ຂີດໝາຍາການພົວພັນ ຫວຽດນາມ-ກູບ ເຂົົ້າສູ່ໄລຍະໃໝ່, ພັດທະນາຢ່າງແທດຈິງ ແລະຍືນຍົງ

21:02 | 29/09/2024

ຍສໝ - ທ່ານ ເລຮວ່າຍຈຸງ ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕອບສໍາພາດຕໍ່ສື່ມວນຊົນເນື່ອງໃນໂອກາດທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ເຖິງ ກູບາ ຢ່າງຈົບງາມ.

ການພົວພັນລະຫວ່າງຫວຽດນາມ - ແດນມາກ ພັດທະນາຢ່າງແທດຈິງ ແລະມີປະສິດທິຜົນ ການພົວພັນລະຫວ່າງຫວຽດນາມ - ແດນມາກ ພັດທະນາຢ່າງແທດຈິງ ແລະມີປະສິດທິຜົນ
ນຳການພົວພັນຄູ່ຮ່ວມມືຍຸດສະສາດ ຫວຽດນາມ - ສິງກະໂປ ພັດທະນາຢ່າງແທດຈິງ, ນັບມື້ນັບເລິກເຊິ່ງ ນຳການພົວພັນຄູ່ຮ່ວມມືຍຸດສະສາດ ຫວຽດນາມ - ສິງກະໂປ ພັດທະນາຢ່າງແທດຈິງ, ນັບມື້ນັບເລິກເຊິ່ງ

ເນື່ອງໃນໂອກາດທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ເຖິງ ກູບາ ຢ່າງຈົບງາມຕາມຄໍາເຊີນຂອງທ່ານ Miguel Díaz-Canel Bermúdez ເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດແຫ່ງ ສາທາລະນະລັດ ກູບາ ພ້ອມດ້ວຍພັນລະຍາ, ທ່ານ ເລຮວ່າຍຈຸງ ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນກ່ຽວກັບຜົນການຢ້ຽມຢາມ.

ຂີດໝາຍາການພົວພັນ ຫວຽດນາມ-ກູບ ເຂົົ້າສູ່ໄລຍະໃໝ່, ພັດທະນາຢ່າງແທດຈິງ ແລະຍືນຍົງ

ທ່ານ Miguel Díaz-Canel Bermúdez ເລຂາຜູ້ທີໜຶ່ງ, ປະທານປະເທດ ກູບາ ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢ່າງເປັນທາງການ. ພາບ: TTXVN

ຮຽນທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານໃຫ້ຮູ້ກ່ຽວກັບໝາກຜົນຫຼັກຂອງການຢ້ຽມຢາມ?

ນີ້ແມ່ນໜຶ່ງໃນບັນດາການຢ້ຽມຢາມຕ່າງປະເທດທາງລັດຖະກິດຄັ້ງທໍາອິດຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໃນຖານະຕໍາແໜ່ງໃໝ່. ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢ້ຽມຢາມທາງລັດຖະກິດເຖິງກູບາ ໃນສະພາບການທີ່ສອງປະເທດພວມສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (2-12-1960 / 2-12-2025) ສະແດງໃຫ້ເຫັນການຖືເປັນສໍາຄັນຢ່າງຍິ່ງຂອງພັກ, ລັດ ແລະປະຊາຊົນຫວຽດນາມ ຕໍ່ກັບການພົວພັນສາມັກຄີທີ່ເປັນມູນເຊື້ອ, ມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ-ກູບາ.

