ຄະນະຜູ້ແທນຂັ້ນສູງຂອງກອງບັນຊາການທະຫານຊາຍແດນຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ

13:37 | 13/09/2019

ຍສໝ - ຈັດຕັ້ງປະຕິບັດຕາມແຜນການ-ການຮ່ວມມື ປີ 2019 ລະຫວ່າງ ກະຊວງປ້ອງກັນປະເທດຫວຽດນາມ ແລະ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ໂດຍຕອບສະ ໜອງ ຕາມການເຊື້ອເຊີນຂອງ ທ່ານພົນຈັດຕະວາ ສີພັນ ພຸດທະວົງ, ຫົວ ໜ້າກົມໃຫຍ່ ເສນາທິການ ທະຫານປະຊາຊົນລາວ, ທ່ານພົນໂທ ຮ່ວາງ ຊົນ ຈ໋ຽນ, ກຳມະການສູນກາງພັກ, ກຳມະການທະຫານສູນກາງ, ກອງບັນຊາການທະຫານຊາຍແດນ ໄດ້ນຳ ພາຄະນະຜູ້ແທນຂັ້ນສູງກອງບັນຊາການທະຫານຊາຍແດນ, ກະຊວງປ້ອງກັນປະເທດຫວຽດນາມ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ນະຄອນຫຼວງວຽງຈັນ, ສປປ ລາວ, ແຕ່ວັນທີ 11 ຫາ 13 ກັນຍາ.

ຄະນະຜູ້ແທນຂັ້ນສູງຂອງກອງບັນຊາການທະຫານຊາຍແດນຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ

ທ່ານພົນໂທ ຮ່ວາງ ຊົນ ຈ໋ຽນ ແລະ ທ່ານພົນຈັດຕະວາ ສີພັນ ພຸດທະວົງ ເຊັນລົງນາມໃນບົດບັນທຶກກອງປະຊຸມ 2019 ລະຫວ່າງກອງບັນຊາການທະຫານຊາຍແດນ, ກະຊວງປ້ອງກັນປະເທດ ແລະ ກົມທະຫານຊາຍແດນ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ. (ພາບ: CTV)

ໃນຂອບເຂດການຢ້ຽມຢາມ, ແຕ່ວັນທີ 12-9, ຄະນະຜູ້ແທນກອງບັນຊາການທະຫານຊາຍແດນຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງທີ 16 ກັບຄະນະຜູ້ແທນກົມທະຫານຊາຍແດນ, ກົມໃຫຍ່ເສນາທິການ, ກະຊວງປ້ອງກັນປະເທດລາວ. ບົນບັນຍາກາດອັນສະ ໜິດ ສະໜົມ ແລະ ມີໄມຕີຈິດມິດຕະພາບ, ທ່ານພົນໂທ ຮວ່າງ ຊົນ ຈ໋ຽນ ຕີລາຄາສູງ ໝາກຜົນກໍ່ຄືຜົນສຳເລັດຂອງການຮ່ວມມື ລະຫວ່າງກະຊວງປ້ອງກັນປະເທດສອງຝ່າຍໃນຫຼາຍຂົງເຂດ.

ເຊິ່ງໃນປີ 2019, ກຳລັງ ທະຫານຊາຍແດນຫວຽດນາມ ແລະ ກົມທະຫານຊາຍແດນ ສປປ ລາວ ໄດ້ສົມທົບກັນຢ່າງແໜ້ນແຟ້ນໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຕໍ່ສູ້ຕ້ານອາດຊະຍາກຳ, ຮັກສາຄວາມສະຫົງບດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ຢູ່ຕາມແນວຊາຍແດນ. ກຳ ລັງປ້ອງກັນຊາຍແດນຂອງສອງປະເທດໄດ້ຕັ້ງ ໜ້າ ໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນ ຢູ່ ເຂດຊາຍແດນໃຫ້ປະຕິບັດຕາມ ອະນຸສັນຍາ ວ່າດ້ວຍເສັ້ນຊາຍແດນ ຫວຽດນາມ - ລາວ ຢ່າງເຂັ້ມງວດ; ສົນທິສັນຍາ ວ່າດ້ວຍລະບຽບການຊາຍແດນ ແລະ ດ່ານຊາຍແດນ ກໍ່ຄືສັນຍາ ລະຫວ່າງ ລັດຖະບານ ສສ ຫວຽດນາມ ແລະ ລັດຖະບານ ແຫ່ງ ສປປ ລາວ ວ່າດ້ວຍການແກ້ໄຂບັນຫາຜູ້ອົບພະຍົບແບບເສລີ ແລະ ການແຕ່ງດອງທີ່ບໍ່ໄດ້ຮັບອະນຸຍາດ ຫຼື ຂໍອະນຸຍາດຈົດທະບຽນສົມລົດ ຢູ່ ຕາມແນວຊາຍແດນ ຂອງສອງປະເທດ.

