ກອງປະຊຸມປະຈໍາປີ ລະຫວ່າງ ທະຫານຊາຍແດນ ກວ້າງຈິ ແລະພະແນກ ປ້ອງກັນຄວາມສະຫງົບ(ປກສ) ສາລະວັນ ແລະ ສະຫວັນນະເຂດ

10:20 | 18/06/2019

ຍສໝ - ໃນທ້າຍອາທິດທີ່ຜ່ານມາ,ຢູ່ທີ່ ກອງບັນຊາການທະຫານຊາຍແດນ ກວ້າງຈິ ແລະ ພະແນກ ປ້ອງກັນຄວາມສະຫງົບ, ກອງບັນໍາການທະຫານຊາຍແດນແຂວງສາລະວັນ; ພະແນກ ປ້ອງກັນຄວາມສະຫງົບແຂວງສະຫວັນນະເຂດ (ລາວ) ໄດ້ຈັດກອງປະຊຸມປະຈໍາປີ ກ່ຽວກັບການປະສານງານການຄຸ້ມຄອງຊາຍແດນ , ດ່ານຊາຍແດນ ແລະ ການຕໍ່ສູ້ປົກປັກຮັກສາຊາຍແດນ ຕໍ່ຕ້ານອາຊະຍາກໍາຢູ່ເຂດຊາຍແດນ.

ກອງປະຊຸມປະຈໍາປີ ລະຫວ່າງ ທະຫານຊາຍແດນ ກວ້າງຈິ ແລະພະແນກ ປ້ອງກັນຄວາມສະຫງົບ(ປກສ) ສາລະວັນ ແລະ ສະຫວັນນະເຂດ

ກອງບັນຊາການທະຫານຊາຍແດນ ແຂວງກວ້າງຈິ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກັບ ພະແນກ ປ້ອງກັນຄວາມສະຫງົບແຂວງສາລະວັນ. (ພາບ: ແມັ້ງຮຸ່ງ)

ໃນປີ 2018, ບັນດາຫນ່ວຍງານໄດ້ຮັບການປະສານງານຢ່າງໃກ້ຊິດໃນການຄຸ້ມຄອງ ແລະ ປົກປັກນັກສາຊາຍແດນ, ດ່ານຊາຍແດນ ແລະ ການຕໍ່ສູ້ກັບຄະດີອາຍາ, ໂດຍສະເພາະແມ່ນ ອາຊະຍາກໍາທີ່ກ່ຽວຂ້ອງກັບຢາເສບຕິດ; ໃນນັ້ນ, ສາມາດມ້າງເພທຳລາຍສຳເລັດ 5ຄະດີພິເສດ (691Lv, 694 Lv, 696 Lv, 697 Lv, 601L) ແລະ 1 ຄະດີ, ຈັບກັກຕົວ 9 ເປົ້າໝາຍ; ຮີບຢືດຢາເສບຕິດປະເພດຢາໄອ ອີກເກືອບ 700.000 ເມັດ, ປືນສັ້ນ 3 ກະບອກ ແລະ ວັດຖຸອື່ນໆ.

ຫນ່ວຍງານຕ່າງໆໄດ້ຈັດຕັ້ງປະຕິບັດການກວດກາລາດຕະເວນ, ສະກັດກັ້ນຢ່າງທັນການຕໍ່ສະພາບການອົບພະຍົບແບບເສລີ, ການແຕ່ງງານທີ່ບໍ່ໄດ້ຮັບອະນຸຍາດ ແລະ ການເຂົ້າ-ອອກເມືອງ ບໍ່ຖຶກກົດຫມາຍ ຢູ່ ເຂດຊາຍແດນ ຂອງທັງສອງຝ່າຍ. ນັບຕັ້ງແຕ່ ເດືອນສິງຫາ 2018 ມາຮອດປະຈຸບັນ, ບັນດາຫນ່ວຍງານຂັ້ນຮາກຖານ ສອງຝ່າຍໄດ້ຈັດຕັ້ງການກວດກາລາດຕະເວນ ສອງຝ່າຍ ໄດ້ 18 ຄັ້ງ/ 432 ເທື່ອຄົນ ເຊິ່ງປະກອບມີ ພະນັກງານ, ນັກຮົບ ທັງສອງເຂົ້າຮ່ວມ.

ບັນດາຫນ່ວຍງານຈັດຕັ້ງປະຕິບັດເປັນຢ່າງດີວຽກງານການແຮກສ່ຽວ ແລະ ແລກປ່ຽນສະຖານະການ, ການເຜີຍແຜ່, ການສຶກສາ ແລະການຊ່ວຍເຫຼືອຊາວບ້ານໃນການຜະລິດເພີ່ມພູນຜລິດຜົນ ກໍ່ຄືການປະຕິບັດຕາມລະບຽບກົດຫມາຍ ຂອງສອງປະເທດ, ຈາກນັ້ນເພີ່ມທະວີສາຍພົວພັນຮ່ວມມືມິດຕະພາບຫວຽດນາມ - ລາວ ຂື້ນຕື່ມ.

ໃນກອງປະຊຸມ, ບັນດາຫນ່ວຍງານຕ່າງໆໄດ້ຕົກລົງ ແລະ ເຊັນບົດບັນທຶກຄວາມເຂົ້າໃຈທີ່ມີເນື້ອໃນດັ່ງຕໍ່ໄປນີ້: ການປະສານງານຢ່າງໃກ້ຊິດ ກັບ ອໍານາດການປົກຄອງທ້ອງຖິ່ນ ຂອງທັງສອງຊາຍແດນປະເພນີ, ປຸກລະດົມ, ສຶກສາອົບຮົມປະຊາຊົນປະຕິບັດໃຫ້ໄດ້ອະນຸສັນຍາ ກ່ຽວກັບຫຼັກຫມາຍຊາຍແດນຫວຽດນາມ - ລາວ, ບັນດາສົນທິສັນຍາ ກ່ຽວກັບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນ.

ສອງຝ່າຍສືບຕໍ່ແລກປ່ຽນ,ແບ່ງປັນປະສົບການ, ຈັດຕັ້ງປະຕິບັດການກວດກາ, ຄຸ້ມຄອງການເຂົ້າ-ອອກເມືອງ, ຢ່າງມີປະສິດທິຜົນ, ຮູບແບບ "ຫນຶ່ປະຕູຢຸດຫນຶ່ງຄັ້ງ" ຢູ່ ທີ່ປະຕູຄູ່ ຂອງດ່ານສາກົນ ລາວບາວ - ແດນສະຫວັນ; ປະສານງານການຈັດຕັ້ງປະຕິບັດເນື້ອໃນຂອງໂຄງການ "ການພົວພັນລະຫວ່າງຫວຽດນາມ - ລາວໃນປີ 2019". ເພີ່ມທະວີການປະສານງານການ, ແລກປ່ຽນສະຖານະການ, ການກວດກາ, ການກວດກາ ແລະ ຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນ ຂອງສອງປະເທດ, ການປັບປຸງການປະສານງານ ແລະ ການສືບສວນ, ການເກັບກໍາເອກະສານເພື່ອສ້າງ ແລະ ຕໍ່ສູ້ກັບບັນດາຄະດີພິເສດກ່ຽວກັບຢາເສບຕິດ ແລະ ອາດສະຍາກຳດ້ານ ຄວາມສະຫງົບແຫ່ງຊາດຂອງແຕ່ລະປະເທດ...

(ຫັດ​ທະ​ບູນ)

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