ຄ້າຍທະຫານ-ທະຫານຊາຍແດນ ເຫື໋ອງຟຸ່ງ ຈັດການລາດຕະເວນ ສອງຝ່າຍກັບ ກອງຮ້ອຍ 312, ສປປ ລາວ

ຄ້າຍທະຫານ-ທະຫານຊາຍແດນ ເຫື໋ອງຟຸ່ງ ຈັດການລາດຕະເວນ ສອງຝ່າຍກັບ ກອງຮ້ອຍ 312, ສປປ ລາວ

ຍສໝ - ໃນວັນທີ 2 ກໍລະກົດ, ຄ້າຍທະຫານ-ທະຫານຊາຍແດນ ເຮືອງຟຸ່ງ, ທະຫານຊາຍແດນ ແຂວງກວ້າງຈິ ໄດ້ຈັດຕັ້ງການດຳເນີນ ການກວດກາລາດຕະເວນສອງຝ່າຍກັບ ກອງຮ້ອຍ 312, ກອງບັນຊາການ ທະຫານ ແຂວງສະຫວັນນະເຂດ, ສປປ ລາວ.

ການລາດຕະເວນຊາຍແດນສອງຝ່າຍລະຫວ່າງ ແຂວງເງະອານ ແລະ ບໍລິຄໍາໄຊ

ການລາດຕະເວນຊາຍແດນສອງຝ່າຍລະຫວ່າງ ແຂວງເງະອານ ແລະ ບໍລິຄໍາໄຊ

ຍສໝ - ໃນລະຫວ່າງວັນທີ 28-29 ມິຖຸນາ. ຄ້າຍທະຫານຊາຍແດນຕາມເຮີ້ບ, ທະຫານຊາຍແດນແຂວງເງະອານ, ຫວຽດນາມ ໄດ້ສົມທົບກັບກອງຮ້ອຍທະຫານຊາຍແດນ 251 ກອງບັນຊາການທະຫານແຂວງບໍລິຄໍາໄຊ, ລາວ ຈັດຕັ້ງການລາດຕະເວນສອງຝ່າຍຊາຍແດນຫວຽດນາມ-ລາວ.

ທະຫານຊາຍແດນ ແຂວງເຫງະອານ ແລະ ທະຫານແຂວງຊຽງຂວາງ  ຮ່ວມກັນກວດກາລາດຕະເວນ ຢູ່ຈອມສາຍພູຫຼວງ

ທະຫານຊາຍແດນ ແຂວງເຫງະອານ ແລະ ທະຫານແຂວງຊຽງຂວາງ ຮ່ວມກັນກວດກາລາດຕະເວນ ຢູ່ຈອມສາຍພູຫຼວງ

ຍສໝ - ໃນວັນທີ 18 -19 ມິຖຸນາ, ຢູ່ທີ່ ຄ້າຍທະຫານຊາຍແດນ ນາງອຍ, ທະຫານຊາຍແດນ ແຂວງເຫງະອານ ໄດ້ປະສານສົມທົບກັນ ກັບ ກອງຮ້ອຍ ທະຫານຊາຍແດນ 222, ກອງບັນຊາການທະຫານ ແຂວງຊຽງຂວາງ, ສປປ ລາວ ຈັດຕັ້ງການລາດຕະເວນສອງຝ່າຍ ກວດກາລະບົບເສັ້ນຊາຍແດນ ຫຼັກໝາຍຊາຍແດນ ແລະ ຮັບປະກັນຄວາມສະຫງົບລຽບຕາມແນວຊາຍແດນ ຫວຽດນາມ - ລາວ.

ກອງປະຊຸມປະຈໍາປີ ລະຫວ່າງ ທະຫານຊາຍແດນ ກວ້າງຈິ ແລະພະແນກ ປ້ອງກັນຄວາມສະຫງົບ(ປກສ) ສາລະວັນ ແລະ ສະຫວັນນະເຂດ

ກອງປະຊຸມປະຈໍາປີ ລະຫວ່າງ ທະຫານຊາຍແດນ ກວ້າງຈິ ແລະພະແນກ ປ້ອງກັນຄວາມສະຫງົບ(ປກສ) ສາລະວັນ ແລະ ສະຫວັນນະເຂດ