ໃນເວລາຍັງບໍ່ທັນຮອດ 40 ຊົ່ວໂມງ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມດ້ວຍພັນລະຍາ ແລະຄະນະໄດ້ມີການເຄື່ອນໄຫວທີ່ສໍາຄັນຢູ່ກູບາ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ພົບປະວົງແຄບ ແລະພົບປະສອງຝ່າຍກັບທ່ານ Miguel Díaz-Canel Bermúdez ເລຂາຜູ້ທີໜຶ່ງ, ປະທານປະເທດ ກູບາ, ພົບປະກັບທ່ານ Manuel Marrero Cruz ນາຍົກລັດຖະມົນຕີ ກູບາ ແລະທ່ານ Esteban Lazo Hérnandez ປະທານສະພາແຫ່ງຊາດ ອໍານາດການປົກຄອງປະຊາຊົນ ກູບາ, ຢ້ຽມຢາມຜູ້ນໍາປະຕິບັດກູບາ, ທ່ານພົນເອກ Raúl Castro Ruz; ພ້ອມກັບເລຂາຜູ້ທີໜຶ່ງ, ປະທານປະເທດ ກູບາ Miguel Díaz-Canel Bermúdez ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືສະບັບຕ່າງໆ, ຢ້ຽມຢາມເຂດພັດທະນາພິເສດ Mariel, ເຂົ້າຮ່ວມການພົບປະກັບຜູ້ແທນມິດຕະພາບປະຊາຊົນ ແລະຄົນຮຸ່ນໜຸ່ມ ກູບາ; ວາງພວງມາລາຢູ່ອະນຸສາວະລີປະທານ ໂຮ່ຈີມິນ ແລະ ອະນຸສາວະລີນັກວິລະຊົນ ກູບາ Jose Marti; ຢ້ຽມຢາມ ແລະໂອ້ລົມກັບພະນັກງານ, ພາລະກອນສະຖານທູດ ແລະຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ທີ່ພວມດໍາລົງຊີວິດ, ເຮັດວຽກ ແລະຮໍ່າຮຽນຢູ່ກູບາ. ການນໍາພັກ, ລັດ ກູບາ ໄດ້ຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ດ້ວຍພິທີການທີ່ພິເສດ, ສະແດງໃຫ້ເຫັນການຕີລາຄາສູງ ແລະຖືສໍາຄັນການຢ້ຽມຢາມ.

ຂີດໝາຍາການພົວພັນ ຫວຽດນາມ-ກູບ ເຂົົ້າສູ່ໄລຍະໃໝ່, ພັດທະນາຢ່າງແທດຈິງ ແລະຍືນຍົງ
ທ່ານ ເລຮວ່າຍຈຸງ ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ. ພາບ: nhandan.vn

ພັນລະຍາທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມການເຄື່ອນໄຫວສໍາຄັນຂອງຄະນະ, ພ້ອມກັບພັນລະຍາທ່ານເລຂາຜູ້ທີໜຶ່ງ, ປະທານປະເທດ ກູບາ ຢ້ຽມຢາມໂຮງຮຽນປະຖົມສົມບູນທີ່ໃສ່ຊື່ນັກວິລະຊົນປະຕິວັດຫວຽດນາມ ຫວໍທິຖັງ ແລະບາງສະຖານທີ່ວັດທະນະທໍາຢູ່ La Habana. ບັນດາສະມາຊິກໃນຄະນະ ໄດ້ມີການເຮັດວຽກຢ່າງມີປະສິດທິຜົນກັບບັນດາຄູ່ຮ່ວມມືຂອງກູບາ, ໃນນັ້ນມີການພົບປະສອງຝ່າຍລະຫວ່າງທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກັບລັດຖະມົນຕີກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ; ລະຫວ່າງພົນໂທ ເລືອງຕາມກວາງ ກໍາມະການກົມການເມືອງ, ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ກັບລັດຖະມົນຕີກະຊວງພາຍໃນ ກູບາ.

ດ້ວຍບັນດາໝາກຜົນທີ່ແທດຈິງ, ເນື້ອໃນແລກປ່ຽນທີ່ຈິງໃຈລະຫວ່າງບັນດາການນໍາສູງສຸດຂອງສອງປະເທດ, ການຢ້ຽມຢາມໄດ້ຊ່ວຍປັບປຸງ, ເພີ່ມທະວີນໍ້າໃນມິດຕະພາບ, ສະໜິດຕິດພັນລະຫວ່າງປະຊາຊົນສອງປະເທດ. ມຸ່ງໄປເຖິງການສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2025, ການນໍາຂັ້ນສູງຂອງສອງພັກ, ສອງລັດ ໄດ້ຕົກລົງເອົາປີ 2025 ແມ່ນ “ປີມິດຕະພາບ ຫວຽດນາມ-ກູບາ” ດ້ວຍບັນດາການເຄື່ອນໄຫວສະເຫຼີມສະຫຼອງທີ່ແທດຈິງ.

