ກອງບັນຊາການທະຫານຊາຍແດນແຂວງເງະອານ: ຍູ້ແຮງວຽກງານພົວພັນຕ່າງປະເທດເຂດຊາຍແດນ ປະກອບສ່ວນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະພັດທະນາ

06:17 | 28/01/2024

ອງບັນຊາການທະຫານຊາຍແດນແຂວງເງະອານ: ຍູ້ແຮງວຽກງານພົວພັນຕ່າງປະເທດຊາຍແດນ ປະກອບສ່ວນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະພັດທະນາ

ຫວຽດນາມ ຈະສືບຕໍ່ຫັນເປົ້າໝາຍສ້າງໂລກແຫ່ງສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ປອດອາວຸດນິວເຄຼຍ ໃຫ້ປະກົດຜົນເປັນຈິງ ຫວຽດນາມ ຈະສືບຕໍ່ຫັນເປົ້າໝາຍສ້າງໂລກແຫ່ງສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ປອດອາວຸດນິວເຄຼຍ ໃຫ້ປະກົດຜົນເປັນຈິງ
ສາຍໃຈ​ມິດຕະພາບ​ຜ່ານ 5 ງານບຸນມະໂຫລານ​ມິດຕະພາບ​ປະຊາຊົນ​ຫວຽດນາມ - ລາວ ສາຍໃຈ​ມິດຕະພາບ​ຜ່ານ 5 ງານບຸນມະໂຫລານ​ມິດຕະພາບ​ປະຊາຊົນ​ຫວຽດນາມ - ລາວ

ໃນຊຸມປີຜ່ານມາ, ກອງບັນຊາການທະຫານຊາຍແດນແຂວງເງະອານ ຍາມໃດກໍຊາບຊຶມຢ່າງຄົບຖ້ວນ ແລະຮັບຮູ້ຢ່າງເລິກເຊິ່ງກ່ຽວກັບບົດບາດ, ທີ່ຕັ້ງຂອງວຽກງານພົວພັນຕ່າງປະເທດຊາຍແດນ, ຈາກນັ້ນ ກໍສ້າງແຜນການເຄື່ອນໄຫວລະອຽດ ແລະຊີ້ນໍາ, ແນະນໍາບັນດາຄ້າຍທະຫານຊາຍແດນ ສ້າງແຜນການໃຫ້ຕິດແທດກັບໜ້າທີ່ຕົວຈິງຂອງແຕ່ລະກົມກອງ. ດ້ວຍເຫດນັ້ນ, ຈຶ່ງໄດ້ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບ, ຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຢູ່ເຂດຊາຍແດນຂອງແຂວງ, ຮັດແໜ້ນການພົວພັນສາມັກຄີມິດຕະພາບກັບອໍານາດການປົກຄອງ, ປະຊາຊົນ ແລະບັນດາກໍາລັງທີ່ກ່ຽວຂ້ອງຂອງປະເທດເພື່ອນລາວ.

ກອງບັນຊາການທະຫານຊາຍແດນແຂວງເງະອານ: ຍູ້ແຮງວຽກງານພົວພັນຕ່າງປະເທດເຂດຊາຍແດນ ປະກອບສ່ວນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະພັດທະນາ

ພະນັກງານ, ນັກຮົບຄ້າຍທະຫານຊາຍແດນ ຈີເລ໊, ທະຫານຊາຍແດນແຂວງເງະອານ ແລະທະຫານລາດທ້ອງຖິ່ນ ສົມທົບກັບກອງຮ້ອຍທະຫານຊາຍແດນ 217, ກອງບັນຊາການທະຫານແຂວງຫົວພັນ ລາດຕະເວນປົກປັກຮັກສາຊາຍແດນສອງຝ່າຍ. ພາບ: baodantoc.vn

