ທະຫານຊາຍແດນແຂວງຮ່າຕິງ ແລະ ກອງຮ້ອຍປ້ອງກັນຊາຍແດນ 311 ຂອງແຂວງຄໍາມ່ວນ, ລາວ ຈັດຕັ້ງການລາດຕະເວນສອງຝ່າຍ

16:47 | 23/08/2019

ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລໍາບາກ, ໄພອັນຕະລາຍ, ພະນັກງານ, ນັກຮົບທະຫານຊາຍແດນແຂວງຮ່າຕິງ ຍາມໃດກໍ່ລາດຕະເວນລຽບຕາມເສັ້ນຊາຍແດນເພື່ອປົກປັກຮັກສາເສັ້ນຊາຍແດນທາງບົກທີ່ມີຄວາມຍາວ 165 ກິໂລແມັດ, ຫຼັກໝາຍຊາຍແດນ 53 ຫຼັກ, ຫຼັກໝາຍອະທິປະໄຕຜືນແຜ່ນດິນ 8 ຫຼັກ ແລະຄວບຄຸມທຸກໆການຜັນແປສະພາບການກ່ຽວກັບຄວາມໝັ້ນຄົງແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນ.

ທະຫານຊາຍແດນແຂວງຮ່າຕິງ ແລະ ກອງຮ້ອຍປ້ອງກັນຊາຍແດນ 311 ຂອງແຂວງຄໍາມ່ວນ, ລາວ ຈັດຕັ້ງການລາດຕະເວນສອງຝ່າຍ

ທ່ານພັນໂທ ຫງວຽນຮ່າເຈື່ອງ ແລະທ່ານຮ້ອຍເອກ ບຸນທະວີ ຫົວໜ້າກອງຮ້ອຍປ້ອງກັນຊາຍແດນ 311 ຂອງປະເທດເພື່ອນມິດລາວ ພ້ອມກັບກໍາລັງລາດຕະເວນສອງຝ່າຍທຳຄວາມເຄົາລົບກັນກ່ອນທີ່ຈະປະຕິບັດໜ້າທີ່ຢູ່ຫຼັກໝາຍຊາຍແດນທີ 512. (ພາບ: baohatinh.vn)

ຫາກໍ່ໄດ້ຈັດສົ່ງມາຮັບໜ້າທີ່ເປັນຮອງຫົວໜ້າຄ້າຍທະຫານຊາຍແດນບ້ານຢ່າງ (ເມືອງເຮືອງເຄ) ແຕ່ທ່ານພັນໂທ ຫງວຽນຮ່າເຈື່ອງ ໄດ້ພ້ອມກັບທ່ານຮ້ອຍເອກ ບຸນທະວີ (ກອງຮ້ອຍປ້ອງກັນຊາຍແດນ 311 ຂອງແຂວງຄໍາມ່ວນ, ລາວ) ຈັດຕັ້ງການລາດຕະເວນສອງຝ່າຍ.

ເຖິງວ່າ, ໃນຕໍາແໜ່ງໃໝ່, ບໍລິເວນໃໝ່, ຮັບຜິດຊອບໜ້າທີ່ຢ່າງໜັກໜ່ວງ, ພູມີປະເທດທຸລະກັນດານ, ອາກາດຮ້າຍແຮງກໍ່ຕາມແຕ່ດ້ວຍການກະກຽມ, ສົມທົບກັນເປັນຢ່າງດີ, ການປະສານງານສູ້ຮົບຢ່າງແໜ້ນແຟ້ນ, ມີຄວາມຕັດສິນໃຈສູງສະນັ້ນການລາດຕະເວນຈຶ່ງສໍາເລັດຢ່າງຈົບງາມ.


ທະຫານຊາຍແດນແຂວງຮ່າຕິງ ແລະ ກອງຮ້ອຍປ້ອງກັນຊາຍແດນ 311 ຂອງແຂວງຄໍາມ່ວນ, ລາວ ຈັດຕັ້ງການລາດຕະເວນສອງຝ່າຍ

ບັນດານັກຮົບທະຫານຊາຍແດນຢູ່ຄ້າຍທະຫານຊາຍແດນຝຸຢາ (ເມືອງເຮືອງເຄ) ລາດຕະເວນເພື່ອປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນ, ຮັກສາຄວາມໝັ້ນຄົງຢູ່ເສັ້ນຊາຍແດນແຫ່ງຊາດ. (ພາບ: baohatinh.vn)

ທ່ານພັນໂທ ຫງວຽນຮ່າເຈື່ອງ ແບ່ງປັນວ່າ: “ໃນຊຸມວັນຜ່ານມາ, ພວກຂ້າພະເຈົ້າພ້ອມກັບກໍາລັງປ້ອງກັນຊາຍແດນຂອງປະເທດເພື່ອນມິດໄດ້ປະຕິບັດສໍາເລັດການລາດຕະເວນສອງຝ່າຍຢູ່ເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນທີ 512, 513, 514, ຫຼັກໝາຍ 511/1. ໃນວິວັດການປະຕິບັດໜ້າທີ່, ພວກຂ້າພະເຈົ້າໄດ້ດໍາເນີນການກວດກາສະພາບການຢູ່ເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ເຄື່ອງຂີດເສັ້ນຊາຍແດນແຫ່ງຊາດ ແລະຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ຊາຍແດນ; ແລກປ່ຽນຂໍ້ມູນຂ່າວສານກ່ຽວຂ້ອງເຖິງຊາຍແດນ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ...”.

