ທະຫານແຂວງສະຫວັນນະເຂດ ແລະ ທະຫານຊາຍແດນແຂວງກວາງຈິ, ກວາງບິ່ງ ສືບຕໍ່ຂະຫຍາຍການຮ່ວມມືກັນ.

10:37 | 06/06/2019

ທະຫານລາວ-ຫວຽດນາມ ປຶກສາຫາລື ແລະ ເອກະພາບກັນ ກ່ຽວກັບວິທີການຕ້ານ ແລະ ສະກັດກັ້ນການເຄື່ອນໄຫວຂອງກຸ່ມຄົນບໍ່ດີທີ່ຢູ່ລຽບຕາມຊາຍແດນ.

ທະຫານແຂວງສະຫວັນນະເຂດ ແລະ ທະຫານຊາຍແດນແຂວງກວາງຈິ, ກວາງບິ່ງ ສືບຕໍ່ຂະຫຍາຍການຮ່ວມມືກັນ.

ຕ່າງໜ້າຜູ້ແທນທະຫານປະຊາຊົນຫວຽດນາມ ມອບຊໍ່ດອກໄມ້ໃຫ້ແກ່ຕ່າງໜ້າຄະນະຜູ້ແທນກອງທັບປະຊາຊົນລາວ.

ໃນທ້າຍເດືອນຜ່ານນີ້,ຄະນະຜູ້ແທນກອງ ບັນຊາການທະຫານແຂວງສະຫວັນນະເຂດ, ນຳໂດຍ ສະຫາຍ ພັນເອກ ຂັນທະລີ ທາທິລາດ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານ ແຂວງສະຫວັນນະເຂດ ພ້ອມດ້ວຍ ຄະນະໄດ້ເດີນທາງໄປຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມພົບປະ ແລກປ່ຽນບົດຮຽນກັບກອງບັນຊາການທະຫານຊາຍແດນແຂວງ ກວາງຈິ-ກວາງບິ່ງ ສສ ຫວຽດນາມ ໂດຍໃຫ້ການຕ້ອນຮັບຢ່າງ ອົບອຸ່ນຈາກສະຫາຍ ພັນເອກ ເລ ວັນ ເຟືອງ ກຳມະການພັກແຂວງ ຫົວໜ້າການທະຫານກອງບັນຊາການທະຫານຊາຍແດນ ແຂວງກວາງຈິ, ມີສະຫາຍ ພັນເອກ ເລ ວັນ ຕ໋ຽນ ຫົວໜ້າການເມືອງກອງບັນຊາການທະຫານຊາຍແດນແຂວງກວາງບິ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ.

ຈາກນັ້ນ, ທັງສອງຝ່າຍກໍໄດ້ ມີການພົບປະເພື່ອແລກປ່ຽນບົດຮຽນສະພາບການຕ່າງໆທີ່ເກີດ ຂຶ້ນພາຍໃນແຂວງໃຫ້ກັນ ແລະ ກັນຊາບໂດຍສະເພາະສະພາບລຽບຕາມຊາຍແດນເຫັນວ່າໃນ ໄລຍະຜ່ານມາແມ່ນມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍເປັນຢ່າງດີ, ສອງຝ່າຍ ພ້ອມກັນປົກປັກຮັກສາຫຼັກໝາຍຊາຍແດນ ແລະ ລະບົບຫຼັກໝາຍຊາຍແດນແຫ່ງຊາດ, ປຸກລະດົມ ຂົນຂວາຍປະຊາຊົນຢູ່ບໍລິເວນ ຊາຍແດນຍົກສູງຄວາມຮັບຮູ້ ກ່ຽວກັບມູນເຊື້ອ, ສາຍພົວພັນມິດ ຕະພາບຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະ ຫວ່າງສອງຊາດ,​ ສອງກອງທັບ ລາວ-ຫວຽດນາມ ໂດຍສະເພາະ ສະຫວັນນະເຂດ-ກວ້າງຈິ-ກວ້າງບິ່ງ, ທັງສອງຝ່າຍໄດ້ພ້ອມກັນ ກວດກາລາດຕະເວນລຽບຕາມ ຊາຍແດນ, ກວດກາຫຼັກໝາຍຊາຍ ແດນຮ່ວມກັນໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນ ແລະ ແກ້ໄຂ ຢ່າງເດັດຂາດສະພາບການທຳການຜະລິດແບບເລື່ອນລອຍ, ຍົກຍ້າຍພູມລຳເນົາຕາມລຳພັງໃຈ.

ໃນກອງປະຊຸມຍັງໄດ້ພ້ອມກັນ ປຶກສາຫາລື ແລະ ເອກະພາບກັນ ກ່ຽວກັບວິທີ ການຕ້ານ ແລະ ສະ ກັດກັ້ນການເຄື່ອນໄຫວຂອງກຸ່ມ ຄົນບໍ່ດີທີ່ຢູ່ລຽບຕາມຊາຍແດນ ເປັນຕົ້ນແມ່ນການຄ້າຂາຍເຖື່ອນ, ຂຸດຄົ້ນເຄື່ອງປ່າຂອງດົງ, ລັກ ເອົາຜົວ-ເອົາ ເມຍທີ່ບໍ່ຖືກຕ້ອງ ຕາມລະບຽບກົດໝາຍລະຫວ່າງ ຊາດກໍານົດໄວ້.ຈາກນັ້ນກໍໄດ້ເຊັນ ບົດບັນທຶກຊ່ວຍຈຳ, ເພື່ອພ້ອມ ກັນສືບຕໍ່ແກ້ໄຂປາກົດການຫຍໍ້ ທໍ້ຕ່າງໆທີ່ຍັງຄົງຄ້າງລຽບຕາມ ຂອບເຂດຊາຍແດນໃຫ້ໝົດໄປ ເທື່ອລະກ້າວ. ໃນຕອນທ້າຍຍັງໄດ້ ມອບຂອງທີ່ລະນຶກ ແລະ ຂອງ ຂວັນໃຫ້ກັນ ແລະ ກັນອີກດ້ວຍ.

(ແຫຼ່ງ​ຂໍ້​ມູນ​: ພານິດ ພິລາວົງ/Lao people's Army News)

ເຫດການ
302 Found

Found

The document has moved here.