ໃນປີ 2023, ກອງບັນຊາການທະຫານຊາຍແດນແຂວງເງະອານ ແລະບັນດາຄ້າຍທະຫານຊາຍແດນທີ່ຢູ່ຕາມເສັ້ນຊາຍແດນທາງບົກ ໄດ້ຮັກສາການເຄື່ອນໄຫວພົວພັນຕ່າງປະເທດຊາຍແດນຢ່າງມີປະສິດທິຜົນ, ຈັດສົ່ງຄະນະ ໄປຢ້ຽມຢາມ, ພົບປະແລກປ່ຽນກັບອໍານາດການປົກຄອງ, ກໍາລັງປ້ອງກັນຊາຍແດນຂອງລາວ ຢ່າງເປັນປົກກະຕິ; ຈັດຕັ້ງການຕ້ອນຮັບຄະນະເພື່ອນລາວ ມາຢ້ຽມຢາມ, ພົບປະເຈລະຈາ, ອວຍພອນເນືື່ອງໃນໂອກາດວັນບຸນ, ບຸນປີໃໝ່ປະຈໍາຊາດຂອງຫວຽດນາມ. ຜ່ານນັ້ນ, ສອງຝ່າຍກໍໄດ້ແລກປ່ຽນສະພາບການ, ຕີລາຄາການສົມທົບກັນຄຸ້ມຄອງ, ປ້ອງກັນຊາຍແດນ; ເປັນເອກະພາບສົມທົບກັນ, ຜັນຂະຫຍາຍປະຕິບັດບັນດາເນື້ອໃນໜ້າທີ່ຮ່ວມມືໃນການຄຸ້ມຄອງ, ປ້ອງກັນຊາຍແດນ, ໂດຍສະເພາະແມ່ນວຽກງານສົມທົບກັນລາດຕະເວນ, ປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ; ຄວບຄຸມດ່ານຊາຍແດນ; ຕໍ່ສູ້ຕ້ານ ແລະສະກັດກັ້ນອາດຊະຍາກໍາ; ຕ້ານ ແລະສະກັດກັ້ນການເຂົ້າ-ອອກເມືອງຜິດກົດໝາຍ...

ພິເສດ, ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດຂອງຫວຽດນາມ, ບຸນປີໃໝ່ລາວ, ກອງບັນຊາການທະຫານຊາຍແດນແຂວງເງະອານ ແລະບັນດາຄ້າຍທະຫານຊາຍແດນ ໄດ້ເປັນເສນາທິການໃຫ້ຄະນະກໍາມະການປະຊາຊົນແຂວງ, ຄະນະກໍາມະການປະຊາຊົນບັນດາເມືອງ, ຕາແສງຊາຍແດນ ໜູນຊ່ວຍ, ຊ່ວຍເຫຼືອອໍານາດການປົກຄອງ ແລະກໍາລັງປະກອບອາວຸດບັນດາແຂວງຂອງເພື່ອນດ້ວຍເງິນສົດ, ສະບຽງອານຫານ, ທັນຍາຫານທີ່ຈໍາເປັນເພື່ອຮັບໃຊ້ເຂົ້າໃນການດໍາລົງຊີວິດປະຈຳວັນ ແລະປະຕິບັດໜ້າທີ່ວຽກງານຕ່າງໆ. ໃນນັ້ນ, ຄະນະກໍາມະການປະຊາຊົນແຂວງເງະອານ ໄດ້ຊ່ວຍເຫຼືອອໍານາດການປົກຄອງ, ກໍາລັງປະກອບອາວຸດບັນດາແຂວງຂອງລາວ ເປັນເງິນຈຳນວນ 830 ລ້ານດົ່ງໃຫ້ແກ່ການເຄື່ອນໄຫວຖະແຫຼງຂ່າວຕ່າງປະເທດ ແລະ 2,26 ຕື້ດົ່ງ ເພື່ອຊື້ອຸປະກອນຮັບໃຊ້ຫ້ອງການ ເປັນຕົ້ນແມ່ນຄອມພິວເຕີ... ຄະນະກໍາມະການປະຊາຊົນບັນດາເມືອງ, ຕາແສງຊາຍແດນ ໄດ້ມອບເງິນ ແລະຂອງຂວັນມີມູນຄ່າ 250 ລ້ານດົ່ງໃຫ້ອໍານາດການປົກຄອງບັນດາເມືອງ, ກຸ່ມບ້ານ ແລະກໍາລັງປ້ອງກັນຊາຍແດນຂອງລາວ.

