ຍີ່ປຸ່ນ ເອົາຄົນຕ່າງປະເທດເຂົ້າໃນລະບົບບໍານານແຫ່ງຊາດຂອງຕົນ

09:48 | 12/06/2024

ຍສໝ - ຢູ່ປະເທດ ຍີ່ປຸ່ນ ມີຊາວຕ່າງປະເທດຫຼາຍກວ່າ 3 ລ້ານຄົນ. ການລົງທະບຽນເຂົ້າຮ່ວມໂຄງການບໍານານຈະສ້າງພື້ນຖານເສດຖະກິດໃຫ້ເຂົາເຈົ້າສືບຕໍ່ດໍາລົງຊີວິດຢູ່ທີ່ນີ້ເມື່ອພວກເຂົາເຖົ້າແກ່.

ຍີ່ປຸ່ນ ເຊີດຊູ ທ່ານ ຮວ່າງບິ່ງກວນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ
ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ

ຍີ່ປຸ່ນ​ ມີ​ແຜນ​ຈະ​ລົງທະບຽນໃຫ້​ຄົນ​ຕ່າງປະ​ເທດທັງ​ໝົດ​​ ​ທີ່​ຫາກໍ່ຍ້າຍມາປະເທດນີ້​ເຂົ້າ​​ໃນ​ໂຄງການ​ເງິນ​ເດືອນບຳນານ​ສາທາລະນະ​ ​ໃນ​ເດືອນ ​ຕຸລາ​ ປີ​ນີ້. ການ​ເຄື່ອນ​ໄຫວ​ດັ່ງກ່າວ​ແມ່ນ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ຮຽກຮ້ອງ​ຕ້ອງການ ​ແລະ ​ເສີມ​ຂະຫຍາຍ​ພື້ນຖານ​ຄວາມ​ໝັ້ນຄົງຂອງ​ສັງຄົມ​ໃນ​ໄລຍະ​ຍາວ.

ຕາມ​ຂໍ້​ມູນ​ຂອງ​ລັດຖະບານ ​ຍີ່ປຸ່ນ ແລ້ວ, ມີ​ຊາວ​ຕ່າງປະ​ເທດ​ອາ​ໄສ​ຢູ່​ພາຍ​ໃນ​ປະ​ເທດນີ້ 3 ລ້ານ​ກວ່າ​ຄົນ ​ແລະ ຄາດ​ວ່າ​ຈະ​ສືບ​ຕໍ່​ເພີ່ມ​ຂຶ້ນ. ການລົງທະບຽນເຂົ້າຮ່ວມໃນໂຄງການບໍານານຈະສ້າງພື້ນຖານເສດຖະກິດໃຫ້ຄົນຕ່າງປະເທດສືບຕໍ່ດໍາລົງຊີວິດຢູ່ທີ່ນີ້ເມື່ອພວກເຂົາເຖົ້າແກ່.

