ຫ້ອງການກົມໃຫຍ່ປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນຄວາມສະຫງົບລາວ ເຂົ້າພົບປະ ການນຳ ກອງບັນຊາການທະຫານຊາຍແດນ ຫວຽດນາມ

10:35 | 17/09/2019

ຍສໝ- ວັນທີ 16 ກັນຍາ, ທີ່ຮ່າໂນ້ຍ, ຄະນະປະຕິບັດງານຫ້ອງການກົມໃຫຍ່ປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນຄວາມສະຫງົບປະຊາຊົນລາວ ໂດຍ ທ່ານພົນເອກ ໄພວັນ ແມນວິໄລ, ຫົວໜ້າຫ້ອງການ ກົມໃຫຍ່ປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນຄວາມສະຫງົບປະເທດລາວ ເປັນຫົວໜ້ານຳພາຄະນະໄດ້ເຂົ້າຢ້ຽມຄຳນັບ ການນຳຂອງກອງບັນຊາການທະຫານຊາຍແດນ ຫວຽດນາມ, ໂດຍທ່ານ ພົນຈັດຕະວາ ບຸ່ຍ ດຶກ ແຮັ້ງ ຮອງຫົວໜ້າ ກອງບັນຊາການທະຫານຊາຍ ເປັນປະທານການຕ້ອນຮັບ.

ຫ້ອງການກົມໃຫຍ່ປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນຄວາມສະຫງົບລາວ ເຂົ້າພົບປະ ການນຳ ກອງບັນຊາການທະຫານຊາຍແດນ ຫວຽດນາມ

ທ່ານ ພົນຈັດຕະວາ ບຸ່ຍ ດຶກ ແຮັ້ງ, ຮອງຫົວໜ້າກອງບັນຊາການທະຫານຊາຍແດນໄດ້ມອບຊໍ່ ດອກໄມ້ຍິນດີຕ້ອນຮັບ ທ່ານ ພັນເອກ ໄພວັນ ແມນວິໄລ ແລະ ຄະນະ. (ພາບ: ເລດົ່ງ)

ທີ່ພິທີຕ້ອນຮັບ, ທ່ານ ພັນເອກ ໄພວັນ ແມນວິໄລ ໄດ້ກ່າວສະຫຼຸບລາຍງານຕໍ່ ທ່ານ ພົນຈັດຕະວາ ບຸ່ຍ ດຶກ ແຮັ້ງ ໝາກຜົນຂອງກອງປະຊຸມພົບປະເຈລະຈາກ່ຽວກັບການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ຢູ່ ເຂດຊາຍແດນ ລະຫວ່າງ ກົມສອບສວນ ຊາຍແດນ ແລະ ຫ້ອງການກົມໃຫຍ່ປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນຄວາມສະຫງົບລາວ ເຊິ່ງໄດ້ດຳເນີນໄປ ໃນຕອນເຊົ້າຂອງວັນທີ 16 ກັນຍາ 2019.

ຈາກນັ້ນ, ສອງຝ່າຍໄດ້ເຫັນດີເປັນເອກະພາບກັນໃນການຊຸກຍູ້ການຮ່ວມມືໃຫ້ຂຶ້ນສູ່ລະດັບສູງ ອັນໃໝ່; ກຳ ແໜ້ນ ແລະ ຈັດຕັ້ງປະຕິບັດວຽກງານການປະສານງານໃຫ້ເປັນຮູບປະ ທຳ ແລະ ເປັນເອກະພາບກັນໃນທຸກຂັ້ນຂອງທັງສອງຝ່າຍ. ລາຍງານ, ປຶກສາຫາລື ແລະ ແລກປ່ຽນສະພາບການທີ່ກ່ຽວຂ້ອງກັບຄວາມຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ ຊາຍແດນທຸກຂັ້ນ, ປະສານສົມທົບຢ່າງໃກ້ຊິດໃນການໂຄສະນາເຜີຍແຜ່ໃຫ້ປະຊາຊົນທັງສອງຝັ່ງຊາຍແດນເຂົ້າໃຈ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ບັນດາສົນທິສັນຍາ ວ່າດ້ວຍ ລະບຽບການຄຸ້ມຄອງຊາຍແດນ.