ກອງບັນຊາການທະຫານຊາຍແດນແຂວງເງະອານ ສ້າງຕັ້ງ 5 ຄະນະ ມີສະມາຊິກ 33 ຄົນ ພ້ອມກັບຄະນະປະຕິບັດງານຂອງຄະນະກໍາມະການປະຊາຊົນແຂວງ ເຂົ້າຮ່ວມການພົບປະສອງຝ່າຍຂັ້ນສູງ, ສົມທົບກັບການໄປອວຍພອນບຸນປີໃໝ່, ມອບຂອງຂວັນໃຫ້ອໍານາດການປົກຄອງ ແລະກອງບັນຊາການທະຫານ, ກອງບັນຊາການປ້ອງກັນຄວາມສະຫງົບ 3 ແຂວງຂອງລາວ; ເຂົ້າຮ່ວມການພົບປະສອງຝ່າຍປະຈໍາປີຢູ່ກອງບັນຊາການທະຫານແຂວງຊຽງຂວາງ ແລະມອບຂອງຂວັນໃຫ້ຝ່າຍເພື່ອນດ້ວຍມູນຄ່າຫຼາຍຮ້ອຍລ້ານດົ່ງ. ບັນດາຄ້າຍທະຫານຊາຍແດນຂອງແຂວງເງະອານ ໄດ້ສົ່ງ 17 ຄະນະ ໄປສົມທົບກັບບັນດາເມືອງຊາຍແດນ ລວມມີ: ກີ່ເຊີນ, ເຕືອງເຢືອງ, ແອັງເຊີນ, ແທັງເຈືອງ, ເກວ໊ຟອງ ໄປອວຍພອນປີໃໝ່, ພົບປະສອງຝ່າຍເປັນປະຈໍາໄລຍະກັບອໍານາດການປົກຄອງບັນດາເມືອງ, ກຸ່ມບ້ານ ແລະກໍາລັງປ້ອງກັນຊາຍແດນຂອງລາວ.

ໃນວິວັດການເຊື່ອມໂຍງ ແລະພັດທະນາ, ກໍາລັງປ້ອງກັນຊາຍແດນຂອງສອງປະເທດໄດ້ແລກປ່ຽນຂໍ້ມູນຂ່າວສານ ແລະທາບທາມຄໍາເຫັນຂອງກັນເປັນປະຈໍາ, ສິ່ງດັ່ງກ່າວນີ້ໄດ້ຢັ້ງຢືນໃຫ້ເຫັນຄວາມຮັບຜິດຊອບ ແລະການຕັດສິນໃຈໃນການຖືເປັນສໍາຄັນ, ການຮັກສາ ແລະເພີ່ມທະວີການພົວພັນພິເສດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ. ແຕ່ຕົ້ນປີ 2023 ມາຮອດປັດຈຸບັນ, ກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ຈັດຕັ້ງການຕ້ອນຮັບຄະນະພະນັກງານກອງທັບ, ຄະນະພະນັກງານປ້ອງກັນຄວາມສະຫງົບຂອງແຂວງ: ຫົວພັນ, ຊຽງຂວາງ, ບໍລິຄໍາໄຊ ມາອວຍພອນບຸນເຕັດ, ຝຶກອົບຮົມຫຼາຍສິບຄະນະ. ຜ່ານນັ້ນ, ສອງຝ່າຍກໍໄດ້ເປັນເຈົ້າການ, ຕັ້ງໜ້າໃນວຽກງານແລກປ່ຽນຂໍ້ມູນຂ່າວສານ, ສະພາບການກ່ຽວກັບວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ; ເປັນເສນາທິການ ແລະເຂົ້າຮ່ວມການພົບປະສອງຝ່າຍ, ເຊັນບົດບັນທຶກຮ່ວມມືຮອບດ້ານລະຫວ່າງແຂວງເງະອານ ກັບແຂວງຫົວພັນ ແລະແຂວງຊຽງຂວາງ ໄລຍະ 2023-2025.

ກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ເປັນເຈົ້າການ, ຕັ້ງໜ້າເປັນເສນາທິການໃຫ້ແກ່ຄະນະພັກແຂວງ, ຄະນະກໍາມະການປະຊາຊົນແຂວງເງະອານ ວາງອອກມາດຕະການໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ; ຮັກສາການປະຕິບັດສັນຍາວ່າດ້ວຍກົດລະບຽບຄຸ້ມຄອງຊາຍແດນ ແລະດ່ານຊາຍແດນທາງບົກ; ອະນຸສັນຍາວ່າດ້ວຍເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນສອງປະເທດ ຫວຽດນາມ-ລາວ; ດໍາລັດ ເລກທີ 34/2014/NĐ-CP ລົງວັນທີ 29 ເມສາ 2019 ຂອງລັດຖະບານກ່ຽວກັບກົດລະບຽບເຂດຊາຍແດນທາງບົກຢ່າງມີປະສິດທິຜົນ; ສົມທົບກັບຝ່າຍລາວ ຈັດຕັ້ງການລາດຕະເວນສອງຝ່າຍໄດ້ຫຼາຍສິບຄັ້ງ ໂດຍມີພະນັກງານ, ນັກຮົບເຂົ້າຮ່ວມຫຼາຍຮ້ອຍສະຫາຍ. ພ້ອມດຽວກັນນັ້ນ ກໍສົມທົບກັບກໍາລັງທີ່ກ່ຽວຂ້ອງ 3 ແຂວງຂອງລາວ ເພີ່ມທະວີການສົມທົບກັນແລກປ່ຽນຂໍ້ມູນຂ່າວສານ, ລາດຕະເວນ, ຄວບຄຸມ, ຕໍ່ສູ້ສະກັດກັ້ນບັນດາການກະທໍາຍ້າຍຖິ່ນຖານແບບເສລີ, ເຂົ້າ-ອອກເມືອງຜິດກົດໝາຍ, ຕໍ່ສູ້ຕ້ານ ແລະສະກັດກັ້ນອາດຊະຍາກໍາຂ້າມຊາຍແດນ...

ມາຮອດປັດຈຸບັນ, ບັນດາທ້ອງຖິ່ນຂອງແຂວງເງະອານ ຈັດຕັ້ງການແຮກສ່ຽວ ໄດ້ 21 ຄູ່ບ້ານທີ່ຢູ່ສອງຟາກຊາຍແດນ; 9 ຄ້າຍທະຫານຊາຍແດນ (ຫວຽດນາມ) ໄດ້ລົງນາມແຮກສ່ຽວກັບ 8 ກອງຮ້ອຍທະຫານຊາຍແດນ ແລະ 1 ຄ້າຍປ້ອງກັນຄວາມສະຫງົບດ່ານຊາຍແດນ (ລາວ); ກອງບັນຊາການທະຫານຊາຍແດນແຂວງເງະອານ ສືບຕໍ່ຮັບລ້ຽງດູນັກຮຽນລາວ 16 ຄົນ ທີ່ປະສົບຄວາມຫຍຸ້ງຍາກພິເສດ (ມູນຄ່າ 500.000 ດົ່ງຕໍ່ຄົນຕໍ່ເດືອນ) ຕາມໂຄງການ “ຊ່ວຍນ້ອງໄປໂຮງຮຽນ”... ບັນດາການເຄື່ອນໄຫວແຮກສ່ຽວບໍ່ພຽງແຕ່ສ້າງເງື່ອນໄຂ ແລະກົນໄກເພື່ອໃຫ້ບັນດາທ້ອງຖິ່ນທີ່ຢູ່ສອງຟາກຊາຍແດນຊ່ວຍເຫຼືອກັນພັດທະນາເສດຖະກິດ, ປົວແປງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທົ່ານັ້ນ ຫາກຍັງຊ່ວຍຮັບປະກັນຄວາມສະຫງົບຢູ່ເຂດຊາຍແດນ, ສ້າງເສັ້ນຊາຍແດນ ຫວຽດນາມ-ລາວ ແຫ່ງສັນຕິພາບ, ສະຖຽນລະພາບ ແລະພັດທະນາຍາວນານອີກດ້ວຍ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.