ການນໍາແຂວງ ບໍລິຄໍາໄຊ ແລະ ຄໍາມ່ວນ ອວຍພອນ ທະຫານຊາຍແດນຮ່າຕີ້ງ ເນື່ອງໃນໂອກາດ ຄົບຮອບ 60 ປີ ວັນສ້າງຕັ້ງທະຫານຊາຍແດນ ສສ ຫວຽດນາມ

00:54 | 15/05/2019

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 60 ປີ ວັນສ້າງຕັ້ງທະຫານຊາຍແດນ ແລະ 30 ປີ ວັນສ້າງຕັ້ງທະຫານຊາຍແດນທົ່ວປວງຊົນ, ຄະນະຜູ້ແທນແຂວງບໍລິຄໍາໄຊ ສປປ ລາວ ນໍາໂດຍທ່ານ ບຸນມາ ບຸຈະເລີນ, ຮອງເລຂາພັກແຂວງ ຜູ້ປະຈໍາການ, ຮອງເຈົ້າແຂວງບໍລິຄໍາໄຊ ແລະ ຄະນະຜູ້ແທນແຂວງຄໍາມ່ວນ ສປປ ລາວ ນໍາໂດຍ ທ່ານ ພົມມາ ພັນທະລັງສີ, ຮອງເລຂາພັກແຂວງ, ຫົວໜ້າຄະນະການຈັດຕັ້ງແຂວງ ມາຢ້ຽມຢາມ ແລະ ອວຍພອນ ພະນັກງານ, ນັກຮົບທະຫານຊາຍແດນແຂວງຮ່າຕີ້ງ.

ການນໍາແຂວງ ບໍລິຄໍາໄຊ ແລະ  ຄໍາມ່ວນ  ອວຍພອນ ທະຫານຊາຍແດນຮ່າຕີ້ງ ເນື່ອງໃນໂອກາດ ຄົບຮອບ 60 ປີ ວັນສ້າງຕັ້ງທະຫານຊາຍແດນ ສສ ຫວຽດນາມ

ສະຫາຍ ບຸນມາ ບຸຈະເລີນ ອວຍພອນທະຫານຊາຍແດນແຂວງຮ່າຕີ້ງ

ທີ່ການພົບປະ, ຫົວໜ້າຄະນະຜູ້ແທນ ສປປ ລາວ ສອງຄົນ ໄດ້ກ່າວຄໍາອວຍພອນພະນັກງານ, ນັກຮົບທະຫານຊາຍແດນແຂວງຮ່າຕີ້ງ, ພ້ອມກັນນັ້ນກໍ່ສະແດງຄວາມຂອບອົກຂອບໃຈ ແລະ ຕິລາຄາສູງບົດບາດຂອງກໍາລັງທະຫານຊາຍແດນຮ່າຕີ້ງໃນການປະສານສົມທົບກັບກໍາລັງຝ່າຍລາວເພື່ອຮັກສາສິດອະທິປະໄຕຄວາມສະຫງົບເຂດຊາຍແດນ, ຕໍ່ສູ້ກັບບັນດາອາດຊະຍາກໍາຕ່າງໆຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນອາດຊະຍາກໍາເຂົ້າເມືອງຜິດກົດໝາຍ, ຄ້າຂາຍ, ຂົນສົ່ງຢາເສບຕິດ, ອາວຸດ.

ໂດຍສະເພາະ, ທະຫານຊາຍແດນແຂວງຮ່າຕີ້ງທີ່ໄດ້ທີການຊ່ວຍເຫຼືອພໍ່ແມ່ປະຊາຊົນຢູ່ບັນດາບ້ານເຂດຊາຍແດນຂອງລາວໃນການພັດທະນາເສດຖະກິດ, ຫຼຸດຜ່ອນຄວາມທຸກຍາກ, ກວດກາ ແລະ ປົ່ວພະຍາດ, ສ້າງບ້ານມິດຕະພາບ.

ການນໍາແຂວງ ບໍລິຄໍາໄຊ ແລະ  ຄໍາມ່ວນ  ອວຍພອນ ທະຫານຊາຍແດນຮ່າຕີ້ງ ເນື່ອງໃນໂອກາດ ຄົບຮອບ 60 ປີ ວັນສ້າງຕັ້ງທະຫານຊາຍແດນ ສສ ຫວຽດນາມ

ສະຫາຍ ພົມມາ ພັນທະລັງສີ ອວຍພອນທະຫານຊາຍແດນແຂວງຮ່າຕີ້ງ

ຕາງໜ້າໃຫ້ກອງບັນຊາການທະຫານຊາຍແດນຮ່າຕີ້ງ, ພັນໂທ ຫວໍ ຕຽນ ຫງີ້, ຫົວໜ້າບັນຊາການທະຫານຊາຍແດນແຂວງຮ່າຕີ້ງ ໄດ້ສະແດງຄວາມຂອບອົກຂອບໃຈການນໍາຂອງສອງແຂວງ ບໍລິຄໍາໄຊ ແລະ ຄໍາມ່ວນ ທີ່ໄດ້ໃຫ້ການເອົາໃຈໃສ່, ສ້າງເງື່ອນໄຂອັນສະດວກເພື່ອໃຫ້ແກ່ທະຫານຊາຍແດນຮ່າຕີ້ງສາມາດສໍາເລັດໜ້າທີ່ວຽກງານທີ່ໄດ້ມອບໝາຍ.

ພັນໂທ ຫວໍ ຕຽນ ຫງີ້ ໃຫ້ຮູ້ວ່າ ທະຫານຊາຍແດນແຂວງຮ່າຕີ້ງຈະສືບຕໍ່ການຊ່ວຍເຫຼືອພໍ່ແມ່ປະຊາຊົນເຂດຊາຍແດນຂອງລາວໃນການກວດກາ ແລະ ປົ່ວພະຍາດ, ສະໜອງຢາປົ່ວພະຍາດໂດຍບໍ່ເສຍຄ່າ. ເພີ່ມທະວີການປະສານສົມທົບກັບບັນດາກໍາລັງທີ່ກ່ຽວຂ້ອງຂອງສອງແຂວງໃນການແລກປ່ຽນຂໍ້ມູນຂ່າວສານ, ຈັດຕັ້ງການລາດຕະເວນສອງຝ່າຍ, ແກ້ໄຂບັນດາບັນຫາຫຍໍ້ທໍ້ທີ່ເກີດຂຶ້ນຢູ່ເຂດຊາຍແດນຮ່າຕີ້ງ - ບໍລິຄໍາໄຊ, ຮ່າຕີ້ງ - ຄໍາມ່ວນ; ປະສານສົມທົບໃນການຕໍ່ສູ້ກັບບັນດາອາດຊະຍາກໍາຢ່າງມີປະສິດທິຜົນ, ຮັກສາສະຖຽນລະພາບຄວາມປອດໄພດ້ານການເມືອງ, ຄວາມລະບຽບຮຽບຮ້ອຍດ້ານສັງຄົມຢູ່ເຂດຊາຍແດນ, ສ້າງເຂດຊາຍແດນແຫ່ງຄວາມສັນຕະພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາ.

(ໄຊພອນ)

ເຫດການ
302 Found

Found

The document has moved here.