ກອງບັນການທະຫານຊາຍແດນແຂວງເຊີນລາ ແລະ ກອງຮ້ອຍທະຫານຊາຍແດນ 231, ປກຊ ແຂວງ ຫົວພັນ ຈັດກອງປະຊຸມສ່ອງແສງ

14:35 | 14/06/2019

ຍສໝ - ວັນທີ 12 ເດືອນມິຖຸນາ, ກອງບັນຊາການທະຫານຊາຍແດນແຂວງເຊີນລາ ແລະ ກອງຮ້ອຍຊາຍແດນ 213, ປກຊແຂວງຫົວພັນ, ສປປ ລາວ ໄດ້ຈັດກອງປະຊຸມສ່ອງແສງການຈັດຕັ້ງປະຕິບັດວຽກງານ ກ່ຽວກັບການຄຸ້ມຄອງ ແລະ ການປົກປັກຮັກສາຊາຍແດນ ໃນ 6 ເດືອນຕົ້ນປີ 2019.

ກອງບັນການທະຫານຊາຍແດນແຂວງເຊີນລາ ແລະ ກອງຮ້ອຍທະຫານຊາຍແດນ 231, ປກຊ ແຂວງ ຫົວພັນ ຈັດກອງປະຊຸມສ່ອງແສງ

ບັນດາກົມກອງທະຫານ ລົງນາມບົດບັນທຶກການລວມມອບວຽກ. (ພາບ: qdnd)

ໃນ 6 ເດືອນທໍາອິດຂອງປີ, ສະພາບຄວາມໝັ້ນຄົງດ້ານການເມືອງຢູ່ເສັ້ນຊາຍແດນ ແມ່ນໄດ້ຮັບການຮັກສາ ແລະ ມີສະຖຽນລະພາບ ຂອງຫນ່ວຍງານຄຸ້ມຄອງ. ຄ້າຍທະຫານປ້ອງກັນຊາຍແດນຂອງທັງສອງຝ່າຍ ໄດ້ປະສານສົມທົບກັນໃນການຈັດຕັ້ງການປະຕິບັດການລາດຕະເວນສອງຝ່າຍ 6 ຄັ້ງ, ເຊິ່ງປະກອບມີທະຫານເຂົ້າຮ່ວມ 144 ເທື່ອຄົນ. ບັນດາຄ້າຍທະຫານຊາຍແດນຫວຽດນາມ ປະຕິບັດການລາດຕະເວນຝ່າຍດຽວ 51 ຄັ້ງ, ປະກອບມີທະຫານເຂົ້າຮ່ວມ 312 ເທື່ອຄົນ; ກອງຮ້ອຍທະຫານຊາຍແດນ 213 ໄດ້ປະສານສົມທົບກັບ ກຸ່ມບ້ານເພື່ອຈັດຕັ້ງການລາດຕະເວນຝ່າຍດຽວ 4 ຄັ້ງ, ມີທະຫານເຂົ້າຮ່ວມ 24 ເທື່ອຄົນ. ທັງສອງຝ່າຍໄດ້ປະສານສົມທົບກັນຢ່າງເປັນປົກກະຕິເພື່ອກວດກາແລະ ຄວບຄຸມຢ່າງເຂັ້ມງວດ ກ່ຽວກັບ ປະຊາຊົນ, ຍານພາຫະນະ ແລະ ສິນຄ້າທີ່ຜ່ານດ່ານຊາຍແດນສຳຮອງ ແລະ ດ່ານກວດກາທີ່ຂື້ນກັບຂອບເຂດການຄຸ້ມຄອງ, ຮັບປະກັນຕາມຫຼັກການ ແລະ ຂັ້ນຕອນທີ່ຖືກຕ້ອງ; ໄດ້ເຮັດເອກະສານເຂົ້າ ແລະ ອອກເມືອງ ໄດ້ 12.812 ເທື່ອຄົນ, ພາຫະນະ 8.813 ເທື່ອຄັນ; ເ່ຮັດເອກກະສານເຂົ້າເມືອງ ໄດ້ 13.731 ເທື່ອຄົນ, ພາຫະນະ 9.403 ເທື່ອຄັນ... ອຳນາດການປົກຄອງຂັ້ນພັກ, ອໍານາດການປົກຄອງ ແລະ ປະຊາຊົນທັງສອງຝ່າຍໄດ້ເພີ່ມທະວີສາຍພົວພັນການຮ່ວມມື, ຊ່ວຍເຫຼືອຍູ້ໜຸນເຊິ່ງກັນແລະກັນ ໃນການຮັກສາຄວາມສະຫົງບດ້ານການເມືອງ ແລະ ພັດທະນາເສດຖະກິດ-ສັງຄົມ.

ທີ່ກອງປະຊຸມ, ທັງສອງຝ່າຍໄດ້ກໍານົດທິດທາງ, ພາລະກິດ ໃນຕໍ່ໜ້ານີ້; ໃນນັ້ນ, ສືບຕໍ່ເພີ່ມທະວີສາຍພົວພັນ ຮ່ວມມື, ແລກປ່ຽນສະຖານະການທີ່ກ່ຽວຂ້ອງ ກັບການປົກປັກຮັກສາອະທິປະໄຕ ແລະ ຄວາມສະຫງົບປອດໄພຊາຍແດນຢ່າງເປັນປົກກະຕິ; ປະສານສົມທົບໃນການສົ່ງເສີມວຽກງານການສຶກສາ, ການໂຄສະນາ ແລະ ຂົນຂວາຍ ປະຊາຊົນທັງສອງຝ່າຍ ເພື່ອປະຕິບັດຢ່າງເຂັ້ມງວດ ລະບຽບກົດຫມາຍຂອງແຕ່ລະຝ່າຍ, ປະຕິບັດຕາມສົນທິສັນຍາ ກ່ຽວກັບກົດລະບຽບ ການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນຢ່າງເຂັ້ມງວດ; ປະສານສົມທົບ ຢ່າງມີປະສິດຕິຜົນຕໍ່ສູ້ກັບບັນດາອາດສະຍາກຳຂ້າມຊາດ, ໂດຍສະເພາະແມ່ນອາຊະຍາກໍາ ກ່ຽວຂ້ອງກັບຢາເສບຕິດ; ສືບຕໍ່ປະສານງານການຈັດຕັ້ງປະຕິບັດລະບຽບກົດຫມາຍສອງຝ່າຍເພື່ອປົກປັກຮັກສາ ເຂດຊາຍແດນ , ຫຼັກຫມາຍຊາຍແດນແຫ່ງຊາດ ....

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.