ສື່ມວນຊົນສອງປະເທດໄດ້ໃຫ້ຂ່າວເປັນຈໍານວນຫຼວງຫຼາຍ ແລະທັນການກ່ຽວກັບບັນດາການເຄື່ອນໄຫວໃນການຢ້ຽມຢາມ. ການຢ້ຽມຢາມ ກໍດຶງດູດຄວາມສົນໃຈຂອງສື່ມວນຊົນເຂດອາເມລິກາລາຕິນ ແລະໃນໂລກດ້ວຍຫຼາຍບົດຂຽນ, ບົດວິເຄາະກ່ຽວກັບຫວຽດນາມ, ກູບາ ແລະການພົວພັນລະຫວ່າງສອງຝ່າຍ.

ຜົນສໍາເລັດອັນຈົບງາມຂອງການຢ້ຽມຢາມ, ໄປພ້ອມກັບການເຄື່ອນໄຫວຕ່າງປະເທດອື່ນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ບັນດາສະຫາຍການນໍາຫຼັກແຫຼ່ງຂອງພັກ ແລະລັດຫວຽດນາມ ໄດ້ ແລະຈະສືບຕໍ່ດໍາເນີນໃນໄລຍະຈະມາເຖິງພາຍຫຼັງການປັບປຸງຕໍາແໜ່ງງານຂອງການນໍາພັກ ແລະລັດ, ປະກອບສ່ວນສໍາຄັນເຂົ້າໃນການຜັນຂະຫຍາຍແນວທາງ, ນະໂຍບາຍການຕ່າງປະເທດຂອງຫວຽດນາມ ຢ່າງຕັ້ງໜ້າ, ກົມກຽວ ແລະມີປະສິດທິຜົນ, ຮັບໃຊ້ບັນດາເປົ້າໝາຍພັດທະນາປະເທດ, ພ້ອມທັງປະກອບສ່ວນຕັ້ງໜ້າເຂົ້າໃນການພັດທະນາຂອງລັດທິສັງຄົມນິຍົມ ແລະຂະບວນການຝ່າຍຊ້າຍໃນໂລກ.

ທ່ານຈົ່ງໃຫ້ຮູ້ທິດທາງຮ່ວມມືໃນຕໍ່ໜ້າ ເພື່ອເສີມຂະຫຍາຍໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມ?

ດ້ວຍບັນດາໝາກຜົນບັນລຸໄດ້, ການຢ້ຽມຢາມເປັນຂີດໝາຍສໍາຄັນນໍາການພົວພັນສອງປະເທດກ້າວສູ່ໄລຍະໃໝ່, ພັດທະນາແທດຈິງ ແລະຍືນຍົງກວ່າ. ການຢ້ຽມຢາມ ກໍຢັ້ງຢືນຄືນໃໝ່ຄວາມໝາຍຂອງການພົວພັນພິເສດ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ, ກໍຄືຂອງການຜັນຂະຫຍາຍຊຸກຍູ້ການຮ່ວມມືໃນບັນດາຂົງເຂດໃຫ້ບັນລຸຄວາມຄືບໜ້າ. ໃນໄລຍະຈະມາເຖິງ, ສິ່ງສໍາຄັນແມ່ນບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງສອງປະເທດ ຕ້ອງຮີບຮ້ອນຜັນຂະຫຍາຍຂໍ້ຕົກລົງທີ່ບັນລຸໄດ້ໃນການຢ້ຽມຢາມໃນບັນດາຂົງເຂດໃຫ້ມີປະສິດທິຜົນ.

