ເຫົ້າຢ່າງ: ການຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ

ເຫົ້າຢ່າງ: ການຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ

ຍສໝ - ວຽກ​ງານ​ຂົນຂວາຍການ​ຊ່ວຍ​ເຫຼືອ​ຈາກ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ ​ດຳເນີນໂດຍ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ເຫົ້າຢ່າງ ​ໄດ້​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຕົວ​ຈິງ​ຫຼາຍ​ຢ່າງ​ໃຫ້​ແກ່​ປະຊາຊົນ. ບັນດາກິດຈະການກໍ່ສ້າງຂົວ, ທາງ, ໂຮງຮຽນ ແລະ ພື້ນຖານໂຄງລ່າງ ໄດ້ປະກອບສ່ວນປັບປຸງຊີວິດການເປັນຢູ່ ແລະ ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ.

ຫວຽດນາມ ຢືນອັນດັບໜຶ່ງໃນການຄັດເລືອກໄປທ່ອງທ່ຽວຕ່າງປະເທດ ຂອງຊາວ ອິນເດຍ

ຫວຽດນາມ ຢືນອັນດັບໜຶ່ງໃນການຄັດເລືອກໄປທ່ອງທ່ຽວຕ່າງປະເທດ ຂອງຊາວ ອິນເດຍ

ຍສໝ - ຄວາມ​ຕ້ອງການ​ຂອງ​ຄົນ​ອິນ​ເດຍ ​ໃນ​ການ​ເດີນທາງ​ໄປ​ຕ່າງປະ​ເທດ​ໄດ້​ບັນທຶກ​ການ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ​ໃນ​ໄລຍະ​ມໍ່ໆ​ມາ​ນີ້. ​ໃນ​ນັ້ນ, ຫວຽດນາມ ​ໄດ້​ກາຍ​ເປັນ​ປະ​ເທດ​ທີ່​ນິຍົມ​ອັນ​ດັບ​ໜຶ່ງ.

ສ້າງພື້ນທີ່ເປີດເພື່ອໃຫ້ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຮ່ວມມືກັນປະຕິບັດຄວາມຕັ້ງຫວັງພັດທະນາປະເທດຊາດໃຫ້ປະກົດຜົນເປັນຈິງ

ສ້າງພື້ນທີ່ເປີດເພື່ອໃຫ້ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຮ່ວມມືກັນປະຕິບັດຄວາມຕັ້ງຫວັງພັດທະນາປະເທດຊາດໃຫ້ປະກົດຜົນເປັນຈິງ

ຍສໝ - “ກອງ​ປະຊຸມ​ ຊາວ​ຫວຽດນາມ​ ຢູ່​ຕ່າງປະ​ເທດທົ່ວໂລກ ​ຄັ້ງ​ທີ 4”, “ເວທີ​ປາ​ໄສ​ປັນຍາຊົນ ແລະ ນັກ​ຊ່ຽວ​ຊານ​ ຫວຽດ​ນາມ ​ຢູ່​ຕ່າງ​ປະ​ເທດ ປີ 2024” ດ້ວຍ​ຫົວ​ຂໍ້ “ຊາວ​ຫວຽດ​ນາມ ​ຢູ່​ຕ່າງ​ປະ​ເທດ​ຮ່ວມແຮງຮ່ວມໃຈປະຕິບັດ​ຄວາມຕັ້ງຫວັງ​ພັດ​ທະ​ນາ​​ປະ​ເທດຊາດໃຫ້ປະກົດຜົນເປັນຈິງ” ໄດ້​ດຳ​ເນີນ​ໄປ​ແຕ່​ວັນ​ທີ 21-24 ສິງຫາ, ຢູ່ ​ຮ່າ​ໂນ້ຍ.

