ກອງປະຊຸມພົບປະ ລະຫວ່າງ ທະຫານຊາຍແດນ ແຂວງ ກ້ວາງບິ່ງ ສສ.ຫວຽດນາມ ແລະ ພະແນກ ປ້ອງກັນຄວາມສະຫງົບ ແຂວງສະຫວັນນະເຂດ(ປກສ ສຂ) ສປປ ລາວ

14:38 | 02/11/2018

ຍສໝ - ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2018, ຢູ່ທີ່ນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ ຄະນະ ປະຕິິບັດງານ ກອງບັນຊາ ທະຫານຊາຍແດນ ແຂວງ ກວ້າງບິ່ງ, ໂດຍທ່ານ ພັນໂທ ຈິ໋ງ ແທ໋ງບິງ, ຮອງຫົວໜ້າ ກອງບັນຊາການ ທັງເປັນຫົວໜ້າເສນາທິການ ທະຫານຊາຍແດນແຂວງ ເປັນຫົວໜ້າ ຄະນະນຳພາ ໃນການຢ້ຽມຢາມໃນຄັ້ງນີ້, ການພົບປະ ແລະ ເຮັດວຽກ ໃນຄັ້ງນີ້ ເປັນເທື່ອທີ VI ກັບ ກອງບັນຊາການ ປກສ ແຂວງສະຫວັນນະເຂດ.

ກອງປະຊຸມພົບປະ ລະຫວ່າງ ທະຫານຊາຍແດນ ແຂວງ ກ້ວາງບິ່ງ ສສ.ຫວຽດນາມ ແລະ ພະແນກ ປ້ອງກັນຄວາມສະຫງົບ ແຂວງສະຫວັນນະເຂດ(ປກສ ສຂ) ສປປ ລາວ

ການນຳ ກອງບັນຊາການທະຫານຊາຍແດນແຂວງ ກວ້າງບິ່ງ ແລະ ປກສ ແຂວງສະຫວັນນະເຂດ ໄດ້ຮ່ວມກັນລົງນາມບົດບັນທຶກຄວາມເຂົ້າໃຈ (ບົດບັນທືກຊ່ວຍຈຳ) ຄັ້ງທີ VI.(ພາບ: ເຈົາແທັ່ງ)

ທີ່ການເຮັດວຽກ ແລະ ພົບປະແລກປ່ຽນ, ທັງສອງຝ່າຍໄດ້ລາຍງານໃຫ້ກັນຊາບກ່ຽວກັບສະຖານະການ ທາງດ້ານການເມືອງ, ເສດຖະກິດ-ສັງຄົມ, ວຽກງານ ປກຊ-ປກສ ຂອງແຕ່ລະປະເທດເວົ້າລວມ ແລະ ເວົ້າສະເພາະແມ່ນແຂວງ ກວ້າງບິ່ງ ສສ ຫວຽດນາມ-ແຂວງສະຫວັນນະເຂດ ເວົ້າສະເພາະ.

ບົນພື້ນຖານ ຄວາມສາມັກຄີ ມິດຕະພາບແບບພິເສດ, ກົງໄປກົງມາ, ຄວາມຈິງໃຈ ທັງສອຝ່າຍໄດ້ຍົກບັນດາຂໍ້ຫຍຸ້ງຍາກ ແລະຄົງຄ້າງ ທີ່ຕ້ອງໄດ້ແກ້ໄຂ ແລະ ນຳໄປສູ່ຄວາມເປັນເອກກະພາບ ໃນບາງເນື້ອ ຂອງການຈັດຕັ້ງປະຕິບັດໃນຕໍ່ໜ້ານີ້.

ຈາກນັ້ນ ທັງສອງຝ່າຍໄດ້ສືບຕໍ່ ໂຄສະນາ ເຜີຍແຜ່ ໃຫ້ປະຊາຊົນເຂດຊາຍແດນ ກ່ຽວກັບ ຄວາມສມັກຄີ ມິດຕະພາບ ແບບພິເສດ ລະຫວ່າງ ສສ ຫວຽດນາມ - ລາວ ແລະ ກົດໝາຍຊາຍແດນ, ດ່ານຊາຍແດນ; ສົນທິສັນຍາ ວ່າດ້ວຍ ກົດລະບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນ ທາງບົກທີ່ຕິດຈອດກັນ ລະຫວ່າງ ສສ ຫວຽດນາມ - ລາວ; ປະສານສົມທົບກັນ ແລກປ່ຽນຂໍ້ມູນຂ່າວສານ, ກຳແໜ້ນສະພາບການ, ຕໍ່ສູ້ຕ້ານການ ຊື້-ຂາຍ, ຂົນສົ່ງຢ່າເສບຕິດ , ອາວຸດເສິກ, ວັດຖຸລະເບີດ ທີ່ກ່ຽວຂ້ອງ ກັບຊາຍແດນທັງສອງຝ່າຍ, ເພື່ອກຳແໜ້ນການເຄື່ອນໄຫວຂອງກຳລັງສັດຕູ, ເລ້ລ່ຽມມ້າງເພທຳລາຍ, ແບ່ງແຍກຄວາມສາມັກຄີ ລະຫວ່າງ ສສ ຫວຽດນາມ - ລາວ.