ຍສໝ - ໃນທ້າຍອາທິດທີ່ຜ່ານມາ,ຢູ່ທີ່ ກອງບັນຊາການທະຫານຊາຍແດນ ກວ້າງຈິ ແລະ ພະແນກ ປ້ອງກັນຄວາມສະຫງົບ, ກອງບັນໍາການທະຫານຊາຍແດນແຂວງສາລະວັນ; ພະແນກ ປ້ອງກັນຄວາມສະຫງົບແຂວງສະຫວັນນະເຂດ (ລາວ) ໄດ້ຈັດກອງປະຊຸມປະຈໍາປີ ກ່ຽວກັບການປະສານງານການຄຸ້ມຄອງຊາຍແດນ , ດ່ານຊາຍແດນ ແລະ ການຕໍ່ສູ້ປົກປັກຮັກສາຊາຍແດນ ຕໍ່ຕ້ານອາຊະຍາກໍາຢູ່ເຂດຊາຍແດນ.

ກອງບັນການທະຫານຊາຍແດນແຂວງເຊີນລາ ແລະ ກອງຮ້ອຍທະຫານຊາຍແດນ 231, ປກຊ ແຂວງ ຫົວພັນ ຈັດກອງປະຊຸມສ່ອງແສງ

ກອງບັນການທະຫານຊາຍແດນແຂວງເຊີນລາ ແລະ ກອງຮ້ອຍທະຫານຊາຍແດນ 231, ປກຊ ແຂວງ ຫົວພັນ ຈັດກອງປະຊຸມສ່ອງແສງ

ຍສໝ - ວັນທີ 12 ເດືອນມິຖຸນາ, ກອງບັນຊາການທະຫານຊາຍແດນແຂວງເຊີນລາ ແລະ ກອງຮ້ອຍຊາຍແດນ 213, ປກຊແຂວງຫົວພັນ, ສປປ ລາວ ໄດ້ຈັດກອງປະຊຸມສ່ອງແສງການຈັດຕັ້ງປະຕິບັດວຽກງານ ກ່ຽວກັບການຄຸ້ມຄອງ ແລະ ການປົກປັກຮັກສາຊາຍແດນ ໃນ 6 ເດືອນຕົ້ນປີ 2019.

ທະຫານແຂວງສະຫວັນນະເຂດ ແລະ ທະຫານຊາຍແດນແຂວງກວາງຈິ, ກວາງບິ່ງ ສືບຕໍ່ຂະຫຍາຍການຮ່ວມມືກັນ.

ທະຫານແຂວງສະຫວັນນະເຂດ ແລະ ທະຫານຊາຍແດນແຂວງກວາງຈິ, ກວາງບິ່ງ ສືບຕໍ່ຂະຫຍາຍການຮ່ວມມືກັນ.

ທະຫານລາວ-ຫວຽດນາມ ປຶກສາຫາລື ແລະ ເອກະພາບກັນ ກ່ຽວກັບວິທີການຕ້ານ ແລະ ສະກັດກັ້ນການເຄື່ອນໄຫວຂອງກຸ່ມຄົນບໍ່ດີທີ່ຢູ່ລຽບຕາມຊາຍແດນ.

ການນໍາແຂວງ ບໍລິຄໍາໄຊ ແລະ  ຄໍາມ່ວນ  ອວຍພອນ ທະຫານຊາຍແດນຮ່າຕີ້ງ ເນື່ອງໃນໂອກາດ ຄົບຮອບ 60 ປີ ວັນສ້າງຕັ້ງທະຫານຊາຍແດນ ສສ ຫວຽດນາມ