ຊາວຫວຽດນາມ ອາໄສຢູ່ຕ່າງປະເທດປະກອບສ່ວນສຳຄັນສຳລັບບັນດາຜົນສຳເລັດຂອງການເຄື່ອນໄຫວການທູດປະຊາຊົນ

ຊາວຫວຽດນາມ ອາໄສຢູ່ຕ່າງປະເທດປະກອບສ່ວນສຳຄັນສຳລັບບັນດາຜົນສຳເລັດຂອງການເຄື່ອນໄຫວການທູດປະຊາຊົນ

ຍສໝ - ຕອນ​ບ່າຍ​ວັນ​ທີ 23 ສິງຫາ, ຢູ່​ທີ່​ທຳນຽບ​ປະທານປະເທດ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ ດີເດັ່ນເຂົ້າ​ຮ່ວມ​ກອງ​ປະຊຸມ​ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ທົ່ວໂລກ ຄັ້ງ​ທີ 4. ຢູ່​ທີ່​ນີ້, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໄດ້ຢືນຢັນວ່າ ປະຊາ​ຄົມ​ ຊາວ​ຫວຽດນາມ ​ຢູ່​ຕ່າງປະ​ເທດ​ໄດ້​ປະກອບສ່ວນອັນ​ສຳຄັນ​ສຳລັບບັນດາ​ຜົນສຳ​ເລັດ​ຂອງ​ການ​ເຄື່ອນ​ໄຫວ​ການ​ທູດ​​ປະຊາຊົນ​ໃນພາລະກິດແຫ່ງການປ່ຽນແປງໃໝ່.

ກຸ່ມທີ 5: ການລະດົມການຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດບັນລຸປະມານ 80 ຕື້ດົ່ງໃນ 6 ເດືອນຕົ້ນປີ.

ກຸ່ມທີ 5: ການລະດົມການຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດບັນລຸປະມານ 80 ຕື້ດົ່ງໃນ 6 ເດືອນຕົ້ນປີ.

ຍສໝ - ຫວ່າງແລ້ວນີ້, ກຸ່ມທີ 5 ຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບເບື້ອງຕົ້ນ ເພື່ອແບ່ງປັນປະສົບການໃນວຽກງານ​ການ​ທູດ​ປະຊາຊົນຢູ່ບັນດາແຂວງທາງພາກຕາເວັນຕົກສ່ຽງໃຕ້ ປີ 2024 ຢູ່ ແຂວງກຽນຢາງ.

ການທູດປະຊາຊົນ - ກຸນແຈຄຳທີ່ຜູກພັນສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ

ການທູດປະຊາຊົນ - ກຸນແຈຄຳທີ່ຜູກພັນສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ

​ຍສໝ - ໃນ​ສະພາບ​ການຜັນແປ​ຢ່າງ​ສັບສົນ​ໃນ​ໂລກ ​ແລະ ພາກ​ພື້ນ, ການ​ປົກ​ປັກ​ຮັກສາ ​ແລະ ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ລັດ​ເຊຍ ບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຜ່ານ​ບັນດາ​ຊ່ອງ​ທາງ​ການ​ເມືອງ​ລະດັບ​ສູງ, ການ​ທູດ​ແຫ່ງ​ລັດ ​ເທົ່າ​ນັ້ນ ຫາກ​ຍັງ​ດຳ​ເນີນຜ່ານ​ບັນດາ​ຊ່ອງ​ທາງ​ການ​ທູດ​​ປະຊາຊົນ​ອີກ​ດ້ວຍ.

7 ໝາກຜົນດີເດັ່ນຂອງວຽກງານຊາວຫວຽດນາມຢູ່ຕ່າງປະເທດ

7 ໝາກຜົນດີເດັ່ນຂອງວຽກງານຊາວຫວຽດນາມຢູ່ຕ່າງປະເທດ

ຍສໝ - ຕອນບ່າຍວັນທີ 3 ມິຖຸນາ, ຢູ່ຮ່າໂນ້ຍ, ຄະນະລັດຖະບານ ກ່ຽວກັບຊາວ​ຫວຽດນາມຢູ່​ຕ່າງປະ​ເທດ ໄດ້ຈັດຕັ້ງກອງປະຊຸມຂ່າວກ່ຽວກັບບັນດາໝາກຜົນທີ່ບັນລຸໄດ້ພາຍຫຼັງ 20 ປີແຫ່ງການປະຕິບັດມະຕິ 36-NQ/TW ຂອງກົມການເມືອງຫວຽດນາມ ກ່ຽວກັບວຽກງານຊາວ​ຫວຽດນາມຢູ່​ຕ່າງປະ​ເທດ.

ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດມຸ່ງໄປສູ່ເຂດທະເລ, ໝູ່ເກາະບ້ານເກີດເມືອງນອນ ດ້ວຍບັນດາການກະທຳທີ່ລະອຽດ ແລະ ແທດຈິງ

ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດມຸ່ງໄປສູ່ເຂດທະເລ, ໝູ່ເກາະບ້ານເກີດເມືອງນອນ ດ້ວຍບັນດາການກະທຳທີ່ລະອຽດ ແລະ ແທດຈິງ

ຍສໝ - ຫວ່າງແລ້ວນີ້,​ ຢູ່​ນະຄອນ ຝູກວັກ (​ແຂວງ ກຽນ​ຢາງ) ໄດ້ມີການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ກອງ​ບັນຊາ​ການ​ທະຫານ​ເຮືອ​ເຂດ 5. ທ່ານ​ນາງ ຫວູທິ​ຮວິ່ງມາຍ, ຫົວໜ້າ​ຄະນະ​ກຳມະການ​ຊາວ​ ຫວຽດນາມ ອາ​ໄສ​ຢູ່​​ຕ່າງປະ​ເທດ​ ນະຄອນ ​ໂຮ່ຈີ​ມິນ ​ໃຫ້​ຮູ້​ວ່າ: “ຄະນະ​ກຳມະການ​ຊາວ​ ຫວຽດນາມ ອາ​ໄສ​ຢູ່​​ຕ່າງປະ​ເທດ​ ນະຄອນ ​ໂຮ່ຈີ​ມິນ ຈະ​ເປັນເສນາທິການ ​ແລະ ສະ​ເໜີ​ໃຫ້​ບັນດາ​ການ​ນຳ​ທຸກ​ຂັ້ນ ​ແລະ ຊາວ ​ຫວຽດນາມ ທີ່ອາ​ໄສ​ຢູ່​ຕ່າງປະ​ເທດ ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ມຸ່ງ​ໄປ​ເຖິງ​ເຂດ​ທະ​ເລ ​ແລະ ໝູ່​ເກາະ​ຂອງ​ບ້ານ​ເກີດ​ເມືອງ​ນອນ ດ້ວຍ​ການ​ກະທຳ​ທີ່​ລະອຽດ, ​ແທດ​ຈິງ”.

ຍົກສູງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ

ຍົກສູງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ

ຍສໝ - ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ ລັດ​ເຊຍ Vladimir Putin ໄດ້​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ​ຫວຽດ​ນາມ ຢ່າງ​ສຳ​ເລັດ​ຜົນ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸຍແທງເຊີນ ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ຄວາມ​ໝາຍ ​ແລະ ໝາກຜົນ​ອັນ​ພົ້ນ​ເດັ່ນ​ຂອງ​ການ​ຢ້ຽມຢາມຄັ້ງນີ້. ຂໍແນະນໍາເນື້ອໃນຂອງການສໍາພາດ.

ອົດສະຕຣາລີ ຊຸກຍູ້ການຕ່າງປະເທດວິ​ທະ​ຍາ​ສາດ​ໃນ​ອາ​ຊີ​-ປາ​ຊີ​ຟິກ

ອົດສະຕຣາລີ ຊຸກຍູ້ການຕ່າງປະເທດວິ​ທະ​ຍາ​ສາດ​ໃນ​ອາ​ຊີ​-ປາ​ຊີ​ຟິກ

ຍສໝ - ອົດສະຕຣາລີ ເປີດຕົວກອງ​ທຶນ​ການຕ່າງປະເທດວິ​ທະ​ຍາ​ສາດຮອບທຳອິດ ທີ່ມີມູນຄ່າ 40 ລ້ານ​ໂດ​ລາ ອົດສະຕຣາລີ. ຂໍ້​ລິ​ເລີ່ມ​ນີ້ ເພື່ອເພີ່ມທະວີກຳລັງແຮງອ່ອນ​ຂອງ​ປະ​ເທດນີ້​ໃນ​ອາ​ຊີ-ປາ​ຊີ​ຟິກ.