ຫ້ອງການກົມໃຫຍ່ປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນຄວາມສະຫງົບລາວ ເຂົ້າພົບປະ ການນຳ ກອງບັນຊາການທະຫານຊາຍແດນ ຫວຽດນາມ

ທ່ານ ພົນຈັດຕະວາ ບຸ່ຍ ດຶກ ແຮັ້ງ ຮອງຫົວໜ້າກອງບັນຊາການທະຫານຊາຍແດນໄດ້ໃຫ້ການຕ້ອນຮັບຄະນະຈາກ ຫ້ອງການກົມໃຫຍ່ປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນຄວາມສະຫງົບລາວ. (ພາບ: ເລດົ່ງ)

ທີ່ການພົບປະ, ທ່ານ ພົນຈັດຕະວາ ບຸ່ຍ ດຶກ ແຮັ້ງ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ພັນເອກ ໄພວັນ ແມນວິໄລ ແລະ ຄະນະ ທີ່ໄດ້ມາຢ້ຽມຢາມ ສຳນັກງານໃຫຍ່ກອງບັນຊາການທະຫານຊາຍແດນຫວຽດນາມ. ທ່ານ ພົນຈັດຕະວາ ບຸ່ຍ ດຶກ ແຮັ້ງ ຕີລາຄາສູງ ໝາກ ຜົນຂອງກອງປະຊຸມພົບປະເຈລະຈາ ກ່ຽວກັບການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ຢູ່ ເຂດຊາຍແດນ ລະຫວ່າງ ກົມສືບສວນ, ກອງບັນຊາການທະຫານຊາຍແດນ ແລະ ຫ້ອງການໃຫຍ່ກົມປ້ອງກັນຄວາມສະຫົງບ, ກະຊວງປ້ອງກັນຄວາມສະຫງົບລາວ.

ທ່ານ ພົນຈັດຕະວາ ບຸ່ຍ ດຶກ ແຮັ້ງ ຍັງໄດ້ເນັ້ນໜັກວ່າ, ໃນປີທີ່ຜ່ານມາ, ກອງບັນຊາການທະຫານຊາຍແດນ ແລະ ກົມໃຫຍ່ປ້ອງກັນຄວາມສະຫງົບລາວ ໄດ້ປະສານສົມທົບກັນຢ່າງມີປະສິດທິຜົນໃນການຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນ, ໃນການຕໍ່ຕ້ານອາດຍາກຳ, ໂດຍສະເພາະແມ່ນອາດຊະຍາກຳດ້ານຢາເສບຕິດ. ສອງຝ່າຍໄດ້ປະສານສົມທົບກັນຢ່າງ ແໜ້ນແຟ້ນໃນວຽກງານການກວດຄົນເຂົ້າ-ອອກເມືອງ, ສ້າງໂປ່ງໃສໃນການຈໍລະຈອນສິນຄ້າຕ່າງໆຕາມຊາຍແດນ, ພ້ອມດຽວກັນນີ້, ກໍ່ໄດ້ຄົ້ນພົບເສັ້ນທາງຂົນສົ່ງສິນຄ້າໜີພາສີ, ການລັກລອບຂົນສົ່ງສິນຄ້າຜິດກົດໝາຍ ຂ້າມຊາຍແດນຫຼາຍເສັ້ນ.

ຕາງໜ້າກອງບັນຊາການທະຫານຊາຍແດນ, ທ່ານ ພົນຈັດຕະວາ ບຸ່ຍ ດຶກ ແຮັ້ງ ໄດ້ສະແດງຄຳຂອບອົກຂອບໃຈມາຍັງ ທ່ານ ພັນເອກ ໄພວັນ ແມນວິໄລ ພ້ອມຄະນະ ທີ່ໄດ້ມາຢ້ຽມຢາມສຳນັກງານກອງບັນຊາການທະຫານຊາຍແດນຫວຽດນາມ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.