ການນໍາແຂວງ ບໍລິຄໍາໄຊ ແລະ ຄໍາມ່ວນ ອວຍພອນ ທະຫານຊາຍແດນຮ່າຕີ້ງ ເນື່ອງໃນໂອກາດ ຄົບຮອບ 60 ປີ ວັນສ້າງຕັ້ງທະຫານຊາຍແດນ ສສ ຫວຽດນາມ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 60 ປີ ວັນສ້າງຕັ້ງທະຫານຊາຍແດນ ແລະ 30 ປີ ວັນສ້າງຕັ້ງທະຫານຊາຍແດນທົ່ວປວງຊົນ, ຄະນະຜູ້ແທນແຂວງບໍລິຄໍາໄຊ ສປປ ລາວ ນໍາໂດຍທ່ານ ບຸນມາ ບຸຈະເລີນ, ຮອງເລຂາພັກແຂວງ ຜູ້ປະຈໍາການ, ຮອງເຈົ້າແຂວງບໍລິຄໍາໄຊ ແລະ ຄະນະຜູ້ແທນແຂວງຄໍາມ່ວນ ສປປ ລາວ ນໍາໂດຍ ທ່ານ ພົມມາ ພັນທະລັງສີ, ຮອງເລຂາພັກແຂວງ, ຫົວໜ້າຄະນະການຈັດຕັ້ງແຂວງ ມາຢ້ຽມຢາມ ແລະ ອວຍພອນ ພະນັກງານ, ນັກຮົບທະຫານຊາຍແດນແຂວງຮ່າຕີ້ງ.

ທະຫານຊາຍແດນແຂວງເງ້ອານ ໜູນຊ່ວຍກອງບັນຊາການທະຫານແຂວງຫົວພັນ

ທະຫານຊາຍແດນແຂວງເງ້ອານ ໜູນຊ່ວຍກອງບັນຊາການທະຫານແຂວງຫົວພັນ

ຍສໝ - ຫວ່າງແລ້ວນີ້, ຄ້າຍທະຫານຊາຍແດນຈີເລ້, ກອງບັນຊາການທະຫານຊາຍແດນແຂວງເງ້ອານ ສສ ຫວຽດນາມໄດ້ໜູນຊ່ວຍທໍ່ນ້ຳຍາວ 400 ແມັດ ເພື່ອກໍ່ສ້າງລະບົບນໍ້າປະປາດ້ວຍມູນຄ່າກວ່າ 2,5 ລ້ານດົ່ງ ໃຫ້ແກ່ໜ່ວຍປະຕິບັດງານທະຫານຊາຍແດນແດນດິນ ສັງກັດກອງຮ້ອຍຊາຍແດນ 217, ກອງບັນຊາການທະຫານແຂວງຫົວພັນ ສປປ ລາວ.

ມອບອຸປະກອນຫ້ອງການໃຫ້ແກ່ ກົມທະຫານຊາຍແດນລາວ

ມອບອຸປະກອນຫ້ອງການໃຫ້ແກ່ ກົມທະຫານຊາຍແດນລາວ

ສອງວັນທີ່ຜ່ານມາ, ຢູ່ດ່ານສາກົນ ເກົ່າແຈວ (ແຂວງ ຮ່າຕີ້ງ) ໂດຍຕ່າງໜ້າໃຫ້ແກ່ການນໍາກອງບັນຊາການທະຫານຊາຍແດນຫວຽດນາມ, ກອງບັນຊາການທະຫານຊາຍແດນແຂວງຮ່າຕີ້ງ ໄດ້ຈັດພິທີມອບ ອຸປະກອນຫ້ອງການ ໃຫ້ກົມທະຫານຊາຍແດນ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ.

ທະຫານຊາຍແດນແຂວງເຊີນລາ ຮັບຫຼຽນກາພັດທະນາຂອງລັດຖະບານ ສປປ ລາວ

ທະຫານຊາຍແດນແຂວງເຊີນລາ ຮັບຫຼຽນກາພັດທະນາຂອງລັດຖະບານ ສປປ ລາວ

ວັນທີ 25 ມັງກອນ, ກອງບັນຊາການທະຫານຊາຍແດນແຂວງເຊີນລາ ໄດ້ຈັດຕັ້ງພິທີຮັບຫຼຽນກາພັດທະນາຂອງລັດຖະບານ ສປປ ລາວ ຢ່າງສົມກຽດ ແລະເຕັມໄປດ້ວຍນ້ຳໃຈສາມັກຄີ, ມິດຕະພາບ.