ພື້ນທີ່​ ໄຊເບີ ແມ່ນພື້ນທີ່​ໃຫມ່ເພື່ອເຮັດຂໍ້ມູນຂ່າວສານການຕ່າງປະເທດ

ພື້ນທີ່​ ໄຊເບີ ແມ່ນພື້ນທີ່​ໃຫມ່ເພື່ອເຮັດຂໍ້ມູນຂ່າວສານການຕ່າງປະເທດ

ຍສໝ - "ຖືພື້ນທີ່ ໄຊເບີ ເປັນພື້ນທີ່​ໃຫມ່ເພື່ອເຮັດຂໍ້ມູນຂ່າວສານການຕ່າງປະເທດ, ໃນນັ້ນ ນໍາໃຊ້ວິທະຍາສາດເຕັກໂນໂລຢີ, ການຫັນເປັນດິຈິຕອນ ເພື່ອປ່ຽນແປງໃໝ່ວິທີເຮັດຂໍ້ມູນຂ່າວສານການຕ່າງປະເທດ, ສ້າງ​ປະ​ສິດ​ທິ​ຜົນທີ່ບຸກທະລຸ”.

ເປີດງານມະຫາກໍາກິລາວິສາຫະກິດສາກົນສໍາລັບຄົນຕ່າງປະເທດທີ່ຢູ່ ລັດເຊຍ

ເປີດງານມະຫາກໍາກິລາວິສາຫະກິດສາກົນສໍາລັບຄົນຕ່າງປະເທດທີ່ຢູ່ ລັດເຊຍ

ຍສໝ - ວັນ​ທີ 17 ສິງຫາ​, ຢູ່​ນະຄອນຫຼວງ​ Moskva (ສະຫະພັນ ລັດ​ເຊຍ), ໄດ້ເປີດງານມະຫະກໍາ​ກິລາວິສາຫະກິດ​ສາກົນ​ ຄັ້ງ​ທຳ​ອິດ​ສໍາລັບ ປະຊາ​ຄົມຄົນ​ຕ່າງປະ​ເທດ​ຢູ່ ລັດ​ເຊຍ.

ແມ່ຍິງຫວຽດນາມຢູ່ຕ່າງປະເທດແມ່ນກຳລັງຫຼັກແຫຼ່ງໃນການປົກປັກຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳ

ແມ່ຍິງຫວຽດນາມຢູ່ຕ່າງປະເທດແມ່ນກຳລັງຫຼັກແຫຼ່ງໃນການປົກປັກຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳ

ຍສໝ - ນີ້​ແມ່ນການປະກອບຄໍາເຫັນທີ່​ການເຮັດວຽກ ແນ່ໃສ່ການກວດກາຄືນ, ຕີ​ລາຄາວຽກປະສານ​ສົມທົບ ​ລະຫວ່າງ ​ຄະນະ​ກຳມະການ​ແຫ່ງ​ລັດ ​ກ່ຽວ​ກັບ​ຄົນຫວຽດນາມ ທີ່ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ສູນກາງສະຫະພັນ​ແມ່ຍິງ ຫວຽດນາມ ​ໃນການຜັນຂະຫຍາຍບົດສະຫຼຸບ ສະບັບ​ເລກທີ 12-KL/TW ລົງ​ວັນ​ທີ 12 ສິງຫາ 2021 ຂອງ​ກົມ​ການ​ເມືອງ ກ່ຽວກັບວຽກງານສໍາລັບຄົນ​ຫວຽດນາມ​ ຢູ່​ຕ່າງປະ​ເທດ ຢ່າງມີປະສິດທິຜົນ​.

ຫວຽດນາມ ຍັງຄົງແມ່ນປະເທດທີ່ມີຄວາມນິຍົມຊົມຊອບສໍາລັບກະແສທຶນລົງທຶນໂດຍກົງຈາກຕ່າງປະເທດ

ຫວຽດນາມ ຍັງຄົງແມ່ນປະເທດທີ່ມີຄວາມນິຍົມຊົມຊອບສໍາລັບກະແສທຶນລົງທຶນໂດຍກົງຈາກຕ່າງປະເທດ

ຍສໝ - ພາກສ່ວນຄົ້ນຄວ້າທົ່ວໂລກ HSBC ຫາກໍ່​ໄດ້​​ເຜີຍ​ແຜ່ບົດ​ລາຍ​ງານ, ໃນນັ້ນໄດ້ຢືນຢັນ​ວ່າ ຫວຽດນາມ ຍັງ​ຄົງ​ແມ່ນ​ຈຸດໝາຍ​ທີ່​ນິຍົມຊົມຊອບສໍາລັບກະແສການລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI).