ຄະນະຜູ້ແທນຂັ້ນສູງຂອງກອງບັນຊາການທະຫານຊາຍແດນຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ

ທ່ານພົນໂທ ຮ່ວາງ ຊົນ ຈ໋ຽນ ແລະ ທ່ານພົນຈັດຕະວາ ສີພັນ ພຸດທະວົງ ຮ່ວມຖ່າຍຮູບເປັນທີ່ລະນຶກ. (ພາບ: CTV)

ຮັບຮູ້ ແລະ ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງກະຊວງປ້ອງກັນປະເທດ, ກົມໃຫຍ່ ທະຫານຊາຍແດນຫວຽດນາມ ທີ່ມີໃຫ້ກັບກົມທະຫານຊາຍແດນລາວ ໄລຍະຜ່ານມາ, ຕາງໜ້າ ກົມທະຫານຊາຍແດນ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ພົນຈັດຕະວາ ສີພັນ ພຸດທະວົງ ຕີລາຄາສູງນ້ຳໃຈສາມັກຄີ, ມິດຕະພາບ ແລະ ການຮ່ວມມືລະຫວ່າງສອງຝ່າຍ. ສະຫາຍມີຄວາມປະທັບໃຈ ພິເສດຕໍ່ການຮ່ວມມື ອັນສະໜິດແໜ້ນ ລະຫວ່າງ ບັນດາກອງບັນຊາການທະຫານແຂວງ ຂອງລາວ ແລະ ກອງບັນຊາການທະຫານຊາຍແດນແຂວງ ຂອງຫວຽດນາມ ໃນການຄຸ້ມຄອງຊາຍແດນ, ການປ້ອງກັນ ແລະ ແກ້ໄຂບັນຫາທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ການແກ້ໄຂບັນຫາຜູ້ອົບພະຍົບຢ່າງເສລີ ແລະ ການແຕ່ງດອງທີ່ບໍ່ໄດ້ຈົດທະບຽນກໍ່ຄືໄດ້ຮັບອະນຸຍາດຈາກອຳນາດການປົກຄອງ ຢູ່ຕາມແນວຊາຍແດນ ...

ສິ້ນສຸດການພົບປະເຈລະຈາ, ຕາງໜ້າໃຫ້ຄະນະຜູ້ແທນທັງສອງຝ່າຍ, ທ່ານພົນໂທ ຮ່ວາງ ຊົນ ຈ໋ຽນ ແລະ ທ່ານພົນຈັດຕະວາ ສີພັນ ພຸດທະວົງ ໄດ້ເຊັນລົງນາມໃນບົດບັນທຶກຊ່ວຍຈຳ ປີ 2019 ລະຫວ່າງ ກອງບັນຊາການທະຫານປ້ອງກັນຊາຍແດນ, ກະຊວງປ້ອງກັນປະເທດຫວຽດນາມ ແລະ ກົມທະຫານຊາຍແດນ, ກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ.

ພ້ອມນີ້, ທີ່ກອງປະຊຸມ, ຕາງໜ້າ ກອງບັນຊາການທະຫານຊາຍແດນຫວຽດນາມ, ທ່ານພົນໂທ ຮ່ວາງ ຊົນ ຈ໋ຽນ ໄດ້ມອບເງິນ 90 ລ້ານກີບ (ເທົ່າກັບ 10,000 ໂດລາສະຫະລັດ) ເພື່ອຊ່ວຍເຫຼືອຍູ້ໜູນປະຊາຊົນລາວທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໄພນ້ຳຖ້ວມ ຢູ່ ພາກກາງ ແລະ ພາກໃຕ້ຂອງລາວ. ທ່ານພົນໂທ ຮ່ວາງ ຊົນ ຈ໋ຽນ ແບ່ງປັນວ່າໃນໄລຍະດຳເນີນການເຂົ້າຮ່ວມ ແລະ ເຮັດວຽກ, ໄດ້ຮູ້ຂ່າວວ່າສະຖານະການນ້ຳຖ້ວມ ກຳລັງແຜ່ຂະຫຍາຍກວ້າງອອກ ຢູ່ ພາກກາງ ແລະ ພາກໃຕ້ຂອງລາວ, ການນຳກອງບັນຊາການທະຫານຊາຍແດນຫວຽດນາມ ຕັດສິນໃຈຊ່ວຍເຫຼືອເງິນຈຳນວນ 90 ລ້ານກີບເພື່ອໃຫ້ອຳ ນາດການປົກຄອງ ແລະ ປະຊາຊົນລາວ ແກ້ໄຂຜົນກະທົບຈາກໄພນ້ຳຖ້ວມ ແລະ ຟື້ນຟູຊີວິດການເປັນຢູ່ໃຫ້ກັບມາເປັນປົກກະຕິໂດຍໄວ.