ພິເສດ ທັງສອງຝ່າຍໄດ້ຕໍ່ສູ້ຕ້ານ-ສະກັດກັ້ນ ການເຄື່ອນໄຫວຂອງອາສະຍາກອນ ຢ່າງມີປະສິດທິພາບ , ພວກຕໍ່ຕ້ານ ສວຍໂອກາດ ຫຼອກໃຊ້ປະຊາຊົນ ແລະ ເຂົ້າຮ່ວມ ສ້າງຕັ້ງ “ເຂດປົກຄອງຕົນເອງ”; ໂຄສະນາ ເຜີຍແຜ່ ສາດສະໜາ ທີ່ຜິດຕໍ່ກົດໝາຍ; ຂົນ-ສົ່ງ, ຊື້-ຂາຍ ສິ່ງທີ່ຜິດກົດໝາຍ ເປັນຕົ້ນແມ່ນຢາເສບຕິດ, ອາວຸດເສິກ, ວັດຖຸລະເບີດ ແລະ ອາດສະຍາກໍາຂ້າມຊາດ, ການຄ້າມະນຸດ, ການຟອກເງິນ, ການປອມແປງເງິນ; ການອົບພະຍົບ, ຍົກຍ້າຍ ໂດຍບໍ່ໄດ້ຮັບອະນຸຍາດ ຂ້າມແດນໂດຍຜິດກົດໝາຍ; ການແຕ່ງງານໂດຍບໍ່ໄດ້ຮັບອະນຸຍາດ ຈາກທັງສອງປະເທດ ແລະ ການຕັດໄມ້ທຳລາຍປ່າ, ການລ່າສັດປ່າ ສະຫງວນ.

ທັງສອງຝ່າຍໄດ້ປະສານງານກັນ ຕື່ນຕົວຜັນຂະຫຍາຍ, ໂຄສະນາ-ສຶກສາອົບຮົມໃຫ້ປະຊາຊົນ ຮັບຮູ້ ແລະ ປະຕິບັດ ຕາມ ກົດໝາຍຂອງແຕ່ລະຝ່າຍ ຢ່າງເຂັ້ມງວດ, ໂດຍສະເພາະ ການຈັດຕັ້ງ ຜັນຂະຫຍາຍ ດໍາລັດ,ສົນທິສັນຍາ, ທີ່ກ່ຽວຂ້ອງ. ເມື່ອມີສະພາບ ກ່ຽວກັບ ຄວາມສະຫງົບ ກໍ່ຄືຄວາມໝັ້ນຄົງ, ການເມືອງ ກ່ຽວຂ້ອງ ທີ່ຕ້ອງໄດ້ຮັບການແກ້ໄຂໂດຍໄວ, ສອງຝ່າຍເປັນເອກະພາບກັນເຊິ່ງໜ້າກັນ, ແລກປ່ຽນເພື່ອຮ່ວມກັນແກ້ໄຂຢ່າງມີປະສິດທິພາບ.

ເສນາທິການໃຫ້ແຂວງ, ອຳນາດການປົກຄອງ ທ້ອງຖິ່ນ ແລະ ຫ້ອງການ, ຂະແໜງການ ແລະ ໝູ່ຄະນະ ຜັນຂະຫຍາຍ ກໍ່ສ້າງ ພື້ນຖານໂຄງລ່າງ, ກາານພັດທະນາ ເສດຖະກິດ-ສັງຄົມ ຢູ່ເຂດຊາຍແດນ ແລະ ນຳສະເໜີ ຕໍ່ລັດຖະບານ ລາວ ລົງທຶນສ້າງເສັ້ນໄປສູ່ຊາຍແດນ, ກ້າວໄປສູ່ ການນຳສະເໜີ ເປີດດ່ານມິດຕະພາບ ສຳຮອງ ຈູດມູດ (ແຂວງກວ້າງບີ່ງ)- ລະວິນ (ແຂວງສະຫວັນນະເຂດ)

ທີ່ກອງປະຊຸມພົບປະແລກປ່ຽນ ຄັ້ງນີ້, ກອງບັນຊາການ ທະຫານຊາຍແດນ ແຂວງ ກວ້າງບິ່ງ ສສ ຫວຽດນາມ ແລະ ປກສ ແຂວງສະຫວັນນະເຂດ ໄດ້ຮ່ວມກັນ ລົງນາມໃນບົດບັນທຶກ ຄວາມເຂົ້າໃຈຄັ້ງທີ 6 ດ້ວຍພາລະກິດ ທີ່ສຳຄັນແກນກາງ ທີ່ທັງ ສອງຝ່າຍ ໄດ້ເຫັນດີເປັນເອກະພາບນຳກັນແລ້ວນັ້ນ.

(ຫັດ​ທະ​ບູນ)

ເຫດການ