ຍົກສູງປະສິດທິຜົນການປະສານສົມທົບການຜັນຂະຫຍາຍວຽກງານການຕ່າງປະເທດລະຫວ່າງ 4 ອົງການ

ຍົກສູງປະສິດທິຜົນການປະສານສົມທົບການຜັນຂະຫຍາຍວຽກງານການຕ່າງປະເທດລະຫວ່າງ 4 ອົງການ

ຍສໝ - ວັນ​ທີ 13 ສິງຫາ, ຢູ່​ຮ່າ​ໂນ້ຍໄດ້ຈັດກອງ​ປະຊຸມປະສານສົມທົບການຜັນຂະຫຍາຍ​ວຽກ​ງານ​ການ​ຕ່າງປະ​ເທດ​ປີ 2024 ​​ລະຫວ່າງ ກະຊວງ​ການ​ຕ່າງປະ​ເທດ, ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ, ກຳມາທິການການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ ​ແລະ ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ.

ຄວາມເສລີໃນການເຊື່ອຖື ແລະສາສະໜາຢູ່ ຫວຽດນາມ: ຄວາມຈິງທີ່ບໍ່ອາດປະຕິເສດ

ຄວາມເສລີໃນການເຊື່ອຖື ແລະສາສະໜາຢູ່ ຫວຽດນາມ: ຄວາມຈິງທີ່ບໍ່ອາດປະຕິເສດ

​ຍສໝ - ໃນ​ຫຼາຍ​ປີ​ຜ່ານ​ມາ, ບັນດາ​ເປົ້າໝາຍ​ທີ່​ຂາດຄວາມຫວັງ​ດີ, ຫົວຮຸນແຮງ, ພວກປະຕິ​ການໄດ້​ຊອກຫາ​ທຸກ​ວິທີ ​ແລະ ເລ່ລ່ຽມ​ເພື່ອຕ້ານ ແລະ ​ທຳລາຍ​ພັກ, ລັດ​ ຫວຽດນາມ. ໜຶ່ງ​ໃນ​ບັນດາ​ບັນຫາ​ທີ່​ເຂົາ​ເຈົ້າ​ມັກ​ເຜີຍ​ແຜ່, ເສກສັນປັ້ນແຕ່ງ ​ແລະ ຢຶດຕິດ​ຢ່າງ​ດຸ​ເດືອດ​ແມ່ນ​ການ​ບິດ​ເບືອນ ​ແລະ ​ເສກສັນ​ກ່ຽວ​ກັບ​ສະພາບ​ເສລີພາບ, ຄວາມ​ເຊື່ອ​ຖື, ສາສະໜາ​ຂອງ ​ຫວຽດນາມ. ເລ່ລ່ຽມ ​ແລະ ​ກິດ​ຈະ​ກຳ​ເຫຼົ່າ​ນີ້​ໂດຍບັນດາອິດທິ​ກຳ​ລັງ​ເປັນ​ສັດຕູ​​ສືບ​ຕໍ່ຊຸກ​ຍູ້ໃນ​ປີ 2024.

