Merkley ໄດ້ຫວນຄືນ​ບັນດາ​ຄວາມ​ປະ​ທັບ​ໃຈ​ທີ່​ດີ​ຕໍ່​ການ​ຢ້ຽມຢາມ​ຫວຽດນາມ ຂອງ​ສະມາຊິກ​ສະພາ​ສູງ​ໃນ​ປີ​ກາຍ ​ແລະ ຢືນຢັນ​ເຖິງ​ການ​ສະໜັບສະໜູນ​ຢ່າງ​​ແຮງ​ຂອງ​ລັດຖະສະພາ​ ອາ​ເມ​ລິ​ກາ ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ອາເມລິກາ, ສະໜັບສະໜູນ ຫວຽດນາມ ​ເຂັ້ມ​ແຂງ, ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ວັດທະນາ​ຖາວອນຢ່າງສະເໝີຕົ້ນສະເໝີປາຍ.

ທ່ານສະມາຊິກ​ສະພາ​ສູງ ອາ​ເມ​ລິ​ກາ Jeff Merkley ​ໄດ້​ເຫັນ​ດີ​ເປັນ​ເອກະພາບ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການ​ຊຸກຍູ້​ການ​ພົວພັນ, ພົບປະ​ແລກປ່ຽນ​​ ແລະ ໃຫ້ຮູ້ວ່າ, ຄະນະ​ຜູ້​ແທນ​ສະພາ​ສູງ ອາ​ເມ​ລິ​ກາ ຈຳນວນ​ໜຶ່ງ ມີ​ແຜນການ​ຈະ​ມາ​ຢ້ຽມຢາມ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ທ່ານ​ລັດຖະມົນຕີ ຫວຽດນາມ ບຸຍແທ່ງເຊີນ ປາດ​ຖະໜາ​ວ່າ ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ຈະ​ໜູນ​ຊ່ວຍ​ການ​ຮັກສາ​ການ​ພົວພັນ​ດ້ານ​ເສດຖະກິດ - ການ​ຄ້າ - ການ​ລົງທຶນ​ລະຫວ່າງ 2 ປະ​ເທດ​ຢ່າງ​ໝັ້ນຄົງ ​ແລະ ຍືນ​ຍົງ, ພ້ອມ​ທັງ​ສືບ​ຕໍ່​ເອົາ​ໃຈ​ໃສ່​ໜູນ​ຊ່ວຍ ​ຫວຽດນາມ ​ຜ່ານຜ່າ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ, ການຮັບມືກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດທີ່ມີ​ຄຸນ​ນະ​ພາບ​ສູງ...

ທ່ານສະມາຊິກ​ສະພາ​ສູງ ອາເມລິກາ Jeff Merkley ​ໄດ້​ແບ່ງປັນ​ກັບບັນດາຄວາມ​ຄິດ​ເຫັນ​ຂອງ​ທ່ານ​ລັດຖະມົນຕີ ຫວຽດນາມ ​ແລະ ໃຫ້ຮູ້ວ່າ​ວ່າ: ​ໂດຍ​ສ່ວນ​ຕົວ​ແລ້ວ, ສະມາຊິກ​ສະພາ​ສູງ​ຈະ​ສືບ​ຕໍ່​ໃຫ້​ບຸລິມະສິດ​ຍູ້ແຮງການ​ຮ່ວມ​ມື​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ ​ເຊັ່ນ​ດຽວ​ກັນ​ກັບ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ອື່ນໆ​ທີ່​ສອງ​ຝ່າຍ​ມີຄວາມສົນໃຈຄື​ກັນ.

ສອງ​ຝ່າຍ​ກໍ​ໄດ້​ຕີ​ລາຄາ​ຢ່າງສູງ​ການ​ຮ່ວມ​ມື​ລະຫວ່າງ ​ຫວຽດນາມ ​ແລະ ລັດ Oregon - ບ້ານ​ເກີດ​ຂອງທ່ານ​ສະມາຊິກ​ສະພາ​ສູງ Jeff Merkley ​ໃນໄລຍະຜ່ານມາ​. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ລັດຖະມົນຕີ ຫວຽດນາມ ບຸຍແທ່ງເຊີນ ​ໄດ້​ຂອບ​ໃຈ​ກຳລັງພິທັກຮັກສາ​ແຫ່ງ​ຊາດ Oregon ​ເມື່ອ​ບໍ່​ດົນ​ມາ​ນີ້​ໄດ້​ໜູນ​ຊ່ວຍ​ໂຮງໝໍ​ທະຫານ 175 ​ເປີດ​ສູນ​ຝຶກ​ອົບ​ຮົມ​ສຸກ​ເສີນ​ສາກົນ​ແຫ່ງ​ທຳ​ອິດ​ຢູ່ ​ຫວຽດນາມ, ​ໂດຍ​ຜ່ານ​ນັ້ນ ກໍ່​ຊ່ວຍ​ເຫຼືອ​ການ​ຝຶກ​ອົບຮົມ​ຕາມ​ມາດຖານ​ສາກົນ​ໃຫ້​ບັນດາ​ກຳລັງ​ແພດ​ທະຫານ ​ຫວຽດນາມ ​ທີ່ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ​ ສະຫະ​ປະຊາ​ຊາດ ໃນເວລາຈະມາເຖິງ.