ຕາງໜ້າ ປະເທດລາວ, ທ່ານພົນຈັດຕະວາ ຄຳມ່ວນ ຫຼວງວັນລາ, ຮອງຫົວໜ້າຫ້ອງການ ກະຊວງປ້ອງກັນປະເທດລາວ ໄດ້ຂອບອົກຂອບໃຈ ພະນັກງານ, ທະຫານຊາຍແດນຫວຽດນາມ ທີ່ໄດ້ແບ່ງປັນຄວາມຫຍຸ້ງຍາກ, ການສູນເສຍທີ່ປະຊາຊົນພາກກາງ ແລະ ພາກໃຕ້ຂອງລາວກຳລັງສົບຢູ່ ຢ່າງທັນການ; ທ່ານຢືນຢັນວ່າຈະໂອນເງີນທີ່ກອງບັນຊາການທະຫານປ້ອງກັນຊາຍແດນຫວຽດນາມ ຊ່ວຍເຫຼືອປະຊາຊົນລາວ ໃນເວລາທີ່ໄວທີ່ສຸດ.

ໃນວັນດຽວກັນ, ຢູ່ ສຳນັກງານໃຫຍ່ກະຊວງປ້ອງກັນປະເທດລາວ, ຄະນະຜູ້ແທນກອງບັນຊາການທະຫານຊາຍແດນຫວຽດນາມ ໂດຍທ່ານພົນໂທ ຮ່ວາງ ຊົນ ຈ໋ຽນ ໄດ້ມີການພົບປະໂອ້ລົມ ກັລ ທ່ານພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ.

ທີ່ການພົບປະໂອ້ລົມ, ທ່ານພົນເອກ ຈັນສະໝອນ ຈັນຍາລາດ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ໄດ້ສະແດງຄວາມຕ້ອນຮັບທ່ານພົນໂທ ຮ່ວາງ ຊົນ ຈ໋ຽນ ພ້ອມດ້ວຍຄະນະໄດ້ມາຢ້ຽມຢາມ ແລະ ເຮັດວຽກ ກັບກົມທະຫານຊາຍແດນ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດລາວ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມຂອງຄະນະຜູ້ແທນກອງບັນຊາການທະຫານຊາຍແດນຫວຽດນາມ, ເຊິ່ງຈະປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນລາວ - ຫວຽດນາມ, ຫວຽດນາມ - ລາວເວົ້າລວມ, ລະຫວ່າງ ກຳ ລັງປ້ອງກັນຊາຍແດນເວົ້າສະເພາະ.

ທ່ານພົນໂທ ຮ່ວາງ ຊົນ ຈ໋ຽນ ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ໄມຕີຈິດ ຂອງທ່ານພົນເອກ ຈັນສະໝອນ ຈັນຍາລາດ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ; ພ້ອມດຽວກັນນີ້, ທ່ານຍັງໄດ້ສະແດງຄວາມເຊື່ອ ໝັ້ນວ່າ ພາຍໃຕ້ການນຳ ພາຂອງ ທ່ານພົນເອກ ຈັນສະໝອນ ຈັນຍາລາດ, ທະຫານປະຊາຊົນລາວ ຈະປະຕິບັດສຳເລັດທຸກໜ້າ ທີ່ວຽກງານທີ່ ພັກ ແລະ ລັດ ມອບ ໝາຍໃຫ້; ກໍ່ຄືການປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນແບບພິເສດ ລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະປະຊາຊົນຂອງສອງປະເທດຫວຽດນາມ ແລະ ລາວ ໃຫ້ຍືນຍົງຊົ່ວກາລະນານ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.