ເພື່ອມຸ່ງໄປເຖິງ “ປີມິດຕະພາບ ຫວຽດນາມ-ກູບາ”, ສອງຝ່າຍຕ້ອງເພີ່ມທະວີການປະສານສົມທົບ, ຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງຢ່າງແທດຈິງ, ມີປະສິດທິຜົນ, ຜ່ານນັ້ນເພີ່ມທະວີວຽກງານສື່ສານ, ສຶກສາອົບຮົມ, ໂດຍສະເພາະແມ່ນຄົນຮຸ່ນໜຸ່ມກ່ຽວກັບການພົວພັນພິເສດ ຫວຽດນາມ-ກູບາ, ຄວາມຄ້າຍຄືກັນທາງດ້ານປະຫວັດສາດ ແລະຈິດວິນຍານທີ່ຄ້າຍຄືກັນຂອງສອງຊາດທີ່ອົງອາດກ້າແກ່ນຕໍ່ສູ້ຍາດເອົາເອກະລາດ ແລະປົກປັກຮັກສາເອກະລາດແຫ່ງຊາດ, ກໍ່ສ້າງສັງຄົມນິຍົມ.

ພ້ອມກັນນັ້ນ, ສອງຝ່າຍຕ້ອງຍູ້ແຮງການປະສານສົມທົບກັນຄົ້ນຄວ້າ, ສະເໜີວິທີ, ຮູບແບບການຮ່ວມມື ແລະລົງທຶນໃໝ່, ພິເສດແມ່ນໃນບັນດາຂົງເຂດ ຄື: ກະສິກໍາ, ພະລັງງານ, ສາທາລະນະສຸກ. ບັນດາຜົນການຮ່ວມມືສອງຝ່າຍ ຈະສືບຕໍ່ນໍາເອົາຜົນປະໂຫຍດທີ່ແທດຈິງ, ມີປະສິດທິຜົນ, ປັບປຸງການພົວພັນທີ່ເປັນມູນເຊື້ອ, ເປັນແບບຢ່າງລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຫວຽດນາມ-ກູບາ.

ຂໍຂອບໃຈ!

ເພີ່ມການເຊື່ອມຕໍ່, ຫັນສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະສະຫະພາບເອີລົບ (EVFTA) ເປັນສຸດຂີດ ເພີ່ມການເຊື່ອມຕໍ່, ຫັນສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະສະຫະພາບເອີລົບ (EVFTA) ເປັນສຸດຂີດ

ຍສໝ - ສາມາດເຫັນໄດ້ວ່າ, ພາຍຫຼັງ 4 ປີແຫ່ງການປະຕິບັດ, ຜົນປະໂຫຍດທີ່ຈະແຈ້ງທີ່ສຸດເຊິ່ງສັນຍາ EVFTA ນຳມາໃຫ້ນັ້ນແມ່ນໄດ້ຊຸກຍູ້ການສົ່ງອອກຂອງຫວຽດນາມ ໄປຍັງເອີລົບ, ເພີ່ມຂຶ້ນຈາກ 35 ຕື້ເອີໂຣໃນປີ 2019 ມາເປັນ 48 ກວ່າຕື້ເອີໂຣ ໃນປີ 2023. ການເຕີບໂຕໄດ້ສະແດງໃຫ້ເຫັນຢ່າງຊັດເຈນ.

ຂີດໝາຍກ່ຽວກັບທິດສະດີ ແລະພຶດຕິກຳຕົວຈິງດ້ານການພົວພັນຕ່າງປະເທດຂອງເລຂາທິການໃຫຍ່ ຫງວຽນຝູຈ້ອງ ຂີດໝາຍກ່ຽວກັບທິດສະດີ ແລະພຶດຕິກຳຕົວຈິງດ້ານການພົວພັນຕ່າງປະເທດຂອງເລຂາທິການໃຫຍ່ ຫງວຽນຝູຈ້ອງ

ຍສໝ - ທ່ານ ເລຮ່ວາຍຈູງ ໃຫ້ຮູ້ວ່າ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນຜູ້ນໍາສູງສຸດຂອງພັກໃນເກືອບ 3 ອາຍຸການ, ທ່ານ ໄດ້ພ້ອມກັບຄະນະບໍລິຫານງານສູນກາງ, ກົມການເມືອງ, ຄະນະເລຂາທິການ ຕີລາຄາສະພາບການຢ່າງຖືກຕ້ອງ, ຈາກນັ້ນ ວາງອອກບັນດາແຜນນະໂຍບາຍຢ່າງທັນການ, ຖືກຕ້ອງ.

ແສງເດືອນ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.