ຍູ້ແຮງວຽກງານ​ຂໍ້​ມູນ​ຂ່າວ​ສານການຕ່າງປະເທດກ່ຽວກັບສະພາບການສິດທິມະນຸດຂອງ ຫວຽດນາມ

ຍູ້ແຮງວຽກງານ​ຂໍ້​ມູນ​ຂ່າວ​ສານການຕ່າງປະເທດກ່ຽວກັບສະພາບການສິດທິມະນຸດຂອງ ຫວຽດນາມ

ຍສໝ - ນີ້​ແມ່ນ​ຄຳ​ປາ​ໄສ​ຂອງ​ທ່ານ ຟານ​ຊວນ​ຖຸຍ, ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ຢູ່​ກອງ​ປະຊຸມ​ຝຶກ​ອົບຮົມ​ ປີ 2024 ກ່ຽວ​ກັບ​ວຽກ​ງານ​ຂໍ້​ມູນ​ຂ່າວ​ສານການ​​ຕ່າງປະ​ເທດ ​ແລະ ​ສິດທິ​ມະນຸດ​ ໃຫ້​ບັນດາ​ການ​ນຳ ​ແລະ ​ພະນັກງານ​ຢູ່ 14 ​ແຂວງ, ນະຄອນ​ໃນ​ເຂດ​ພູດ​ອຍ​ພາກ​ກາງ, ​ເຂດ​ພູດ​ອຍ​ພາກ​ເໜືອ ​ແລະ ການ​ນຳ​, ​ນັກ​ຂ່າວ​ຂອງ​ບາງ​ສຳ​ນັກ​ຂ່າວ​ສູນ​ກາງ​ ເຊິ່ງໄດ້​ດຳ​ເນີນ​ໃນ​ວັນ​ທີ 7 ສິງຫາ ທີ່ແຂວງ ​ຮວ່າ​ບິ່ງ.

ສະເໜີໃຫ້ ອາເມລິກາ ຮັບຮອງຂໍ້ກຳນົດພື້ນຖານເສດຖະກິດການຕະຫຼາດຂອງ ຫວຽດນາມ ໂດຍໄວ

ສະເໜີໃຫ້ ອາເມລິກາ ຮັບຮອງຂໍ້ກຳນົດພື້ນຖານເສດຖະກິດການຕະຫຼາດຂອງ ຫວຽດນາມ ໂດຍໄວ

ຍສໝ - ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ​ຫວຽດນາມ ທ່ານນາງ ຟ້າມທູຮັ່ງ ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ທີ່​ສະເໜີໃຫ້ຮູ້ເຖິງປະຕິດິລິຍາຂອງ ​ຫວຽດນາມ​ ຕໍ່ກັບ​ກະຊວງ​ການ​ຄ້າ ​ອາ​ເມ​ລິ​ກາ ​ສືບ​ຕໍ່​ກຳນົດ​ ຫວຽດນາມ​ ເປັນ​ພື້ນຖານ​ເສດຖະກິດ​ບໍ່​ເປັນ​ຕະຫຼາດ.

ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຢູ່ ກວາງນາມ ໄດ້ຮັບລົດເຂັນ

ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຢູ່ ກວາງນາມ ໄດ້ຮັບລົດເຂັນ

ຍສໝ - ວັນທີ 4 ສິງຫາ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ແຂວງ ກວາງນາມ ໄດ້ຈັດຕັ້ງພິທີມອບລົດເຂັນ 20 ຄັນໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ບັນດາເມືອງ ທັງບິ່ງ, ຕາມກີ, ຝູນິງ, ນູຍແທ່ງ. ​ລົດເຂັນ​ຈຳນວນ​ນີ້​ແມ່ນໂດຍ​ທ່ານ​ນາງ ​ເຈີ່ນ​ໂຕ໋​ງ່າ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ ຝລັ່ງ ເຊື່ອມຕໍ່​ເພື່ອ​ຮຽກຮ້ອງການໜູນຊ່ວຍ​ຈາກປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ ສະ​ວິດ.

VUFO ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ ActionAid ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຢູ່ ຫວຽດນາມ

VUFO ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ ActionAid ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຢູ່ ຫວຽດນາມ

ຍສໝ - ນີ້​ແມ່ນ​ເນື້ອ​ໃນ​ຂອງ​ການ​ແລກປ່ຽນ​ລະຫວ່າງ ​ທ່ານ ຫງວຽນຫ​ງອກ​ຮຸ່ງ, ຮອງ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ (VUFO) ​ແລະ ທ່ານ​ນາງ Hellen Grace Akwii-Wangusa, ປະທານ​ສະພາຄຸ້ມຄອງບໍລິຫານ​ສາກົນ​ ຂອງອົງການ ActionAid, ​ໃນ​ວັນ​ທີ 31 ກໍລະກົດ ຢູ່ ​ຮ່າ​ໂນ້ຍ.