ການເຊັນສັນຍາ ປະສານສົມທົບ ຕໍ່ສູ້-ສະກັດກັ້ນ ອາດສະຍາກຳດ້ານຢາເສບຕິດ ລະຫວ່າງ ທະຫານຊາຍແດນ ແລະ ຕຳຫຼວດແຂວງສະຫວັນນະເຂດ

ການເຊັນສັນຍາ ປະສານສົມທົບ ຕໍ່ສູ້-ສະກັດກັ້ນ ອາດສະຍາກຳດ້ານຢາເສບຕິດ ລະຫວ່າງ ທະຫານຊາຍແດນ ແລະ ຕຳຫຼວດແຂວງສະຫວັນນະເຂດ

ຍສໝ - ຕອນບ່າຍວັນທີ 6 ພຶດສະພາ 2019, ກອງບັນຊາທະຫານຊາຍແດນແຂວງກວ້າງຈິ ໄດ້ຈັດພິທີການເຊັນສັນຍາລົງນາມ ໃນລະບຽບການ-ສົມກັນ ຕໍ່ສູ້ຕ້ານການຄ້າຂາຍຢາເສບຕິດ ແລະ ອາດສະຍາກຳ ຂອງສອງເມືອງ ເຊໂປນ; ເມືອງນອງ, ປກສ ແຂວງສະຫວັນນະເຂດ ປະເທດລາວ.

ຄ້າຍທະຫານຊາຍແດນເຊີນຮົ່ງ ສົມທົບກັບກອງຮ້ອຍປ້ອງກັນຊາຍແດນ 252 (ລາວ) ໄດ້ດຳເນີນການລາດຕະເວນສອງຝ່າຍ

ຄ້າຍທະຫານຊາຍແດນເຊີນຮົ່ງ ສົມທົບກັບກອງຮ້ອຍປ້ອງກັນຊາຍແດນ 252 (ລາວ) ໄດ້ດຳເນີນການລາດຕະເວນສອງຝ່າຍ

ຍສໝ - ຫວ່າງແລ້ວນີ້, ຄ້າຍທະຫານຊາຍແດນເຊີນຮົ່ງ (ກອງບັນຊາການທະຫານຊາຍແດນແຂວງຮ່າຕິ້ງ) ສົມທົບກັບກອງຮ້ອຍປ້ອງກັນຊາຍແດນ 252, ກອງບັນຊາການທະຫານແຂວງບໍລິຄໍາໄຊ (ລາວ) ໄດ້ດຳເນີນການລາດຕະເວນສອງຝ່າຍ.

ບັນດາກົມກອງທະຫານຊາຍແດນເຫງ້ງານອວຍພອນປີໃໝ່ລາວ

ບັນດາກົມກອງທະຫານຊາຍແດນເຫງ້ງານອວຍພອນປີໃໝ່ລາວ

ຍສໝ - ເນື່ອງໃນໂອດາກປີໃໝ່ລາວ 2019, ບັນດາກົມກອງທະຫານຊາຍແດນເຫງ້ງານມາອວຍພອນປີໃໝ່ລາວໃຫ້ແກ່ອໍານາດການປົກຄອງ ແລະ ປະຊາຊົນເມືອງເມື່ອງໂມກ ແຂວງຊຽງຂວາງ ລາວ.

ທະຫານຊາຍແດນແຂວງກວ້າງຈິ ຈັດການ ກວດພະຍາດ ແລະ ແຈກຢາໂດຍບໍ່ເສຍຄ່າໃຫ້ ປະຊາຊົນລຽບຕາມສອງຝັ່ງຊາຍແດນ ຫວຽດ-ລາວ

ທະຫານຊາຍແດນແຂວງກວ້າງຈິ ຈັດການ ກວດພະຍາດ ແລະ ແຈກຢາໂດຍບໍ່ເສຍຄ່າໃຫ້ ປະຊາຊົນລຽບຕາມສອງຝັ່ງຊາຍແດນ ຫວຽດ-ລາວ

ຍສໝ - ຄຳນັບຮັບຕ້ອນຄອບຮອບ 74 ປີ ວັນສ້າງຕັ້ງ ກອງທັບປະຊາຊົນ ຫວຽດນາມ, ໃນໄລຍະສອງວັນ 14-15 ທັນວາ ນີ້, ກອງບັນຊາການທະຫານ ຊາຍແດນ ແຂວງກວ້າງຈິ ປະສານສົມທົບ ກັບ ພະແນກສາທາລະນະສຸກ, ສູນການແພດເມືອງ ກາຣົງ, ໂຮງໝໍວັນນະໂລກ ແລະ ພະຍາດປອດ ແຂວງກວ້າງຈິ ໄດ້ຈັດການກວດພະຍາດ ແລະ ແຈກຢາຮັກສາໂລກ ໂດຍບໍ່ເສຍຄ່າ, ມອບຂອງຂວັນ ໃຫ້ແກ່ປະຊາຊົນ ບ້ານລາໄລ, ກຸ່ມບ້ານ ອາໂງ, ເມືອງກາຣົງ, ແຂວງ ກວ້າງຈິ ແລະ ບ້ານ ລາໄລ ອາສ໋ອຍ, ເມືອງສະໝ໋ວຍ ແຂວງສາລະວັນ.