ຍີ່ປຸ່ນ ເອົາຄົນຕ່າງປະເທດເຂົ້າໃນລະບົບບໍານານແຫ່ງຊາດຂອງຕົນ

ຄົນຕ່າງປະເທດຈະໄດ້ຮັບການລົງທະບຽນເຂົ້າໃນລະບົບບໍານານຂອງ ຍີ່ປຸ່ນ

ໃນປັດຈຸບັນ, ຜູ້ທີ່ມີອາຍຸລະຫວ່າງ 20 ຫາ 59 ປີທີ່ອາໄສຢູ່ໃນ ຍີ່ປຸ່ນ ຕ້ອງລົງທະບຽນເຂົ້າໃນລະບົບບໍານານແຫ່ງຊາດໂດຍບໍ່ຄໍານຶງເຖິງວ່າເປັນຄົນສັນຊາດ. ຜູ້ທີ່ຍ້າຍໄປ ຍີ່ປຸ່ນ ຈາກຕ່າງປະເທດຈະໄດ້ຮັບຄໍາອະທິບາຍກ່ຽວກັບຂັ້ນຕອນໃນເວລາທີ່ເຂົາເຈົ້າລົງທະບຽນທີ່ຢູ່ຂອງເຂົາເຈົ້າຢູ່ຫ້ອງການຂອງອຳນາດການປົກຄອງທ້ອງຖິ່ນ. ແຕ່ວ່າ, ບາງຄົນກໍ່ບໍ່ສາມາດລົງທະບຽນເຖິງວ່າມີການຮ້ອງຂໍ. ຕາມ​ການ​ສຳ​ຫຼວດ​ປີ 2019, ອັດຕາ​ຄົນ​ຕ່າງປະ​ເທດ​ທີ່​ບໍ່​ໄດ້​ຈົດ​ທະບຽນ​ອາ​ໄສ​ຢູ່​ຍີ່ປຸ່ນ ​ແມ່ນ 4,4%, ສູງ​ກວ່າ​ອັດຕາ​ຄົນ​ ຍີ່ປຸ່ນ ​ທີ່​ມີ​ອາຍຸ​ເທົ່າ​ກັນ 0,1%.

4.4% ແມ່ນລວມເຖິງນັກສຶກສາຕ່າງປະເທດ ແລະ ຜູ້ດຳເນີນທຸລະກິດສ່ວນຕົວ, ກໍ່ຄືນັກຝຶກງານດ້ານວິຊາການທີ່ສະຖານທີ່ເຮັດວຽກບໍ່ໄດ້ລົງທະບຽນໃຫ້ເຂົາເຈົ້າເຂົ້າໃນລະບົບບໍານານຂອງຜູ້ອອກແຮງງານ.

ກະຊວງ​ສາທາລະນະ​ສຸກ, ​ແຮງ​ງານ ​ແລະ ສະຫວັດດີ​ການ​ຂອງ ​ຍີ່ປຸ່ນ ຈະ​ປັບປຸງ​ລະບົບຂອງການ​ບໍລິການ​ບຳນານ​ຂອງ​ ຍີ່ປຸ່ນ ​ແລະ ​ເກັບ​ກຳ​ຂໍ້​ມູນ​ຈາກ​ປື້ມລົງທະບຽນທີ່ຢູ່​ໃນ​ທົ່ວ​ປະ​ເທດ ​ເພື່ອ​ເຂົ້າ​ເຖິງ​ຂໍ້​ມູນ​ກ່ຽວ​ກັບ​ຄົນ​ເຂົ້າ​ເມືອງ​ໃໝ່. ຜູ້ທີ່ບໍ່ສາມາດຢືນຢັນການມີສິດໄດ້ຮັບເງິນບໍານານຈະໄດ້ຮັບການຮ້ອງຂໍໃຫ້ລົງທະບຽນເຂົ້າໃນລະບົບ. ຖ້າບໍ່ມີການແຈ້ງຕອບຄືນ, ການບໍລິການບໍານານຈະລົງທະບຽນໂດຍອັດຕະໂນມັດໃຫ້ເຂົາເຈົ້າ.

ຄຽງ​ຄູ່​ກັບ​ມາດ​ຕະ​ການ​ສຳ​ລັບ​ຄົນ​ເຂົ້າ​ເມືອງ​ໃໝ່, ກະ​ຊວງ​ແຮງ​ງານ ​ໄດ້ຕັ້ງເປົ້າໝາຍ​ໃຫ້​ດຶງດູດທຸກ​ຄົນ​ໃນ​ປະ​ເທດ​ຈົດ​ທະ​ບຽນ. ຜູ້​ທີ່​ບໍ່ໄດ້​ລົງ​ທະ​ບຽນ​ຈະ​ບໍ່​ສາ​ມາດ​ໄດ້​ຮັບ​ເງິນອຸດໜູນເມື່ອ​ເຂົາ​ເຈົ້າ​ມີ​ອາ​ຍຸ 65 ປີ. ຄົນພິການທີ່ບໍ່ໄດ້ລົງທະບຽນກໍ່ບໍ່ສາມາດໄດ້ຮັບເງິນອຸດໜູນຄົນພິການ.