ທ່ານສະມາຊິກ​ສະພາ​ສູງ ອາເມລິກາ Jeff Merkley ກໍ່​ໃຫ້​ຮູ້​ວ່າ: ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ອາ​ເມ​ລິ​ກາ ​ເວົ້າ​ລວມ ​ແລະ ລັດ Oregon ເວົ້າສະເພາະ ທີ່ກຳລັງ​ດຳລົງ​ຊີວິດ, ​ເຮັດ​ວຽກ ​ແລະ ຮ່ຳຮຽນຢູ່.

ສອງຝ່າຍ​ກໍ່​ໄດ້​ປຶກສາ​ຫາລື​ກ່ຽວກັບບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ທີ່​ສອງຝ່າຍມີ​ຄວາມ​ສົນ​ໃຈ. ທ່ານສະມາຊິກ​ສະພາ​ສູງ ອາເມລິກາ Merkley ​ເນັ້ນ​ໜັກ​ວ່າ: ອາ​ເມ​ລິ​ກາ​ ຖືເປັນສຳຄັນ ​ແລະ ສະໜັບສະໜູນ​ບົດບາດເປັນ​ໃຈກາງ​ຂອງ​ ອາ​ຊຽນ ​ໃນ​ໂຄງ​ປະກອບ​ພາກ​ພື້ນ ​ແລະ ຈະ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ອາ​ເມ​ລິ​ກາ - ອາ​ຊຽນ ​ແລະ ຄູ່​ຮ່ວມ​ມື ອາ​ເມ​ລິ​ກາ - ​ແມ່​ນ້ຳຂອງ.

​ໃນ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ ທະ​ເລ​ຕາ​ເວັນ​ອອກ, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະພາບກັນ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ສັນຕິພາບ, ຄວາມສະຫງົບ, ສະຖຽນ​ລະ​ພາບ, ຄວາມ​ເສລີ​ໃນ​ການ​ເດີນ​ເຮືອ ​ແລະ ການ​ບິນ​ຢູ່​ ທະ​ເລ​ຕາ​ເວັນ​ອອກ.

ປີ APEC 2023: ຫວຽດນາມ - ອາເມລິກາ ຊຸກຍູ້ການຮ່ວມມືໃນການຮັບມືກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຫັນປ່ຽນພະລັງງານ ປີ APEC 2023: ຫວຽດນາມ - ອາເມລິກາ ຊຸກຍູ້ການຮ່ວມມືໃນການຮັບມືກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຫັນປ່ຽນພະລັງງານ

ຍສໝ - ຕອນ​ເຊົ້າ​ວັນ​ທີ 16 ພະຈິກ, ຢູ່ San Francisco, ທ່ານ​ປະ​ທານ​ປະ​ເທດ ຫວຽດນາມ ຫວໍວັນເຖືອງ ​ໄດ້ຕ້ອນ​ຮັບທູດພິເສດຂອງປະທານາທິບໍດີ ອາ​ເມ​ລິ​ກາ John Kerry ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ສັບປະດາຂັ້ນສູງ APEC 2023.

ຫວຽດນາມ ແລະ ອາເມລິກາ ຍົກລະດັບການພົວພັນເປັນຄູ່ຮ່ວມມື ຍຸດທະສາດຮອບດ້ານ ເພື່ອສັນຕິພາບ, ການຮ່ວມມື, ການພັດທະນາແບບຍືນຍົງ ຫວຽດນາມ ແລະ ອາເມລິກາ ຍົກລະດັບການພົວພັນເປັນຄູ່ຮ່ວມມື ຍຸດທະສາດຮອບດ້ານ ເພື່ອສັນຕິພາບ, ການຮ່ວມມື, ການພັດທະນາແບບຍືນຍົງ

ຍສໝ - ຕອນຄ່ຳວັນທີ 10 ກັນຍາ, ຢູ່ຮ່າໂນ້ຍ, ພາຍຫຼັງການເຈລະຈາຂັ້ນສູງ, ທ່ານເລຂາ ທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ປະກາດຕໍ່ສື່ມວນຊົນກ່ຽວກັບໝາກ ຜົນອັນດີງາມຂອງການເຈລະຈາ ແລະ ປະກາດວ່າ ສອງຝ່າຍໄດ້ຮັບຮອງເອົາຖະແຫຼງການ ຮ່ວມ, ຍົກລະດັບການພົວພັນ ຫວຽດນາມ - ...

ມິງດຶກ

ເຫດການ
302 Found

Found

The document has moved here.