ກອງປະຊຸມພົບປະ ລະຫວ່າງ ທະຫານຊາຍແດນ ແຂວງ ກ້ວາງບິ່ງ ສສ.ຫວຽດນາມ ແລະ ພະແນກ ປ້ອງກັນຄວາມສະຫງົບ ແຂວງສະຫວັນນະເຂດ(ປກສ ສຂ) ສປປ ລາວ

ກອງປະຊຸມພົບປະ ລະຫວ່າງ ທະຫານຊາຍແດນ ແຂວງ ກ້ວາງບິ່ງ ສສ.ຫວຽດນາມ ແລະ ພະແນກ ປ້ອງກັນຄວາມສະຫງົບ ແຂວງສະຫວັນນະເຂດ(ປກສ ສຂ) ສປປ ລາວ

ຍສໝ - ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2018, ຢູ່ທີ່ນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ ຄະນະ ປະຕິິບັດງານ ກອງບັນຊາ ທະຫານຊາຍແດນ ແຂວງ ກວ້າງບິ່ງ, ໂດຍທ່ານ ພັນໂທ ຈິ໋ງ ແທ໋ງບິງ, ຮອງຫົວໜ້າ ກອງບັນຊາການ ທັງເປັນຫົວໜ້າເສນາທິການ ທະຫານຊາຍແດນແຂວງ ເປັນຫົວໜ້າ ຄະນະນຳພາ ໃນການຢ້ຽມຢາມໃນຄັ້ງນີ້, ການພົບປະ ແລະ ເຮັດວຽກ ໃນຄັ້ງນີ້ ເປັນເທື່ອທີ VI ກັບ ກອງບັນຊາການ ປກສ ແຂວງສະຫວັນນະເຂດ.

ການສ່ອງແສງ ງວດ 3 ລະຫວ່າງ ຫ້ອງການທະຫານຊາຍແດນ ເຊີນລາ ແລະ ກອງບັນຊາການທະຫານແຂວງ ຫົວພັນ

ການສ່ອງແສງ ງວດ 3 ລະຫວ່າງ ຫ້ອງການທະຫານຊາຍແດນ ເຊີນລາ ແລະ ກອງບັນຊາການທະຫານແຂວງ ຫົວພັນ

ຈັດຕັ້ງປະຕິບັດ ກົດລະບຽບໃນການປະສານສົມທົບ ທີ່ໄດ້ເຊັນລົງນາມ ຕາມຮູບແບບຂອງການແຮກສ່ຽວ ລະຫວ່າງ ຄ້າຍ-ຄ້າຍ ມິດຕະພາບ, ວັນທີ 31 ຕຸລາ ຢູ່ແຂວງເຊີນລາ , ຄ້າຍທະຫານຊາຍແດນ ຈ່ຽງເຕືອງ, ຈ່ຽງອອນ, ພຽງປັນ, ທະຫານຊາຍແດນ ແຂວງເຊີນລາ(ຫວຽດນາມ) ໄດ້ຈັດກອງປະຊຸມ ສ່ອງແສງ ສະພາບການງວດ 3 ປີ 2018 ກັບ ກອງພັນໃຫຍ່ 213 ກອງບັນຊາການທະຫານແຂວງ ຫົວພັນ (ສປປ ລາວ).

ນ້ຳໃຈທະຫານຊາຍແດນ ຫວຽດ-ລາວ

ນ້ຳໃຈທະຫານຊາຍແດນ ຫວຽດ-ລາວ

ຍສໝ - ສາຍພົວພັນມິດຕະພາບ ມູນເຊື້ອແຫ່ງຄວາມສາມັກຄີ ລະຫວ່າງ ສອງຊາດ ຫວຽດນາມ-ລາວ ແມ່ນສາຍສຳພັນອັນຈິງໃຈສັດຊື່, ໂປ່ງໃສ ເປັນຊັບສົມບັດອັນລຳ້ຄ່າຫາແນວປຽບບໍ່ໄດ້ , ມີຄວາມສຳຄັນ ໃນການກໍ່ສ້າງ ການພັດທະນາ ນັບມື້ນັບສູງຂື້ນ ລະຫວ່າງສອງປະເທດ.