ເຂົ້າຮ່ວມການລາດຕະເວນຄັ້ງນີ້, ທ່ານຮ້ອຍເອກ ຟ້າມຊອງຮ່າວ, ຫົວໜ້າສືບສວນສອດແນມຄ້າຍທະຫານຊາຍແດນບ້ານຢ່າງ ໄດ້ແບ່ງປັນຕື່ມອີກວ່າ: “ກອງລາດຕະເວນໄດ້ກະກຽມຢ່າງຮອບຄອບຖີ່ຖ້ວນນັບແຕ່ກໍາລັງ, ປືນຜາໜ້າໄມ້... ຕະຫຼອດຮອດພາຫະນະ, ແຜນທີ່... ນອກຈາກນັ້ນ, ພວກຂ້າພະເຈົ້າຍັງໄດ້ປະຕິບັດວຽກງານພະລາທິການເປັນຢ່າງດີເພື່ອຊ່ວຍເຫຼືອກົມກອງຂອງປະເທດເພື່ອນມິດ”.

ຍ້ອນມີແຜນການຢ່າງຊັດເຈນ, ການກະກຽມຢ່າງຮອບຄອບຖີ່ຖ້ວນ, ທຸກຄົນລ້ວນແຕ່ມີຄວາມຮັບຜິດຊອຍສູງ ສະນັ້ນການລາດຕະເວນສອງຝ່າຍຄັ້ງນີ້ຈຶ່ງໄດ້ປະຕິບັດຮັບປະກັນຄຸນນະພາບ, ຄວາມປອດໄພ, ບັນລຸໄດ້ເປົ້າໝາຍ, ແຜນການທີ່ວາງອອກ.

ດ້ວຍຈິດໃຈເພີ່ມທະວີວຽກງານຄຸ້ມຄອງ, ປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນ ແລະບັນດາໜ້າທີ່ສໍາຄັນຕ່າງໆໃນໂອກາດສະເຫຼີມສະຫຼອງການປະຕິວັດເດືອນສິງຫາ ແລະວັນຊາດ 2 ກັນຍາ, ພະນັກງານ, ນັກຮົບຄ້າຍທະຫານຊາຍແດນເຊີນຮົ່ງ (ເມືອງເຮືອງເຊີນ) ກໍ່ພວມກະກຽມບັນດາວຽກງານຈໍາເປັນຢ່າງຮີບດ່ວນເພື່ອປະຕິບັດການລາດຕະເວນຝ່າຍດຽວຕື່ມອີກ.

ທະຫານຊາຍແດນແຂວງຮ່າຕິງ ແລະ ກອງຮ້ອຍປ້ອງກັນຊາຍແດນ 311 ຂອງແຂວງຄໍາມ່ວນ, ລາວ ຈັດຕັ້ງການລາດຕະເວນສອງຝ່າຍ

ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລໍາບາກ, ຝົນຕົກຟ້າແດດ, ພູຜາປ່າດົງທຸລະກັນດານ, ບັນດາທະຫານຊາຍແດນຢູ່ຄ້າຍທະຫານຊາຍແດນເຊີນຮົ່ງ ຍາມໃດກໍ່ລາດຕະເວນເພື່ອປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນ, ຮັກສາຄວາມໝັ້ນຄົງຢູ່ເສັ້ນຊາຍແດນແຫ່ງຊາດ. (ພາບ: baohatinh.vn)

ທ່ານພັນໂທ ຫງວຽນວັນຮຸ່ງ ຫົວໜ້າການເມືອງຄ້າຍທະຫານຊາຍແດນເຊີນຮົ່ງ ໃຫ້ຮູ້ວ່າ: “ແຕ່ລະເດືອນ, ພວກຂ້າພະເຈົ້າລ້ວນແຕ່ໄປລາດຕະເວນ. ບັນດາການລາດຕະເວນຍາມໃດກໍ່ຮັບປະກັນຄວາມປອດໄພດ້ານຊີວິດ, ອາວຸດຍຸດທະພັນຢ່າງເດັດຂາດ ແລະຮັບປະກັນປະຕິບັດໃຫ້ຖືກຕ້ອງຕາມແຜນການ, ບັນລຸໄດ້ເປົ້າໝາຍ, ຄວາມຮຽກຮ້ອງຕ້ອງການ, ໝາກຜົນ”.

ເພື່ອປົກປັກຮັກສາອະທິປະໄຕເຂດຊາຍແດນ, ຄຸ້ມຄອງ, ປົກປັກຮັກສາລະບົບເສັ້ນຊາຍແດນ, ຫຼັກໝາຍຊາຍແດນໄວ້ໃຫ້ຄົບຖ້ວນ ແລະຢູ່ໃນສະພາບເດີມ, ປະກອບສ່ວນຮັກສາສະພາບການຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຍູ້ຖອຍອາດຊະຍາກໍາປະເພດຕ່າງໆຢູ່ເຂດຊາຍແດນທາງບົກ, ບັນດາທະຫານຊາຍແດນແຂວງຮ່າຕິງ ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລໍາບາກ, ຝົນຕົກຟ້າແດດ, ພູຜາປ່າດົງທຸລະກັນດານບໍ່ວ່າທັງເວັນ ແລະຄືນກໍ່ໄດ້ເດີນທັບລຽບຕາມເສັ້ນຊາຍແດນ.

(ແຫຼ່ງ​ຂໍ້​ມູນ​: la.qdnd.vn)

ເຫດການ
302 Found

Found

The document has moved here.