ຄົນຕ່າງປະເທດຢູ່ ຍີ່ປຸ່ນ ກຳລັງເພີ່ມຂຶ້ນ. ອີງ​ຕາມ​ສະ​ຖາ​ບັນຄົ້ນຄວ້າ​ສະຫວັດດີການສັງ​ຄົມ ​ແລະ ​ປະ​ຊາ​ກອນ​ແຫ່ງ​ຊາດ​, ຈໍາ​ນວນ​ນີ້​ຄາດ​ວ່າ​ຈະ​ບັນ​ລຸ 4,2 ລ້ານ​ຄົນ​ໃນ ​ປີ 2030. ຕົວເລກ​ນີ້​ຈະ​ເພີ່ມ​ຂຶ້ນ​ເປັນ 7,29 ລ້ານ​ຄົນ​ໃນ ​ປີ 2050.

ຜູ້ອອກແຮງງານຕ່າງປະເທດໃນປະເທດ ຍີ່ປຸ່ນ ກໍ່ຈະເຂົ້າຮ່ວມໃນລະບົບບໍານານສາທາລະນະ. ສຳລັບປະເທດທີ່ໄດ້ລົງນາມໃນສັນຍາສະຫວັດດີການສັງຄົມກັບ ຍີ່ປຸ່ນ, ຄົນຕ່າງປະເທດທີ່ວາງແຜນໄປເຮັດວຽກຢູ່ ຍີ່ປຸ່ນ ເປັນເວລາ 5 ປີລົງມາ ຈະຖືກຍົກເວັ້ນ. ກຸ່ມນີ້ຈະສືບຕໍ່ຈ່າຍຄ່າປະກັນໄພເງິນເດືອນບໍານານສາທາລະນະໃຫ້ແກ່ປະເທດຂອງພວກເຂົາ.

ຍີ່ປຸ່ນ ຍັງ​ແມ່ນ​ທ້ອງຕະຫຼາດ​ສົ່ງ​ອອກ​ແຮງ​ງານ​ອັນ​ດັບ​ໜຶ່ງ​ຂອງ​ ຫວຽດນາມ ຍີ່ປຸ່ນ ຍັງ​ແມ່ນ​ທ້ອງຕະຫຼາດ​ສົ່ງ​ອອກ​ແຮງ​ງານ​ອັນ​ດັບ​ໜຶ່ງ​ຂອງ​ ຫວຽດນາມ

ຍສໝ - ຕາມ​ບົດ​ລາຍ​ງານ​ຂອງ​ກົມ​ຄຸ້ມ​ຄອງ​ແຮງ​ງານ​ຢູ່​ຕ່າງປະ​ເທດ (ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫວຽດນາມ), ​ໃນ 4 ​ເດືອນ​ຕົ້ນ​ປີ 2024 ຍີ່ປຸ່ນ ຍັງ​ແມ່ນ​ທ້ອງຕະຫຼາດ​ສົ່ງ​ອອກ​ແຮງ​ງານ​ອັນ​ດັບ​ໜຶ່ງ​ຂອງ​ ຫວຽດນາມ.

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍແທງເຊີນ ມອບ​ຫຼຽນກາລະນຶກ ເພື່ອພາລະກິດທາງ​ການ​ທູດ​ ຫວຽດນາມ ​ໃຫ້​ແກ່​ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ Yamada Takio ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍແທງເຊີນ ມອບ​ຫຼຽນກາລະນຶກ ເພື່ອພາລະກິດທາງ​ການ​ທູດ​ ຫວຽດນາມ ​ໃຫ້​ແກ່​ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ Yamada Takio

Chiều 8/5, tại trụ sở Bộ, Bộ trưởng Ngoại giao Bùi Thanh Sơn đã tiếp Đại sứ đặc mệnh toàn quyền Nhật Bản tại Việt ...

ມິງດຶກ

ເຫດການ
302 Found

Found

The document has moved here.