ທະຫານຊາຍແດນ ດ້ຽນບຽນ ແລະ ປກສ ແຂວງ ຜົ້ງສາລີ ປືກສາຫາລື ກ່ຽວກັບການປົກປັກຮັກສາຊາຍແດນ

ທະຫານຊາຍແດນ ດ້ຽນບຽນ ແລະ ປກສ ແຂວງ ຜົ້ງສາລີ ປືກສາຫາລື ກ່ຽວກັບການປົກປັກຮັກສາຊາຍແດນ

ຍສໝ - ວັນທີ 11 ຕຸລາ ຢູ່ ແຂວງດ້ຽນບຽນຟູ້ ຄະນະຜູ້ແທນ ກອງບັນຊາການທະຫານຊາຍແດນ ດ້ຽນບຽນ ນຳໂດຍທ່ານ ພັນເອກ ວື່ອາ ຄົວ, ຮອງຫົວໜ້າກອງບັນຊາການທະຫານແຂວງ ນຳຄະນະເຂົ້າປືກສາຫາລືກັບ ຄະນະຜູ້ແທນ ປກສ ແຂວງ ຜົ້ງສາລີ ແຫ່ງ ສປປ ລາວ ນຳໂດຍທານ ພັນຕີ ຄຳຈັນ ແສງລາວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ເປັນຜູ້ນຳພາຄະນະ.

ໂຮງຮຽນທະຫານຊາຍແດນ 712 ເປີດຊຸດອົບຮົມກໍ່ສ້າງນາຍສິບທະຫານຊາຍແດນທຳອິດ

ໂຮງຮຽນທະຫານຊາຍແດນ 712 ເປີດຊຸດອົບຮົມກໍ່ສ້າງນາຍສິບທະຫານຊາຍແດນທຳອິດ

ຫວ່າງມໍ່ໆມານີ້, ຄະນະຜູ້ແທນກອງບັນຊາການທະຫານຊາຍແດນ ໂດຍທ່ານພົນຈັດຕະວາ ຫງວຽນວັນນາມ ຮອງຜູ້ບັນຊາການ, ຫົວໜ້າເສນາທິການກອງບັນຊາການທະຫານຊາຍແດນຫວຽດນາມ ເປັນຫົວໜ້າຄະນະໄດ້ເຂົ້າຮ່ວມພິທີເປີດຊຸດອົບຮົມກໍ່ສ້າງນາຍສິບທະຫານຊາຍແດນທຳອິດສົກຮຽນ 2018-2019 ຂອງໂຮງຮຽນທະຫານຊາຍແດນ 712.

ກອງບັນຊາການທະຫານຊາຍແດນ ເຫງະອານ ມອບຂອງຂວັນໃຫ້ ກອງຮ້ອຍທະຫານຊາຍແດນ 221 ຂອງລາວ

ກອງບັນຊາການທະຫານຊາຍແດນ ເຫງະອານ ມອບຂອງຂວັນໃຫ້ ກອງຮ້ອຍທະຫານຊາຍແດນ 221 ຂອງລາວ

ຍສໝ - ໃນທ້າຍອາທິດທີ່ຜ່ານມາ ຄະນະພະນັກງານ ກອງບັນຊາການທະຫານ ຊາຍແດນ ເຫງະອານ ໂດຍທ່ານ ພັນເອກ ເຈີ່ນຫ໋າຍ ບິ່ງ ຫົວໜ້າກອງບັນຊາການທະຫານຊາຍແດນແຂວງ ໄດ້ມາຢ້ຽມຢາມ ມອບຂອງຂວັນ ແລະ ເງິນສົດ ຈຳນວນ 20 ລ້ານດົ່ງ ໃຫ້ແກ່ພະນັກງານ ທະຫານ ກອງຮ້ອຍທະຫານຊາຍແດນ 221 ກອງບັນຊາການທະຫານແຂວງ ຊຽງຂວາງ ສປປ ລາວ.

ເຫດການ